ຟີລິບປິນ ຢ້ຽມຢາມ ຄົນເຈັບ ເປັນພະຍາດແຂ້ວຟຸ່ ຢ່າງໜ້ອຍ 73 ລ້ານຄົນ

25/05/2023 18:11
Email Print 525
ຂປລ ກະຊວງສາທາ ລະນະສຸກ ຂອງ ຟີລິບປິນ ລາຍງານວ່າ: ຊາວຟີລິບປິນ ເປັນພະຍາດ ແຂ້ວຜຸ ຢ່າງໜ້ອຍ 73 ລ້ານຄົນ , ເຮັດໃຫ້ ພະຍາດ ດັ່ງດ່າວ ກາຍເປັນ ບັນຫາ ສຸຂະພາບ ຢ່າງຮ້າຍແຮງ ຂອງ ປະເທດ.

ຂປລ.ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 24 ເດືອນພຶດສະພາ, ກະຊວງສາທາ ລະນະສຸກ ຂອງ ຟີລິບປິນ ລາຍງານວ່າ: ຊາວຟີລິບປິນເປັນພະຍາດແຂ້ວຜຸ ຢ່າງໜ້ອຍ 73 ລ້ານຄົນ , ​ເຮັດໃຫ້ພະຍາດ ດັ່ງດ່າວ ກາຍເປັນ ບັນຫາ ສຸຂະພາບຢ່າງຮ້າຍແຮງ ຂອງ ປະເທດ. ​ໂດຍພະຍາດແຂ້ວຜຸ ກາຍເປັນ ພະຍາດລະບາດ ອອກເປັນວົງກ້ວາງໂດຍ ຈຳນວນຄົນເຈັບ ພະຍາດນີ້ໃນປັດຈຸບັນ ເພີ່ມສູງຂຶ້ນຫລາຍເນື່ອງຈາກ ການແພ່ລະບາດ ຂອງ ພະຍາດໂຄວິດ-19 ​ເປັນສາເຫດຂັດຂວາງ ການເຂົ້າເຖິງ  ການບໍລິການ ປິ່ນປົວແຂ້ວ ຫລາຍກວ່າ 2 ປີ. ເດັກນ້ອຍ ຟີລິບປິນ 8 ​ໃນ 10 ຄົນເປັນພະຍາດແຂ້ວຜຸໃນເດັກ ຫລືແຂ້ວນໍ້ານົມພຸ່ເພາະວ່າ ຜູ້ປົກຄອງ ລ້ຽງລູກດ້ວຍນົມຜົງທີ່ມີ ລົດຫວານເຮັດໃຫ້ພະຍາດໃນຊ່ອງປາກ ຍັງຄົງເປັນບັນຫາ ສາທາລະນະສຸກ ຮ້າຍແຮງໃນຟີລິບປິນ. ອົງການອະນາໄມໂລກ (WHO) ລະບຸວ່າ: ພະຍາດແຂ້ວພຸ່ເປັນບັນຫາ ສາທາ ລະນະສຸກ ທີ່ ສຳຄັນແລະເປັນພະຍາດ ທີ່ບໍ່ຕິດຕໍ່ /

 

KPL

ຂ່າວອື່ນໆ

ads
ads

Top