ທູດລາວ ປະຈຳ ສສ ຫວຽດນາມ ​ ຢ້ຽມຢາມ ​ແລະ ເຮັດວຽກຢູ່ ແຂວງ​ເຊີນ​ລາ

01/09/2022 13:27
Email Print 888
ຂປລ ​ຂປລ.ໃນ​ລະຫວ່າງວັນທີ 28-29 ສິງຫາ 2022 ທີ່ຜ່ານມາ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໄດ້ນຳ ພາ​ຄະນະ​ ແຂວງ​ໄຊ​ສົມບູນ, ​ໄຊ​ຍະ​ບູລີ ​ແລະ ​ແຂວງ​ຊຽງ​ຂວາງ



ຂປລ.ໃນລະຫວ່າງວັນທີ 28-29 ສິງຫາ 2022 ທີ່ຜ່ານມາ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໄດ້ນຳ ພາຄະນະ ແຂວງໄຊສົມບູນ, ​ໄຊຍະບູລີແລະ ແຂວງຊຽງຂວາງ ເຂົ້າຮ່ວມພິທີສະຫລອງປີສາມັກຄີມິດຕະພາບ 2022 ຄື: ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີແລະ ວັນເຊັນສົນທິສັນຍາມິດຕະພາບແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ທີ່ແຂວງເຊີນລາ.
  ໃນໂອກາດດຽວກັນ ກໍ
ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຮິວ ດົງ  ກຳມະການສູນກາງພັກ ເລຂາພັກແຂວງເຊີນລາ ເຊິ່ງໃນການພົບປະຄັ້ງນີ້, ການນໍາແຂວງເຊີນລາ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ, ຕີລາຄາສູງທີ່ສະຫາຍເອກອັກຄະລັດຖະທູດ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາ ໃນທ່າມກາງບັນຍາກາດທີ່ສອງປະເທດພວມຈັດຕັ້ງກິດຈະກໍາຕ່າງໆ ເພື່ອພ້ອມກັນສະເຫລີມ ສະຫລອງສອງວັນປະຫວັດສາດັ່ງກ່າວ ເພື່ອຫວນຄືນສອງວັນປະຫວັດສາດທີ່ສຳຄັນ ພິເສດແມ່ນເຂົ້າຮ່ວມພິທີມອບຮັບໃບຢັ້ງຢືນຈັດລະດັບອານຸສອນສະຖານແຫ່ງຊາດພິເສດເຂດອານຸສອນສະຖານປະຫວັດສາດປະຕິວັດລາວ-​ຫວຽດນາມ ທີ່ບ້ານລາວໂຄ, ຕາແສງພຽງຄວາຍ, ​ເມືອງອຽນເຈົາ, ​ແຂວງເຊີນລາ.
  ​​ໂອກາດນີ້
ສະຫາຍ ຫງວຽນ ຮິວ ດົງ ຍັງໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໃນໄລຍະຜ່ານມາ ພ້ອມທັງໄດ້ແຈ້ງໃຫ້ຊາບການພົວພັນຮ່ວມມືກັບ ສປປ ລາວ  ໂດຍສະເພາະແຂວງເຊີນລາໄດ້ເຊັນບົດບັນທຶກການແຮກສ່ຽວກັບ 09 ແຂວງເຊັ່ນ: ​ແຂວງຫົວພັນ, ຜົ້ງສາລີ, ຫລວງນ້ຳທາ, ອຸດົມໄຊ, ບໍ່ແກ້ວ, ​ໄຊຍະບູລີ, ຫລວງພະບາງ, ຊຽງຂວາງແລະແຂວງໄຊສົມບູນ. ພ້ອມທັງແຈ້ງໃຫ້ຊາບກ່ຽວກັບໂຄງການຊ່ວຍເຫລືອ ຂອງແຂວງ​​ເຊີນລາໃຫ້ກັບບັນດາແຂວງພາກເໜືອຂອງລາວໃນໄລຍະຜ່ານມາ.
  ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ສະແດງຄວາມຂອບໃຈໃນການຕ້ອນຮັບອັນອົບອຸ່ນ ແລະ ເປັນກັນເອງ ໃນຖານສະຫາຍອ້າຍນ້ອງ ພ້ອມທັງສະແດງຄວາມຊົມເຊີຍໝາກຜົນການພັດ ທະນາເສດຖະກິດ-ສັງຄົມໃນໄລຍະຜ່ານມາຂອງແຂວງ ເຊິ່ງບັນດາຜົນສຳເລັດດັ່ງກ່າວກໍໄດ້ສະແດງໃຫ້ເຫັນເຖິງການວາງແນວທາງທີ່ຖືກຕ້ອງ, ຄວາມສາມາດໃນການຊີ້ນຳ-ນຳພາຂອງອົງຄະນະພັກ, ອຳ ນາດການປົກຄອງ ແລະ ການເປັນຈິດໜຶ່ງໃຈດຽວຂອງປະຊາຊົນແຂວງ
ເຊີນລາ. ພ້ອມທັງຕີລາຄາສູງການພົວພັນຮ່ວມມືລະຫວ່າງສອງປະເທດໃນດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສືບຕໍ່ເປັນເສົາຫລັກໃຫ້ແກ່ການພົວພັນລວມຂອງສອງປະເທດ. ພ້ອມນັ້ນ, ກໍສະເໜີໃຫ້ສອງຝ່າຍສືບຕໍ່ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອແນ່ໃສ່ໃນການເສີມສ້າງຄວາມເຂັ້ມແຂງການພັດທະນາເສຖະ ກິດ-ສັງຄົມຂອງແຂວງພາກເໜືອຂອງລາວ ໂດຍສະເພາະແມ່ນການຊຸກຍູ້ໃຫ້ນັກລົງທຶນ ເຂົ້າໄປລົງ ທຶນຢູ່ແຂວງພາກເໜືອຂອງລາວ.
  ຈາກ
ນັ້ນ, ຄະນະ ຍັງໄດ້ໄປວາງພວງມະລາດອກໄມ້ທູບທຽນ ທີ່ສະໜາມຫລວງອານຸສອນສະ ຖານປະທານໂຮ່ຈິມິນ,ເຂົ້າຮ່ວມພິທີມອບຮັບໃບຢັ້ງຢືນຈັດລະດັບອານຸສອນສະຖານແຫ່ງຊາດ ພິເສດເຂດອານຸສອນສະຖານປະຫວັດສາດ ປະຕິວັດລາວ-​ຫວຽດນາມ ທີ່ບ້ານລາວໂຄ, ຕາແສງພຽງຄວາຍ, ​ເມືອງອຽນເຈົາ, ​ແຂວງເຊີນລາ.  ພາຍຫລັງຮ່ວມພິທີສະຫາຍ ເອກອັກຄະລັດຖະທູດ ພ້ອມດ້ວຍການນຳ​​ແຂວງພາກເໜືອຂອງລາວ ໄດ້ຮ່ວມປູກຕົ້ນໄມ້ທີ່ເຂດອານຸສອນສະຖານປະຫວັດສາດການປະຕິວັດລາວ-​ຫວຽດນາມທີ່ບ້ານລາວໂຄ ອີກດ້ວຍ.

ຂ່າວ,ພາບ: ສະຖານທູດລາວທີ່ຮ່າໂນ້ຍ

 

 

 

 

 

 

 

 

 

 

 

 

 

 

 


 

 

 

 

 

 

 

 

 

 

 

 

 

 

 


KPL

ຂ່າວອື່ນໆ

ads
ads

Top