ຂປລ
ຫ້ອງການ ຄະນະກໍາມະການ ປູກໄມ້ ແຫ່ງຊາດຈີນ ໄດ້ອອກປະກາດ ແຈ້ງການ ກ່ຽວກັບ ສະພາບ ການປູກໄມ້ ແຫ່ງຊາດຈີນ ປີ 2024 ໄດ້ປູກໄມ້ ທັງໝົດ 4.446 ລ້ານເຮັກຕາ, ປັບປຸງທົ່ງຫຍ້າ 3.224 ລ້ານເຮັກຕາ ລວມເປັນ7.670 ລ້ານເຮັກຕາ

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ,ເມື່ອບໍ່ດົນມານີ້, ຫ້ອງການ ຄະນະກໍາມະການ ປູກໄມ້ ແຫ່ງຊາດຈີນ ໄດ້ອອກປະກາດ ແຈ້ງການ ກ່ຽວກັບ ສະພາບ ການປູກໄມ້ ແຫ່ງຊາດຈີນ ປີ 2024 ໄດ້ປູກໄມ້ ທັງໝົດ 4.446 ລ້ານເຮັກຕາ, ປັບປຸງທົ່ງຫຍ້າ 3.224 ລ້ານເຮັກຕາ ລວມເປັນ7.670 ລ້ານເຮັກຕາ ປັບປຸງ ດິນແຫ້ງແລ້ງ ແລະ ດິນຊາຍ ໃຫ້ດີຂຶ້ນ ໄດ້ທັງໝົດ 2.783 ລ້ານເຮັກຕາ. ອັດຕາການປົກຄຸມ ຂອງປ່າໄມ້ ເກີນ 25% ແລະ ປະລິມານ ການສະສົມ ຂອງປ່າໄມ້ເກີນ 20 ຕື້ແມັດກ້ອນ. ຜ່ານການລົງເລິກການປະຕິຮູບ ຢ່າງຕໍ່ເນື່ອງ, ອຸດສາຫະກໍາ ທີ່ສ້າງລາຍຮັບ ຈາກຊັບພະຍາກອນ ທໍາມະຊາດ ໃຫ້ປະຊາຊົນ ໄດ້ຍົກສູງຄຸນນະພາບ ແລະ ມີປະສິດທິຜົນດີຂຶ້ນ. ຂະນະທີ່ ຍອດມູນຄ່າ ຜະລິດຕະພັນ ຂອງອຸດສາຫະກໍາປ່າໄມ້ ແລະ ທົ່ງຫຍ້າມີເຖິງ 10.170 ຕື້ຢວນ ເພີ່ມຂຶ້ນ 9,6% ເມື່ອທຽບໃສ່ປີກ່ອນ ແລະ ການຜະລິດ ອາຫານ ຈາກປ່າໄມ້ ເກີນ 200 ລ້ານໂຕນ, ກາຍເປັນຜະລິດຕະພັນ ກະສິກໍ າທີ່ສໍາຄັນອັນດັບ 3 ຖັດຈາກ ທັນຍາຫານແລະຜັກ. ນອກນັ້ນ, ພື້ນທີ່ປູກຕົ້ນໄມ້ເສດຖະກິດທົ່ວປະເທດ ມີທັງໝົດ 46.667 ລ້ານເຮັກຕາ, ມີມູນຄ່າ ຜົນຜະລິດ ຕໍ່ປີເກີນ 2.000 ຕື້ຢວນ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL