ຂປລ
ວັນທີ 12 ຕຸລາ ປີ 1945 ແມ່ນວັນປະກາດເອກະລາດຂອງປະເທດລາວ ຕໍ່ຊາວໂລກຢ່າງເປັນທາງການ, ເປັນໄຊຊະນະ ທີ່ມີຄວາມໝາຍ ປະຫວັດສາດ ອັນສຳຄັນທີ່ສຸດ; ເປັນໄຊຊະນະ ແຫ່ງການນຳພາ ອັນຖືກຕ້ອງສະຫລາດສ່ອງໃສ ຂອງພັກກອມມູນິດ ອິນດູຈີນ, ມັນແມ່ນໝາກຜົນແຫ່ງ ການເສີມຂະ ຫຍາຍມູນເຊື້ອຮັກຊາດ, ເດັດດ່ຽວບໍ່ຍອມຈຳນົນ, ນໍ້າໃຈສາມັກຄີ ແໜ້ນແກ່ນ ຂອງປະຊາຊົນລາວທັງຊາດ ເຂົ້າໃນການກອບກູ້ ເອກະລາດແຫ່ງຊາດ, ແມ່ນໄຊຊະນະ ແຫ່ງຄວາມສາມັກຄີ ຕໍ່ສູ້ອັນແໜ້ນແກ່ນ ຂອງປະ ຊາຊົນ 3 ຊາດ ອິນດູຈີນ.

ວັນທີ 12 ຕຸລາ ປີ 1945 ແມ່ນວັນປະກາດເອກະລາດຂອງປະເທດລາວ ຕໍ່ຊາວໂລກຢ່າງເປັນທາງການ, ເປັນໄຊຊະນະ ທີ່ມີຄວາມໝາຍ ປະຫວັດສາດອັນສຳຄັນທີ່ສຸດ; ເປັນໄຊຊະນະ ແຫ່ງການນຳພາ ອັນຖືກຕ້ອງສະຫລາດສ່ອງໃສ ຂອງພັກກອມມູນິດ ອິນດູຈີນ, ມັນແມ່ນໝາກຜົນແຫ່ງການ ເສີມຂະຫຍາຍມູນເຊື້ອຮັກຊາດ, ເດັດດ່ຽວບໍ່ຍອມຈຳນົນ, ນໍ້າໃຈສາມັກຄີ ແໜ້ນແກ່ນ ຂອງປະຊາຊົນລາວທັງຊາດ ເຂົ້າໃນການກອບກູ້ ເອກະລາດແຫ່ງຊາດ, ແມ່ນໄຊຊະນະ ແຫ່ງຄວາມສາມັກຄີ ຕໍ່ສູ້ອັນແໜ້ນແກ່ນ ຂອງປະ ຊາຊົນ 3 ຊາດ ອິນດູຈີນ.
ຫວນຄືນປະຫວັດສາດໃນທ້າຍສະຕະວັດທີ 19, ພວກລ່າເມືອງຂຶ້ນແບບເກົ່າ ໄດ້ເຂົ້າມາຮຸກຮານ ແລະ ເອົາລາວເປັນຫົວເມືອງຂຶ້ນ ພ້ອມບັນດາປະເທດອິນດູຈີນ; ປະຊາຊົນລາວບັນດາເຜົ່າ ໄດ້ລຸກຮືຂຶ້ນ ຕ້ານພວກລ່າເມືອງຂຶ້ນ ຢ່າງພິລະອາດຫານ ເຊັ່ນ ຢູ່ ພາກໃຕ້ມີ: ຂະບວນການຕໍ່ສູ້ ພາຍໃຕ້ການນໍາ ຂອງພໍ່ກະດວດ, ອົງແກ້ວ ແລະ ອົງກົມມະດໍາ; ພາກເໜືອ ນໍາພາໂດຍເຈົ້າຟ້າປັດໃຈ. ບັນດາການຕໍ່ສູ້ເຫລົ່ານັ້ນ ເຖິງວ່າບໍ່ໄດ້ຮັບໄຊຊະນະ ຍ້ອນບໍ່ທັນ ມີແນວທາງປະຕິວັດ ທີ່ຖືກຕ້ອງ ແລະ ວິທະຍາສາດ, ແຕ່ກໍ່ໄດ້ສ້າງ ມູນເຊື້ອຕໍ່ສູ້ຮັກຊາດ ອັນອົງອາດກ້າຫານ ບໍ່ຍອມຈຳນົນ ໃຫ້ປະຊາຊົນເຮົາ ເຊິ່ງໃນໄລຍະຕໍ່ມາ ພັກເຮົາໄດ້ຂຸດຄົ້ນ ແລະ ເສີມຂະຫຍາຍ. ປີ 1930 ພັກກອມມູນິດອິນດູຈີນ ໄດ້ກຳເນີດຂຶ້ນ ໂດຍແມ່ນປະທານໂຮ່ຈີ່ມິງ ເປັນຜູ້ສ້າງຕັ້ງ ໄດ້ເປັນຂີດໝາຍ ແຫ່ງບາດລ້ຽວ ປະຫວັດສາດ ຂອງການປະຕິວັດໃນ 3 ປະເທດ ອິນດູຈີນ; ເຮັດໃຫ້ການຕໍ່ສູ້ ຂອງປະຊາຊົນບັນດາປະເທດ ໃນອິນດູຈີນມີແນວທາງ, ມີແສງສະຫວ່າງເຍືອງທາງ, ຕິດພັນກັບການ ປະຕິວັດໂລກ ແລະ ນັບແຕ່ນັ້ນເປັນຕົ້ນມາ ການປະຕິວັດລາວ ບັນດາເຜົ່າ ໄດ້ກ້າວເຂົ້າ ສູ່ໄລຍະໃໝ່, ດ້ວຍຄຸນນະພາບໃໝ່. ເມື່ອອົງຄະນະພັກແຄວ້ນລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1934 ເພື່ອຊີ້ນໍານໍາພາ ການຕໍ່ສູ້ປະຕິວັດ ຂອງປະຊາຊົນລາວໂດຍກົງ; ການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າ ຍິ່ງແຜ່ຂະຫຍາຍອອກ ແລະ ມີລະບົບ ການຈັດຕັ້ງຄັກ ແນ່. ນັບແຕ່ປີ 1942 ເປັນຕົ້ນມາ, ໂດຍປະຕິບັດຕາມທິດທາງ ແລະ ແຜນນະໂຍບາຍຂອງພັກ; ຄະນະພັກແຄວ້ນລາວ ໄດ້ຮັບການຟື້ນຟູ ແລະ ຂະບວນການປະຕິວັດ ໄດ້ຂະຫຍາຍຕົວຢ່າງໄວວາ ໄປພ້ອມກັບການ ປຸກລະດົມທາງລັບ ກໍ່ມີຂະບວນການຕໍ່ສູ້ ເປີດ ເຜີຍຂອງມະຫາຊົນ ເກີດຂຶ້ນຢູ່ຫລາຍບ່ອນ ເຊັ່ນ: ຂະບວນການຕໍ່ສູ້ຂອງກຳ ມະກອນບໍ່ແໜ່ງໂພນຕິ້ວ, ກຳມະກອນໂຮງງານ ຕໍ່າແຜ່ນຄ້າຍກາຟາ ຢູ່ວຽງຈັນ. ອົງການຈັດຕັ້ງ ລາວເອກະລາດຮ່ວມສໍາພັນ ໄດ້ເຄື່ອນໄຫວຢ່າງຕັ້ງໜ້າ, ເຕົ້າໂຮມເອົາທຸກກໍາລັງ ທີ່ສາມາດ ເຕົ້າໂຮມ ໄດ້ເຂົ້າຮ່ວມການຕ້ານຝຣັ່ງ, ຂັບໄລ່ຍີ່ປຸ່ນ ກອບກູ້ເອກະລາດ.
ໃນປີ 1945, ພາຍຫລັງໄຊຊະນະຂອງກອງທັບແດງໂຊວຽດ ຕໍ່ຟາດຊິດເຢຍລະມັນ, ອີຕາລີ ແລະ ຍີ່ປຸ່ນ; ພັກກອມມູນິດອິນດູຈີນ ຕົກລົງປຸກລະດົມ ທົ່ວປວງຊົນລຸກຮື້ຂຶ້ນ ຍາດເອົາອຳນາດການປົກຄອງ ຢູ່ທົ່ວອິນດູຈີນ. ຢູ່ຫວຽດນາມ, ການປະຕິວັດ ເດືອນສິງຫາ ໄດ້ຮັບໄຊຊະນະ ແລະ ສ້າງຕັ້ງສາທາລະນະລັດ ປະຊາທິປະໄຕ ຫວຽດນາມຂຶ້ນ ເຊິ່ງເປັນລັດກຳມະກອນ-ຊາວນາ ທຳອິດຢູ່ອາຊີອາຄະເນ. ຢູ່ປະເທດເຮົາ, ໂດຍກຳແໜ້ນກາລະໂອກາດ ປະຫວັດສາດ ອັນອໍານວຍທີ່ສຸດນັ້ນ, ພັກເຮົາໄດ້ເດັດດ່ຽວ ນຳພາ ປະຊາຊົນລຸກຮື້ຂຶ້ນ ຢຶດອຳນາດການປົກຄອງ ທົ່ວປະເທດອອກຈາກ ການຢຶດຄອງຂອງພວກຟາດຊິດ ຍີ່ປຸ່ນ ແລະ ພວກລ່າເມືອງຂຶ້ນຝຣັ່ງ. ວັນທີ 23 ສິງຫາ ໄດ້ມີການໂຮມຊຸມນຸມໃຫຍ່ ເຊິ່ງມີຄົນເຂົ້າ ຮ່ວມຫມື່ນກວ່າຄົນ, ຕົວແທນ ຂອງກຳລັງປະຕິວັດ ໄດ້ຂຶ້ນອະ ທິບາຍຊີ້ແຈງ ແຜນນະໂຍບາຍ ປົດປ່ອຍຊາດຂອງພັກ ແລະ ຮຽກຮ້ອງໃຫ້ປະຊາຊົນທັງຊາດ ສາມັກຄີກັນເດັດດ່ຽວ ຕໍ່ສູ້ເອົາເອກະລາດ ແລະ ອິດສະລະພາບອັນແທ້ຈິງ ມາໃຫ້ແກ່ປະເທດຊາດ. ຫລັງຈາກນັ້ນຕໍ່ມາ ປະຊາຊົນລາວທົ່ວປະເທດ ໄດ້ພ້ອມກັນລຸກຮືຂຶ້ນ ໂຄ່ນລົ້ມອຳນາດ ການປົກຄອງເກົ່າ ແລະ ສ້າງຕັ້ງອຳນາດ ການປົກຄອງປະຕິວັດ ຂອງຕົນຂຶ້ນຢູ່ຫລາຍທ້ອງຖິ່ນ. ວັນທີ 10 ຕຸລາ 1945, ກອງປະຊຸມໃຫຍ່ ຄະນະກຳມະການ ປະຊາຊົນເທື່ອທີ 2 ໄດ້ຕົກລົງສ້າງຕັ້ງ ລັດຖະບານເອກະລາດ ອິດສະຫລະຊົ່ວຄາວ, ເລືອກເອົາ ສະເດັດເຈົ້າເພັດຊະລາດ ເປັນປະມຸກແຫ່ງຊາດ ເພື່ອນຳພາປະເທດລາວ.
ວັນທີ 12 ຕຸລາ 1945 ຢູ່ທີ່ງານໂຮມຊຸມນຸມໃຫຍ່ ທີ່ເດີ່ນກິລາວຽງຈັນ ເຊິ່ງມີປະຊາຊົນລາວ 2 ໝື່ນກວ່າຄົນເຂົ້າ ຮ່ວມນັ້ນ; ລັດຖະບານລາວອິດສະຫລະ ເຊິ່ງເປັນສັນຍະລັກ ໃຫ້ແກ່ວົງຄະນະຍາດແຫ່ງຊາດ ໄດ້ສະເໜີຕົວ ຕໍ່ຊາວນະຄອນຫລວງວຽງຈັນ. ຜູ້ ແທນລັດຖະບານຊົ່ວຄາວ (ລັດຖະບານລາວອິດສະຫລະ) ໄດ້ຂຶ້ນອ່ານຄຳປະກາດ ເອກະລາດຂອງປະເທດລາວ ຕໍ່ໂລກຢ່າງເປັນທາງການ, ປະກາດໂຮມແຜ່ນດິນລາວ ເປັນເອກະພາບ, ຖະແຫລງການປ່ຽນແປງ ການປົກຄອງ, ລົບລ້າງທຸກສັນຍາ ທີ່ເຊັນກັບຝຣັ່ງ ກ່ອນນັ້ນ, ປະກາດໃຊ້ລັດຖະທຳມະນູນ ສະບັບທຳອິດ, ປະກາດໃຊ້ທຸງຊາດສາມສີ (ທຸງຊາດປັດຈຸບັນ) ແລະ ປະກາດແຕ່ງຕັ້ງ ລັດຖະບານຊົ່ວຄາວຂຶ້ນ.
ການປະກາດເອກະລາດ ວັນທີ 12 ຕຸລາ 1945 ໄດ້ເຮັດໃຫ້ຊາວໂລກຮັບຮູ້ດິນແດນ ອັນຄົບຖ້ວນ, ເປັນໄຊຊະນະ ທີ່ມີຄວາມໝາຍປະຫວັດສາດ ອັນສຳຄັນທີ່ສຸດ. ຈາກໄຊຊະນະດັ່ງກ່າວ ໄດ້ສົ່ງຜົນເຮັດໃຫ້ພັກ ແລະ ປະຊາຊົນລາວ ມີປະສົບການຫລາຍຢ່າງ, ສ້າງໃຫ້ພັກ ມີກຳລັງປະຕິວັດໃໝ່, ມີທ່ວງທ່າໃໝ່ ແລະ ເພີ່ມຄວາມເຊື່ອໝັ້ນ ຕໍ່ໄຊຊະນະໃນການຕໍ່ຕ້ານ ພວກຈັກກະພັດລ່າເມືອງແບບເກົ່າ ທີ່ກັບຄືນມາຮຸກຮານລາວເທື່ອໃໝ່ ແລະ ຕ້ານການແຊກແຊງ ຂອງຈັກກະພັດລ່າເມືອງ ຂຶ້ນແບບໃໝ່ ຈົນນໍາມາສູ່ການປົດ ປ່ອຍປະເທດຊາດ ຢ່າງສົມບູນ ແລະ ສະຖາປະນາ ເປັນປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ນໍ້າໃຈ ວັນທີ 12 ຕຸລາ ໝັ້ນຍືນ !
KPL