ຫາລືການຄຸ້ມຄອງນຳໃຊ້ ທີ່ດິນປ່າໄມ້ ແລະ ກວດກາຊັບພະຍາກອນທຳມະຊາດ

02/02/2023 14:44
Email Print 692
ຂປລ ຂປລ. ກະຊວງ ກະສິກຳ ແລະ ປ່າໄມ້ ຮ່ວມກັບ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ ທີ່ດິນປ່າໄມ້, ດິນກະສິກຳ, ດິນບໍລິເວນນ້ຳ, ການກວດກາຊັບພະຍາກອນທຳມະຊາດ ແລະ ການຈັດຕັ້ງປະຕິບັດສັນຍາສາກົນ

 

  ຂປລ. ກະຊວງ ກະສິກຳ ແລະ ປ່າໄມ້ ຮ່ວມກັບ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ ທີ່ດິນປ່າໄມ້, ດິນກະສິກຳ, ດິນບໍລິເວນນ້ຳ, ການກວດກາຊັບພະຍາກອນທຳມະຊາດ ແລະ ການຈັດຕັ້ງປະຕິບັດສັນຍາສາກົນ ດ້ານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນວັນທີ 1 ກຸມພາ 2023 ໂດຍການເປັນປະທານຮ່ວມຂອງ ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງ ກະສິກຳ ແລະ ປ່າໄມ້ ແລະ ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີບັນດາຫົວໜ້າກົມ, ຮອງກົມ ແລະ ວິຊາການ ທີ່ກ່ຽວຂອງທັງສອງຝ່າຍ ເຂົ້າຮ່ວມ. ເພື່ອປຶກສາຫາລື ການເຮັດວຽກຮ່ວມກັນ ໃນການຈັດສັນດິນກະສິກໍາ, ດິນປ່າໄມ້ ແລະ ອອກໃບຕາດິນ ໂດຍສອງກະຊວງແຕ່ງຕັ້ງຄະນະຮ່ວມກັນ, ວາງແຜນ ແລະ ເຮັດວຽກຮ່ວມກັນ ແລະ ນໍາໃຊ້ງົບປະມານ ທີ່ສອງກະຊວງມີ ໃຫ້ເກີດປະໂຫຍດສູງສຸດ ເພື່ອໃຫ້ສາມາດອອກໃບຕາດິນ ໃຫ້ໄດ້ຕາມຄາດໝາຍ 400.000 ຕອນ ທີ່ສະພາໄດ້ຕົກລົງແລ້ວ.
  ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງລາຍງານກ່ຽວກັບ ວຽກງານການຂຶ້ນທະບຽນອອກໃບຕາ ດິນ
, ການຄຸ້ມຄອງ ແລະ ນຳໃຊ້ດິນປ່າໄມ້, ດິນກະສິກຳ, ການລາຍງານກ່ຽວກັບ ດິນບໍລິເວນນ້ຳ ແລະ ວຽກງານຊີວະນາໆພັນ ​ແລະ ລາຍງານກ່ຽວກັບ ການຄຸ້ມຄອງ ແລະ ນຳໃຊ້ດິນ 3 ປະເພດປ່າ ແລະ ດິນບໍລິເວນນ້ຳ, ລາຍງານ ກ່ຽວກັບວຽກງານການຄຸ້ມຄອງ ແລະ ນຳໃຊ້ທີ່ດິນກະສິກຳ. ພ້ອມນີ້, ຜູ້ເຂົ້າຮ່ວມທັງສອງພາກສ່ວນ ຍັງໄດ້ປະກອບຄໍາເຫັນ ແລກປ່ຽນເຊິ່ງກັນ ແລະ ກັນ ໂດຍອີງໃສ່ພາລະບົດບາດ, ສະພາບຄວາມເປັນຈິງ, ລະບຽບກົດໝາຍ ແລະ ໜ້າທີ່ການເມືອງ ເພື່ອໃຫ້ຄວາມເປັນເອກກະພາບກັນໃນຫລາຍດ້ານ.
  ໂອກາດດຽວກັນ
, ຄະນະປະທານທັງສອງກະຊວງ ກໍໄດ້ ຊີ້ນຳບັນດາກົມກອງ, ວິຊາການ ສືບຕໍ່ປະສານສົມທົບ ເພື່ອພ້ອມກັນປຶກສາຫາລື ແລະ ເຮັດວຽກຮ່ວມກັນຢ່າງເປັນປະຈຳ, ມີການຕິດຕາມ, ກວດກາ ແລະ ປະເມີນ ການເຮັດວຽກ ໂດຍໃຫ້ ມີການສ້າງຕັ້ງ ຄະນະເຮັດວຽກຮ່ວມ ແລະ ກຳນົດແຜນດຳເນີນງານ ແລະ ສ້າງນິຕິກຳຮ່ວມກັນ ລະຫວ່າງ ສອງກະຊວງໃຫ້ມີຄວາມໂລ່ງລ່ຽນ ແລະ ເອກະພາບກັນ ໃນການຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຕົນໃຫ້ສອດຄ່ອງຕາມລະບຽບກົດໝາຍ ເພື່ອໃຫ້ວຽກງານມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນ.

ຂໍ້ມູນ: ກະຊວງກະສິກຳ ແລະ ປ່າໄມ້

KPL

ຂ່າວອື່ນໆ

ads
ads

Top