ອິນໂດເນເຊຍ ເລັ່ງຮັບມືກັບມົນລະພິດ ທາງອາກາດກ່ອນຈັດກອງປະຊຸມສຸດຍອດອາຊຽນ

30/08/2023 17:38
Email Print 415
ຂປລ ອິນໂດເນເຊຍ ກຽມພ້ອມ ຮັບມືກັບ ມົນລະພິດ ທາງອາກາດ ກ່ອນເປີດ ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 43 ໂດຍຈະຈັດຂຶ້ນ ຢູ່ນະຄອນຫລວງ ຈາກາຕາ ຂອງ ອິນໂດເນເຊຍ ໃນຕົ້ນເດືອນ ກັນຍານີ້.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 29 ສິງຫາ, ອິນໂດເນເຊຍ ກຽມພ້ອມ ຮັບມືກັບ ມົນລະພິດ ທາງອາກາດ ກ່ອນເປີດ ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 43 ໂດຍຈະຈັດຂຶ້ນ ຢູ່ນະຄອນຫລວງ ຈາກາຕາ ຂອງ ອິນໂດເນເຊຍ ໃນຕົ້ນເດືອນ ກັນຍານີ້.  ນະຄອນຫລວງ ຈາກາຕາ ເປັນໜຶ່ງ ໃນພື້ນທີ່ ທີ່ມີ ມົນລະພິດ ຢ່າງຮຸນແຮງ ໃນໂລກ ຊຶ່ງເປັນ ການສົ່ງຜົນ ກະທົບ ຕໍ່ສຸຂະພາບ  ຂອງປະຊາຊົນ ໃນປັດຈຸບັນ . ເມື່ອບໍ່ດົນມານີ້ ກະຊວງ ສາທາລະນະສຸກ ອິນໂດເນເຊຍ ຖະແຫລງວ່າ ມີຜູ້ຕິດເຊື້ອ ທາງເດີນຫາຍໃຈ ສຽບພັນ ເພີ່ມຂຶ້ນ ຕັ້ງແຕ່ຕົ້ນປີ 2023 ເນື່ອງຈາກ ມົນລະພິດທາງອາກາດ.

 ທ່ານ ອາກຸລ ດາວີ ຊູຊານໂຕ ຜູ້ອຳນວຍການ ດ້ານການ ຄວບຄຸມ ພະຍາດ ທາງເດີນຫາຍໃຈ ສັງກັດກະຊວງ ເປີດເຜີຍວ່າ: ເມື່ອປີ 2022 ມີຄົນເຈັບສະເລ່ຍ ໃນການຕິດເຊື້ອ ທາງເດີນຫາຍໃຈສຽບພັນ ໃນຈາກາຕາ ແລະ ເມືອງໃກ້ຄຽງ ຕໍ່າກວ່າ 100.000 ຄົນ. ເມື່ອເດືອນມັງກອນ - ເດືອນສິງຫາ ໃນປີນີ້ ຄົນເຈັບ ດັ່ງກ່າວ ເພີ່ມຂຶ້ນຫລາຍກວ່າ 100.000 ຄົນ ໂດຍສະເພາະ ເດືອນສິງຫາ ກວດພົບ ຍອດຈຳນວນ ຄົນເຈັບ ປະມານ 200.000 ຄົນ.  ສະນັ້ນ ທ່ານ ອາກຸລ ຊູຊານໂຕ ປະກາດເຕືອນ ໃຫ້ປະຊາຊົນ ທີ່ ຈຳເປັນ ຕ້ອງອອກໄປ ເຮັດທຸລະກຳ ກາງແຈ້ງ ເກີນ 8 ຊົ່ວໂມງ ໃຫ້ໃສ່ ຜ້າປິດປາກ ປ້ອງກັນ ມົນລະພິດ ຢ່າງສະໝໍ່າສະເໝີ ແລະ ອື່ນໆ. /

KPL

ຂ່າວອື່ນໆ

ads
ads

Top