ທູດລາວ ເຂົ້າ​ອວຍພອນ​ຄະນະພົວພັນ​ ຕ່າງປະ​ເທດ ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ

02/02/2023 14:32
Email Print 581
ຂປລ ຂປລ. ວັນທີ 1 ກຸມພາ 2023 ນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິ ສາມັນ​ຜູ້​ມີ​ອຳນາດ​ເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະ ໄດ້ເຂົ້າອວຍພອນ​ຄະ ນະພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ເນື່ອງໃນ​ໂອກາດ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ

 

  ຂປລ. ວັນທີ 1 ກຸມພາ 2023 ນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິ ສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະ ໄດ້ເຂົ້າອວຍພອນຄະ ນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 93 ປີ (3/2/1930-3/2/2023) ໂດຍໄດ້ຮັບການຕ້ອນຮັບຈາກ ສະຫາຍ ນາງ ຫງວຽນ ທິ ຮວ່າງ ເວິນ ຮອງຫົວໜ້າຜູ້ປະຈໍາຄະນະພົວພັນ ຕ່າງປະເທດສູນກາງພັກກອມມູນິດຫວຽດນາມ.
  ໂອກາດ
ນີ້ ສະຫາຍ ນາງ ຫງວຽນ ທິ ຮວ່າງ ເວິນ ຮອງຫົວໜ້າຜູ້ປະຈໍາຄະນະພົວພັນຕ່າງປະ ເທດສູນກາງພັກກອມມູນິດຫວຽດນາມ ໄດ້ສະແດງຄວາມຂອບໃຈ ສະຫາຍ ແສງເພັດ ຮຸ່ງບຸນຍວງ ທີ່ໄດ້ນຳພາຄະນະ ມາອວຍພອນ​ໂອກາດວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 93 ປີ ຊຶ່ງເປັນການສະແດງໃຫ້ເຫັນເຖິງຄວາມສະໜິດສະໜົມຢ່າງໃກ້ຊິດ ຖານສະຫາຍອ້າຍນ້ອງ ໃນຄອບຄົວດຽວກັນຂອງສອງປະເທດ ແລະ ທັງເປັນການເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ,  ສອງລັດ ແລະ ປະຊາຊົນຂອງສອງປະເທດ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ.
   ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ກໍໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານອັນໃຫຍ່ຫລວງ, ຮອບດ້ານ, ​ເລິກເຊິ່ງ ທີ່ຕະຫລອດໄລຍະ 93 ປີ ຜ່ານມາ, ພັກກອມມູນິດຫວຽດນາມ ໄດ້ນຳພາປະຊາຊົນຫວຽດນາມອ້າຍນ້ອງ ຕໍ່ສູ້ຢ່າງພິລະອາດຫານ ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນ ແລະ ຈັກກະພັດ ເພື່ອຍາດເອົາເອກະລາດແຫ່ງຊາດ ໃນຫລາຍທົດສະວັດ ແລະ ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ, ທ້ອນໂຮມປະເທດຊາດ ໃນວັນທີ 30 ເມສາ 1975 ຢ່າງສະຫງ່າອົງອາດ, ພັກກອມມູນິດຫວຽດນາມ ສືບຕໍ່ນຳພາປະຊາຊົນ ທັງຊາດ ດຳເນີນສອງພາລະກິດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
  ພ້ອມ
ນັ້ນ, ສະຫາຍເອກອັກຄະລັດຖະທູດ ກໍຍັງໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ທີ່ປະທານໂຮ່ຈີ່ມິງປະທານ ໄກສອນ ພົມວິຫານປະທານ ສຸພານຸວົງ ທີ່ແສນເຄົາລົບຮັກຂອງປະຊາຊົນລາວ ແລະ ຫວຽດນາມ ກໍຄື ບັນດາຮຸ່ນການນຳຕ່າງໆ ຂອງສອງພັກສອງລັດ ແລະ ປະຊາຊົນສອງປະເທດ ໄດ້ເພີ່ມພູນຄູນສ້າງ ແລະ ຮັກສາໄວ້ ໃຫ້ຮຸ່ນຄົນຕໍ່ໄປສືບຕໍ່ຖະນຸຖະໜອມ ໃຫ້ນັບມື້ຈົ່ງຂຽວສົດງົດງາມ ໝັ້ນຄົງຂະໜົງແກ່ນ ຕະຫລອດໄປ. 
  ຂ່າວ-ພາບ: ສະຖານທູດລາວທີ່ຮ່າໂນ້ຍ ສສ ຫວຽດນາມ


 

KPL

ຂ່າວອື່ນໆ

ads
ads

Top