ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງສາທາລະນະລັດ ສະໂລວາກີ

23/03/2023 15:27
Email Print 552
ຂປລ ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ທີ່ທຳນຽບປະທານາທິບໍດີ, ນະຄອນຫລວງບຣາຕິດສະລາວາ,ສາທາລະ ນະລັດສະໂລວາກີ, ທ່ານ ຄອນເພັງ ທຳມະວົງ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ ນາງ ZuzanaČaputová, ປະທານາທິບໍດີແຫ່ ງສາທາລະນະລັດ ສະໂລວາກີ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດສະໂລວາກີ

 

ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ທີ່ທຳນຽບປະທານາທິບໍດີ, ນະຄອນຫລວງບຣາຕິດສະລາວາ,ສາທາລະ ນະລັດສະໂລວາກີ, ທ່ານ ຄອນເພັງ ທຳມະວົງ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ ນາງ ZuzanaČaputová, ປະທານາທິບໍດີແຫ່ ງສາທາລະນະລັດ ສະໂລວາກີ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດສະໂລວາກີ, ຊຶ່ງມີສຳນັກງານຕັ້ງຢູ່ ນະຄອນຫລວງວຽນ, ປະເທດໂອຕຣິດ.     ໃນການພົບປະໂອ້ລົມ, ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນທີ່ດີເປັນມູນເຊື້ອ ລາວ-ສະໂລວາກີທີ່ມີມາແຕ່ດົນນານນັບຕັ້ງແຕ່ສອງປະເທດ ໄດ້ສ້າງສາຍພົວພັນການທູດຮ່ວມກັນໃນວັນທີ 5 ກັນຍາ 1962 ເປັນຕົ້ນມາ ເຊິ່ງທັງສອງຝ່າຍກໍໄດ້ມີຄວາມພະຍາຍາມຊອກຊ່ອງທາງ ເພື່ອເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືລະຫວ່າງ ສອງປະເທດໃຫ້ມີບາດກ້າວຂະຫຍາຍຕົວ. ພ້ອມນັ້ນ, ທ່ານເອກອັກຄະລັດຖະທູດ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ພ້ອມດ້ວຍພອນໄຊອັນປະເສີດ ແລະຄວາມຮັກແພງຖານເພື່ອນມິດຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ທ່ານ ນາງ Zuzana Čaputová ແລະ ຜ່ານທ່ານໄປຍັງລັດຖະບານ ແລະ ປະຊາຊົນສະໂລວາກີ ທຸກທົ່ວໜ້າ. ທ່ານເອກອັກຄະລັດຖະທູດ ຍັງໄດ້ນໍາເອົາຄໍາເຊື້ອເຊີນຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຖິງ ທ່ານປະທານາທິບໍດີສະໂລວາກີ ເພື່ອໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນໂອກາດທີ່ເໝາະສົມ.      ໂອກາດນີ້, ທ່ານ ນາງ Zuzana Čaputová ກໍໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ທ່ານຄອນເພັງ ທຳມະວົງ ໃນການມາດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ສປປ ລາວ ຄົນໃໝ່ປະຈຳ ສ ສະໂລວາກີ ແລະ ໄດ້ສະແດງຄວາມຂອບໃຈຕໍ່ຄໍາອວຍພອນ ແລະ ການເຊື້ອເຊີນຈາກປະທານປະເທດ ແຫ່ງ ສປປ ລາວ ພ້ອມທັງສົ່ງຄຳຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດມາຍັງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ, ລັດຖະບານ ແລະ ປະຊາຊົນລາວທຸກທົ່ວໜ້າ ແລະ ອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວຄົນໃໝ່ ປະຕິບັດໜ້າທີ່ການທູດຂອງຕົນດ້ວຍຜົນສຳເລັດ ໂດຍການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດໃຫ້ຂະຫຍາຍຕົວໃນຕໍ່ໜ້າ.

 

KPL

ຂ່າວອື່ນໆ

ads
ads

Top