ສປ ຈີນ ບັນລຸການພັດທະນາ ຄວາມກ້າວໜ້າກັບ ບັນດາປະເທດ ໃນອາຊີໃຕ້

24/11/2022 17:52
Email Print 399
ຂປລ ສປ ຈີນ ຍິນດີ ຮ່ວມກັບ ບັນດາ ປະເທດ ໃນອາຊີໃຕ້ ສ້າງໜຶ່ງແລວ ໜຶ່ງເສັ້ນທາງ ຢ່າງມີ ຄຸນນະພາບສູງ, ຊຸກຍູ້ ປະຕິບັດ ຂໍ້ລິເລີ່ມ ການພັດທະນາ ທົ່ວໂລກ ແລະ ຂໍ້ລິເລີ່ມ ດ້ານຄວາມໝັ້ນຄົງ ຂອງທົ່ວໂລກ, ບັນລຸ ການພັດທະນາ ແລະ ຄວາມກ້າວໜ້າ ໄປພ້ອມກັນ

ຂປລ.ຕາມຂ່າວຈາກ ວິທະຍຸສາກົນ ແຫ່ງ ສປ ຈີນ, ວັນທີ23 ພະຈິກນີ້ ສປ ຈີນ ຍິນດີ ຮ່ວມກັບ ບັນດາ ປະເທດ ໃນອາຊີໃຕ້ ສ້າງໜຶ່ງແລວ ໜຶ່ງເສັ້ນທາງ ຢ່າງມີ ຄຸນນະພາບສູງ, ຊຸກຍູ້ ປະຕິບັດ ຂໍ້ລິເລີ່ມ ການພັດທະນາ ທົ່ວໂລກ ແລະ ຂໍ້ລິເລີ່ມ ດ້ານຄວາມໝັ້ນຄົງ ຂອງທົ່ວໂລກ, ບັນລຸ ການພັດທະນາ ແລະ ຄວາມກ້າວໜ້າ ໄປພ້ອມກັນ ພາຍຫລັງ ທ່ານ ຈ້າວ ລີ້ຈ່ຽນ, ໂຄສົກ ກະຊວງ ການຕ່າງປະເທດ ສປ ຈີນ ເປີດເຜີຍວ່າ: ງານວາງສະແດງ ສິນຄ້າຈີນ-ອາຊີໃຕ້ ຄັ້ງທີ6 ແມ່ນເວທີ ສຳຄັນ ທີ່ ສປ ຈີນ ກັບບັນດາ ປະເທດ ໃນອາຊີໃຕ້ ດຳເນີນ ກິດຈະກຳ ທາງການທູດ ຫລາຍຝ່າຍ, ການຮ່ວມມື ເສດຖະກິດ ການຄ້າ ແລະ ການແລກປ່ຽນ ດ້ານວັດທະນະທຳ ຫລັງຈາກ ສປ ຈີນ ກັບບັນດາ ປະເທດ ໃນອາຊີໃຕ້ ເປັນບ້ານໃກ້ ເຮືອນຄຽງ ທີ່ດີ ແລະ ຄູ່ຮ່ວມ ພັດທະນາ ເຊິ່ງກັນ ແລະ ກັນ ພາຍໃນປີ 2021 ມີມູນຄ່າ ການຄ້າ ລະຫວ່າງ ສປ ຈີນ ກັບປະເທດ ໃນອາຊີໃຕ້ ບັນລຸເຖິງ 187,5 ຕື້ໂດລາ ສະຫະລັດ ເພີ່ມຂຶ້ນ 50 ຕື້ກວ່າ ໂດລາ ສະຫະລັດ ເມື່ອທຽບໃສ່ປີ 2019 ທີ່ຍັງບໍ່ທັນເກີດ ການ ແພ່ລະບາດ ຂອງພະຍາດ ໂຄວິດ-19 ແລະ ໄດ້ເພີ່ມຂຶ້ນ ເກືອບ 1 ເທົ່າ ເມື່ອທຽບໃສ່ 10 ປີກ່ອນ. (ບັນນາ ທິການຂ່າວ: ຕ່າງ ປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top