ຂປລ
ກອງປະຊຸມ ຄັ້ງທີ 3 ຂອງສະພາ ປະຊາຊົນ ແຫ່ງຊາດຈີນ ຊຸດ 14 ຈັດຂຶ້ນຢູ່ຫໍສະພາ ປະຊາຊົນ ທີ່ນະຄອນຫລວງ ປັກກິ່ງ ຂອງ ສປ ຈີນ ເມື່ອບໍ່ດົນມານີ້, ໂດຍມີ ຄະນະຜູ້ແທນ ເຂດປົກຄອງຕົນເອງເຜົ່າຈ້ວງ ກວາງຊີໄດ້ຍື່ນ “ຂໍ້ສະເໜີ ກ່ຽວກັບ ການສະໜັບ ສະໜູນ ເຂດກວາງຊີ ສ້າງຕັ້ງ ສູນຮ່ວມມື ແບບຫົວຄິດ ປະດິດສ້າງ ດ້ານປັນຍາ ປະດິດ ຈີນ-ອາຊຽນ”.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ກອງປະຊຸມ ຄັ້ງທີ 3 ຂອງສະພາ ປະຊາຊົນ ແຫ່ງຊາດຈີນ ຊຸດ 14 ຈັດຂຶ້ນຢູ່ຫໍສະພາ ປະຊາຊົນ ທີ່ນະຄອນຫລວງ ປັກກິ່ງ ຂອງ ສປ ຈີນ ເມື່ອບໍ່ດົນມານີ້, ໂດຍມີ ຄະນະຜູ້ແທນ ເຂດປົກຄອງຕົນເອງເຜົ່າຈ້ວງ ກວາງຊີໄດ້ຍື່ນ “ຂໍ້ສະເໜີ ກ່ຽວກັບ ການສະໜັບ ສະໜູນ ເຂດກວາງຊີ ສ້າງຕັ້ງ ສູນຮ່ວມມື ແບບຫົວຄິດ ປະດິດສ້າງ ດ້ານປັນຍາ ປະດິດ ຈີນ-ອາຊຽນ”. ໃນຍຸກ AI, ເຂດກວາງຊີ ໄດ້ເສີມຂະຫຍາຍ ທ່າແຮງ ພິເສດຂອງຕົນ, ເພີ່ມທະວີ ການຮ່ວມມື ດ້ານເສດຖະກິດ ດີຈີຕອນ ກັບປະເທດ ສະມາຊິກ ອາຊຽນ. ເດືອນກຸມພາ 2025 ນີ້, ເຂດກວາງຊີ ແລະ ສປປ ລາວ ໄດ້ເຊັນສັນຍາ ວ່າດ້ວຍ ການຮ່ວມກັນ ສ້າງສູນຮ່ວມມື ແບບຫົວຄິດ ປະດິດສ້າງ ດ້ານປັນຍາປະດິດ ຈີນ-ລາວ,ເຊິ່ງເປັນສູນຮ່ວມມື ແບບຫົວຄິດ ປະດິດສ້າງ ດ້ານປັນຍາ ປະດິດ ແຫ່ງທຳອິດ ລະຫວ່າງ ສປ ຈີນ ແລະ ປະເທດ ສະມາຊິກ ອາຊຽນ. ການຮ່ວມມື ສອງຝ່າຍ ແລະ ຫລາຍຝ່າຍ ໃນຂົງເຂດ ດີຈີຕອນ ລະຫວ່າງ ສປ ຈີນ ແລະ ປະເທດ ສະມາຊິກ ອາຊຽນ ໄດ້ພັດທະນາ ຢ່າງວ່ອງໄວ, ເພີ່ມພະລັງແຮງ ຂັບເຄື່ອນໃໝ່ ຫລາຍກວ່າເກົ່າ ເຂົ້າໃນການພັດທະນາ ຂອງເສດຖະກິດ-ສັງຄົມ ໃນພາກພື້ນ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL