ປະທານປະເທດ ເຄື່ອນໄຫວວຽກງານ ຢູ່ແຂວງຄໍາມ່ວນ

23/03/2023 15:50
Email Print 526
ຂປລ ຂປລ. ແຫລ່ງຂ່າວ ຈາກແຂວງຄຳມ່ວນ ໃຫ້ຮູ້ວ່າ: ວັນທີ 22 ມີນາ 2023 ນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄໍາມ່ວນ ໂດຍໃຫ້ການຕ້ອນຮັບຈາກ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ

 

   ຂປລ. ແຫລ່ງຂ່າວ ຈາກແຂວງຄຳມ່ວນ ໃຫ້ຮູ້ວ່າ: ວັນທີ 22 ມີນາ 2023 ນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄໍາມ່ວນ ໂດຍໃຫ້ການຕ້ອນຮັບຈາກ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍບັນດາການນໍາຂອງແຂວງ, ການນໍາຂອງເມືອງເຂົ້າຮ່ວມ.
    ການລົງເຄື່ອນໄຫວໃນຄັ້ງນີ້, ທ່ານປະທານປະເທດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມ ຢາມ ແລະ ພົບປະພໍ່ແມ່ປະຊາຊົນບ້ານຜັກອີ່ຕູ່ ເມືອງໜອງບົກ  ​ໂດຍໄດ້ຮັບຟັງການລາຍງານສະ ພາບການພັດທະນາ ແລະ ບາງວຽກງານ ທີ່ໄດ້ຮັບການຈັດຕັ້ງປະຕິບັດຢູ່ໃນເມືອງໜອງບົກ ໃນໄລຍະຜ່ານມາ ແລະ ສະພາບການພັດທະນາບ້ານຜັກອີ່ຕູ່, ເຊິ່ງຄະພັກ
, ຄະນະການຈັດຕັ້ງບ້ານ ໄດ້ສຸມໃສ່ນໍາພາປະຊາຊົນພັດທະນາພື້ນຖານໂຄງລ່າງ ໂດຍສະເພາະເສັ້ນທາງເຊື່ອມຕໍ່ລະຫວ່າງບ້ານ, ເສັ້ນທາງໄປສູ່ພື້ນທີ່ການຜະລິດຂອງປະຊາຊົນ ໃຫ້ສາມາດທຽວໄດ້ທັງສອງລະດູ. ພ້ອມນີ້, ທ່ານປະທານປະເທດ ກໍໄດ້ເດີນທາງຢ້ຽມຢາມການລ້ຽງປາໃສ່ກະຊັງ ທີ່ບ້ານຈອມແຈ້ງ ເມືອງທ່າແຂກ ແລະ ເຂົ້າກາບໄຫວ້ ຫໍຈາລຶກປະຫວັດສາດ ບັ້ນຮົບປ້ອງກັນຕົວເມືອງທ່າແຂກ 21 ມີນາ 1946 ພ້ອມຊົມງານວາງສະແດງ ແລະ ຈໍາໜ່າຍສິນຄ້າຢູ່ບໍລິເວນຫໍຈາລຶກດັ່ງກ່າວ.             ໃນໂອກາດດັ່ງກ່າວ, ທ່ານປະທານປະເທດ ກໍໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳແກ່ພາກສ່ວນກ່ຽວຂ້ອງ ໃຫ້ເພີ່ມທະວີຄວາມເອົາໃຈໃສ່ບາງດ້ານ ເປັນຕົ້ນ ເອົາໃຈໃສ່ຊຸກຍູ້ສົ່ງເສີມໃຫ້ພໍ່ແມ່ປະຊາຊົນບ້ານຜັກອີ່ຕູ່ ປູກພືດຜັກປອດສານຜິດ ເພື່ອສົ່ງຂາຍຕະຫລາດທີ່ເຫັນວ່າສັງຄົມມີຄວາມຕ້ອງການສູງ ແລະ ໄດ້ລາຄາດີກວ່າ, ຫລຸດຜ່ອນການນຳເຂົ້າພືດຜັກຈາກບ່ອນອື່ນ ຫລື ຈາກປະເທດໃກ້ຄຽງ, ພ້ອມທັງມີການຄົ້ນຄວ້າປູກພືດຜັກທີ່ໃຊ້ນໍ້າໜ້ອຍ ແຕ່ໄດ້ຜົນຕອບຮັບທີ່ສູງ ເພື່ອປະຢັດຕົ້ນທຶນການຜະລິດລົງ; ມອບໃຫ້ກະຊວງກ່ຽວຂ້ອງສຶກສາຄົ້ນຄວ້າ ເພື່ອເຮັດແນວໃດໃຫ້ພໍ່ແມ່ປະຊາຊົນ ໄດ້ເຂົ້າເຖິງສິ່ງອຳນວຍຄວາມສະດວກ ໃນການຜະລິດທີ່ມີຕົ້ນທຶນທີ່ຕໍ່າ ໂດຍສະ ເພາະເຄື່ອງກົນຈັກ, ລາຄາປຸ໋ຍ ແລະ ອື່ນໆ; ​ເນັ້ນ​ໃຫ້ຄະນະນຳຂອງເມືອງ, ບ້ານ ເອົາໃຈໃສ່ຮັກສາມູນເຊື້ອວິລະຊົນ, ມູນເຊື້ອປະຕິວັດ, ເຮັດໃຫ້ປະຊາຊົນມີຢູ່ມີກິນ ແລະ ເປັນເຈົ້າການປົກປ້ອງເຂດນໍ້າແດນດິນຂອງຕົນຢ່າງເປັນເຈົ້າການ, ເຮັດໃຫ້ປະຊາຊົນໄດ້ຮັບຮູ້, ເຂົ້າຮ່ວມ ແລະ ປະກອບ ສ່ວນຢ່າງຕັ້ງໜ້າ ຕໍ່ແນວທາງນະໂຍບາຍຂອງພັກ-ລັດ ແລະ ຮັກສາໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ຕໍ່ຕ້ານບັນດາປະກົດການຫຍໍ້ທໍ້ ແລະ ກຸ່ມຄົນທີ່ບໍ່ດີ ທີ່ຫວັງມ້າງເພທຳລາຍ ສ້າງຄວາມແຕກແຍກໃນລະບົບການຈັດຕັ້ງຕ່າງໆ, ສຶກສາອົບຮົມລູກຫລານ-ເຍົາວະຊົນ ຢ່າໃຫ້ຫລົງມົວເມົານຳຢາເສບຕິດ ແລະ ສຶກສາອົບຮົມໃຫ້ເຂົາເຈົ້າເສບຂໍ້ມມູນຂ່າວສານຈາກສື່ອອນລາຍທີ່ມີຜົນປະໂຫຍດ; ມີການແຂ່ງຂັນພັດທະນາທາງດ້ານການຜະລິດໃຫ້ມີຄວາມແຂງແຮງ ແລະ ສ້າງໃຫ້ເປັນແບບຢ່າງໃຫ້ແກ່ບັນດາເມືອງ ແລະ ແຂວງອື່ນໆ; ມອບໃຫ້ກະຊວງ ແລະ ຂະແໜງ ການທີ່ກ່ຽວຂ້ອງ ສົມທົບກັບຜູ້ປະກອບການ ສຶກສາຄົ້ນຄວ້າ ໃນການເພາະພັນລູກປາ ເພື່ອລ້ຽງຕອບສະໜອງໃຫ້ແກ່ຕະຫລາດພາຍໃນ ແລະ ຫລີກລ້ຽງການນຳເຂົ້າລູກປາຈາກບ່ອນອື່ນ ທັງເປັນການປະຢັດຕົ້ນທຶນ ແລະ ເພີ່ມກຳໄລໃຫ້ແກ່ຜູ້ປະກອບການ.
      
ໂອກາດດຽວກັນ, ທ່ານປະທານປະເທດ ຍັງໄດ້ໃຫ້ທິດຊີ້ນຳແກ່ການນຳຂອງແຂວງ ເພື່ອເຮັດໃຫ້ການບໍລິຫານວຽກງານຕ່າງໆຢູ່ພາຍໃນແຂວງຄຳມ່ວນ ໄດ້ຮັບການພັດທະນາ ແລະ ມີບາດ ກ້າວຂະຫຍາຍຕົວສູງຂຶ້ນກວ່າເກົ່າ.

ຂ່າວ: ກອງຄຳ

KPL

ຂ່າວອື່ນໆ

ads
ads

Top