ອົດສະຕຣາລີ ຊ່ວຍເຫລືອວັກ ຊີນກັນໂຄວິດ-19 ສຳລັບເດັກ

29/09/2022 16:08
Email Print 8938
ຂປລ ຂປລ.ໃນວັນທີ 28 ກັນຍາ ຜ່ານມາ, ຄະນະຜູ້ແທນຈາກ ກະຊວງສາທາລະນະສຸກ, ກະຊວງສຶກສາທິການ ແລະ ກິລາ, ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ, ລວມທັງອົງການອຸຍນີເຊັບ ປະ ຈຳ ສປປ ລາວ ໄດ້ລົງເຄື່ອນໄຫວຢ້ຽມຢາມ ໂຮງຮຽນປະຖົມສຶກສາ ຢູ່ນະຄອນຫລວງວຽງຈັນ ທີ່ໄດ້ກຳນົດນຳໃຊ້ເປັນຈຸດສັກວັກຊີນ ກັນພະຍາດໂຄວິດ-19

ຂປລ.ໃນວັນທີ 28 ກັນຍາ ຜ່ານມາ, ຄະນະຜູ້ແທນຈາກ ກະຊວງສາທາລະນະສຸກ, ກະຊວງສຶກສາທິການ ແລະ ກິລາ, ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ, ລວມທັງອົງການອຸຍນີເຊັບ ປະ ຈຳ ສປປ ລາວ ໄດ້ລົງເຄື່ອນໄຫວຢ້ຽມຢາມ ໂຮງຮຽນປະຖົມສຶກສາ ຢູ່ນະຄອນຫລວງວຽງຈັນ ທີ່ໄດ້ກຳນົດນຳໃຊ້ເປັນຈຸດສັກວັກຊີນ ກັນພະຍາດໂຄວິດ-19 ສຳລັບເດັກນ້ອຍອາຍຸ 5-11 ປີໂດຍນຳໃຊ້ວັກຊີນໄຟເຊີ ທີ່ໄດ້ຮັບການສະໜັບສະໜູນ ຊ່ວຍເຫລືອຈາກລັດຖະບານ ອົດສະຕຣາລີ ເກືອບ 500.000 ໂດສ. ວັກຊີນຈຳນວນດັ່ງກ່າວ ແມ່ນໄດ້ສະໜອງໃຫ້ ສປປ ລາວ ເພີ່ມຕື່ມພາຍຫລັງ ການຊ່ວຍເຫລືອວັກຊີນ ໄຟເຊີ  ແລະ ແອັສຕຣາ-ເຊນິກາ ຫລາຍກວ່າໜຶ່ງລ້ານໂດສ ໂດຍລັດຖະບານອົດສະຕຣາລີ ໃນຕົ້ນປີທີ່ຜ່ານມາ.

      ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: ລັດຖະ ບານ ສປປ ລາວ ສະແດງຄວາມຂອບໃຈມາຍັງ ລັດຖະບານອົສຕຣາລີ ສຳລັບການປະກອບສ່ວນອັນລໍ້າຄ່ານີ້ ຕໍ່ຂະບວນການສັກວັກຊີນກັນພະຍາດ ໂຄວິດ-19 ໃນ ສປປ ລາວ.  ກ່ຽວກັບຄວາມປອດໄພ ແລະ ປະສິດທິຜົນ ຂອງບັນດາວັກຊີນກັນພະຍາດ ໂຄວິດ-19 ທັງໝົດທີ່ນຳໃຊ້ຢູ່ໃນ ສປປ ລາວ ໃນປັດຈຸບັນ ແມ່ນໄດ້ຮັບການຮັບຮອງ ຈາກກະຊວງສາທາລະນະສຸກ ຂອງ ສປປ ລາວ.

ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ກ່າວວ່າ: ລັດຖະບານແຫ່ງ ສປປ ລາວ ກໍໄດ້ມີການເພີ່ມທະວີຄວາມເອົາໃຈໃສ່ ປຸກລະດົມຂະບວນການ ສັກວັກຊີນກັນພະຍາດໂຄວິດ-19 ໃຫ້ແກ່ເດັກນ້ອຍ ໂດຍສະເພາະເດັກນັກຮຽນ ເພື່ອສ້າງພູມຄຸ້ມກັນເພີ່ມຕື່ມຈາກພະຍາດດັ່ງກ່າວເເກ່ ນັກຮຽນ, ພົນລະເມືອງລາວ ແລະ ຜູ້ດຳລົງຊີວິດຢູ່ ສປປ ລາວ ທຸກຄົນ.

   ຂະນະທີ່ທ່ານ ໂພລ ແຄລີ ເອກອັກຄະລັດຖະທູດອົສຕຣາລີ ປະຈຳ ສປປ ລາວ ກໍໄດ້ກ່າວວ່າ: ສາຍພົວພັນຮ່ວມມື ລະຫວ່າງ ອົດສະຕຣາລີ ເເລະ ສປປ ລາວ ໃນໄລຍະການລະບາດ ຂອງພະຍາດໂຄວິດ-19. ອົສຕຣາລີ ມຸ່ງໝັ້ນທີ່ຈະສືບຕໍ່ໃຫ້ການຊ່ວຍເຫລືອເເກ່ ສປປ ລາວ ເພື່ອຮັບມືກັບສິ່ງທ້າທາຍ ທີ່ເກີດຂຶ້ນຈາກການລະບາດ ຂອງພະຍາດ ໂຄວິດ-19. ໃນປີນີ້, ອົສຕຣາລີ ແລະ ສປປ ລາວ ກໍໄດ້ສະເຫລີມສະ ຫລອງ ຄົບຮອບ 70 ປີ ຂອງການພົວພັນດ້ານການທູດ ລາວ-ອົສຕຣາລີ ແລະ ໄດ້ໃຫ້ຄໍາໝັ້ນສັນຍາຈະສືບຕໍ່ໃຫ້ການຊ່ວຍເຫລືອ ແກ່ການພັດທະນາຂອງ ສປປ ລາວ.

ໃນລະຫວ່າງປີ 2020 ຫາ 2023, ອົດສະຕຣາລີ ໄດ້ລະດົມທຶນຊ່ວຍເຫລືອກວ່າ 22 ລ້ານໂດລາອົດສະຕຣາລີ  ເພື່ອສະໜັບສະໜູນ ລັດຖະບານເເຫ່ງ ສປປ ລາວ ໃນການຮັບມືກັບການລະບາດ ຂອງພະຍາດໂຄວິດ-19 ເເລະ ການສະໜອງການເຂົ້າເຖິງ ວັກຊີນທີ່ປອດໄພ ແລະ ມີປະສິດທິຜົນ ໃຫ້ກັບປະ ຊາຊົນລາວ. ນອກຈາກນັ້ນ, ອົດສະຕຣາລີ ຍັງໃຫ້ການຊ່ວຍເຫລືອດ້ານເຕັກນິກ ເພື່ອສະໜັບສະໜູນ ການຈັດສົ່ງວັກຊີນ ໂດຍຜ່ານອົງການອຸຍນີເຊັບ, ອົງການອະນາໄມໂລກ ແລະ ບັນດາອົງການຈັດຕັ້ງ ທີ່ບໍ່ສັງ ກັດລັດຖະບານ(NGO), ພ້ອມຍັງໄດ້ໃຫ້ຄຳແນະນຳ ດ້ານສຸຂະພາບຈາກ ຜູ້ຊ່ຽວຊານຈາກສະຖາບັນຕ່າງໆຂອງປະເທດ ອົດສະຕຣາລີ ເພື່ອເສີມສ້າງຄວາມເຂັ້ມແຂງ ຂອງຂະບວນການສັກວັກຊິນ ຂອງ ສປປ ລາວ.

(ຂ່າວ-ພາບ: ອຸຍນີເຊັບ)

KPL

ຂ່າວອື່ນໆ

    • ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກສາທາລະນະສຸກ

      ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກ

      5/7/2025 8:24:17 PM

      ຂປລ. ອັດຕາການເກີດລູກໃນໄວໜຸ່ມ ຍັງເປັນສິ່ງທີ່ໜ້າກັງວົນຫລາຍ ເຊິ່ງໃນປີ 2017 ສປປ ລາວ ມີອັດຕາການເກີດລູກໃນໄວໜຸ່ມ ເປັນອັນດັບທີ 2 ໃນຂົງເຂດປາຊີຟິກຕາເວັນຕົກ ທີ່ມີອັດຕາຢູ່ 83 ການເກີດຕໍ່ແມ່ຍິງໄວໜຸ່ມ ອາຍຸ 15-19 ປີ ສູງເຖິງ 1.000 ຄົນ.

    • ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນສາທາລະນະສຸກ

      ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນ

      4/30/2025 12:59:18 PM

      ຂປລ. ລັດຖະບານລາວ ແລະ ບັນດາຄູ່ຮ່ວມພັດທະນາ ຈັດງານສະເຫລີມສະຫລອງ ວັນສຸຂະພາບໂລກ 2025 ໃນວັນທີ 29 ເມສາ 2025 ຢູ່​ນະຄອນຫລວງ​ວຽງຈັນ ພາຍໃຕ້ຫົວຂໍ້ “ການເລີ່ມຕົ້ນສຸຂະພາບທີ່ດີ ເພື່ອອະນາຄົດທີ່ສົດໃສ” ແນໃສ່ເພື່ອເພີ່ມທະວີ ຄວາມພະຍາຍາມ ຢຸດຕິການເສຍຊີວິດຂອງແມ່ ແລະ ເດັກເກີດໃໝ່ ຈາກສາເຫດທີ່ສາມາດປ້ອງກັນໄດ້ ແລະ ການໃຫ້ຄວາມສຳຄັນກັບສຸຂະ ພາບແມ່ຍິງໃນໄລຍະຍາວ.

    • ກະຊວງສາທາລະນະສຸກ ສະຫລຸບ 	ວຽກງານແຜນການ ແລະ ການເງິນ	ສາທາລະນະສຸກ

      ກະຊວງສາທາລະນະສຸກ ສະຫລຸບ ວຽກງານແຜນການ ແລະ ການເງິນ

      4/4/2025 3:58:55 PM

      ຂປລ. ກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານແຜນການ ແລະ ການເງິນປະຈຳປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ຂອງກະຊວງສາທາລະນະສຸກ ພາຍໃຕ້ຄໍາຂວັນ "ຕັ້ງໜ້າພັດທະນາວຽກງານ ສາທາລະນະສຸກໃຫ້ມີຄຸນນະພາບ, ທົ່ວເຖິງ ແລະ ທັນສະໄໝ ເທື່ອລະກ້າວ" ຈັດຂຶ້ນໃນວັນທີ 3 ເມສາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີຮອງລັດຖະມົນຕີ, ຫົວໜ້າຫ້ອງການ ພ້ອມ ​ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    • ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວສາທາລະນະສຸກ

      ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວ

      3/20/2025 2:52:37 PM

      ຂປລ. ສະຖານທູດຢີ່ປຸ່ນປະຈໍາລາວ ຈັດກິດຈະກຳໃຫ້ສື່ມວນຊົນລາວ ໄປຢ້ຽມຢາມບັນດາໂຄງການທີ່ລັດ ຖະບານຢີ່ປຸ່ນ ໃຫ້ການຊ່ວຍເຫລືອ ຢູ່ ສປປ ລາວ ໃນຂະແໜງການຮ່ວມມືດ້ານເສດຖະກິດ ຢູ່ໃນນະຄອນຫລວງວຽງຈັນ (ນວ) ໃນວັນທີ 19 ມີນາ 2027 ເນື່ອງໃນໂອກາດ ສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນ ທາງການທູດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ (ວັນທີ 5 ມີນາ 1955 ຫາ 5 ມີນາ 2025) ນໍາໂດຍ ທ່ານ ໂທຊິມິຈິ ໂຄກະ ເລຂາເອກ, ຫົວໜ້າພະແນກເສດຖະກິດ ແລະ ການຮ່ວມມື ແລະ ທ່ານ ນາງ ໂຢຊິຮະລຊິ ອະຊຸກະ ຫົວໜ້າພະແນກ ວັດທະນະທຳ ສະຖານທູດຢີ່ປຸ່ນປະຈໍາລາວ.

    • ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024ສາທາລະນະສຸກ

      ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024

      2/13/2025 2:51:34 PM

      ຂປລ. ກອງປະຊຸມສະຫລຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024 ແລະ ແຜນການປະຈຳປີ 2025 ຈັດຂຶ້ນໃນວັນທີ 13-14 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າຫ້ອງການ ກະຊວງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top