​ເຕັດ ບຸນປີໃໝ່ຂອງຫວຽດນາມ

31/01/2022 14:48
Email Print 30506
ຂປລ ບຸນປີໃໝ່ປະຈຳຊາດຫວຽດນາມ ຫລື ເຕັດ ເປັນບຸນປະເພນີ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ຊຶ່ງແຕ່ໃດໆມາ ບຸນປີໃໝ່ ບໍ່ພຽງແຕ່ເປັນໂອກາດ ໃຫ້ສະມາຊິກທຸກຄົນ ໃນຄອບຄົວ ລູກຫລານ ມາປຸ້ມລຸມ ເຕົ້າໂຮມກັນຕ້ອນຮັບປີໃໝ່ເທົ່ານັ້ນຫາກຍັງແມ່ນໂອກາດທີ່ຄົນຫວຽດນາມ ໄດ້ຮ່ວມເສີມຂະຫຍາຍຮີດຄອງ ປະເພນີທີ່ດີງາມ ໃນມື້ບຸນສຳຄັນຂອງຕົນອີກ.




ບຸນປີໃໝ່ປະຈຳຊາດຫວຽດນາມ ຫລື ເຕັດ ເປັນບຸນປະເພນີ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ຊຶ່ງແຕ່ໃດໆມາ ບຸນປີໃໝ່ ບໍ່ພຽງແຕ່ເປັນໂອກາດ ໃຫ້ສະມາຊິກ ທຸກຄົນໃນຄອບຄົວ ລູກຫລານ ມາປຸ້ມລຸມ ເຕົ້າໂຮມກັນຕ້ອນຮັບປີໃໝ່ເທົ່ານັ້ນ ຫາກຍັງແມ່ນໂອກາດທີ່ຄົນຫວຽດນາມ ໄດ້ຮ່ວມເສີມຂະຫຍາຍຮີດຄອງ ປະເພນີທີ່ດີງາມໃນມື້ບຸນສຳຄັນຂອງຕົນອີກ.

 ມື້​ສົ່ງ​ທ້າຍ​ປີ​ເກົ່າຂອງ​ຄົນ​ຫວຽດນາມປີ​ນີ້ ກົງກັບວັນຈັນທີ 31 ມັງກອນ 2022 ​ແລະ ບຸນປີ​ໃໝ່ ບຸນ​ເຕັດ ກົງກັບ​ວັນ​ອັງຄານ​ທີ 1 ກຸມພາ 2022 ຊຶ່ງເຂົາເຈົ້າມັກເວົ້າວ່າ: “ເຮັດວຽກໝົດປີເພື່ອຈ່າຍສາມວັນ” ດັ່ງນັ້ນໃນບຸນນີ້, ຄົນຫວຽດນາມ ບໍ່ວ່າຈະດຳລົງຊີວິດຢູ່ແຫ່ງໃດໃນໂລກນີ້ ຕ່າງກໍສະເຫລີມສະຫລອງບຸນປະເພນີຢ່າງມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມສຸກ ຄວາມຫວັງ ທ່າມກາງ ການເຝົ້າລະວັງພະຍາດໂຄວິດ-19, ສ່ວນບັນຍາກາດ ການສະຫລອງປີໃໝ່ຫວຽດນາມ ຢູ່ລາວກໍມີສີສັນ​ເຊັ່ນ​ກັນ ​ໂດຍ​ສະ​ເພາະ​ຕາມ​ແຄມ​ທາງ ມີ​ຮ້ານ​ຂາຍ​ຕົ້ນ​ໄມ້​ປະດັບ ​ທີ່ຄົນ​ຫວຽດນາມ​ຖື​ວ່າ ​​ເປັນ​ສິລິ​ມຸງຄຸນ ​ແລະ ຮ້ານ​ເຄື່ອງນຸ່ງ​ຫົ່ມ​ປະຈຳ​ຊາດ​ຫວຽດນາມ ລວມທັງ​ເຂົ້າຕົ້ມ​ເຂົ້າໜົມ ຊຶ່ງ​ເປັນ​ເອກະລັກ​ຂອງ​ບຸນ​ເຕັດ.

ປະເພນີ ຕ້ອນຮັບເຕັດ ຢູ່ແຕ່ລະເຂດແຄວ້ນທ້ອງຖິ່ນຂອງ​ຫວຽດນາມ ແຕກຕ່າງກັນເລັກໜ້ອຍ, ແຕ່ໂດຍລວມມີສັນຍະລັກ 4 ຢ່າງຄື ການຊື້ເຄື່ອງ, ການຈັດພິທີກຳ, ການກິນ ແລະ ການຫລິ້ນ ຊຶ່ງໃກ້ຈະຮອດມື້ບຸນປີໃໝ່, ຈະຈັດຕະຫລາດນັດຂຶ້ນ ແລະ ສຳລັບຢູ່ບ້ານເຮົາແລ້ວ, ຕະຫລາດ ຫລື ຮ້ານຂາຍເຄື່ອງແຫ້ງຕ່າງໆລ້ວນ ແຕ່ເອົາເຄື່ອງເຕັດ ມາຈຳໜ່າຍເພື່ອຕອບໂຈດຄ່ານິຍົມ ຫລິ້ນບຸນຂອງຄົນຫວຽດນາມ. ເຄື່ອງທີ່່ເຂົາເຈົ້ານິຍົມຊື້ ຄືຕົ້ນດອກຄາຍ, ກິ່ງດອກມາຍ, ຕົ້ນໝາກແປ້ນ, ເຫລົ້າ, ພາບແຕ້ມໂຕໜັງສື ທີ່ມີຂໍ້ຄວາມຂອງຄວາມປາຖະໜາວ່າ ຂໍໃຫ້ລູກຫລານຮ່ຳຮຽນສະຫລາດ.

ສຳລັບ ວັດ​ທະນະ​ທຳການກິນ ຈາກຄວາມເຊື່ອທີ່ວ່າ “ແຈກຫາພໍ່ແມ່ ມື້ອຶດ, ສາມມື້ບຸນ ແມ່ນມື້ອີ່ມ” ສະນັ້ນ ໃນມື້ບຸນ ເຖິງວ່າ ຈະທຸກຍາກສ່ຳໃດ, ເຂົາເຈົ້າຕ້ອງພະຍາຍາມຊອກຫາ ຂໍຢືມເພື່ອຕົບແຕ່ງພາເຂົ້າໃຫ້ອຸດົມສົມບູນ, ຄົບຖ້ວນກວ່າມື້ທຳມະດາ ໝາຍຄວາມວ່າ ເຂົາເຈົ້າ ຖືສຳຄັນການກິນ ການດື່ມ ໃຫ້ອີ່ມ ແລະ ພຽງພໍ ໃນມື້ບຸນ ຊິ່ງແຝງດ້ວຍແຮງປາຖະໜາວ່າປີໃໝ່ຈະເປັນ ປີທີ່ມີຊີວິດອຸດົມສົມບູນຍາວນານ.




*ສ່ວນພາເຂົ້າໃນມື້ບຸນປີໃໝ່ມີເຂົ້າຕົ້ມ, ໄກ່ຕົ້ມ, ຫົວຜັກບົ່ວດອງ, ຫົວສະຄູດອງ, ແໜມ, ຢໍ່, ແກງໜໍ່ໄມ້, ຂາໝູ, ຕົ້ມເຄັມຊີ້ນໃສ່ນ້ຳໝາກພ້າວ, ຕົ້ມເສັ້ນລ້ອນໃສ່ເຄື່ອງໃນໄກ່ ແລະ ອື່ນໆ. ນອກນີ້ ຍັງມີເຂົ້າໜົມເຊັ່ນ: ເຂົ້າໜົມຂີງ​ແຫ້ງ​ເອືອບ​ນ້ຳຕານ, ເຂົ້າໜົມໝາກພ້າວ, ໝາກໂຕ່ນ, ແກ່ນດອກບົວ, ແກ່ນໝາກໂມ, ເຊື້ອມ, ເຫລົ້າ, ເບຍ, ນ້ຳຫວານ...

ພິທີກຳຂອງບຸນປີໃໝ່​ເຕັດ​ນີ້ ​ແມ່ນຕິດພັນກັບຄວາມເຊື່ອຖື, ການບູຊາເສັ່ນໄຫວ້ ເພາະເຂົາເຈົ້າເຊື່ອຖືບູຊາທຳມະຊາດ, ຈະລິຍະທຳ ຄຸນນະທຳ ບຸນຄຸນຂອງບັນພະບູລຸດ ຈຶ່ງຂາບໄຫວ້ ສັກກາລະ ຜູ້ທີ່ລ່ວງລັບໄປແລ້ວລວມເຖິງເທບເທວະດາຟ້າແຖນ.




ຕາມ​ປົກກະຕິ​ແລ້ວ, ບຸນປະເພນີ ໄດ້ກຳນົດເປັນເວລາ 3 ວັນຂອງຕົ້ນເດືອນຈຽງ, ແຕ່ຄົນຫວຽດນາມ ຈະມີມື້ພັກດົນເປັນອາທິດ ເປັນເດືອນເພາະກ່ອນ ແລະ ຫລັງມື້ບຸນຫລາຍສິບວັນ ຈະເຄື່ອນໄຫວຫລາຍຢ່າງທີ່ພົວພັນກັບບຸນຢ່າງລຽນຕິດ ​ແລະ ​ໃຫ້ຄຶກຄື້ນທີ່ສຸດ. ຫລັງຕ້ອນຮັບປີໃໝ່ແລ້ວ, ເຂົາເຈົ້າກໍຈະ ເຂົ້າວັດເພື່ອຂໍພອນຂໍໂຊກລາບ, ອະທິຖານໃຫ້ທຸກສິ່ງທຸກຢ່າງດີງາມ, ທຳມາ ຫາກິນສະດວກ ແລະ ປະສົບຜົນສຳເລັດຕະຫລອດປີ.

ໄລຍະມື້ບຸນ, ທຸກຄົນມັກຈະໄປຢ້ຽມຢາມກັນ ເພື່ອອວຍພອນ, ຖ້າເປັນລູກຫລານກໍ່ອວຍພອນພໍ່ເຖົ້າແມ່ເຖົ້າ, ພໍ່ແມ່ ໃຫ້ມີສຸຂະພາບແຂງແຮງ ອາຍຸຍືນຍາວ ແລະ ພໍ່ເຖົ້າແມ່ເຖົ້າ ພໍ່ແມ່ ກໍ່ຈະອວຍພອນໃຫ້ລູກຫລານ ເປັນຄົນຄຳຮູ້ກະຕັນຍູ; ຖ້າເປັນເພື່ອນມິດສະຫາຍກັນ ກໍ່ອວຍພອນໃຫ້ຊື້ໄດ້ຂາຍໝານຈະເລີນຮຸ່ງເຮືອງໃນ ໜ້າທີ່ວຽກງານ. ນອກນີ້ ຍັງມີຮີດຄອງອວຍພອນອາຍຸ, ອວຍ ພອນໂດຍການແຈກເງິນ ເປັນຊອງສີແດງ ທີ່ໝາຍເຖິງ ໃຫ້ພອນຈົ່ງມີຄວາມສຸກ ໂຊກລາບ.




*ສ່ວນການຫລິ້ນບຸນປີໃໝ່, ແຕ່ລະຄອບຄົວຈະມີພິທີໜຶ່ງ ເອີ້ນວ່າ ການເສັ່ນໄຫວ້ມື້ສິ້ນສຸດວັນບຸນ ຊຶ່ງສະແດງໃຫ້ເຫັນຈະລິຍະທຳຂອງຜູ້ມີຄຸນນະທຳ, ກິນເຂົ້າຄິດ ຮອດຄຸນນາ ກິນປາຄິດຮອດຄຸນນ້ຳ ທັງເປັນການເຊື່ອມສາຍພົວພັນຂອງຄົນໃນຄອບຄົວ, ວົງຕະກຸນ ໃຫ້ຮັກແພງສະໜິດແໜ້ນກັນຍິ່ງຂຶ້ນ.

ຕະຫລອດໄລຍະບຸນປີໃໝ່, ເຂົາເຈົ້າ ຍັງນິຍົມໄປວັດທີ່ມີຊື່ສຽງ, ສັກສິດ ແລະ ຢູ່ໄກເພື່ອເປັນການພັກຜ່ອນ, ຕາງໄປທ່ຽວ ແລະ ຂໍພອນຈາກວັດຕ່າງໆໂດຍເຊື່ອວ່າ ການເຂົ້າວັດໃນມື້ທຳອິດຂອງປີໃໝ່ ແມ່ນໄປຫາຄວາມເປັນສິລິມຸງຄຸນ, ເປັນການສະແດງເຖິງຄວາມອ່ອນນ້ອມ, ຂໍພອນເພື່ອປັດເປົ່າສິ່ງເສົ້າໝອງໃນປີເກົ່າ ແລະ ລໍຖ້າຕ້ອນຮັບສິ່ງທີ່ດີງາມຈາກປີໃໝ່.

​ໂດຍ: ມື​ອ່ອນ ​ໄອ​ທີ

KPL

ຂ່າວອື່ນໆ

    • ​ເຝີ​ແຊບ​ນໍ້າໜຶ່ງ ​ເອກະລັກ​ສະ​ເພາະ​ທີ່​ທ່ານ​ຕ້ອງ​ລອງວາລະສານ-ຂ່າວພາບ

      ​ເຝີ​ແຊບ​ນໍ້າໜຶ່ງ ​ເອກະລັກ​ສະ​ເພາະ​ທີ່​ທ່ານ​ຕ້ອງ​ລອງ

      3/9/2022 2:08:07 PM

      ທຸກ​ມື້​ນີ້, ຮ້ານ​ອາຫານ​ປະ​ເພດ​ເສັ້ນ ໂດຍສະເພາະຮ້ານເຝີ ແມ່ນມີ​ຂາຍ​ທົ່ວ​ໄປ ​ບໍ່ວ່າ​ຈະ​ຢູ່​ເຂດ​ໃດ​​ຕ້ອງ​ມີ​ ເພາະ​ເປັນ​ອາຫານທີ່​ຄົນ​ນິຍົ​ມກິນຫລາຍ ແຕ່ບໍ່ໝາຍຄວາມວ່າ ຮ້ານເຝີທຸກຮ້ານ ຈະຂາຍດີຄືກັນໝົດ ສິ່ງທີ່ສາມາດດຶງດູດລູກຄ້າ ໃຫ້ນິຍົມຊົມຊອບ ແມ່ນຂຶ້ນກັບລົດຊາດ ແລະ ມີ ເອກະລັກສະເພາະ.

    • ຖອດຖອນບົດຮຽນ (ແມ່ນສໍາຄັນ)ວາລະສານ-ຂ່າວພາບ

      ຖອດຖອນບົດຮຽນ (ແມ່ນສໍາຄັນ)

      2/28/2022 3:25:09 PM

      ການຖອດຖອນບົດຮຽນ ຈາກການປະຕິບັດວຽກງານຜ່ານມາ ເພື່ອໃຫ້ເຫັນໄດ້ບັນດາມູນ ເຊື້ອອັນດີທີ່ຕ້ອງສືບຕໍ່ເສີມຂະຫຍາຍ ແລະ ຕັດສິນໃຈແກ້ໄຂໃຫ້ເດັດຂາດ ບັນດາຂອດຄົງຄ້າງ ແມ່ນສິ່ງຈໍາເປັນ ທີ່ຕ້ອງປະຕິບັດຢ່າງກົງໄປກົງມາ-ພາວະວິໄສ.

    • ຕ້ອງຮູ້ເຮົາຢູ່ກຸ່ມຄົນ ປະເພດໃດ?ວາລະສານ-ຂ່າວພາບ

      ຕ້ອງຮູ້ເຮົາຢູ່ກຸ່ມຄົນ ປະເພດໃດ?

      2/28/2022 3:21:24 PM

      *ກ່ອນທີ່ເຮົາຈະຮູ້ປະເມີນ ຫລື ຕີລາຄາຄົນອື່ນວ່າເປັນແນວໃດ, ຈັດຢູ່ກຸ່ມຄົນປະເພດໃດ ນັ້ນ ເຮົາຕ້ອງຮູ້ຈັກຕົນເອງກ່ອນ .

    • ພ້ອມກັນສະຫລອງປີສາມັກຄີມິດຕະພາບ  ລາວ-ຫວຽດນາມ ໃຫ້ມີບັນຍາກາດຟົດຟື້ນວາລະສານ-ຂ່າວພາບ

      ພ້ອມກັນສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ໃຫ້ມີບັນຍາກາດຟົດຟື້ນ

      2/23/2022 2:48:13 PM

      *ປີ 2022 ນີ້ ເປັນປີທີ່ມີຄວາມໝາຍຄວາມສຳຄັນຍິ່ງຂອງສອງຊາດ ລາວ-ຫວຽດນາມ ເພາະເປັນປີແຫ່ງມິດຕະພາບ ແລະ ການຮ່ວມມື ຊຶ່ງການນຳທັງສອງປະເທດ ໄດ້ເຫັນດີເປັນເອກະພາບກັນ ປະສານສົມທົບຈັດຕັ້ງ ປີສາມັກຄີ ມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ດ້ວຍຫລາຍກິດຈະກຳ ເພື່ອສະເຫລີມສະຫລອງ ວັນສຳຄັນຕ່າງໆຂອງ ລາວ ແລະ ຫວຽດນາມ.

    • ເວົ້າ​ໃຫ້​ໜ້ອຍ ຄິດ​ໃຫ້​ຫລາຍ ລົງມື​ເຮັດ​​ເລື້ອຍໆວາລະສານ-ຂ່າວພາບ

      ເວົ້າ​ໃຫ້​ໜ້ອຍ ຄິດ​ໃຫ້​ຫລາຍ ລົງມື​ເຮັດ​​ເລື້ອຍໆ

      2/14/2022 2:36:13 PM

      ຄຳ​ວ່າ: ​​​“ເຮັດ​ຫລາຍ​ກວ່າ​ເວົ້າ” ​ເປັນຄຳ​ທີ່​ໄດ້​ຍິນ​ມາ​ແຕ່​​ເຫິງ​ນານ ​ແຕ່ໜ້ອຍ​ຄົນ​ທີ່​ຈະ​ເຮັດ​ໄດ້ ບໍ່​ແມ່ນ​ຍ້ອນ​ມັນ​ຍາກ​ ຫລື ລໍາບາກ​ດອກ ​ແຕ່​ຄົນ​ເຮົາ​ມັກ​ລຶ້ງ​ທີ່​ຈະ​ເວົ້າ​ຫລາຍໆ ​ໂດຍ​ບໍ່​ຮູ້​ວ່າ: ການ​ເວົ້າ​ໃຫ້​ໜ້ອຍໆ ຄິດ​ໃຫ້​ຫລາຍໆ ລົງ​ມື​ເຮັດ​ເລື້ອຍໆ ​ເປັນ​ຫົນທາງ​ທີ່​ດີ​ທີ່​ສຸດ​ທີ່ຈະ​ພາ​​ໄປ​ສູ່​ຄວາມ​ສໍາ​ເລັດ.

ads
ads

Top