ປີ​ນີ້ ສປປ ລາວ ຈະສູ້ຊົນດຶງດູດນັກທ່ອງທ່ຽວ ພາກພື້ນ ແລະ ສາກົນ ໃຫ້ໄດ້ 1,4 ລ້ານເທື່ອຄົນ

23/01/2023 15:57
Email Print 1091
ຂປລ ຂປລ. ສປປ ລາວ ວາງຄາດໝາຍສູ້ຊົນ ດ້ານວຽກງານທ່ອງທ່ຽວ ໃນປີ 2023 ​ໂດຍຈະສູ້ຊົນດຶງດູດນັກທ່ອງທ່ຽວພາກພື້ນ ແລະ ສາກົນ ໃຫ້ໄດ້ 1,4 ລ້ານເທື່ອຄົນ ແລະ ສ້າງລາຍຮັບໃຫ້ໄດ້ 340 ລ້ານໂດລາສະຫະລັດ ສະເລ່ຍໄລຍະພັກເຊົາ 7 ວັນ ຕໍ່ຄົນ. ພ້ອມນີ້, ຈະສູ້ຊົນສົ່ງເສີມນັກທ່ອງທ່ຽວພາຍໃນ “ລາວທ່ຽວລາວ”

 

  ຂປລ. ສປປ ລາວ ວາງຄາດໝາຍສູ້ຊົນ ດ້ານວຽກງານທ່ອງທ່ຽວ ໃນປີ 2023 ​ໂດຍຈະສູ້ຊົນດຶງດູດນັກທ່ອງທ່ຽວພາກພື້ນ ແລະ ສາກົນ ໃຫ້ໄດ້ 1,4 ລ້ານເທື່ອຄົນ ແລະ ສ້າງລາຍຮັບໃຫ້ໄດ້ 340 ລ້ານໂດລາສະຫະລັດ ສະເລ່ຍໄລຍະພັກເຊົາ 7 ວັນ ຕໍ່ຄົນ. ພ້ອມນີ້, ຈະສູ້ຊົນສົ່ງເສີມນັກທ່ອງທ່ຽວພາຍໃນ “ລາວທ່ຽວລາວໃຫ້ໄດ້ 1,2 ລ້ານເທື່ອຄົນ ສ້າງລາຍຮັບໄດ້ 1,3 ຕື້ກີບ ສະເລ່ຍໄລຍະພັກເຊົາ 2 ​ວັນ ຕໍ່ຄົນ ໂດຍມີການປະສານສົມທົບລະຫວ່າງພາກລັດ ແລະ ພາກທຸລະກິດໃນການສ້າງກິດຈະກໍາການທ່ອງທ່ຽວ.
  ຂໍ້ມູນດັ່ງກ່າວໄດ້ຮັບ​ການລາຍງານຈາກ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະ ແຫລງຂ່າວ
, ວັດທະນະທຳ ແລະ ທ່ອງທ່ຽວ ໃນກອງປະຊຸມສະຫລຸບວຽກງານ ຖວທ ທົ່ວປະເທດ ປະຈຳປີ 2022 ແລະ ວາງທິດທາງແຜນການປີ 2023, ໃນວັນທີ 23 ມັງກອນ 2023 ທີ່ຫໍວັດ ທະນະທຳແຫ່ງຊາດ ​ແລະ ທ່າ​ນ ຍັງ​ໃຫ້​ຮູ້​ອີກ​ວ່າ: ພ້ອມກັນນີ້, ກະຊວງ ຖວທ ຈະສູ້ຊົນປັບປຸງແຜນຍຸດທະສາດການທ່ອງທ່ຽວແບບອະນຸລັກຂອງ ສປປ ລາວ (Lao National Ecotourism Stragety) ສໍາລັບປີ 2023-2030 ໃຫ້ສໍາເລັດ ແລະ ສົມທົບກັບພາກສ່ວນກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນໃນການວາງແຜນພັດທະນາການທ່ອງທ່ຽວ ແລະ ສຳ​ຫລວດ, ຈັດ​ສັນກໍານົດຂອບເຂດ, ປັກຫລັກໝາຍ ແລະ ອອກໃບຢັ້ງຢືນຂອບເຂດ​ແຫລ່ງທ່ອງ​ທ່ຽວ​ໃຫ້​ໄດ້ 5 ​ແຫ່ງ; ສູ້ຊົນປັບປຸງບັນດາເມືອງທ່ອງທ່ຽວໃຫ້ໄດ້ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນໃຫ້ໄດ້ 03 ແຫ່ງ.
   ນອກຈາກນີ້
, ຈະພ້ອມກັນສູ້ຊົນປັບປຸງຄຸນນະພາບເຮືອນພັກແຮມປະຊາຊົນ ແລະ ການທ່ອງ ທ່ຽວແບບ​ປະຊາຊົນ​ມີ​ສ່ວນ​ຮ່ວມ ໃຫ້​ໄດ້ມາດຕະຖານ ສປປ ລາວ ແລະ ມາດຕະຖານອາຊຽນ ໃຫ້ໄດ້ 2 ແຫ່ງ ເພື່ອກະກຽມສະເໜີຮັບລາງວັນມາດຕະຖານລະດັບອາຊຽນ.

ຂ່າວ: ມະນີທອນ

ພາບ: ຂັນ​ໄຊ

KPL

ຂ່າວອື່ນໆ

ads
ads

Top