ກອງປະຊຸມການຕ່າງປະເທດ ຈີ7 ປຶກສາຫລືຫລາຍບັນຫາສຳຄັນທີ່ເຄັ່ງຮ້ອນ

14/03/2025 23:21
ຂປລ ບັນດາ ລັດຖະມົນຕີ ການຕ່າງປະເທດ ກຸ່ມບັນດາ ປະເທດ ອຸດສາຫະກຳ ພັດທະນາ (G7) ໄດ້ຈັດກອງປະຊຸມ ໃນວັນທີ 13 ມີນາ ຢູ່ ການາດາ ເພື່ອປຶກສາຫາລື ຫລາຍບັນຫາ ສຳຄັນ ທີ່ເຄັ່ງຮ້ອນ ທົ່ວໂລກ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ບັນດາ ລັດຖະມົນຕີ ການຕ່າງປະເທດ ກຸ່ມບັນດາ ປະເທດ ອຸດສາຫະກຳ ພັດທະນາ (G7) ໄດ້ຈັດກອງປະຊຸມ ໃນວັນທີ 13 ມີນາ ຢູ່ ການາດາ ເພື່ອປຶກສາຫາລື ຫລາຍບັນຫາ ສຳຄັນ ທີ່ເຄັ່ງຮ້ອນ ທົ່ວໂລກ. ນີ້ແມ່ນ ກອງປະຊຸມ ຂັ້ນລັດຖະມົນຕີ ສຳຄັນ, ສ້າງຂີດໝາຍ ການດຳເນີນ ບັນດາ ການປຶກສາຫາລື ຢ່າງຮອບດ້ານ ຄືນໃໝ່ ນັບແຕ່ ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ຮັບດຳລົງຕຳແໜ່ງ ຮອບທີ2. ຈາກນັ້ນ ບັນດາລັດຖະມົນຕີ ການຕ່າງປະເທດ ຈະປຶກສາຫາລື ກ່ຽວກັບ ອະນາຄົດ ຂອງອູແກຣນ ແລະ ເອີຣົບ, ມະຫາສະໝຸດ ອິນເດຍ - ປາຊີຟິກ, ຄວາມໝັ້ນຄົງ ທາງທະເລ ແລະ ບົດບາດຂອງ G7 ຢູ່ຕາເວັນອອກກາງ, ກໍ່ຄື ການຮ່ວມມື ເພື່ອສັນຕິພາບຢູ່ ອາຟຣິກາ. ບັນດາຝ່າຍ ກໍ່ພວມມຸ່ງໄປເຖິງ ເລື່ອງຍົກອອກ ຖະແຫລງການຮ່ວມ ເນັ້ນໜັກເຖິງ ການສະໜັບສະໜູນຂອງ G7 ສຳລັບ ບັນດາຄວາມມານະ ພະຍາຍາມໂດຍ ສ.ອາເມລິກາ ນຳໜ້າ ເພື່ອຢຸດຕິ ການປະກັນຢູ່ ອູແກຣນ ແລະ ຄຳໝັ້ນສັນຍາ ເພື່ອພາກພື້ນ ອິນເດຍ-ປາຊີຟິກ ເສລີ, ເປິດກວ້າງ ແລະ ປອດໄພ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top