ສອງສະພາແຫ່ງຊາດ ລາວ-ຫວຽດນາມ ພ້ອມກັນເສີມຂະຫຍາຍມູນເຊື້ອຄວາມສາມັກຄີພິເສດ

03/08/2022 09:20
Email Print 4281
ຂປລ ປັດຈຸບັນ ເຖິງແມ່ນວ່າ ສະພາບການພາກພື້ນ ແລະ ສາກົນ ຈະມີການຜັນແປໄປຢ່າງສັບສົນ ແລະ ສະຫລັບສັບຊ້ອນ ປານໃດກໍຕາມ, ແຕ່ພັກ, ລັດ ແລະ ປະຊາຊົນລາວ ສືບຕໍ່ຍຶດໝັ້ນ ຮ່ວມກັບພັກ, ລັດຖະບານ ແລະ ປະຊາ ຊົນ ຫວຽດນາມ ປົກປັກຮັກສາ, ທະນຸຖະໜອມ ແລະ ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບ ທີ່ຫາໄດ້ຍາກ ໃນທຸກຂົງເຂດ ຂອງການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສຶກສາ, ທ່ອງທ່ຽວ ແລະ ອື່ນໆ.






ປັດຈຸບັນ ເຖິງແມ່ນວ່າ ສະພາບການພາກພື້ນ ແລະ ສາກົນ ຈະມີການຜັນແປໄປຢ່າງສັບສົນ ແລະ ສະຫລັບສັບຊ້ອນ ປານໃດກໍຕາມ, ແຕ່ພັກ, ລັດ ແລະ ປະຊາຊົນລາວ ສືບຕໍ່ຍຶດໝັ້ນ ຮ່ວມກັບພັກ, ລັດຖະບານ ແລະ ປະຊາ ຊົນ ຫວຽດນາມ ປົກປັກຮັກສາ, ທະນຸຖະໜອມ ແລະ ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບ ທີ່ຫາໄດ້ຍາກ ໃນທຸກຂົງເຂດ ຂອງການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສຶກສາ, ທ່ອງທ່ຽວ ແລະ ອື່ນໆ. ນອກນີ້, ຍັງມີການພົວພັນຮ່ວມມື ຢ່າງໜັກແໜ້ນ ໃນການເຄື່ອນໄຫວ ໃນເວທີພາກພື້ນ ແລະ ສາກົນ, ທັງໝົດທີ່ກ່າວມານັ້ນ ກໍເພື່ອຜົນປະໂຫຍດ ຂອງປະຊາຊົນ ສອງປະເທດ, ເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ.

ໃນໂອກາດໃຫ້ສໍາພາດຕໍ່ສື່ມວນຊົນ ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ ເມື່ອບໍ່ດົນນີ້ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ ຍົກໃຫ້ເຫັນວ່າ: ສອງສະພາແຫ່ງຊາດລາວ ແລະ ຫວຽດນາມ ໄດ້ມີການພົວພັນ ຮ່ວມມືນໍາກັນ ມາແຕ່ດົນນານ, ປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນການ ເສີມຂະຫຍາຍສາຍ ພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ຢ່າງມີຜົນສຳເລັດ ໃນຫຼາຍດ້ານ ເປັນຕົ້ນ ສອງຝ່າຍຈັດຕັ້ງ ຜັນຂະຫຍາຍບົດບັນທຶກ ການຮ່ວມມື ລະຫວ່າງ ສອງສະພາແຫ່ງຊາດ ແລະ ສອງຫ້ອງວ່າການ ໃນນັ້ນ, ໄດ້ມີການແລກປ່ຽນ ຄະ ນະຜູ້ແທນ ໃນທຸກລະດັບ ນັບແຕ່ລະດັບ ປະທານສະພາແຫ່ງຊາດ, ກຳມາທິການ, ຄະນະເລຂາທິການ ຈົນເຖິງວິຊາການ, ແຕ່ສູນກາງຈົນເຖິງ ສະພາເຂດເລືອກຕັ້ງ ຂອງບັນດາທ້ອງຖິ່ນ, ຮ່ວມກັນຈັດຕັ້ງ ກອງປະຊຸມສຳມະນາ ແລກປ່ຽນ ບົດຮຽນ ກ່ຽວກັບການຈັດ ຕັ້ງປະຕິບັດ ພາລະບົດບາດ ຂອງອົງການນິຕິບັນຍັດ ເປັນຕົ້ນການພິຈາລະນາ ຮັບຮອງແຜນການສ້າງ ແລະ ປັບປຸງກົດໝາຍ, ການຕົກລົງບັນຫາສຳຄັນ ພື້ນຖານຂອງຊາດ, ແຜນພັດທະນາ ເສດຖະກິດ-ສັງຄົມ ແລະ ອື່ນໆ. ຮ່ວມກັນຕິດຕາມກວດກາ ການຈັດຕັ້ງປະຕິບັດສັນຍາ, ສົນທິສັນຍາ ແລະ ຂໍ້ຕົກລົງ ລວມທັງບັນດາໂຄງການ ການຮ່ວມມື ແລະ ໂຄງການຊ່ວຍເຫຼືອ ລະຫວ່າງ ສອງລັດຖະບານ. ສອງຝ່າຍ ຍັງໃຫ້ການຮ່ວມມື ສະໜັບສະໜູນ ຊຶ່ງກັນ ແລະ ກັນຢ່າງແໜ້ນແຟ້ນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນ AIPA, APPF, IPU, ASEP, APF ແລະ ອື່ນໆ. ນອກນີ້, ກໍຍັງມີການຮ່ວມມື ໃນຂອບ CLV ຊຶ່ງສະພາແຫ່ງຊາດລາວ ຈະເປັນເຈົ້າພາບ ໃນປີ 2023 ແລະ ຈະຍົກລະດັບ CLV ຈາກລະດັບກຳມາທິການ ເປັນລະດັບປະທານສະພາແຫ່ງຊາດ ໃຫ້ສົມຄູ່ກັບເບື້ອງລັດຖະບານ.

ພ້ອມນີ້, ປະທານສະພາແຫ່ງຊາດລາວ ຍັງຍົກໃຫ້ເຫັນທິດທາງແຜນການຮ່ວມມື ໃນຕໍ່ໜ້າ ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດ ຫວຽດນາມ ມີດັ່ງນີ້: ສືບຕໍ່ຈັດຕັ້ງປະຕິບັດ ບົດບັນທຶກວ່າດ້ວຍ ການຮ່ວມມື ລະຫວ່າງ ສະພາແຫ່ງຊາດ, ສອງຫ້ອງວ່າການ ແລະ ສອງກຳມາທິການບັນດາເຜົ່າ ໃຫ້ໄດ້ຮັບຜົນສຳເລັດ ຢ່າງຈົບງາມ; ຮ່ວມກັນຈັດຕັ້ງ ສະເຫລີມສະຫລອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ລະຫວ່າງ ສອງສະພາແຫ່ງຊາດ; ສືບຕໍ່ ແລກປ່ຽນຄະນະຜູ້ແທນ, ແລກປ່ຽນບົດຮຽນ, ຈັດຕັ້ງກອງປະຊຸມສຳມະນາ; ສືບຕໍ່ຮ່ວມກັນຊຸກຍູ້ ແລະ ຕິດຕາມກວດກາ ບັນດາສັນຍາ, ສົນທິສັນຍາ, ຂໍ້ຕົກລົງ, ບັນດາໂຄງການລົງທຶນ ແລະ ຊ່ວຍເຫລືອ ລະຫວ່າງ ສອງລັດຖະບານ.

ສະຫາຍ ໄຊສົມພອນ ພົມວິຫານ ກ່າວອີກວາ: ໃນຊີວິດເຍົາໄວ, ຂ້າພະເຈົ້າ ໄດ້ອາໄສຢູ່ກັບຄອບຄົວ ແລະ ໄດ້ເຂົ້າສຶກສາຮໍ່າຮຽນ ຢູ່ ສສ ຫວຽດນາມ, ໃກ້ຊິດຕິດແທດກັບປະຊາຊົນ ຫວຽດນາມອ້າຍນ້ອງ ເປັນພິເສດ. ບິດາ ຂອງຂ້າພະເຈົ້າ ກໍໄດ້ເຮັດວຽກຮ່ວມກັບ ປະທານ ໂຮ່ຈີ່ມິງ ທີ່ແສນເຄົາລົບຮັກ ໄດ້ກໍ່ຕັ້ງມູນເຊື້ອ ສາຍພົວພັນ ຄວາມສາມັກຄີພິເສດ, ໄດ້ຄຽງບ່າຄຽງໄຫລ່, ຕໍ່ສູ້ ແລະ ເສຍສະລະຮ່ວມກັນ ກັບການນໍາທຸກຮຸ່ນ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃນການຮ່ວມກັນຕໍ່ສູ້ກູ້ຊາດ ເພື່ອຍາດເອົາເອກະລາດ ແລະ ເສລີພາບໃນເມື່ອກ່ອນ ກໍຄືປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ໃນປັດຈຸບັນ. ຂ້າພະເຈົ້າ ຍັງຈື່ໄດ້ວ່າ ເພິ່ນເຄີຍສັ່ງສອນ ໃຫ້ຮຽນຮູ້ກ່ຽວກັບ ແບບແຜນການດຳລົງຊີວິດ, ດຸໝັ່ນອົດທົນ, ມີນໍ້າໃຈສາມັກຄີປອງດອງ, ຮັກເຊື້ອແພງຊາດ, ເຊື່ອມສານນໍ້າໃຈ ຂອງປະຊາຊົນ ລາວ-ຫວຽດນາມ ແລະ ຮັກສາມູນເຊື້ອ ວິລະຊົນປະຕິວັດ ຂອງສາຍພົວພັນ ແບບພິເສດ ລະຫວ່າງ ລາວ- ຫວຽດນາມ ດັ່ງທີ່ ປະທານ ສຸພານຸວົງ ໄດ້ກ່າວໄວ້ວ່າ: ສາຍພົວພັນພິເສດ ລາວ-ຫວຽດນາມ ສູງກວ່າພູຜາໃດໆ, ຍາວກວ່າແມ່ນໍ້າທຸກສາຍ, ກວ້າງໃຫຍ່ກວ່າ ມະຫາສະໝຸດ, ສວຍງາມກວ່າດວງເດືອນ ໃນວັນເພັງ, ຫອມກວ່າດອກໄມ້ ທີ່ ຫອມທີ່ສຸດ. ສາຍພົວພັນ ທີ່ບໍລິສຸດຜຸດຜ່ອງ ລະຫວ່າງ ລາວ-ຫວຽດນາມ ໄດ້ກາຍເປັນສາຍພົວພັນ ທີ່ເປັນແບບຢ່າງ ແລະ ຫາຍາກທີ່ສຸດຢູ່ໃນໂລກ, ປະທານ ໄກສອນ ພົມວິຫານ ໄດ້ຢືນຢັນຫລາຍເທື່ອວ່າ: ໃນປະຫວັດສາດ ຂອງການ ປະຕິວັດໂລກ ກໍໄດ້ມີຫລາຍແບບຢ່າງ ທີ່ເປັນແວ່ນແຍງ ໃຫ້ເຫັນເຖິງນໍ້າໃຈ ກໍາມະຊີບສາກົນ, ແຕ່ບໍ່ມີບ່ອນໃດ ແລະ ບໍ່ມີຄວາມສາມັກຄີໃດ, ສໍາພັນທະມິດຕໍ່ສູ້ໃດພິເສດ, ຍາວນານ ແລະ ຮອບດ້ານ ແບບນີ້”; ປະທານ ໂຮ່ຈີ່ມິງ ຍັງເວົ້າ ເລື້ອຍວ່າ: ຫວຽດນາມ ແລະ ລາວພວກເຮົາ, ຮັກແພງກັນເລິກເຊິ່ງກວ່າ ແມ່ນໍ້າຮົ່ງ ແລະ ແມ່ນໍ້າຂອງ”. ດ້ວຍຄໍາສັ່ງສອນຂອງເພິ່ນ ແລະ ບວກກັບຊີວິດ ການເຄື່ອນໄຫວເຮັດວຽກ ຂອງຕົນ, ຂ້າພະເຈົ້າ ໄດ້ພົວພັນ ແລະ ໃກ້ຊິດຕິດແທດ ກັບ ຫວຽດນາມ ມາຕະຫລອດ ເຮັດໃຫ້ຂ້າພະເຈົ້າ ຮູ້ສຶກມີຄວາມຜູກພັນ ກັບປະຊາຊົນຫວຽດນາມ ອ້າຍນ້ອງຫລາຍທີ່ສຸດ ຄ້າຍກັບວ່າເກີດມາ ຈາກທ້ອງແມ່ດຽວກັນ, ແນວຄິດຂອງຜູ້ນໍາ ທີ່ແສນເຄົາລົບຮັກ ທັງສອງທ່ານ ຍັງຄົງເປັນເຂັມ ທິດເຍືອງທາງ ໃຫ້ແກ່ຂ້າພະເຈົ້າ ໃນການມີແບບແຜນ ວິທີເຮັດວຽກທີ່ດີ ແລະ ສືບຕໍ່ທະນຸຖະໜອມ ຖ່າຍທອດສາຍພົວພັນ ທີ່ເປັນມູນເຊື້ອ ອັນບໍລິສຸດຜຸດຜ່ອງ, ໃກ້ຊິດ ທີ່ມີໜຶ່ງດຽວໃນໂລກນີ້ ໃຫ້ຄົນຮຸ່ນຫລັງ ໄດ້ເຂົ້າອົກເຂົ້າໃຈ ແລະ ສືບທອດ ສາຍພົວພັນດັ່ງກ່າວ ໄປຕະຫລອດກາລະນານ.



(ຂໍ້ມູນ ແລະ ພາບ: ສະພາແຫ່ງຊາດລາວ)


KPL

ຂ່າວອື່ນໆ

ads
ads

Top