ຊຸກຍູ້ການຮ່ວມມືດ້ານການຄ້າ, ການທ່ອງທ່ຽວ, ກະສິກໍາ ລະຫວ່າງທ້ອງຖິ່ນ ລາວ-ຫວຽດນາມ

06/09/2022 12:59
Email Print 27081
ຂປລ ກອງປະຊຸມຊຸກຍູ້ການຮ່ວມມືລົງທຶນດ້ານການຄ້າ, ການທ່ອງທ່ຽວ, ກະສິກໍາ ລະຫວ່າງບັນດາທ້ອງຖິ່ນຂອງ ສສ ຫວຽດນາມ ກັບ 4 ແຂວງພາກໃຕ້ ສປປ ລາວ ທີ່ຈັດຂຶ້ນເມື່ອບໍ່ດົນນີ້.

ກອງປະຊຸມຊຸກຍູ້ການຮ່ວມມືລົງທຶນດ້ານການຄ້າ, ການທ່ອງທ່ຽວ, ກະສິກໍາ ລະຫວ່າງ ບັນດາທ້ອງຖິ່ນຂອງ ສສ ຫວຽດນາມ ກັບ 4 ແຂວງພາກໃຕ້ ສປປ ລາວ ທີ່ຈັດຂຶ້ນເມື່ອບໍ່ດົນນີ້ ໂດຍການໃຫ້ກຽດເຂົ້າ ຮ່ວມມີ ສະຫາຍ ຫງຽນວັນຈຸ ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ທີ່ປາກເຊ, ສະຫາຍ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາ ສັກ ມີບັນດາເຈົ້າ ແຂວງອັດຕະປື, ເຊກອງ, ສາລະວັນ, ພະແນກການ ແລະ ນັກທຸລະກິດທີ່ກ່ຽວຂ້ອງຂອງ 4 ແຂວງພາກໃຕ້ຂອງ ສປປ ລາວ ຄື: ຈໍາປາສັກ, ສາລະວັນ, ເຊກອງ, ອັດຕະປີ ແລະ ແຂວງກວາງນາມ, ກວາງຈີ, ກວາງບິງ, ບີ່ງເຢືອງ, ກອນຕູມ, ເລີ່ມດົງ ຂອງ ສສ ຫວຽດນາມ ເປັນການສືບຕໍ່ ເພີ່ມທະວີສາຍພົວພັນ ມິດຕະພາບ, ຄວາມສາ ມັກຄີພິເສດ ແລະ ຮ່ວມມືຮອບດ້ານ ລະຫວ່າງບັນດາ ທ້ອງຖິ່ນຂອງ ສສ ຫວຽດນາມ ກັບ 4 ແຂວງພາກໃຕ້ຂອງ ສປປ ລາວ, ເປັນການສະເຫຼີມສະຫຼອງ ປີສາມັກມິດຕະພາບ ລາວ-ຫວຽດ ກັບ ສປປ ລາວ 2022, ເປັນການຮ່ວມມື ໃນການພັດທະນາ ເສດຖະກິດ-ສັງຄົມ ໃຫ້ໜັກແໜ້ນເຊັ່ນ: ດ້ານການຄ້າ, ການທ່ອງທ່ຽວ, ກະສິກໍາ ແລະ ພັດທະນາ ຊົນລະບົດ ເພື່ອກ້າວໄປສູ່ລ່ວງເລິກ ແລະ ນໍາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນທັງສອງຊາດ.

ໂດຍ ສະຫາຍ ວິໄລວົງ ບຸດດາຄໍາ ກໍໄດ້ກ່າວວ່າ: ໃນນາມອໍານາດການປົກຄອງແຂວງ ແລະ ປະຊາຊົນບັນດາເຜົ່າ ແຂວງຈໍາປາສັກ ມີຄວາມດີໃຈ ແລະ ເປັນກຽດຢ່າງສູງ ທີ່ໄດ້ຮ່ວມກັບ ສະຖານກົງສູນໃຫຍ່ ແຫ່ງ ສສ ຫວຽວນາມ ປະຈໍາ 4 ແຂວງພາກໃຕ້ ຂອງ ສປປ ລາວ ທີ່ນະຄອນປາກເຊ ໄດ້ເປັນເຈົ້າພາບ ຮ່ວມຈັດກອງປະຊຸມ ຊຸກຍູ້ ການຮ່ວມມື ໃນການລົງທຶນ ດ້ານການຄ້າ, ການທ່ອງທ່ຽວ ແລະ ກະສິກໍາ ລະຫວ່າງ 4 ແຂວງພາກໃຕ້ ຂອງ ສປປ ລາວ ກັບ ບັນດາແຂວງ ຂອງ ສສ ຫວຽດນາມ ໃນຄັ້ງນີ້. ເພື່ອເປັນການ ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບ ທີ່ຍິ່ງໃຫຍ່ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ໄດ້ຮັບການພັດທະນາ ເຂົ້າສູ່ລວງເລິກ.

ຕະຫລອດໄລຍະ 5 ປີ (2016-2020) ທີ່ຜ່ານມາແຂວງຈຳປາສັກ ໄດ້ເຊັນບົດບັນທຶກ ການຮ່ວມມື ກັບ 16 ແຂວງ, 3 ນະຄອນ ພາກກາງ-ພາກໃຕ້, ສສ ຫວຽດນາມ ຊຶ່ງໄດ້ມີການພົບປະ ຢ້ຽມຢາມ ແລະ ແລກປ່ຽນ ຄະນະຜູ້ແທນຂັ້ນສູງ, ຄະນະວິຊາການ ຮ່ວມກັນເປັນປົກກະຕິ ແລະ ຕໍ່ເນື່ອງ ອັນໄດ້ປະກອບສ່ວນ ເຮັດໃຫ້ການລົງທຶນ ຂອງ ສສ ຫວຽດນາມ ຢູ່ແຂວງຈໍາປາສັກ ມີທັງໝົດ 612 ໂຄງການ, ມູນຄ່າການອະນຸຍາດ ທັງໝົດ 44.723,51 ຕື້ກີບ. ໃນນັ້ນ: ການລົງທຶນພາຍ ໃນຈຳນວນ 303 ໂຄງການ, ມູນຄ່າການອະນຸຍາດ 16.041,13 ຕື້ກີບ, ລົງທຶນຕ່າງປະເທດ ຈຳນວນ 309 ໂຄງການ, ມູນຄ່າການອະນຸຍາດ 28.682,39 ຕື້ກີບ. ການລົງທຶນດັ່ງກ່າວ ໄດ້ລົງທຶນເຂົ້າ ໃນ ຂົງເຂດກະສິກຳ-ປ່າໄມ້ ກວມ 17%, ຂົງເຂດອຸດສາຫະກຳ ກວມ 36% ແລະ ຂົງເຂດການຄ້າ ແລະ ບໍລິການ ກວມ 47%.

ໃນໂອກາດນີ້, ບັນດາແຂວງຂອງລາວ ແລະ ບັນດາແຂວງ ສສ ຫວຽດນາມ ກໍໄດ້ມີຄໍາເຫັນແລກປ່ຽນ, ຍົກໃຫ້ເຫັນທ່າແຮງ, ກາລະໂອກາດ ໃນການພັດທະນາ ຂະແໜງການຕ່າງໆແຕ່ລະແຂວງ ຈາກນັ້ນກໍໄດ້ເຊັນບົດບັນທຶກ ຊ່ວຍຈໍາໃນການຮ່ວມມື ກັນໃນຕໍ່ໜ້າອີກດ້ວຍ.


ໂດຍ: ເກດສະໜາ

KPL

ຂ່າວອື່ນໆ

ads
ads

Top