ທົບທວນການຈັດປະຕີບັດ ກົດໝາຍວຽກງານ ກາແດງລາວ

21/03/2023 14:51
Email Print 1051
ຂປລ ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ອົງການກາແດງແຫ່ງຊາດລາວ ຈັດກອງປະຊຸມທົບທວນ ການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍ ວຽກງານກາແດງລາວ, ພ້ອມທາບທາມຮ່າງກົດໝາຍ ວ່າດ້ວຍກອງທຶນເລືອດ ແລະ ກົດໝາຍ ວ່າດ້ວຍກອງທຶນ ຊ່ວຍເຫລືອສຸກເສີນ ຢູ່ແຂວງສະຫວັນນະເຂດ

ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ອົງການກາແດງແຫ່ງຊາດລາວ ຈັດກອງປະຊຸມທົບທວນ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ວຽກງານກາແດງລາວ, ພ້ອມທາບທາມຮ່າງກົດໝາຍ ວ່າດ້ວຍກອງທຶນເລືອດ ແລະ ກົດໝາຍ ວ່າດ້ວຍກອງທຶນ ຊ່ວຍເຫລືອສຸກເສີນ ຢູ່ແຂວງສະຫວັນນະເຂດ ໂດຍມີ ທ່ານ ຫລິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ສິງ ເມໂນລາດ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາຫົວໜ້າຫ້ອງການ, ຫົວໜ້າກາແດງແຂວງ 9 ແຂວງ, ມີຜູ້ຕາງໜ້າຈາກກະຊວງຍຸຕິທຳ ແລະ ຜູ້ຕາງຫນ້າຈາກຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ພ້ອມດ້ວຍພະນັກງານວິຊາການ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ເພື່ອທົບທວນການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍວຽກງານກາແດງລາວ,  ເພື່ອຄົ້ນຄວ້າພິຈາລະນາຢ່າງກວ້າງຂວາງ, ຕາມມະຕິຕົກລົງ ຂອງກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 060/ສພຊ, ລົງວັນທີ 31 ຕຸລາ 2017 ແລະ ລັດຖະດຳລັດ ຂອງປະທານປະເທດ ກ່ຽວກັບການປະກາດໃຊ້ ກົດໝາຍວ່າດ້ວຍວຽກງານ ກາແດງລາວ ສະບັບເລກທີ 288/ປປທ, ລົງວັນທີ 8 ທັນວາ 2017, ພາຍຫລັງສະພາແຫ່ງຊາດຮັບຮອງໃນປີ 2017 ເຫັນວ່າຍັງມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດ ກົດໝາຍໃນບາງມາດຕາ ເຊິ່ງຈະຕ້ອງມີການປັບປຸງ ໃໝ່ໃຫ້ແທດເໝາະກັບ ເງື່ອນໄຂປັດຈຸບັນ ເພື່ອໃຫ້ສອດຄ່ອງກັບ ສະພາບເຫດການຕົວຈິງ. ກົດໝາຍກາແດງ ເປັນເຄື່ອງມືໃນການຈັດຕັ້ງປະຕີບັດ ການເຄື່ອນໄຫວວຽກງານມະນຸດສະທຳ ເຊິ່ງເປັນການຄຸ້ມຄອງ ການເຄື່ອນໄຫວວຽກງານກາແດງ ໃນຂົງເຂດວຽກງານຕ່າງໆ ເຊິ່ງປະກອບມີ 10 ພາກ 5 ໝວດ 65 ມາດຕາ ເພື່ອຮັບປະກັນ ຄວາມກຽມພ້ອມ ໃນການປ້ອງກັນຄຸ້ມຄອງ, ການຕອບໂຕ້ ແລະ ໃຫ້ການຊ່ວຍເຫລືອບັນເທົາທຸກຂັ້ນຕົ້ນ, ສົ່ງເສີມສຸຂະພາບ ປະຊາຊົນບັນດາເຜົ່າຂັ້ນພື້ນຖານ, ໃຫ້ການປະຖົມພະຍາບານ, ກູ້ໄພສຸກເສີນ, ປຸກ ລະດົມຂົນຂວາຍ ການບໍລິຈາກເລືອດ ແລະ ສະໜອງເລືອດທີ່ປອດໄພ, ໂຄສະນາຂົນຂວາຍແຫລ່ງທຶນ ສ້າງອາສາສະໝັກກາແດງ, ສືບທາວຫາຍາດພີ່ນ້ອງ, ສ້າງ ແລະ ສົ່ງເສີມຄຸນຄ່າ ດ້ານມະນຸດສະທຳ ແລະ ພົວພັນຮ່ວມມືສາກົນ ໂດຍບໍ່ຈຳແນກ ການປະຕິບັດ.

ນອກຈາກນັ້ນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ປະກອບຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍ ວ່າດ້ວຍກອງທຶນເລືອດ ແລະ ກົດໝາຍວ່າດ້ວຍ ກອງທຶນຊ່ວຍເຫລືອສຸກເສີນ, ທັງເປັນການຖອດຖອນ ບົດຮຽນໄປພ້ອມ, ແນໃສ່ຮັບປະກັນ ເຮັດໃຫ້ການຈັດຕັ້ງ ເຄື່ອນໄຫວຽກງານກາແດງ ໃຫ້ໄດ້ດໍາເດີນໄປຢ່າງຖືກຕ້ອງ, ສອດຄ່ອງ, ເໝາະສົມ ແລະ ເປັນຮູບປະທຳຕົວຈິງ, ທັງສອດຄ່ອງກັບແນວທາງນະໂຍ ບາຍ, ລັດຖະທໍາມະນູນ, ກົດໝາຍ, ແຜນພັດທະນາ ເສດຖະກິດ ແຫ່ງຊາດ, ຍຸດທະສາດ ແລະ ແຜນພັດທະນາກ່ຽວກັບ ວຽກງານການແດງລາວ; ເປັນການຜັນຂະຫຍາຍກົດໝາຍວ່າດ້ວຍ ວຽກງານກາແດງ ປີ 2017, ມາດຕາ 49 ໃນການກໍານົດລະບຽບການຄຸ້ມຄອງ ແລະ ສ້າງຕັ້ງກອງທຶນ ຊ່ວຍເຫລືອສຸກເສີນ ແລະ ກອງທຶນເລືອດ ເພື່ອສະໜອງໃນກໍລະນີ ເກີດໄພພິບັດ ແລະ ສະໜອງເລືອດທີ່ປອດໄພ, ທັງເປັນການສະໜັບສະໜູນອາສາສະໝັກ, ຜູ້ປະສົບໄພ ໃຫ້ໄດ້ຮັບການຊ່ວຍເຫລືອ ບັນເທົາທຸກຢ່າງທັນການ, ຄົນເຈັບໄດ້ຮັບເລືອດທີ່ພຽງພໍ, ປອດໄພ ແລະ ທັນເວລາ; ຮັບປະກັນ ການຈັດຕັ້ງປະຕິບັດໃຫ້ໄປ ຕາມແຜນການ, ແຜນງານ, ໂຄງການ ໃຫ້ມີຄວາມວ່ອງໄວ, ຍຸຕິທໍາ ແລະ ໂປ່ງ​ໄສ.

KPL

ຂ່າວອື່ນໆ

ads
ads

Top