7255

okpq d]a f4t,q o8u rq [xtz6h xt9edko 7totg]0kmy dkol6 odk'ra ddv,,6 oy fs;Pfok, ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j  ອ່ານຕໍ່ໜ້າ 4່ າໍ່ ໜ້າ  ອ່ານຕໍ່ໜ້າ 4່ າໍ່ ໜ້າ ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 13.04.2026 ປີທີ 25 ສະບັບທີ 6.416ັັີີັີ 8A '|h kza o0tspkp,t8y dv'xt-5 ,.spj z6 h cmomq j ;xtgmf 7A 'mu XII 0v'ra d .sh dkpgxa o9y 'K /b dvq [Iq ,ma dltdkooe.-h ]t[q [gvwv le]a [rtoa d'ko{]a f4tdvo dt-;'dko8j k'xtgmf ຂປລ. ເມື່ອຫວນຄືນຫລັງກ່ອນ ໜ້ານີ້ 71 ປີ, ພາຍໃຕ້ແປວໄຟ ແຫ່ງການຕໍ່ສູ້ກູ້ຊາດ, ຊາວໜຸ່ມ ຂປລ. ຊຸດຝຶກອົບຮົມກ່ຽວກັບ ທັກສະການນໍາໃຊ້ປັນຍາປະດິດ (AI) ໃຫ້ພະນັກງານ-ລັດຖະກອນ ກະຊວງການຕ່າງປະເທດ ຈັດ ຂຶ້ນເມື່ອບໍ່ດົນມານີ້ ໂດຍການ ເປັນປະທານຂອງທ່ານ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີກະ ຊວງການຕ່າງປະເທດ, ມີພະນັກ ງານ-ລັດຖະກອນພາຍໃນກະຊວງ ການຕ່າງປະເທດ ເຂົ້າຮ່ວມ. ການຝຶກອົບຮົມໃນຄັ້ງນີ້, ເປັນ ເວທີທີ່ມີຄວາມສໍາຄັນເພື່ອເພີ່ມ ຄວາມຮູ້ ແລະ ພັດທະນາທັກສະ ໃນການນໍາໃຊ້ລະບົບ AI ໃຫ້ແກ່ ພະນັກງານ-ລັດຖະກອນ ກະຊວງ 3I'\= ,y f8trk[ dP,rh v,Iv[fh ko Iv'Ia [7q og9a [9kdv5 [a fgsfw]pt[5 oxu .\j ]k;  ອ່ານຕໍ່ໜ້າ 4່ າໍ່ ໜ້າ [= ]y la fg[p]k; 9eda f gxu f37'dko 0tspkpde]a 'dkozt]y fw]ptpk; LDP1  ອ່ານຕໍ່ໜ້າ 2່ າໍ່ ໜ້າ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ( ຂວາ ) ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ( ຜູ້ທີ 4 ນັບຈາກຂວາຫາຊ້າຍ )  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ ຂປລ. ທ່ານທອງລຸນສີສຸລິດປະທານປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງທ່ານ ມິນ ອອງ ລາຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບມຽນມາ ເນື່ອງໃນໂອກາດທີ່ໄດ້ຮັບການເລືອກຕັ້ງໃຫ້ ດຳລົງຕຳແໜ່ງເປັນປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ. ເນື້ອໃນສານໄດ້ລະບຸວ່າ: ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມ ສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນ ປະເສີດມາຍັງທ່ານເນື່ອງໃນໂອກາດທີ່ທ່ານໄດ້ຮັບການເລືອກຕັ້ງໃຫ້ ດຳລົງຕຳແໜ່ງເປັນປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ. ຂ້າພະເຈົ້າເຊື່ອໝັ້ນວ່າພາຍໃຕ້ການນຳພາຂອງທ່ານ, ສາທາລະ ນະລັດ ສະຫະພາບມຽນມາ ຈະສືບຕໍ່ໄດ້ຮັບການພັດທະນາໃຫ້ນັບມື້ ນັບເຂັ້ມແຂງ ແລະ ບັນລຸຕາມເປົ້າໝາຍ dkooe0A ol6 '0v' lxx ]k; lqj 'lko ltcf'7;k,-q ,g-u pg4y '76j Ij ;,8ec|j ' 8ts]vfw]pt 71 xu -k;|5j ,c8j ]tI5j owfh v5 my f g]n vfgoN v{lt8y xa opk grnj v7;k,gxa ogvdt]kf0v'-kf  ອ່ານຕໍ່ໜ້າ 4່ າໍ່ ໜ້າ ຂປລ. ໃນວັນທີ 9 ເມສາ 2026, ທີ່ຫ້ອງວ່າການສໍານັກງານນາຍົກ ລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການ ເມືອງສູນກາງພັກ, ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບສະຫາຍ ເຈິ່ນ ເກີມ ຕູ໊ ຜູ້ປະຈໍາການຄະນະເລຂາທິການ ສູນກາງພັກກອມມູນິດຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ. ໃນໂອກາດດັ່ງກ່າວ, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງ ຄວາມຍິນດີຕ້ອນຮັບອັນອົບອຸ່ນ g]0kmy dko.spj F xtmkoxtgmf v;prvo .o3vdkflqj 'mh kpxu gdqj k rl 2568 8h voIa [xu .\j rl 2569  ອ່ານຕໍ່ໜ້າ 2່ າໍ່ ໜ້າ ພີ່ນ້ອງຮ່ວມຊາດ, ເພື່ອນມິດທີ່ຮັກແພງທັງຫລາຍ! ໃນໂອກາດສົ່ງທ້າຍປີເກົ່າ, ປີມະເສັງ ພສ 2568 ແລະ ຕ້ອນຮັບ ປີໃໝ່, ປີມະເມຍ ພສ 2569 ທີ່ຈະມາເຖິງນີ້, ການຕ່າງປະເທດ ເພື່ອນໍາໄປໝູນໃຊ້ ເຂົ້າໃນວຽກງານຕົວຈິງ. ເນື້ອໃນ ທີ່ນໍາມາຝຶກອົບຮົມຄັ້ງນີ້, ປະກອບ ທ່ານ ໄມທອງ ທໍາມະວົງສາ ລາວແຕ່ລະຮຸ່ນໄດ້ກາຍເປັນກຳລັງ ຫລັກແຫລ່ງທີ່ເດັດດ່ຽວໜຽວແໜ້ນ, ຊາວໜຸ່ມແຕ່ລະຮຸ່ນໄດ້ອຸທິດເລືອດ ເນື້ອ ແລະ ສະຕິປັນຍາ ເພື່ອຄວາມ ເປັນເອກະລາດຂອງຊາດ. ສະຫາຍ ທອງລີ ສີສຸລິດ ເລຂາ ຄະນະບໍລິຫານງານສູນກາງຊາວ ໜຸ່ມປະຊາຊົນປະຕິວັດລາວ ໄດ້ຖະ ແຫລງຂ່າວຕໍ່ສື່ມວນຊົນໃນວັນທີ 10 ເມສາ 2026 ນີ້ວ່າ: ເມື່ອຫວນ ຄືນຫລັງກ່ອນໜ້ານີ້ 71 ປີ, ພາຍ ໃຕ້ແປວໄຟແຫ່ງການຕໍ່ສູ້ກູ້ຊາດ, ຊາວໜຸ່ມລາວແຕ່ລະຮຸ່ນໄດ້ກາຍ ສະຫາຍ ທອງລີ ສີສຸລິດ lt4kou lkp.8h dP,]q f 70 4h P;8,N Iv'Ia [z6h 3fplkow]pt[5 oxu .\j ]k; + - ເຖິງ: ທ່ານຜູ້ອ່ານໜັງສືພິມປະເທດລາວ ທີ່ນັບຖື - ເນື່ອງໃນໂອກາດບຸນປີໃໝ່ລາວ ພສ 2569 ( ກຸດສົງການ ຫລື ບຸນຫົດນ້ຳ) ຊຶ່ງປີນີ້ກົງກັບວັນທີ 14-15-16 ເມສາ 2026 ເປັນມື້ພັກ ປີໃໝ່ລາວ. ດັ່ງນັ້ນ, ສຳນັກຂ່າວສານປະເທດລາວ, ຄະນະ ບກໜັງສືພິມ ປະເທດລາວ ຈຶ່ງແຈ້ງມາຍັງທ່ານຜູ້ຈອງ, ຜູ້ອ່ານຊາບວ່າ: ນັບແຕ່ວັນທີ 14-16 ເມສາ 2025 ຈະບໍ່ໄດ້ຈັດພິມ ແລະ ຈຳໜ່າຍໜັງສືພິມປະເທດ ລາວ ໂດຍຈະສືບຕໍ່ພິມ ແລະ ຈຳໜ່າຍໃນວັນສຸກທີ 17 ເມສາ 2026. ໃນໄລຍະພັກ ທ່ານສາມາດຮັບຂ່າວສານໄດ້ທາງເວັບໄຊ: www.kpl. gov.la ແລະ ທາງ Facebook: ປະເທດລາວ pathedlao ຕາມ ປົກກະຕິ. ດັ່ງນັ້ນຈຶ່ງແຈ້ງມາເພື່ອຊາບ. c9h 'ra d dkory , c]t 9e|j kp|a 'ln ry ,

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 13/04/2026 xtgmf]k; ນາຍົກລັດຖະມົນຕີ...ົັົີ ເລຂາທິການໃຫຍ່...ິ່ ການນຳຂັ້ນສູງ...ັູ້ ບໍລິສັດ ເບຍລາວ...ໍິັ ຂປລ. ພິທີເປີດນໍາໃຊ້ໂຄງການ ຂະຫຍາຍກຳລັງການຜະລິດໄລຍະ ຍາວບໍລິສັດເບຍລາວ ຈຳກັດ ໄລຍະ ທີ 1 (LDP1) ຂັບເຄື່ອນການ ເຕີບໂຕແບບຍືນຍົງຈັດຂຶ້ນໃນວັນທີ 9 ເມສາ 2026 ຊຶ່ງໂຄງການນີ້ ເປັນສ່ວນໜຶ່ງຂອງແຜນພັດທະນາ 10 ປີ ບໍລິສັດເບຍລາວ ຈຳກັດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ຂະແໜງອຸດສາຫະກຳ ແລະ ຄວາມ ຄ່ອງຕົວທາງດ້ານເສດຖະກິດຂອງ ສປປ ລາວ, ພ້ອມຂັບເຄື່ອນການ ຂປລ. ອາທິດຜ່ານມາ, ສະຫາຍ ບຸນເຫລືອ ພັນດານຸວົງ ຫົວໜ້າຄະ ນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍພະນັກງານຫລັກແຫລ່ງ ຂອງຄະນະພົວພັນຕ່າງປະເທດ ສູນກາງພັກ ໄດ້ຕ້ອນຮັບສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດ ຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍພະນັກງານຂອງ ສະຖານທູດ ແລະ ບັນດາຫ້ອງການ ຜູ້ຕາງໜ້າ ສສ ຫວຽດນາມ ປະຈຳ ສປປ ລາວ ເຂົ້າອວຍພອນເນື່ອງໃນ ໂອກາດປີໃໝ່ລາວ ພສ 2569. ໃນໂອກາດນີ້, ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ຕາງໜ້າຄະນະພັກຄະນະນໍາ ແລະ ພະນັກງານຄະນະ ພົວພັນຕ່າງປະເທດສູນກາງພັກ ສະແດງຄວາມຂອບໃຈຕໍ່ສະຫາຍ ຫງວຽນ ມິງ ເຕິມ ພ້ອມຄະນະທີ່ ໄດ້ມາອວຍພອນເນື່ອງໃນໂອກາດ ປີໃໝ່ລາວ ພສ 2569 ຊຶ່ງໄດ້ນໍາ ເອົາມິດຈິດມິດໃຈ, ຄວາມສາມັກຄີ ຮັກແພງຖານມິດສະຫາຍອ້າຍນ້ອງ ທີ່ໃກ້ຊິດ ແລະ ຄໍາອວຍພອນໄຊອັນ ປະເສີດມາຍັງຄະນະພັກ-ຄະນະນໍາ ແລະ ພະນັກງານຄະນະພົວພັນຕ່າງ ປະເທດສູນກາງພັກ ທຸກຖ້ວນໜ້າ; ໄດ້ຕີລາຄາສູງຕໍ່ການປະກອບສ່ວນ ຂອງສະຖານທູດໃນການປະສານ ສົມທົບຢ່າງແໜ້ນແຟ້ນກັບຄະນະ ພົວພັນຕ່າງປະເທດສູນກາງພັກ ແລະ ພາກສ່ວນຕ່າງໆຂອງລາວ ໃນການເປັນເສນາທິການ, ເປັນຂົວ ຕໍ່ ແລະ ຕິດຕາມ, ຊຸກຍູ້ບັນດາກະ ຊວງ, ອົງການ, ຂະແໜງການ ແລະ ທ້ອງຖິ່ນຂອງສອງປະເທດຈັດຕັ້ງ ຜັນຂະຫຍາຍບັນດາຂໍ້ຕົກລົງຂອງ ການນໍາຂັ້ນສູງຂອງສອງພັກ, ສອງ ລັດໃຫ້ບັນລຸຕາມແຜນການ ແລະ ເປົ້າໝາຍທີ່ວາງໄວ້, ປະກອບສ່ວນ ເຂົ້າໃນການເພີ່ມພູນຄູນສ້າງ ແລະ ເພີ່ມທະວີສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນ ສ່ວນຍຸດທະສາດລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ຫວຽດນາມ ໃຫ້ນັບມື້ ນັບກ້າວເຂົ້າສູ່ລວງເລິກ ແລະ ມີປະ ສິດທິຜົນຍິ່ງໆຂຶ້ນໄປ. ສະຫາຍ ຫງວຽນ ມິງ ເຕິມ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນສຳເລັດທີ່ ພັກ, ລັດຖະບານ ແລະ ປະຊາຊົນ ລາວບັນດາເຜົ່າຍາດມາໄດ້ຕະ ຫລອດໄລຍະແຫ່ງການປ່ຽນແປງ ໃໝ່ ກໍຄື ການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄດ້ຢ່າງມີໄຊ ແລະ ຕີລາຄາ ສູງຕໍ່ການປະກອບສ່ວນສໍາຄັນຂອງ ຄະນະພົວພັນຕ່າງປະເທດສູນກາງ ພັກ ເຂົ້າໃນຜົນສໍາເລັດລວມຂອງ ສປປ ລາວ ກໍຄື ການປະກອບສ່ວນ ເຂົ້າໃນການເສີມສ້າງສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ, ການຮ່ວມມືຮອບ ດ້ານແລະຫຸ້ນສ່ວນຍຸດທະສາດລາວຫວຽດນາມ, ຫວຽດນາມ-ລາວ. ພ້ອມກັນນີ້, ສອງຝ່າຍໄດ້ແລກ ປ່ຽນຄໍາຄິດຄໍາເຫັນຕໍ່ບາງບັນຫາ ທີ່ຕ່າງຝ່າຍໃຫ້ຄວາມສົນໃຈ, ຍິນດີ ປະສານສົມທົບຢ່າງແໜ້ນແຟ້ນໃນ ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ການຮ່ວມມືຂອງການນໍາຂັ້ນສູງ ຂອງສອງຝ່າຍ, ພ້ອມທັງຮ່ວມກັນ ເປັນເຈົ້າການປະສານສົມທົບໃນ ການກະກຽມການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງຜູ້ ປະຈໍາການຄະນະເລຂາທິການສູນ ກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ, ລັດ ສສ ຫວຽດນາມ ໃນວັນທີ 9 ເມສາ 2026. ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ຄັ້ງນີ້ ຊຶ່ງເປັນສັນຍະລັກທີ່ສະແດງ ເຖິງຄວາມມີຊີວິດຊີວາແຫ່ງຄວາມ ຜູກພັນອັນສະໜິດແໜ້ນ ແລະ ຄວາມໄວ້ເນື້ອເຊື່ອໃຈກັນຢ່າງເລິກ ເຊິ່ງລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວຫວຽດນາມ ທີ່ມີມາແຕ່ດົນນານ, ບໍ່ ຄືໃຜ ແລະ ບໍ່ມີປະເທດໃດຄື. ການ ຂ້າພະເຈົ້າຂໍສົ່ງຄວາມຢ້ຽມຢາມ ຖາມຂ່າວອັນອົບອຸ່ນ ແລະ ຄໍາອວຍ ພອນອັນປະເສີດໄປຍັງພໍ່ແມ່ພີ່ນ້ອງ ຊາວລາວໃນທົ່ວປະເທດ, ພີ່ນ້ອງ ຊາວລາວທີ່ກຳລັງດໍາລົງຊີວິດຢູ່ ຕ່າງປະເທດ ກໍຄື ເພື່ອນມິດຊາວ ຕ່າງປະເທດທີ່ກຳລັງດໍາລົງຊີວິດ ແລະ ເຮັດວຽກຢູ່ ສປປ ລາວ ທຸກ ທົ່ວໜ້າ. ພີ່ນ້ອງຮ່ວມຊາດ, ເພື່ອນມິດ ສະຫາຍທີ່ຮັກແພງ. ປີມະເສັງ ທີ່ກຳລັງຈະຜ່ານພົ້ນ ໄປເປັນປີທີ່ມີຄວາມໝາຍສໍາຄັນ ແລະ ເປັນປີແຫ່ງຄວາມພາກພູມໃຈ ຂອງປວງຊົນລາວທັງຊາດ ທີ່ໄດ້ ຮ່ວມກັນສະເຫລີມສະຫລອງວັນ ສະຖາປະນາ ສປປ ລາວ ຄົບຮອບ 50 ປີ ດ້ວຍຄວາມເອກອ້າງທະນົງ ໃຈ, ໄດ້ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ແຂວງ ຊຸດທີ V ດ້ວຍຜົນສຳເລັດ ຢ່າງສະຫງ່າງາມ. ປີທີ່ຜ່ານມາ, ເຖິງວ່າພວກເຮົາຈະຜະເຊີນກັບສິ່ງ ທ້າທາຍນາໆປະການ, ແຕ່ດ້ວຍ ຄວາມສາມັກຄີເປັນປຶກແຜ່ນພາຍ ໃນຊາດ, ການສະໜັບສະໜູນຊ່ວຍ ເຫລືອຈາກປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ, ພວກເຮົາ ສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍໄປໄດ້ໂດຍດີ ແລະ ຍາດໄດ້ຜົນສໍາເລັດທີ່ເປັນຮູບປະທໍາ ຫລາຍດ້ານ, ຮັກສາໄດ້ສະຖຽນລະ ພາບທາງດ້ານການເມືອງຢ່າງໜັກ ການພັດທະນາທີ່ໄດ້ກຳນົດໄວ້. ຂ້າພະເຈົ້າມີຄວາມຍິນດີທີ່ຈະ ສືບຕໍ່ເຮັດວຽກຢ່າງໃກ້ຊິດກັບທ່ານ ເພື່ອເສີມຂະຫຍາຍສາຍພົວພັນ ມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ແລະ ສາທາລະນະລັດ ສະຫະພາບມຽນມາ ໃຫ້ຂະຫຍາຍ ຕົວເຂົ້າສູ່ລວງເລິກ ແລະ ມີໝາກຜົນ ຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອນຳເອົາ ຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ສອງຊາດພວກເຮົາ ກໍຄື ເພື່ອສັນຕິ ພາບ, ສະຖຽນລະພາບ ແລະ ການ ຮ່ວມມືເພື່ອການພັດທະນາຢູ່ໃນພາກ ພື້ນ ແລະ ໃນໂລກ. ຂ້າພະເຈົ້າຂໍອວຍພອນໄຊອັນ ປະເສີດມາຍັງທ່ານຈົ່ງມີສຸຂະພາບ ເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນພາລະກິດອັນ ສູງສົ່ງຂອງທ່ານ ແລະ ປະຊາຊົນ ມຽນມາ ສືບຕໍ່ມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ. ແໜ້ນ, ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ, ເສດຖະກິດຟື້ນຕົວ ແລະ ຂະຫຍາຍຕົວດ້ວຍທ່ວງທ່າດີ ຂຶ້ນ, ອິດທິພົນບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ໄດ້ຮັບການເຊີດຊູສູງເດັ່ນຂຶ້ນຕື່ມ ແລະ ສືບຕໍ່ນຳພາປະເທດຊາດກ້າວ ເຂົ້າສູ່ສັງກາດໃໝ່ແຫ່ງການພັດທະ ນາໃນຊຸມປີຕໍ່ໜ້າ. ພີ່ນ້ອງຮ່ວມຊາດທີ່ຮັກແພງ ທັງຫລາຍ. ປີມະເມຍ ພສ 2569 ທີ່ຈະມາ ເຖິງນີ້ ທົ່ວໂລກຍັງສືບຕໍ່ຜະເຊີນກັບ ຄວາມຫຍຸ້ງຍາກສັບສົນທີ່ເກີດຈາກ ຜົນກະທົບຂອງຄວາມຂັດແຍ່ງ ແລະ ການປະທະກັນຢູ່ບາງພາກພື້ນ. ດັ່ງນັ້ນ, ຈຶ່ງຂໍຮຽກຮ້ອງມາຍັງພໍ່ແມ່ ປະຊາຊົນ ກໍຄື ທຸກພາກສ່ວນໃນ ສັງຄົມຈົ່ງສືບຕໍ່ເຊີດຊູນໍ້າໃຈຮັກ ຊາດ ແລະ ຄວາມສາມັກຄີເປັນຈິດ ໜຶ່ງໃຈດຽວອ້ອມຂ້າງສູນກາງພັກ ແລະ ລັດຖະບານ, ພ້ອມກັນຜ່ານ ຜ່າຄວາມຫຍຸ້ງຍາກທີ່ຈະເກີດຂຶ້ນ, ອອກແຮງປະກອບສ່ວນຢ່າງຕັ້ງ ໜ້າເຂົ້າໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ໃຫ້ມີຜົນສຳເລັດເປັນຮູບປະທຳ, ເຊີດຊູຄວາມເປັນເຈົ້າປະເທດຊາດ, ປະກອບສ່ວນເຂົ້າໃນພາລະກິດພັດ ທະນາປະເທດຊາດຢ່າງແຂງແຮງ ຕາມທິດສີຂຽວ ແລະ ຍືນຍົງໃຫ້ມີ ຜົນສຳເລັດ. ພີ່ນ້ອງຮ່ວມຊາດ, ເພື່ອນມິດ ສະຫາຍທີ່ຮັກແພງທັງຫລາຍ. ໃນວາລະອັນເປັນສິລິມຸງຄຸນນີ້, ຂ້າພະເຈົ້າຂໍສົ່ງຄໍາອວຍພອນໄຊ ອັນປະເສີດໃຫ້ພີ່ນ້ອງຮ່ວມຊາດໃນ ທົ່ວປະເທດຕະຫລອດເຖິງພີ່ນ້ອງ ຊາວລາວທີ່ອາໄສຢູ່ຕ່າງປະເທດ ກໍຄື ຊາວຕ່າງປະເທດທີ່ດຳລົງຊີວິດ ແລະ ປະຕິບັດໜ້າທີ່ຢູ່ ສປປ ລາວ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມ ຢູ່ເຢັນເປັນສຸກ, ມີຜົນສໍາເລັດໃນ ໜ້າທີ່ວຽກງານ ແລະ ຂໍໃຫ້ການ ສະຫລອງປີໃໝ່ລາວໃນປີນີ້ ເຕັມ ໄປດ້ວຍຄວາມເບີກບານມ່ວນຊື່ນ ແລະ ມີຄວາມສະຫງົບປອດໄພທຸກ ປະການດ້ວຍເທີ້ນ. ຢ້ຽມຢາມຂອງສະຫາຍ ເຈິ່ນ ເກີມ ຕູ໊ ໃນຄັ້ງນີ້ ແມ່ນມີຄວາມສໍາຄັນ ເປັນຢ່າງຍິ່ງເພາະເປັນການເຄື່ອນ ໄຫວຕ່າງປະເທດຄັ້ງທໍາອິດໃນຕໍາ ແໜ່ງໃໝ່ອັນສໍາຄັນຂອງສະຫາຍ ແລະ ມີຂຶ້ນທ່າມກາງບັນຍາກາດ ທີ່ທົ່ວປວງຊົນລາວທັງຊາດ ພວມ ເບີກບານມ່ວນຊື່ນກະກຽມສະເຫລີມ ສະຫລອງບຸນປີໃໝ່ລາວພສ2569. ພ້ອມດຽວກັນນັ້ນ, ສະຫາຍ ສອນໄຊ ສີີພັນດອນ ກໍໄດ້ຝາກຄໍາຢື້ຢາມຖາມ ຂ່າວອັນອົບອຸ່ນ ແລະ ຄໍາຊົມເຊີຍ ເຖິງສະຫາຍ ເລ ມິງ ຮຶງ ນາຍົກ ລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຄົນໃໝ່ ພ້ອມທັງໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນລາວບັນດາ ເຜົ່າສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈເປັນຢ່າງສູງຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍ ນ້ອງທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອອັນລໍ້າຄ່າ, ທັນ ການ ແລະ ມີປະສິດທິຜົນໃຫ້ແກ່ ສປປ ລາວ ຕະຫລອດມາ. ສອງຝ່າຍໄດ້ແຈ້ງສະພາບການ ພາຍໃນໂດຍຫຍໍ້ຂອງສອງປະເທດ ໃຫ້ກັນຊາບ ແລະ ໄດ້ສະແດງຄວາມ ຊົມເຊີຍຕໍ່ບັນດາຜົນສໍາເລັດທີ່ສອງ ປະເທດຍາດມາໄດ້ໃນໄລຍະຜ່ານ ມາ ກໍຄື ຜົນສໍາເລັດຂອງກອງປະ ຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີ XIV ຂອງພັກກອມ ມູນິດຫວຽດນາມ ທີ່ໄດ້ອັດລົງຢ່າງ ສະຫງ່າງາມລວມທັງຜົນສໍາເລັດ ຂອງກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດລາວ ຊຸດທີ X ແລະ ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດຫວຽດນາມ ຊຸດທີ XVI ທີ່ໄດ້ຮັບຮອງເອົາຕໍາ ແໜ່ງສໍາຄັນສາຍລັດຂອງສອງປະ ເທດ. ພ້ອມດຽວກັນນັ້ນ, ສອງ ຝ່າຍໄດ້ຕີລາຄາສູງຕໍ່ການພົວພັນ ຮ່ວມມືສອງຝ່າຍ ແລະ ມີຄວາມ ປິຕິຊົມຊື່ນທີ່ເຫັນວ່າພາຍຫລັງການ ຍົກລະດັບສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວຫວຽດນາມ ຂຶ້ນເປັນ “ການເປັນຫຸ້ນ ສ່ວນຍຸດທະສາດ”, ສາຍພົວພັນດັ່ງ ກ່າວ ກໍໄດ້ຮັບການເສີມຂະຫຍາຍ ຢ່າງມີຊີວິດຊີວາ ແລະ ກ້າວເຂົ້າ ສູ່ລວງເລິກໃນທຸກຂົງເຂດ ໂດຍ ສະເພາະແມ່ນດ້ານການເມືອງ ແລະ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ທີ່ຍັງຄົງເປັນເສົາຄໍ້າອັນ ໜັກແໜ້ນ ຊຶ່ງສະແດງອອກໃນ ການແລກປ່ຽນຄະນະຜູ້ແທນຂັ້ນ ສູງ ແລະ ຂັ້ນຕ່າງໆຢ່າງເປັນປົກ ກະຕິແຕ່ສູນກາງລົງຮອດທ້ອງຖິ່ນ, ບັນດາໂຄງການຮ່ວມມືທີ່ມີລັກສະ ນະຍຸດທະສາດໄດ້ຮັບການຈັດຕັ້ງ ປະຕິບັດຢ່າງມີປະສິດທິຜົນ ແລະ ສໍາ ເລັດຕາມຄາດໝາຍເປັນຕົ້ນແມ່ນ ໂຄງການທ່າເຮືອຫວຸ່ງອາງ, ສວນ ສາທາລະນະມິດຕະພາບ ລາວຫວຽດນາມແລະໂຮງໝໍມິດຕະພາບ ແຂວງຫົວພັນ. ນອກຈາກນັ້ນ, ສອງ ຝ່າຍໄດ້ເຫັນດີເປັນເອກະພາບຈະ ສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດ ເພື່ອຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງ ຂອງສອງກົມການເມືອງສູນກາງ ພັກ ກໍຄື ແຜນການຮ່ວມມືລະຫວ່າງ ສອງລັດຖະບານໃຫ້ປະກົດຜົນເປັນ ຈິງ ໂດຍສະເພາະແມ່ນຊຸກຍູ້ບັນດາ ໂຄງການເຊື່ອມຈອດພື້ນຖານໂຄງ ລ່າງທີ່ສໍາຄັນໃຫ້ມີຄວາມຄືບໜ້າ ເຊັ່ນ: ໂຄງການພັດທະນາເສັ້ນທາງ ລົດໄຟ ວຽງຈັນ-ທ່າແຂກ-ຫວ່ງ ອາງ, ໂຄງການທາງດ່ວນວຽງ ຈັນ-ຮ່າໂນ້ຍ, ໂຄງການສາຍສົ່ງ ໄຟຟ້າ 500 KV ເພື່ອເຊື່ອມຈອດ ສາຍສົ່ງລະບົບສູ່ລະບົບຂອງສອງ ປະເທດ. ສອງຝ່າຍເຫັນດີເປັນ ເອກະພາບຈະສືບຕໍ່ເພີ່ມທະວີຄວາມ ສາມັກຄີ ແລະ ປະສານສົມທົບກັນ ຢ່າງແໜ້ນແຟ້ນໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ເພື່ອການຮັບມື ກັບສະພາບການຕ່າງໆຢ່າງທັນ ການ ແລະ ສືບຕໍ່ກະກຽມໃຫ້ແກ່ ການສະເຫລີມສະຫລອງປີສາມັກຄີ ມິດຕະພາບ ລາວ-ຫວຽດນາມ ປີ 2027 ທີ່ຈະມາເຖິງນີ້ ເພື່ອສະເຫລີມ ສະຫລອງ 65 ປີ ແຫ່ງການສ້າງຕັ້ງ ສາຍພົວພັນການທູດ ແລະ 50 ປີ ການເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື. ໃນຂະນະດຽວກັນ, ສະຫາຍ ເຈິ່ນ ເກີມ ຕູ໊ ກໍໄດ້ສະແດງຄວາມ ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດ ບັນດາຂໍ້ຕົກລົງທີ່ສອງຝ່າຍໄດ້ ລົງນາມຮ່ວມກັນໃຫ້ປະກົດຜົນເປັນ ຮູບປະທໍາ ເພື່ອນໍາເອົາຜົນປະໂຫຍດ ສູງສຸດມາສູ່ປະຊາຊົນສອງຊາດ ຫວຽດນາມ-ລາວ ພ້ອມທັງໄດ້ ຖືໂອກາດນີ້ ອວຍພອນໄຊອັນປະ ເສີດມາຍັງການນໍາພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າເນື່ອງໃນ ໂອກາດປີໃໝ່ລາວ ພສ 2569 ທີ່ ຈະມາເຖິງນີ້. ພາບ: ເກດສະໜາ sq ;|h k 78r 8h voIa [m6 f ll s;Pfok, xt9e]k; g0Q kv;prvoxu .\j ]k; rl 2569 ສະຫາຍ ບຸນເຫລືອ ພັນດານຸວົງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ( ຜູ້ທີ 3 ນັບຈາກຊ້າຍຫາຂວາ ) ເຕີບໂຕແບບຍືນຍົງໃນໄລຍະໃໝ່, ໃຫ້ກຽດເຂົ້າຮ່ວມໃນພິທີມີທ່ານ ສັນຕິພາບ ພົມວິຫານ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ການເງິນ, ມີຮອງລັດຖະມົນຕີກະ ຊວງອຸດສາຫະກຳ ແລະ ການຄ້າ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ປະທານຄະ ນະກໍາມະການປົກຄອງເມືອງຫາດ ຊາຍຟອງ, ທ່ານເອກອັກຄະລັດຖະ ທູດ ແດນມາກ ປະຈຳຫວຽດນາມ ແລະ ສປປ ລາວ, ຮອງປະທານບໍ ລິຫານກຸ່ມບໍລິສັດຄາສເບີກ ພາກ ພື້ນອາຊີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. LDP1 ແມ່ນໄລຍະທຳອິດໃນ ແຜນພັດທະນາ 10 ປີ ຂອງ ບໍລິສັດ ເບຍລາວ ຈຳກັດ ຊຶ່ງລວມເອົາການ ຍົກລະດັບໂຮງງານໃຫ້ມີຄວາມ ທັນສະໄໝຍິ່ງຂຶ້ນ, ເສີມຂະຫຍາຍ ພື້ນຖານໂຄງລ່າງ ແລະ ຄວາມຍືນ ຍົງ, ພ້ອມທັງລະບົບການຄຸ້ມຄອງ ນ້ຳທີ່ຮອງຮັບຄວາມຕ້ອງການ ຂອງການຜະລິດໃນອະນາຄົດ; ເປົ້າໝາຍຫລັກຂອງ LDP1 ແມ່ນ ການຂະຫຍາຍສາຍການຜະລິດ ທີ່ທັນສະໄໝແບບຄົບວົງຈອນ, ມີ ຄວາມໄວສູງສາມາດຜະລິດໄດ້ເຖິງ 45.000 ຕຸກຕໍ່ຊົ່ວໂມງ ຊຶ່ງຮອງຮັບ ທັງການບັນຈຸພັນແບບກະປ໋ອງ ແລະ ກະຕຸກຢາງ PET ພາຍໃນລະບົບ ດຽວທີ່ມີປະສິດທິພາບສູງຂຶ້ນ. ສາຍ ການຜະລິດໃໝ່ນີ້ ຈະຊ່ວຍເພີ່ມປະ ສິດທິພາບໃນການດຳເນີນງານ, ປັບປຸງປະສິດທິຜົນຂອງພະນັກ ງານ ແລະ ຊ່ວຍຄວບຄຸມຕົ້ນທຶນ ການຜະລິດໃຫ້ດີກວ່າເກົ່າ ເພື່ອ ຮັບປະກັນຄວາມສາມາດໃນການ ແຂ່ງຂັນໃນໄລຍະຍາວ. ດ້ວຍມູນ ຄ່າການລົງທຶນ 50,2 ລ້ານເອີໂຣ (ປະມານ 1,18 ພັນຕື້ກີບ), LDP1 ຖືເປັນການປະກອບສ່ວນສຳຄັນ ເຂົ້າໃນການພັດທະນາເສດຖະກິດ ຂອງ ສປປ ລາວ ຊຶ່ງລວມມີ: ສ້າງ ໂອກາດໃນການຈ້າງງານທີ່ເພີ່ມ ຂຶ້ນ, ສົ່ງເສີມຄວາມເຂັ້ມແຂງໃຫ້ ແກ່ຂະແໜງການຜະລິດພາຍໃນ ປະເທດ, ເພີ່ມຂີດຄວາມສາມາດ ໃນການປັບຕົວຂອງລະບົບຕ່ອງໂສ້ ການສະໜອງສິນຄ້າ ແລະ ເພີ່ມການ ມອບພັນທະພາສີ-ອາກອນໄລຍະ ຍາວໃຫ້ແກ່ລັດຖະບານ. ທ່ານ ສັນຕິພາບ ພົມວິຫານ ໄດ້ ກ່າວວ່າ: ການລົງທຶນທີ່ມີມູນຄ່າ ຫລາຍກວ່າ50ລ້ານເອີໂຣໃນຄັ້ງນີ້, ບໍ່ພຽງແຕ່ແມ່ນຜົນສຳເລັດອັນສະ ຫງ່າງາມ ແລະ ເປັນບາດກ້າວຂະ ຫຍາຍຕົວທີ່ສຳຄັນຂອງບໍລິສັດ ເບຍ ລາວ ຈຳກັດ ເທົ່ານັ້ນ, ແຕ່ມັນຍັງ ເປັນການຢັ້ງຢືນຢ່າງໜັກແໜ້ນເຖິງ ຄວາມເຊື່ອໝັ້ນຂອງນັກລົງທຶນທີ່ມີ ຕໍ່ສະພາບແວດລ້ອມການລົງທຶນຢູ່ ສປປ ລາວ. ລັດຖະບານລາວຖືວ່າ ການຂະຫຍາຍຕົວຂອງທຸລະກິດ ໃນຄັ້ງນີ້ ແມ່ນໝາກຜົນແຫ່ງການ ຮ່ວມມືທີ່ເຂັ້ມແຂງລະຫວ່າງພາກ ລັດ ແລະ ພາກເອກະຊົນ, ທັງເປັນ ສັນຍານອັນດີທີ່ສົ່ງໄປເຖິງນັກລົງ ທຶນສາກົນໃຫ້ເຫັນວ່າ ສປປ ລາວ ຍັງເປັນປະເທດທີ່ມີສະຖຽນລະພາບ ແລະ ເປັນຈຸດໝາຍປາຍທາງການ ລົງທຶນໃນໄລຍະຍາວທີ່ໜ້າເຊື່ອຖື. ທ່ານ ເຮັນຣິກ ຈູລ໌ ແອນເດີຊັນ ຜູ້ ອຳນວຍການໃຫຍ່ ບໍລິສັດ ເບຍລາວ ຈຳກັດ ໄດ້ກ່າວວ່າ: LDP1 ບໍ່ພຽງ ແຕ່ແມ່ນການຂະຫຍາຍກຳລັງການ ຜະລິດແຕ່ຍັງສະທ້ອນເຖິງຄວາມ ມຸ່ງໝັ້ນໄລຍະຍາວຂອງພວກເຮົາ ໃນ ສປປ ລາວ, ໃນການລົງທຶນເພື່ອ ຍົກລະດັບຂີດຄວາມສາມາດດ້ານ ການຜະລິດ, ປັບປຸງປະສິດທິພາບ ແລະ ສືບຕໍ່ປະກອບສ່ວນຢ່າງມີ ຄວາມໝາຍເຂົ້າໃນການພັດທະນາ ປະເທດຊາດ. ທ່ານ ຈາວ ອາເບຄາຊິສ ຮອງ ປະທານໃຫຍ່, ຜູ້ອຳນວຍການປະ ຈຳພາກພື້ນອາຊີ ກຸ່ມບໍລິສັດ ຄາລສ ເບີກ ກໍໄດ້ກ່າວວ່າ: ສປປ ລາວ ເປັນ ພາກສ່ວນທີ່ສຳຄັນໃນຍຸດທະສາດ ການເຕີບໂຕຂອງພວກເຮົາໃນອາຊີ. ໂດຍຜ່ານບໍລິສັດເບຍລາວ ຈຳກັດ ພວກເຮົາພວມລົງທຶນໃນການສ້າງ ຂີດຄວາມສາມາດໄລຍະຍາວ ເພື່ອ ສ້າງຄວາມເຂັ້ມແຂງໃນພາກພື້ນ ໄປພ້ອມກັບການສະໜັບສະໜູນ ການເຕີບໂຕຢ່າງຍືນຍົງ.

13/04/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K 9kdvtfu foa dIq [d6h -kf l6j 7v[7q ;8q ;c[[.odkolh k'glf4tdy f ໂດຍ: ສະຫະພັນນັກຮົບເກົ່າເມືອງຮຸນັັົົ່ືຸ ບົດສະເໜີົີ dkodegou fg8u [.spj 0v'-k;|5 j ,xt-k-q oxt8y ;a f]k; (ເນ່ືອງໃນໂອກາດວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 71 ປີ ວັນທີ 14/4/1955-14/4/2026)່ື ອັ ນ້ າັ້ ງຸ່ ມົ ນິ ວັດົ ບີ ັນີ ຂປລ. ຍັງອີກບໍ່ພໍເທົ່າໃດມື້ຂ້າງ ໜ້າ, ກໍເປັນວັນສ້າງຕັ້ງຊາວໜຸ່ມ ປະຊາຊົນປະຕິວັດລາວ ຄົບຮອບ 71 ປີ (14/4/1955-14/4/ 2026) ເຊິ່ງປີນີ້ກໍໄດ້ຈັດກິດຈະກຳ ສະເຫລີມສະຫລອງພາຍໃຕ້ຫົວຂໍ້ “ຊາວໜຸ່ມຍຸກໃໝ່ ຍົກສູງນໍ້າໃຈ ບຸກທະລຸ ສົ່ງເສີມການຜະລິດເປັນ ສິນຄ້າ ສ້າງເສດຖະກິດຄອບຄົວ ໃຫ້ເຂັ້ມແຂງ ແລະ ຍືນຍົງ”. ຊາວ ໜຸ່ມລາວ ເປັນກຳລັງແຮງອັນໃຫຍ່ ຫລວງ, ເປັນຜູ້ສືບທອດພາລະກິດ ຂອງຊາດ ເປັນກຳລັງປະຈັນບານ ເຂົ້າໃນທຸກຂົງເຂດວຽກງານຂອງ ຂະແໜງການ ແລະ ທ້ອງຖິ່ນ, ເປັນ ຜູ້ທີ່ມີຫົວຄິດປະດິດສ້າງແລະນຳໃຊ້ ເຕັກໂນໂລຊີເຂົ້າໃນການພັດທະນາ ປະເທດຊາດ ຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງຂອງຊາວ ໜຸ່ມແຕ່ລະປະເພດ. ຄະນະຊາວໜຸ່ມປະຊາຊົນປະຕິ ວັດລາວ ເປັນໜຶ່ງໃນອົງການຈັດ ຕັ້ງມະຫາຊົນໃນລະບົບການເມືອງ ຂອງລະບອບປະຊາທິປະໄຕປະຊາ ຊົນໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 14 ເມສາ 1955, ພາຍໃຕ້ການນໍາ ພາ-ຊີ້ນຳ ໂດຍກົງຮອບດ້ານຂອງ ພັກປະຊາຊົນປະຕິວັດລາວ, ເປັນ ແກນນໍາຂອງການຈັດຕັ້ງຊາວໜຸ່ມ ທຸກສາຂາອາຊີບ, ເປັນຕົວແທນ ໃນການປົກປ້ອງສິດ ແລະ ຜົນປະ ໂຫຍດອັນຊອບທຳຂອງຊາວໜຸ່ມ, ເຍົາວະຊົນ, ອະນຸຊົນ, ມີຖານະ ທຽບເທົ່າກັບອົງການຈັດຕັ້ງຂອງ ລັດ ແລະ ອົງການຈັດຕັ້ງມະຫາຊົນ ອື່ນ. ມີພາລະບົດບາດ ໃນການສຶກ ສາອົບຮົມການເມືອງ-ແນວຄິດ ແລະ ປູກຈິດສໍານຶກໃຫ້ຊາວໜຸ່ມ, ເຍົາວະຊົນ, ອະນຸຊົນ ກາຍເປັນຜູ້ສືບ ທອດທີ່ດີຂອງຊາດ; ປຸກລະດົມ, ເຕົ້າ ໂຮມຄວາມສາມັກຄີຊາວໜຸ່ມລາວ ບັນດາເຜົ່າ; ນໍາພາ-ຊີ້ນຳ ການຈັດ ຕັ້ງ ແລະ ການເຄື່ອນໄຫວຂອງຊາວ ໜຸ່ມ, ເຍົາວະຊົນທັນວາ, ອະນຸຊົນ ທັນວາ; ປົກປ້ອງສິດ ແລະ ຜົນປະ ໂຫຍດອັນຊອບທຳ ຂອງຊາວໜຸ່ມ, ເຍົາວະຊົນ, ອະນຸຊົນ ແລະ ເສີມຂະ ຫຍາຍມູນເຊື້ອອັນດີງາມຂອງຊາດ. ເມ່ືອຫວນຄືນມູນເຊື້ອຊາວໜຸ່ມ ລາວໄລຍະບໍ່ທັນມີພັກນຳພາ ກໍຄື ຊາວໜຸ່ມຮຸ້ນທຳອິດ ໃນໄລຍະການ ຕໍ່ສູ້ທ້ອນໂຮມປະເທດລາວລ້ານ ຊ້າງ, ຍົກໃຫ້ເຫັນໄລຍະການຕໍ່ສູ້ ຕ້ານຈັກກະພັດຜູ້ຮຸກຮານພາຍໃຕ້ ການນໍາພາຂອງພັກກອມມູນິດອິນ ດູຈີນ, ການຕໍ່ສູ້ກູ້ຊາດຕ້ານຈັກກະ ພັດອາເມລິກາ ພາຍໃຕ້ການນໍາພາ ຂອງພັກປະຊາຊົນປະຕິວັດລາວ ແລະ ມູນເຊື້ອຊາວໜຸ່ມໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ເຊິ່ງຍາມໃດຊາວ ໜຸ່ມລາວ ກໍເປັນກຳລັງແຮງອັນສຳ ຄັນ, ມີນໍ້າໃຈອົງອາດກ້າຫານໃນ ພາລະກິດຕໍ່ສູ້ຕ້ານຈັກກະພັດຜູ້ຮຸກ ຮານ, ພັກ ຈິຶ່ງໄດ້ຖືສຳຄັນໃນວຽກ ງານປຸກລະດົມຂົນຂວາຍ, ຈັດຕັ້ງ, ນໍາພາ,ຈຶ່ງຕົກລົງສ້າງຕັ້ງການຈັດ ຕັ້ງຊາວໜຸ່ມຕະລຸມບອນຂຶ້ນໃນຖັນ ແຖວກຳລັງປະກອບອາວຸດ ໃນ ວັນທີ 14 ເມສາ 1955 ອົງການດັ່ງ ກ່າວໄດ້ກາຍເປັນໃຈກາງເຕົ້າໂຮມ ຄວາມສາມັກຄີ, ຊາວໜຸ່ມນັບເປັນ ໝື່ນເປັນແສນໄດ້ສະໝັກຮັບໃຊ້ ຊາດ ເປັນກຳລັງປະກອບອາວຸດຢູ່ ແນວໜ້າ, ເປັນກຳລັງຢູ່ແນວຫລັງ ແລະ ເປັນກຳລັງຂົນຂວາຍກຳລັງ ປະກອບອາວຸດ, ສະນັ້ນ ຈຶ່ງເຮັດ ໃຫ້ອົງການຈັດຕັ້ງດັ່ງກ່າວໄດ້ ເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ. ຕະຫລອດໄລ່ຍະ 71 ປີທີ່ຜ່ານມາ ແຫ່ງການເຕົ້າໂຮມ, ການປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດນັ້ນ, ຊາວໜຸ່ມຈຳນວນ ບໍ່ໜ້ອຍໄດ້ເສຍສະລະຊີວິດ ແລະ ເລືອດເນື້ອເພື່ອປົກປັກຮັກສາເອກະ ລາດ ແລະ ຜືນແຜ່ນດິນອັນແສນ ຮັກຂອງຕົນໄວ້ ແລະ ຜ່ານຂະບວນ ການດັ່ງກ່າວນັ້ນໄດ້ເກີດມີບັນພະ ບູລຸດທີ່ມີຊື່ສຽງ ຄື ເຈົ້າຂຸນບູລົມ, ເຈົ້າຟ້າງຸ່ມ, ເຈົ້າສຸລິຍະວົງ, ປະ ທານ ສຸພານຸວົງ, ທ່ານ ໄກສອນ ພົມວິຫານ ແລະ ຜູ້ອື່ນໆ. ທີ່ເຄີຍນຳ ພາປວງຊົນລາວທັງຊາດຕໍ່ສູ້ຕ້ານ ການຮຸກຮານຂອງສັດຕູພາຍນອກ, ໄດ້ນຳເອົາປະເທດຊາດຜ່ານພົ້ນ ພາຍຸລົມແດງ ສາມາດຮັກສາດິນ ແດນໄວ້ຢ່າງໝັ້ນຄົງ, ນ້ຳໃຈເສຍ ສະລະເລືອດເນື້ອອັນໜຸ່ມແໜ້ນ ເພື່ອປະເທດຊາດ ໄດ້ຖືກອົບຮົມ ບົ່ມສອນພວກເພີ່ນມາແຕ່ຍັງໜຸ່ມ. ສະນັ້ນ, ພັກປະຊາຊົນ ປະຕິວັດລາວ ໄດ້ຂະໜານນາມໃຫ້ວ່າ: “ຊາວ ໜຸ່ມເປັນແຂນຂວາຂອງພັກ ເປັນ ກະດູກສັນຫລັງຂອງຊາດ ເປັນຜູ້ ສືບທອດມູນເຊື້ອ ແລະ ວິລະກຳ ປະຫວັດສາດທີ່ຈົງຮັກພັກດີຕໍ່ພັກ ຕໍ່ຊາດ” ທັງໝົດນັ້ນແມ່ນມູນເຊື້ອ ອັນລວມຍອດຂອງຊາວໜຸ່ມລາວ ໃນການເຮັດສຳເລັດພາລະກຳປະ ຫວັດສາດຂອງຕົນຄື: ປົດປ່ອຍ ປະເທດຊາດ ແລະ ພວມຂະຫຍາຍ ບົດບາດປະຈັນບານເຂົ້າໃນ 2 ໜ້າ ທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດຕາມທິດຢືນຍົງສູ່ຈຸດໝາຍ ສັງຄົມນິຍົມ, ນັ້ນແມ່ນຊາວໜຸ່ມ ມາຈາກກຳລັງປະກອບອາວຸດເອີ້ນ ວ່າ: ຄະນະຊາວໜຸ່ມຕະລຸມບອນ ເຊິ່ງໄດ້ມີບົດບາດຕະລຸມບອນ ບໍ່ວ່າ ແນວໜ້າ ຫລື ແນວຫລັງກໍລ້ວນແຕ່ ມີກຳລັງຂອງຊາວໜຸ່ມ. ເຖິງແນວໃດກໍຕາມ, ກອງປະ ຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະ ເທດ ຄັ້ງທີ IX ທີ່ຈັດຂຶ້ນໃນວັນທີ 25-26 ສິງຫາ 2025ຜ່ານມາ, ໄດ້ສຸມໃສ່ປຶກສາຫາລື ແລະ ຮັບ ຮອງຫລາຍເນື້ອໃນທີ່ສໍາຄັນ ເປັນ ຕົ້ນ: ພ້ອມກັນຕີລາຄາຄືນຢ່າງຮອບ ດ້ານເລິກເຊິ່ງ ກ່ຽວກັບຜົນສໍາເລັດ ຂອງການຈັດຕັ້ງປະຕິບັດທິດທາງ, ຄາດໝາຍ, ຈຸດສຸມທີ່ໄດ້ວາງອອກ ໃນກອງປະຊຸມໃຫຍ່ ຜູ້ແທນຊາວ ໜຸ່ມທົ່ວປະເທດ ຄັ້ງທີ VIII ຍົກໃຫ້ ເຫັນຜົນສໍາເລັດ, ສິ່ງທີ່ຄົງຄ້າງ, ສາ ເຫດ. ຈາກນັ້ນ, ກໍຖອດຖອນ ເປັນ ບົດຮຽນ ເພື່ອກຳນົດທິດທາງ, ຄາດ ໝາຍສູ້ຊົນ, ຈຸດສຸມໃນຕໍ່ໜ້າ ແນໃສ່ ສືບຕໍ່ຜັນຂະຫຍາຍ ແນວທາງປ່ຽນ ແປງໃໝ່ຂອງພັກ ເຂົ້າສູ່ວຽກງານ ຕົວຈິງ ແລະ ເປັນວຽກຈຸດສຸມ ເພື່ອ ຈັດຕັ້ງປະຕິບັດ ໃຫ້ມີຄວາມເຂັ້ມ ແຂງຮອບດ້ານ ໃນໄລຍະໃໝ່, ແນ ໃສ່ສຶກສາອົບຮົມຊາວໜຸ່ມ, ເຍົາວະ ຊົນລາວ ບັນດາເຜົ່າ ໃຫ້ກາຍເປັນຜູ້ ສືບທອດທີ່ດີຂອງພັກປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ຕາມອຸດົມການຂອງ ພັກ ເພື່ອເຮັດໃຫ້ປະເທດຊາດມັ່ງ ຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາ ສຸກ, ສັງຄົມສາມັກຄີປອງດອງ, ປະ ຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ, ພິຈາລະນາຮັບຮອງເອົາແຜນພັດ ທະນາຊາວໜຸ່ມ, ເຍົາວະຊົນ 5 ປີ ຄັ້ງທີ III (2026-2030), ກົດ ລະບຽບ ຄຊປປລ ແລະ ກົດລະ ບຽບການຈັດຕັ້ງເຍົາວະຊົນທັນວາ ສະໄໝທີ IX (ສະບັບປັບປຸງ) ເພື່ອ ໃຫ້ສອດຄ່ອງກັບການຈັດຕັ້ງ ແລະ ການເຄື່ອນໄຫວຕົວຈິງ. ພາບປະກອບ ຂປລ. ໃນທ່າມກາງແຫ່ງການ ພັດທະນາ, ຫັນການຜະລິດກະສິກຳ ໃຫ້ກາຍເປັນສິນຄ້າຕາມແນວທາງ ຂອງພັກ-ລັດ, ຄອບຄົວຂອງ ທ່ານ ບຸນເຫລື່ອມ ສະມາຊິກນັກຮົບເກົ່າ ບ້ານມົກໄປ ເມືອງຮຸນ ແຂວງອຸດົມ ໄຊ ໄດ້ກາຍເປັນແບບຢ່າງທີ່ພົ້ນ ເດັ່ນໃນການບຸກທະລຸຄວາມທຸກ ຍາກ ດ້ວຍມູນເຊື້ອຄວາມດຸໝັ່ນ ແລະ ການນຳໃຊ້ເຕັກນິກການລ້ຽງ ສັດແບບໃໝ່ ຈົນສາມາດສ້າງລາຍ ຂຶ້ນໃນປີ 2009, ເມື່ອສະຫະພັນນັກ ຮົບເກົ່າເມືອງຮຸນ ໄດ້ສົມທົບກັບ ທະນາຄານນະໂຍບາຍ ປ່ອຍທຶນ ກູ້ຢືມເພື່ອສ້າງເສດຖະກິດ. ທ່ານ ບຸນເຫລື່ອມ ໄດ້ຕັດສິນໃຈກູ້ຢືມ ເງິນ 9 ລ້ານກີບ ເພື່ອຊື້ງົວ 3 ໂຕ, ດ້ວຍຄວາມເອົາໃຈໃສ່, ຝູງງົວດັ່ງ ກ່າວໄດ້ຂະຫຍາຍຕົວຂຶ້ນເລື້ອຍໆ ຈຶ່ງເຫັນຊ່ອງທາງໃນການສ້າງ ລາຍຮັບ ແລະ ຫັນມາຖືເອົາການ ປູກຝັງ-ລ້ຽງສັດ ເປັນອາຊີບຫລັກ ຂອງຄອບຄົວ. ເຖິງວ່າຈະມີສັດ ລ້ຽງເພີ່ມຂຶ້ນ, ແຕ່ໃນໄລຍະທຳອິດ ຍັງພົບຄວາມຫຍຸ້ງຍາກຍ້ອນການ ລ້ຽງແບບປ່ອຍຕາມທຳມະຊາດ ເຮັດໃຫ້ການເບິ່ງແຍງສຸຂະພາບສັດ ບໍ່ທົ່ວເຖິງ. ຕົກມາຮອດປີ 2016, ແບບເປັນຟາມ ແລະ ຕັດສິນໃຈລົງ ທຶນຂະຫຍາຍເນື້ອທີ່ດິນຮ່ວມກັບ ດິນເກົ່າ ລວມເປັນ 24 ເຮັກຕາ. ໃນ ເນື້ອທີ່ດັ່ງກ່າວ, ໄດ້ແບ່ງເປັນເນື້ອ ທີ່ປູກຫຍ້າແນວພັນ 20 ເຮັກຕາ ແລະ ທົ່ງຫຍ້າທໍາມະຊາດ 4 ເຮັກ ຕາ ພ້ອມທັງລ້ອມຮົ້ວອ້ອມຢ່າງ ຖາວອນ. ທ່ານ ບຸນເຫລື່ອມ ໃຫ້ຮູ້ວ່າ: “ການລ້ຽງງົວກັບທີ່ (ລ້ຽງໃນ ຄອກ/ຟາມ) ຊ່ວຍໃຫ້ພວກເຮົາຕິດ ຕາມການເຕີບໃຫຍ່ ແລະ ສັກຢາ ປ້ອງກັນພະຍາດໄດ້ງ່າຍ, ສັດກໍ ແຂງແຮງ ແລະ ໃຫ້ຜົນຜະລິດສູງ ກວ່າການປ່ອຍຕາມທຳມະຊາດ”. ປັດຈຸບັນ, ຟາມ ກາຍເປັນແຫລ່ງຜະ ລິດສະບຽງອາຫານທີ່ສຳຄັນຂອງ ທ້ອງຖິ່ນ ເຊິ່ງມີສັດລ້ຽງປະເພດ ຕ່າງໆ ຄື: ງົວ 50 ໂຕ, ຄວາຍ 5 ໂຕ, ໝູ 8 ໂຕ ແລະ ສັດປີກອີກ 150 ໂຕ. ນອກຈາກນັ້ນ, ຍັງມີສວນຢາງ ພາລາ 1,5 ເຮັກຕາ ມີຕົ້ນຢາງ 700 ຕົ້ນ. ຄາດຄະເນລາຍຮັບໃນປີ 2025 ຄອບຄົວສາມາດສ້າງລາຍ ຮັບ 98 ລ້ານກີບ. ໃນນັ້ນ ມາຈາກ ການຂາຍງົວ 40 ລ້ານກີບ, ຂາຍ ໝູ 8 ລ້ານກີບ ແລະ ຂາຍຢາງພາ ລາ 50 ລ້ານກີບ. ຈາກຜົນສຳເລັດດັ່ງກ່າວ, ໄດ້ ເຮັດໃຫ້ຄອບຄົວຫລຸດພົ້ນອອກ ຈາກຄວາມທຸກຍາກຢ່າງສິ້ນເຊີງ, ມີເຮືອນຖາວອນ, ມີພາຫະນະຮັບ ໃຊ້ ແລະ ທີ່ສຳຄັນທີ່ສຸດແມ່ນສາ ມາດສົ່ງລູກທັງ 7 ຄົນ ຮຽນຈົບ ວິຊາຊີບ ແລະ ມີວຽກເຮັດງານທຳ ທີ່ໝັ້ນຄົງ. ຮັບໄດ້ເກືອບ 100 ລ້ານກີບຕໍ່ປີ. ທ່ານ ບຸນເຫລື່ອມ ເປັນຜູ້ໜຶ່ງທີ່ ມີເລືອດຮັກຊາດເຕັມຕົວ ໂດຍໄດ້ ສະໝັກເຂົ້າຮ່ວມການປະຕິວັດແຕ່ ອາຍຸ 14 ປີ (ປີ 1962) ຢູ່ກອງ ບັນຊາການທະຫານສູງສຸດ ທົ່ງນາ ໄກ່, ແຂວງຫົວພັນ. ພາຍຫລັງ ຮັບໃຊ້ຊາດມາຫລາຍທົດສະວັດ, ໃນປີ 1985 ໄດ້ຕັດສິນໃຈອອກ ພັກຜ່ອນຮັບອຸດໜູນ ເພື່ອມາສ້າງ ຄອບຄົວຢູ່ບ້ານມົກໄປ ເມືອງຮຸນ. ໃນເບື້ອງຕົ້ນ ຊີວິດແມ່ນອາໄສ ພຽງການເຮັດໄຮ່ ແລະ ຫາກິນ ຕາມທຳມະຊາດ ເຊິ່ງພໍພຽງແຕ່ ກຸ້ມຢູ່ກຸ້ມກິນໄປແຕ່ລະປີເທົ່ານັ້ນ ບາດກ້າວຫັນປ່ຽນທີ່ສຳຄັນໄດ້ເລີ່ມ ດ້ວຍວິໄສທັດທີ່ກວ້າງໄກ ໄດ້ໄປ ສຶກສາຮຽນຮູ້ເຕັກນິກການລ້ຽງ

RkJQdWJsaXNoZXIy MTc3MTYxMQ==