ອິນເດຍ ຍົກເລີກມາດຕະການຫ້າມສົ່ງອອກເຂົ້າ

01/12/2022 17:08
Email Print 810
ຂປລ ລັດຖະບານ​ອິນ​ເດຍ ປະກາດ​ ຍົກ​ເລີກ​ ຄຳ​ສັ່ງ ຫ້າມ​ສົ່ງ​ອອກ​ເຂົ້າ ປອດ​ສານ​ພິດ (organic) ລວມທັງ ​ເຂົ້າຫັກ​ ຫລັງ​ຈາກ ບັງຄັບ​ໃຊ້ ຄຳ​ສັ່ງ​ ດັ່ງ​ກ່າວ​​ ​ເປັນ​ເວລາ 3 ​ເດືອນ​ແລ້ວ

ຂປລ.ສຳນັກ​ຂ່າວ​ ຊິນ​ຮວາ, ສຳນັກງານ​ ການ​ຄ້າ​ ຕ່າງປະ​ເທດ​ ອິນ​ເດຍ ລະບຸ​ວ່າ: ລັດຖະບານ​ອິນ​ເດຍ ປະກາດ​ ຍົກ​ເລີກ​  ຄຳ​ສັ່ງ ຫ້າມ​ສົ່ງ​ອອກ​ເຂົ້າ ປອດ​ສານ​ພິດ (organic) ລວມທັງ ​ເຂົ້າຫັກ​ ຫລັງ​ຈາກ ບັງຄັບ​ໃຊ້ ຄຳ​ສັ່ງ​ ດັ່ງ​ກ່າວ​​ ​ເປັນ​ເວລາ 3 ​ເດືອນ​ແລ້ວ ​ໂດຍເລີ່​ມ ມີ​ຜົນ​ ບັງຄັບ​ໃຊ້​ ນັບແຕ່​ວັນ​ທີ 1 ທັນວາ​ນີ້. ອິນເດຍ ຫ້າມສົ່ງອອກເຂົ້າ ​ເພື່ອຮັບປະກັນ ການສະໜອງເຂົ້າ ໃຫ້ພຽງພໍກັບ ຄວາມຕ້ອງການ ພາຍໃນປະ​ເທດ ທ່າມກາງ ຄວາມເປັນຫ່ວງວ່າ ຈະຜະເຊີນກັບ ການຂາດແຄນເຂົ້າ ຫລັງຈາກ ການ​ຜະລິດ ຫລຸດ​ລົງ. ນອກນີ້, ລັດຖະບານ ອິນ​ເດຍ ຍັງໄດ້ເກັບພາສີ ສົ່ງອອກເຂົ້າ 20% ສຳລັບ ​ແນວ​ພັນ ​ເຂົ້າປອດ​ສານພິດ  ​ເພື່ອ​ເພີ່ມ​ ປະລິມານ​ ການ​ສະໜອງ​ເຂົ້າ​ ໃນ​ທົ່ວ​ປະ​ເທດ./. (ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top