ຂປລ
ປະລິມານ ການນຳໃຊ້ໄຟຟ້າ ຂອງ ປະເທດ ເພີ່ມຂຶ້ນ ຢ່າງຫລວງຫລາຍ ໃນເດືອນກຸມພາ.

ຂປລ.ສຳນັກຂ່າວ ຊິນຮວາຂອງ ສປຈີນ, ວັນທີ 16 ເດືອນມີນາ, ສຳນັກບໍລິຫານ ພະລັງງານ ແຫ່ງຊາດ ຈີນ ລາຍງານວ່າ: ປະລິມານ ການນຳໃຊ້ໄຟຟ້າ ຂອງ ປະເທດ ເພີ່ມຂຶ້ນ ຢ່າງຫລວງຫລາຍ ໃນເດືອນກຸມພາ. ໃນຂະນະທີ່ ການແພ່ລະບາດ ຂອງ ພະຍາດໂຄວິດ-19 ໄດ້ຫລຸດລົງ ແລະ ເສດຖະກິດ ຂອງປະເທດນີ້ ໄດ້ເລີ່ມຟື້ນຕົວຂຶ້ນ ຢ່າງຕໍ່ເນື່ອງ.ໂດຍສະເພາະ ເດືອນກຸມພາ ການນຳໃຊ້ ໄຟຟ້າ ທັງໝົດ ຂອງຈີນ ລວມມີ 6,95 ແສນລ້ານກິໂລວັດ ຕໍ່ຊົ່ວໂມງ, ເພີ່ມຂຶ້ນ 11%. ສ່ວນການ ໃຊ້ໄຟຟ້າ ຄົວເຮືອນ ເພີ່ມຂຶ້ນ9,2%. ນອກນັ້ນ, ການນຳໃຊ້ ໄຟຟ້າຂອງ ຈີນ ໃນໄລຍະເດືອນ ມັງກອນ-ເດືອນກຸມພາ ລວມມີ 1,38 ພັນຕື້ກິໂລວັດ ຕໍ່ຊົ່ວໂມງ, ເພີ່ມຂຶ້ນ 2,3% ເມື່ອທຽບໃສ່ປີຕໍ່ປີ./.
KPL