ຂປລ
ຄວາມເປັນມາຂອງງານດອງ ບໍ່ວ່າສະໄໝເກົ່າກໍ່ຄືສະໄໝນີ້ຖ້າວ່າບ່າວ ແລະ ສາວ ມີຄວາມຮັກມັກກັນ ຝ່າຍຊາຍຈະເປັນຜູ້ໄປສູ່ຂໍຝ່າຍຍິງ ເມື່ອພໍ່ແມ່ເຖົ້າແກ່ຫາກຕົກລົງເຫັນດີ ກໍ່ຊອກນັດມື້ໝາຍຍາມຊອກວັນດີປີຄູ່. ເມື່ອຮອດມື້ນັດໝາຍແລ້ວ ພວກໝູ່ຄູ່ພັກພວກ ພໍ່ແມ່ ເຖົ້າແກ່ກໍແຫ່ເອົາເຂີຍ ເມື່ອເຮືອນເຈົ້າສາວ ເພື່ອເຮັດພິທີສູ່ຂວັນ ໃຫ້ເປັນຜົວເມຍກັນ.

ຄວາມເປັນມາຂອງງານດອງ ບໍ່ວ່າສະໄໝເກົ່າກໍ່ຄືສະໄໝນີ້ຖ້າວ່າບ່າວ ແລະ ສາວ ມີຄວາມຮັກມັກກັນ ຝ່າຍຊາຍຈະເປັນຜູ້ໄປສູ່ຂໍຝ່າຍຍິງ ເມື່ອພໍ່ແມ່ເຖົ້າແກ່ຫາກຕົກລົງເຫັນດີ ກໍ່ຊອກນັດມື້ໝາຍຍາມຊອກວັນດີປີຄູ່. ເມື່ອຮອດມື້ນັດໝາຍແລ້ວ ພວກໝູ່ຄູ່ພັກພວກ ພໍ່ແມ່ເຖົ້າແກ່ກໍແຫ່ເອົາເຂີຍ ເມື່ອເຮືອນເຈົ້າສາວ ເພື່ອເຮັດພິທີສູ່ຂວັນ ໃຫ້ເປັນຜົວເມຍກັນ. ໂດຍມີການກຽມເຄື່ອງຂັນໝາກຂັນພູ ເພື່ອເປັນເຄື່ອງສູ່ຂໍສາວ ແລະ ກະກຽມພາຂວັນກັບເຄື່ອງປະກອບພິທີ.
ການແຕ່ງດອງທີ່ຖືກຕ້ອງຕາມຮີດຄອງປະເພນີດັ້ງເດີມຂອງລາວມີຂັ້ນຕອນດັ່ງນີ້:
ຂັ້ນຕອນຊອກຫາຄູ່ຄອງ: ການຊອກຫາຄູ່ຄອງແມ່ນການຊອກຫາຜູ້ສາວ ຫລື ຜູ້ບ່າວທີ່ຈະມາເປັນຜົວ ຫລື ເມຍ. ອີງຕາມປະເພນີລາວຜູ້ຊາຍໄປຊອກຫາຜູ້ຍິງ. ສະໄໝບູຮານການເລືອກຄູ່ຄອງ ສ່ວນຫຼາຍແມ່ນພໍ່ແມ່ເປັນຜູ້ຕັດສິນ. ເຖິງວ່າຜູ້ບ່າວຈະເລືອກໄດ້ຜູ້ສາວທີ່ຕົນຮັກກໍ່ຕາມ, ແຕ່ພໍ່ແມ່ບໍ່ເຫັນດີ ຍ້ອນເຫດຜົ ຢ່າງໃດໜຶ່ງພໍ່ແມ່ຈະບໍ່ໃຫ້ເອົາ ແລະ ລູກກໍ່ຕ້ອງຟັງຄວາມພໍ່ແມ່. ໃນສະໄໝບູຮານນິຍົມເລືອກເອົາຄູ່ຄອງ ຕ້ອງເປັນຜູ້ດຸໝັ້ນຂະຫຍັນພຽນ, ມີຄວາມບໍລິສຸດ, ຮູ້ຈັກທຳມາຫາກິນ ຮັກພີ່ນ້ອງລຸງຕາເຊັ່ນ ຜູ້ຊາຍຮູ້ເຮັດໄຮ່ເຮັດນາ, ຮູ້ສານກະບຸງກະຕ່າ, ສາມາດເປັນພໍ່ເຮືອນໄດ້. ສ່ວນແມ່ຍິງຕ້ອງຮູ້ຈັກເຮັດທູບເຮັດ່ຝ້າຍ, ຕ່ຳ ຮູກທໍໄໝ, ຕໍ່າເຂົ້າເອົາຟືນ ສາມາດເປັນແມ່ສີເຮືອນໄດ້.


ຂັ້ນຕອນສູ່ຂໍ: ການສູ່ຂໍແມ່ນໜ້າທີ່ຂອງຝ່າຍຊາຍ ໄປຕົກລົງກັບຝ່າຍຍິງເຊິ່ງເອີ້ນວ່າໄປຂໍສາວ. ຕອນໄປຂໍ ຝ່າຍຊາຍຈະມີຂັນໝາກ. ການສູ່ຂໍເຖົ້າແກ່ທັງສອງຝ່າຍຈະໄດ້ຕົກລົງກັນ ຫລື ອາດຈະຕໍ່ລອງກັນໃນເລື່ອງສິນສອດ (ຄ່າດອງ) ທັງໝົດຕາມຮີດຄອງປະເພນີ ທີ່ທັງສອງຝ່າຍພໍໃຈ ຫລື ສາມາດຮັບໄດ້. ຕໍ່ມາຈຶ່ງ ຫາມື້ແຕ່ງດອງ.(ຂັນໝາກປະກອບດ້ວຍ: ຂັນຫ້າ, ຄຳໝາກກອກຢາ, ເຫລົ້າຂາວ).
ຂັ້ນຕອນແຕ່ງ: ພາຍຫລັງມີການສູ່ຂໍເປັນທີ່ຮຽບຮ້ອຍແລ້ວ ຮອດມື້ງາມຍາມດີກໍ່ຈັດພິທີແຕ່ງດອງ. ໃນມື້ແຕ່ງດອງມີພິທີສູ່ຂວັນໃຫ້ບ່າວສາວ. ປ້ອນໄຂ່, ຜູກແຂນ, ອວຍພອນ ແລະ ສົມມາຄາລະວະເຈົ້າໂຄດລຸງຕາ. ເຈົ້າໂຄດລຸງຕາສອນໄພ້ສອນເຂີຍ. ສຸດທ້າຍແມ່ນການຮັບປະທານອາຫານ ເພື່ອເປັນສິລິມຸງຄຸນແກ່ຄູ່ ບ່າວ-ສາວໃໝ່. ການແຕ່ງດອງຈະໃຫຍ່ ຫລື ນ້ອຍແມ່່ນຂຶ້ນກັບຖານະຄອບຄົວ, ແຕ່ໂດຍທົ່ວໄປຈະມີລັກສະນະຄ້າຍຄືກັນ ແຕ່ອີງໃສ່ຄວາມເປັນໄປໄດ້ທັ້ງສອງກ່ຳສອງຝ່າຍ. (ພິທີບາສີປະກອບດ້ວຍ: ໝາກເບັງ, ທຽນ, ຝ້າຍຜູກແຂນ, ເຫລົ້າ, ໄຂ່, ໄກ່ ເປັນຕົ້ນ).
ໃນງານແຕ່ງດອງໂດຍຕາມຮິດຄອງແລ້ວພີ່ນ້ອງຈະຊ່ວຍກັນເລື່ອງເຄື່ອງປະກອບໃຫ້ເປັນພິທີງານດອງ ໂດຍສະເພາະແມ່ນອາຫານການກິນ, ເຂົ້າສານ, ແລະ ພືດຜັກຕ່າງ ໂດຍສະເພາະແມ່ນກະກຽມ: ໝາກໂຕ່ງໂຄ່ງຄຳ, ຄວາຍ, ໄກ່, ງົວ, ໄຂ່, ເຫລົ້າຂາວ, ເຂົ້າ. ສ່ວນເງິນຄຳ, ສິນສອດ, ເງິນຫົວໜາມ (ຄ່ານ້ຳນົມແມ່) ແມ່ນຝ່າຍຊາຍເປັນຜູ້ຮັບ. ສ່ວນຂັນໝາກເບັງ, ທຽນ, ຝ້າຍຜູກແຂນ ແມ່ນຝ່າຍເຈົ້າສາວເປັນຜູ້ຮັບຜິດຊອບ ນອກນັ້ນຍັງມີພີ່ນ້ອງມາຊ່ວຍແຕ່ງຢູ່ຄົວກິນໃນງານດອງ.
ຂໍ້ມູນຈາກ: ປຶ້ມວັດທະນະທຳລາວ.
KPL