ຂປລ
ຂປລ. ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ໃນລະຫວ່າງ 21-22 ຕຸລາ 2023 ທີ່ສວນຮ້ານອາຫານ ນາເດືອຍ ນະຄອນຫລວງພະບາງ ຈັດກິດຈະກຳແລ່ນວິບາກ ຫລວງພະບາງ 2023 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫລວງພະບາງ

ຂປລ. ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ໃນລະຫວ່າງ 21-22 ຕຸລາ 2023 ທີ່ສວນຮ້ານອາຫານ ນາເດືອຍ ນະຄອນຫລວງພະບາງ ຈັດກິດຈະກຳແລ່ນວິບາກ ຫລວງພະບາງ 2023 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫລວງພະບາງ, ພ້ອມດ້ວຍຄະນະຮັບຜິດຊອບຈັດງານ ແລະ ນັກແລ່ນວິບາກ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ 400 ກວ່າຄົນ ຈາກ 10 ປະເທດ.

ທ່ານ ເພັດຈຳພອນ ພອນສະດາ ຄະນະຮັບຜິດຊອບຈັດການແຂ່ງຂັນ ໃຫ້ຮູ້ວ່າ: ການຈັດກິດຈະກໍາແລ່ນວິບາກ ຫລວງພະບາງ 2023 ຄັ້ງນີ້, ເປັນການຊຸກຍູ້ສົ່ງເສີມ ການທ່ອງທ່ຽວຂອງລາວ ໂດຍສະເພາະ ຢູ່ນະຄອນຫລວງພະບາງ ໃຫ້ມີຄວາມຄຶກຄື້ນ ທັງເຮັດໃຫ້ນັກທ່ອງທ່ຽວ ໄດ້ສໍາພັດກັບບັນຍາກາດຄວາມອຸດົມສົມບູນ ທາງດ້ານທໍາມະຊາດ, ນິເວດນາໆພັນ ຂອງແຂວງຫລວງພະບາງນຳອີກ. ການຈັດກິດຈະກຳ ແລ່ນວິບາກຄັ້ງນີ້ ເປັນຄັ້ງທີ 2 ປະກອບມີ 5 ລາຍການ ຄື: ໄລຍະ 104 ກິໂລແມັດ, 55 ກິໂລແມັດ, 30 ກິໂລແມັດ, 18 ກິໂລແມັດ ແລະ 8 ກິໂລແມັດ, ໂດຍມີນັກກິລາແລ່ນ 450 ຄົນ ຈາກ 10 ກວ່າປະເທດເຂົ້າຮ່ວມ ໂດຍແມ່ນການຮ່ວມມືຂອງ ບໍລິສັດ ທ່ອງທ່ຽວ ກຣິນດິສໂຄເວີລີ ລາວ ແລະ ເຄື່ອຄ່າຍ ບໍລິສັດ ທີ່ຢູ່ຕ່າງປະເທດເປັນຜູ້ຈັດກິດຈະກຳແລ່ນຄັ້ງນີ້. ການແຂ່ງຂັນທຸກລາຍການ ໄດ້ເລີ່ມອອກຈາກສວນອາຫານນາເດືອຍ ໄປຕາມເສັ້ນທາງຍ່າງປ່າທຳມະຊາດ ອ້ອມຮອບນ້ຳຕົກຕາດກວາງຊີ, ນຳຕົດຕາດທອງ ແລະ ສວນນ້ຳດົງ ແລ້ວກັບຄືນເຂົ້າເສັ້ນໄຊ ຢູ່ຈຸດເລີ່ມຕົ້ນ.
ກິດຈະກໍາແລ່ນວິບາກ ຫລວງພະບາງ ຄັ້ງທຳອິດ ໄດ້ຈັດຂຶ້ນໃນປີ 2019 ຢູ່ບ້ານທ່າແປ້ນ ເຂດນໍ້າຕົກຕາດກວາງຊີ. ສຳລັບແຜນການໃນຕໍ່ໜ້າ ທາງຄະນະຮັບຜິດຊອບ ຈະປຸກລະດົມການມີສ່ວນຮ່ວມຂອງທຸກພາກສ່ວນ ເພື່ອຈັດການແຂ່ງຂັນ ໃນແຕ່ລະປີ ທັງຈະເຊີນຊວນເອົານັກທ່ອງທ່ຽວ ນັກກິລາແລ່ນຈາກຫລາຍປະເທດ ເຂົ້າມາຮ່ວມແຂ່ງຂັນໃຫ້ມີຄວາມຄຶກຄື້ນຂຶ້ນຕື່ມ.
KPL