ສະຖານທູດລາວ ເຂົ້າອວຍພອນການນໍາກະຊວງຕ່າງປະເທດ ຫວຽດນາມ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ

31/08/2022 19:55
Email Print 1005
ຂປລ ຂປລ. ວັນ​ທີ 31 ສິງຫາ 2022 ນີ້, ສະຫາຍ ຈັນທະພອນ ຄຳມະນີຈັນ , ທີ່ປຶກສາ ຮອງຫົວໜ້າສຳນັກງານ ສະຖານທູດແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໄດ້ນຳພາຄະນະ ແລະ ພະນັກງານສະຖານທູດລາວ ເຂົ້າອວຍພອນ ສະຫາຍ ນາງ ຫງວຽນ ທິ ຫ່ວງ ​ເວີນ ຮອງຫົວໜ້າຜູ້ປະຈໍາການ ຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຫວຽດນາມ ແລະ ສະຫາຍ ຫງວຽນ ມິ​ງ ຫວູ ຜູ້​ຊ່ວຍລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ ເນື່ອງໃນໂອກາດວັນຊາດຂອງ ສສ ຫວຽດນາມ ຄົບຮອບ 77 ປີ

ຂປລ. ວັນ​ທີ 31 ສິງຫາ 2022 ນີ້, ສະຫາຍ ຈັນທະພອນ ຄຳມະນີຈັນ , ທີ່ປຶກສາ ຮອງຫົວໜ້າສຳນັກງານ ສະຖານທູດແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ  ໄດ້ນຳພາຄະນະ ແລະ ພະນັກງານສະຖານທູດລາວ ເຂົ້າອວຍພອນ ສະຫາຍ ນາງ ຫງວຽນ ທິ ຫ່ວງ ​ເວີນ ຮອງຫົວໜ້າຜູ້ປະຈໍາການ ຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຫວຽດນາມ ແລະ ສະຫາຍ ຫງວຽນ ມິ​ງ ຫວູ  ຜູ້​ຊ່ວຍລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ ເນື່ອງໃນໂອກາດວັນຊາດຂອງ ສສ ຫວຽດນາມ ຄົບຮອບ 77 ປີ (02/09/1945-02/09/2022) ແລະ ວັນສ້າງສາຍພົວພັນການທູດ ລະຫວ່າງ ລາວ-​ຫວຽດນາມ ຄົບຮອບ 60 ປີ (05/09/1962-05/09/2022).

ໂອກາດນີ້, ສະຫາຍ ຈັນທະ​ພອນ​ ຄຳ​ມະນີ​ຈັນ ​ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງ ຫວຽດນາມ ໃນຕະຫລອດໄລຍະ 77 ປີຜ່ານມາວ່າ: ຕະຫລອດໄລຍະ 77 ປີຜ່ານມາ, ພາຍໃຕ້ການຊີ້ນຳ-ນຳພາ ອັນສະຫລາດສ່ອງໃສ່ ຂອງພັກກອມມູນິດຫວຽດນາມ, ປະເທດຫວຽດນາມອ້າຍນ້ອງ ໄດ້ຕໍ່ສູ້ຕ້ານການຮຸກຮານ ຂອງພວກລ່າເມືອງຂຶ້ນ ແລະ ຈັກກະພັດ ຢ່າງພິລະອາດຫານ ຈົນສາມາດຍາດ ເອົາເອກະລາດແຫ່ງຊາດ ໃນວັນທີ 2 ກັນຍາ 1945 ແລະ ທ້ອນໂຮມປະເທດຊາດ ​ເປັນ​ເອກະ​ພາບ ໃນປີ 1975 ຢ່າງສະຫງ່າອົງອາດ. ນັບແຕ່ນັ້ນເປັນຕົ້ນມາ, ສສ ຫວຽດນາມ ໄດ້ຮັບການພັດ ທະນາຢ່າງຕໍ່ເນື່ອງ ໂດຍສະເພາະຕະຫລອດໄລຍະ 35 ກວ່າປີ ​ແຫ່ງ​ການປະຕິບັດ​ພາ ລະກິດ​​ປ່ຽນ​ແປງ​​ໃໝ່, ຫວຽດນາມ ບັນລຸ​​ໄດ້ຜົນສຳ​ເລັດ​ ອັນ​ໃຫຍ່​ຫລວງຮອບດ້ານ ເຊັ່ນ: ການເມືອງມີສະຖຽນລະພາບ, ວຽກ​ງານ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ ມີຄວາມໜັກແໜ້ນ, ​​ສັງຄົມມີຄວາມ​ເປັນ ​ລະບຽບ​ຮຽບຮ້ອຍ​ດີ, ເສດຖະກິດມີການ ຂະຫຍາຍຕົວໄວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການຍົກລະດັບດີຂຶ້ນເປັນກ້າວໆ, ການພົວພັນກັບຕ່າງປະເທດ ແລະ ການເຊື່ອມໂຍງສາກົນ ນັບມື້ເປີດກວ້າງ ​ເຊິ່ງເຮັດໃຫ້ບົດ ບາດ ​ແລະ ​ອິດ​ທິພົນຂອງ​ ສສ ຫວຽດນາມ ນັບ​ມື້​​ສູງ​​ເດັ່ນ​ຂຶ້ນ ໃນ​ເວທີພາກພື້ນ ແລະ ສາ ກົນຢ່າງບໍ່ຢຸດຢັ້ງ, ພ້ອມ​ທັງເຊື່ອໝັ້ນວ່າ: ພາຍໃຕ້ການຊີ້ນໍາ-ນຳພາ ອັນສະຫລາດສ່ອງໃສ່ ຂອງພັກກອມມູນິດຫວຽດນາມ, ການບໍລິຫານຂອງ ລັດຖະບານຫວຽດນາມ, ການຕິດຕາມກວດກາ ຢ່າງໃກ້ຊິດຂອງສະພາແຫ່ງຊາດ, ຫວຽດນາມ ຈະສາມາດຈັດຕັ້ງປະຕິບັດ ບັນດາແຜນການພັດທະນາ ເສດຖະກິດ-ສັງຄົມ ໄລຍະ 5 ປີ (2021-2025) ກໍຄື ວິໄສທັດຮອດປີ 2030 ເນື່ອງໃນໂອກາດ ສະເຫລີມສະຫລອງຄົບຮອບ 100 ປີ ສ້າງຕັ້ງພັກ ກອມມູນິດຫວຽດນາມ ​ເຊິ່ງຈະນຳພາປະເທດຫວຽດນາມ ໃຫ້ກາຍເປັນປະເທດ ກຳລັງພັດທະນາ ຕາມທິດອຸດສາຫະກໍາທັນສະໄໝ, ມີລາຍຮັບປານກາງສູງ ແລະ ວິໄສທັດຮອດປີ 2045 ໃນໂອກາດສະເຫລີມສະຫລອງ ຄົບຮອບ 100 ປີ ສ້າງຕັ້ງປະເທດຫວຽດນາມ ກາຍເປັນປະເທດ ທີ່ພັດທະນາ, ມີລາຍຮັບສູງ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ວາງອອກຢ່າງມີໄຊ.

ໃນໂອກາດດຽວກັນ, ສະຫາຍ ນາງ ຫງວຽນ ທິ ຫ່ວງ ​ເວີນ ກໍໄດ້ສະແດງຄວາມ ຂອບໃຈຢ່າງຈິງໃຈ ແລະ ໄດ້ຕີລາຄາສູງ ຕໍ່ຜົນສຳເລັດຂອງລາວ ທີ່ຍາດມາໄດ້​ໃນ​ໄລຍະ​ຜ່ານ​ມາ ແລະ ສະແດງຄວາມເຫັນໃຈ ຕໍ່ສະພາບຄວາມຫຍຸ້ງຍາກ ຂອງລາວ ແລະ ຫວັງວ່າ ສປປ ລາວ ຈະສາມາດຜ່ານຜ່າທຸກອຸປະສັກ ຢ່າງສຳເລັດຜົນ. ພ້ອມກັນນີ້ ທັງສອງຝ່າຍ ໄດ້ຕີລາຄາວ່າ: ການພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ໄດ້ຮັບການກໍ່ສ້າງ ໂດຍປະທານ ໂຮ່ ຈີ່ ມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ເຄົາລົບຮັກ ແລະ ໄດ້ສືບຕໍ່ຖະນຸຖະໜອມ, ເພີ່ມພູນຄູນສ້າງຜ່ານບັນດາການນຳ, ນັກຮົບປະຕິວັດຮຸ່ນຕ່າງໆ ຂອງສອງປະເທດ ຈະສືບຕໍ່ໄດ້ຮັບການປົກປັກຮັກສາ ແລະ ເສີມຂະຫຍາຍໃຫ້ຈະເລີນງອກງາມ ແລະ ໝັ້ນຄົງທະນົງແກ່ນຊົ່ວກາລະນານ.

​ໃນ​ວັນ​ດຽວ​ກັນ, ສະຫາຍ ຈັນທະ​ພອນ​ ຄຳ​ມະນີ​ຈັນ ພ້ອມ​ຄະນະ​ ຍັງ​ໄດ້​ໄປ​ອວຍ ພອນຄະນະ​ນຳ​ກະຊວງ​ການ​ຕ່າງປະ​ເທດ ​​ໂດຍ​ການ​ຕ້ອນຮັບ​ຂອງ ສະຫາຍ ຫງວຽນ ມິ​ງ ຫວູ  ຜູ້​ຊ່ວຍລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ ​ເຊິ່ງທັງສອງຝ່າຍ ຢືນຢັນວ່າ: ຈະເຮັດສຸດຄວາມສາມາດ ຂອງຕົນ ໃນການປະສານງານ ແລະ ຊຸກຍູ້ການພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະ ຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບສະ​ໜິດແໜ້ນ, ເຂົ້າສູ່ລວງເລິກ, ແທດຕົວຈິງ ແລະ ມີປະສິດທິຜົນ ເພື່ອປະ ກອບສ່ວນເຂົ້າ ໃນການພັດທະນາ ຢູ່ແຕ່ລະປະເທດ ໃຫ້ຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ.

ຂ່າວ-ພາບ: ສະຖານທູດ​ລາວ​ ທີ່​ຮ່າ​ໂນ້ຍ

KPL

ຂ່າວອື່ນໆ

ads
ads

Top