ມອບ-ຮັບຊົ່ວຄາວອາຄານໂຮງຮຽນສາທິດ ວິທະຍາໄລຄູ ດົງຄຳຊ້າງ

28/02/2023 15:17
Email Print 2571
ຂປລ ຂປລ. ພິທີມອບ-ຮັບຊົ່ວຄາວ ອາຄານໂຮງຮຽນສາທິດ ວິທະຍາໄລຄູ ດົງຄຳຊ້າງ ຈັດ​ຂຶ້ນ​ໃນວັນທີ 27 ພຶດສະພາ 2023 ພາຍຫລັງລົງມືກໍ່ສ້າງ ນັບແຕ່ວັນທີ 1 ມີນາ 2022 ເປັນຕົ້ນມາ ຊຶ່ງມີໄລຍະເວລາ ໃນການກໍ່ສ້າງຕາມສັນຍາແມ່ນ 15 ເດືອນ, ​ແຕ່ຜ່ານ​ການຈັດ​ຕັ້ງປະຕິບັດ ​ໃຊ້​ເວລາ 12 ​ເດືອນ​ແມ່ນ​ໄດ້ກໍ່ສ້າງສຳເລັດແລ້ວ 100%.

ຂປລ. ພິທີມອບ-ຮັບຊົ່ວຄາວ ອາຄານໂຮງຮຽນສາທິດ ວິທະຍາໄລຄູ ດົງຄຳຊ້າງ ຈັດ​ຂຶ້ນ​ໃນວັນທີ 27 ພຶດສະພາ 2023 ພາຍຫລັງລົງມືກໍ່ສ້າງ ນັບແຕ່ວັນທີ 1 ມີນາ 2022 ເປັນຕົ້ນມາ ຊຶ່ງມີໄລຍະເວລາ ໃນການກໍ່ສ້າງຕາມສັນຍາແມ່ນ 15 ເດືອນ, ​ແຕ່ຜ່ານ​ການຈັດ​ຕັ້ງປະຕິບັດ ​ໃຊ້​ເວລາ 12 ​ເດືອນ​ແມ່ນ​ໄດ້ກໍ່ສ້າງສຳເລັດແລ້ວ 100%.

ທ່ານ ຈັນລະຄອນ ວົງສະຜ່າຍ ປະທານບໍລິສັດ ໂຊກໄຊຊະນະ ກໍ່ສ້າງ ຈຳກັດຜູ້ດຽວ, ຜູ້ຮັບເໝົາ ​ໄດ້ໃຫ້ຮູ້ວ່າ: ໂຄງການກໍ່ສ້າງອາຄານໂຮງຮຽນສາທິດ ວິທະຍາໄລຄູ ດົງຄຳຊ້າງ ພາຍໃຕ້ໂຄງການປັບປຸງວິທະຍາໄລຄູ ໃນ ສປປ ລາວ ແມ່ນໂຄງການໜຶ່ງທີ່ສຳຄັນ, ເປັນໂຄງການທີ່ຕ້ອງໄດ້ ນຳໃຊ້ປະສົບການ ແລະ ເຕັກນິກສູງເຂົ້າໃນການກໍ່ສ້າງ ​ເຊິ່ງ​ໄດ້ລົງມືກໍ່ສ້າງ ນັບແຕ່ວັນທີ 1 ມີນາ 2022 ເປັນຕົ້ນມາ ຊຶ່ງມີໄລຍະເວລາ ໃນການກໍ່ສ້າງຕາມສັນຍາແມ່ນ 15 ເດືອນ ແຕ່ມາຮອດມື້ນີ້ ການກໍ່ສ້າງແມ່ນໄດ້ສຳເລັດແລ້ວ 100% ໂດຍໃຊ້ເວລາພຽງ 12 ເດືອນເທົ່ານັ້ນ ​ໂດຍໜ້າວຽກທີ່ບໍລິສັດ ໄດ້ຮັບເໝົາກໍ່ສ້າງ ປະກອບມີ ຕຶກອາຄານອະນຸບານ ຊັ້ນດຽວ 1 ຫລັງ, ຕຶກອາຄານ ປະຖົມສຶກສາ 2 ຊັ້ນ 1 ຫລັງ, ຕຶກອາຄານມັດ ທະຍົມສຶກສາ 2 ຊັ້ນ 1 ຫລັງ, ຫ້ອງນ້ຳປະຖົມສຶກສາ 1 ຫລັງ, ຕຶກຫ້ອງນ້ຳມັດທະຍົມສຶກສາ 1 ຫລັງ ແລະ ສະໜອງອຸປະກອນເຟີນິເຈີຄົບຊຸດ ​ແລະ ພ້ອມມອບໃຫ້ກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ເຈົ້າຂອງໂຄງການ ຢ່າງເປັນທາງການ ​ເພື່ອມອບຕໍ່ໃຫ້ວິທະຍາໄລຄູ ດົງຄຳຊ້າງ ເປັນຜູ້ຊົມໃຊ້, ຄຸ້ມຄອງ, ປົກປັກຮັກສາ ແລະ ນຳໃຊ້ໃຫ້ກຸ້ມຄ່າຖືກຕ້ອງ ຕາມວັດຖຸປະສົງຂອງໂຄງການ.

ໂອກາດນີ້, ທ່ານ ນາງ ດາລາວອນ ກິດຕິພັນ ຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ ​ໄດ້ກ່າວວ່າ: ເຖິງວ່າໃນມື້ນີ້, ຈະເປັນການມອບ-ຮັບຊົ່ວຄາວກໍຕາມ ແຕ່ໂດຍພື້ນຖານ ກໍແມ່ນສາມາດນຳໃຊ້ອາຄານຮຽນ ໄດ້ເປັນປົກກະຕິແລ້ວ ສະນັ້ນ, ຮຽກຮ້ອງໃຫ້ຄະນະນຳ ວິທະຍາໄລຄູດົງຄຳຊ້າງ, ຄູ-ອາຈານ ແລະ ນ້ອງນັກຮຽນ-ນັກສຶກສາ ຈົ່ງເອົາໃຈໃສ່ຊ່ວຍກັນປົກປັກ ຮັກສາອາຄານຮຽນ, ຫ້ອງຮຽນ ແລະ ເຟີນິເຈີ ທີ່ໄດ້ຮັບການຊ່ວຍເຫລືອໃນຄັ້ງນີ້ ໃຫ້ຢູ່ໃນສະພາບທີ່ດີ, ສະອາດ, ຈົບງາມ ແລະ ນຳໃຊ້ໃຫ້ຄຸ້ມຄ່າ ຖືກຕ້ອງຕາມຈຸດປະສົງຂອງໂຄງການ. ​ເຖິງຢ່າງໃດກໍຕາມ, ໃນໄລຍະຮັບປະກັນ 1 ປີ ມອບໃຫ້ຄະນະຮັບຜິດຊອບ ໂຄງການຂັ້ນວິທະຍາໄລຄູ ສົມທົບກັບກອງເລຂາ ໜ່ວຍງານຄຸ້ມຄອງ ໃຫ້ມີການຕິດຕາມ, ກວດກາສະພາບອາຄານຮຽນແຕ່ລະຫລັງ ແລະ ລາຍງານໃຫ້ກົມສ້າງຄູຊາບ ແຕ່ລະໄລຍະ ຈົນໄດ້ຮັບການ ມອບ-ຮັບຢ່າງຖາວອນ.
KPL

ຂ່າວອື່ນໆ

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

    • ຄອລ ສະຫລຸບຜົນງານການເຄື່ອນໄຫວວຽກງານ ປີ 2024ສຶກສາ-ກິລາ

      ຄອລ ສະຫລຸບຜົນງານການເຄື່ອນໄຫວວຽກງານ ປີ 2024

      1/22/2025 4:01:41 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ຄະນະກຳມະການ ໂອແລັມປິກແຫ່ງຊາດລາວ (ຄອລ) ຈັດປະຊຸມສະຫລຸບຜົນງານ ການເຄື່ອນໄຫວທີ່ພົ້ນເດັ່ນ ປະຈຳປີ 2024 ແລະ ວາງທິດທາງແຜນການ ປີ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທັງເປັນປະທານ ຄອລ, ມີຄະນະບໍລິຫານງານ ຄອລ ພ້ອມດ້ວຍປະທານສະຫະພັນກິລາແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ມູນນິທິພັດທະນາລ້ານຊ້າງ-ແມ່ຂອງ ມອບເຄື່ອງຊ່ວຍເຫລືອໃຫ້ ກະຊວງ ສສກສຶກສາ-ກິລາ

      ມູນນິທິພັດທະນາລ້ານຊ້າງ-ແມ່ຂອງ ມອບເຄື່ອງຊ່ວຍເຫລືອໃຫ້ ກະຊວງ ສສກ

      1/22/2025 3:56:00 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ມູນນິທິພັດທະນາລ້ານຊ້າງ-ແມ່ຂອງ ມອບອຸປະກອນການຮຽນ ແລະ ເຄື່ອງນຸ່ງຫົ່ມ ທີ່ໄດ້ຈາກການລະດົມຂອງ 6 ພາກສ່ວນຈາກ ສປ ຈີນ ໃຫ້ກະຊວງສຶກສາທິການ ແລະ ກິລາ ສປປ ລາວ (ສສກ) ລວມມູນຄ່າ 90 ລ້ານກວ່າກີບ ເພື່ອນໍາໄປມອບຕໍ່ໃຫ້ບັນດາ ສະຖານການສຶກສາ ໃນຂອບເຂດທົ່ວປະເທດ ໂດຍສະເພາະ ບັນດາໂຮງຮຽນທີ່ຢູ່ຫ່າງໄກສອກຫລີກ ແລະ ພາກສ່ວນທີ່ຖືກຜົນກະທົບ ໄພພິບັດນໍ້າຖ້ວມ ຢູ່ ສປປ ລາວ

    • ຢູນິເທວ ມອບທຶນຊ່ວຍເຫລືອ ແລະ ອຸປະກອນການສຶກສາ ໃຫ້ໂຮງຮຽນ ມຕ ມູຈີ່ຫ້ວຍສານ ສຶກສາ-ກິລາ

      ຢູນິເທວ ມອບທຶນຊ່ວຍເຫລືອ ແລະ ອຸປະກອນການສຶກສາ ໃຫ້ໂຮງຮຽນ ມຕ ມູຈີ່ຫ້ວຍສານ

      1/14/2025 4:42:27 PM

      ຂປລ. ບໍລິສັດ ສະຕາໂທລະຄົມ (ຢູນິເທວ) ໄດ້ມອບທຶນໃນການຊ່ວຍເຫລືອ ໂຮງຮຽນ ມຕ ມູຈີ່ຫ້ວຍສານ ເມືອງບຸນໃຕ້ ແຂວງຜົ້ງສາລີ ຫລາຍກວ່າ 170 ລ້ານກີບ ພາຍໃຕ້ໂຄງການ “ໃຫ້ດ້ວຍຄວາມຮັກ ຮັບດ້ວຍຄວາມສຸກ” ເພື່ອສ້ອມແປງໂຮງຮຽນ, ຊ່ວຍເຫລືອການນຳເອົາ ນໍ້າສະອາດເຂົ້າໂຮງຮຽນ, ຊື້ດອກໄຟໂຊລ່າເຊວ ເພື່ອຕິດຕັ້ງໃຫ້ຫໍພັກນັກຮຽນ ພ້ອມທັງອຸປະກອນການສຶກສາຕ່າງໆ ລວມທັງເຄື່ອງນຸ່ງຫົ່ມທັງໃໝ່-ເກົ່າ ໃຫ້ນ້ອງນັກຮຽນ ແລະ ປະຊາຊົນທີ່ຂາດແຄນໃນໄລຍະທີ່ອາກາດໜາວ ຢູ່ບ້ານຈີ່ຫ້ວຍສານ, ບ້ານນ້ຳຂຸ້ນ ແລະ ບ້ານນາມາກ.

    • ຮວຜທ ຈັດກອງປະຊຸມສະພາສອບເສັງ ພາກຮຽນທີ I ສົກຮຽນ 2024-2025ສຶກສາ-ກິລາ

      ຮວຜທ ຈັດກອງປະຊຸມສະພາສອບເສັງ ພາກຮຽນທີ I ສົກຮຽນ 2024-2025

      1/10/2025 2:52:03 PM

      ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມສະພາສອບເສັງ ພາກຮຽນ ທີ I ປະຈຳສົກຮຽນ 2024-2025 ໃນວັນທີ 9 ມັງກອນ 2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະຫ້ອງ 4 ຫ້ອງ, 2 ກອງພັນ ຕະຫລອດຮອດພະນັກງານ-ນັກຮົບ ແລະ ນ້ອງນັກຮຽນທົ່ວໂຮງຮຽນ ເຂົ້າຮ່ວມ.

ads
ads

Top