ຮັງມີຍ້ອນປູກພືດຜັກປະສົມປະສານ

06/07/2021 16:32
Email Print 1694
ຂປລ ຜັກກະລໍ່າປີ ແມ່ນພືດອີກຊະນິດໜຶ່ງ ທີ່ສັງຄົມໃຫ້ຄວາມຍອມຮັບ ແລະ ນິຍົມກັນ ນຳມາປຸງແຕ່ງເປັນອາຫານຢ່າງແຜ່ຫຼາຍ ຊຶ່ງປັດຈຸບັນ ປະຊາຊົນລາວບັນດາເຜົ່າ ໄດ້ໃຫ້ຄວາມສົນໃຈໃນການປູກພືດຊະນິດດັ່ງກ່າວ ເພື່ອຜະລິດເປັນສິນຄ້າ ຢ່າງເປັນຂະບວນການຟົດຟື້ນພໍສົມຄວນ ແລະ ຕະຫລາດ ກໍມີຄວາມຕ້ອງການຢ່າງກວ້າງຂວາງ.

ຜັກກະລໍ່າປີ ແມ່ນພືດອີກຊະນິດໜຶ່ງ ທີ່ສັງຄົມໃຫ້ຄວາມຍອມຮັບ ແລະ ນິຍົມກັນ ນຳມາປຸງແຕ່ງເປັນອາຫານຢ່າງແຜ່ຫຼາຍ ຊຶ່ງປັດຈຸບັນ ປະຊາຊົນລາວບັນດາເຜົ່າ ໄດ້ໃຫ້ຄວາມສົນໃຈໃນການປູກພືດຊະນິດດັ່ງກ່າວ ເພື່ອຜະລິດເປັນສິນຄ້າ ຢ່າງເປັນຂະບວນການຟົດຟື້ນພໍສົມຄວນ ແລະ ຕະຫລາດ ກໍມີຄວາມຕ້ອງການຢ່າງກວ້າງຂວາງ. ດັ່ງຄອບຄົວ ຂອງທ່ານ ບົກວ່າງ, ປະຊາຊົນບ້ານພູຫົວຊ້າງ ເມືອງອະນຸວົງ ແຂວງໄຊສົມບູນ ທີ່ໄດ້ຍຶດຖືການປູກຜັກກະລໍ່າປີເປັນສິນຄ້າ ແລະ ສາມາດສ້າງລາຍຮັບເຂົ້າຄອບຄົວ ໄດ້ເປັນຢ່າງດີ. ທ່ານ ບົກວ່າງ ໃຫ້ຮູ້ວ່າ: ການປູກຜັກກະລໍ່າປີ ແມ່ນໄດ້ລິເລີ່ມໃນໄລຍະປີ 2019 ເປັນຕົ້ນມາ ແລະ ການປູກຜັກແບບປະສົມປະສານ ເປັນຕົ້ນ ຫອມບົ່ວ, ຫອມປ້ອມ, ຜັກກາດ, ໝາກແຕງ, ໝາກຖົ່ວ ແລະ ໝາກຊູ ແມ່ນເລີ່ມຕົ້ນປູກນັບແຕ່ປີ 1989 ເປັນຕົ້ນມາ, ໃນເວລານັ້ນການປູກ ແມ່ນເນັ້ນໃສ່ການບໍລິໂພກພາຍໃນຄອບຄົວ ເປັນສ່ວນໃຫຍ່ ຊຶ່ງຍັງບໍ່ທັນມີທ່າແຮງເພື່ອຜະລິດເປັນສິນຄ້າໄດ້ເທື່ອ, ການປູກແມ່ນປະຕິບັດຕາມເປັນຕາມເກີດ, ປູກແບບພື້ນບ້ານ ແລະ ປະຖົມປະຖານ ໂດຍອາໄສທຳມະຊາດເປັນຕົ້ນຕໍ, ແຕ່ມາຮອດໄລຍະການສ້າງຕັ້ງແຂວງໄຊສົມບູນ ໄດ້ມີເງື່ອນໄຂຫລາຍຢ່າງ ທີ່ອຳນວຍຄວາມສະດວກ ດັ່ງນັ້ນ ຈິ່ງໄດ້ຕັດສິນໃຈເລີ່ມຕົ້ນປູກຢ່າງຈິງຈັງ ໂດຍສຸມໃສ່ການປູກຜັກກະລໍ່າປີເປັນຕົ້ນຕໍ, ສໍາລັບໝາກຊູ, ໝາກແຕງ, ຫອມບົ່ວ ແລະ ຫອມປ້ອມ ເປັນການປູກແບບສຳຮອງ. ພ້ອມດຽວກັນນີ້ ລາຍຮັບຈາກການຂາຍຕົວຈິງ ສຳລັບຜັກກະລໍ່າປີ ແມ່ນສາມາດສ້າງລາຍຮັບໄດ້ 10-20 ລ້ານກີບ ຕໍ່ງວດ ແລະ ພືດຜັກແບບປະສົມປະສານ ສາມາດສ້າງລາຍຮັບໄດ້ 5-6 ລ້ານກີບ ຕໍ່ເດືອນ ເຖິງວ່າຈະເປັນຈຳນວນເງິນ ທີ່ຍັງບໍ່ທັນຫລວງຫລາຍ ແລະ ບໍ່ສາມາດເປັນຄອບຄົວຕົວແບບໄດ້ກໍຕາມ ແຕ່ມັນກໍສາມາດແກ້ໄຂຄວາມຫຍຸ້ງຍາກພາຍໃນຄອບຄົວ ໄດ້ເປັນຢ່າງດີ ທັງສະແດງໃຫ້ເຫັນເຖິງຄວາມດຸໝັ່ນຂະຫຍັນພຽນ ແລະ ມີຄວາມຕັດສິນໃຈສູງ ເຂົ້າໃນການພັດທະນາເສດຖະກິດຄອບຄົວຂອງຕົນ ໃຫ້ມີຖານະດີຂຶ້ນ ໂດຍປະຕິບັດຕາມຄຳເວົ້າທີ່ວ່າ: ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ ເທື່ອລະກ້າວ ຊຶ່ງເປັນມູນເຊື້ອທີ່ຫລາຍຄອບຄົວຄວນເອົາເປັນແບບຢ່າງ.

ສຳລັບການຂາຍ ແມ່ນຂາຍຕາມການສັ່ງຊື້ຂອງພໍ່ຄ້າ-ແມ່ຄ້າ ຢູ່ທ້ອງຕະຫຼາດ ພາຍໃນແຂວງ ແລະ ສົ່ງຂາຍໃຫ້ບໍລິສັດ ພູເບ້ຍມາຍນິງ ໃນຈຳນວນ 500 ກິໂລ ໃນທຸກໆ ອາທິດ ຕໍ່ໜຶ່ງຄັ້ງ ຊຶ່ງລາຄາຂາຍທີ່ສົ່ງໃຫ້ພໍ່ຄ້າ-ແມ່ຄ້າ ໃນຕະຫຼາດ ແມ່ນ 3000 ກີບ ຕໍ່ກິໂລ ແລະ ສົ່ງໃຫ້ບໍລິສັດ ພູເບ້ຍ ມາຍນິງ ແມ່ນ 8000 ກີບ ຕໍ່ກິໂລ. ນອກນີ້ ຍັງໄດ້ສົ່ງຂາຍໃຫ້ບັນດາເມືອງພາຍໃນແຂວງ ແລະ ສົ່ງໄປຂາຍ ຢູ່ແຂວງວຽງຈັນ ຕື່ມອີກ. ອາດເວົ້າໄດ້ວ່າ ຜັກກະລໍ່າປີ ແລະ ພືດຜັກແບບປະສົມປະສານ ຂອງທ່ານ ບົກວ່າງ ໄດ້ເຮັດໃຫ້ຕະຫລາດ ທັງພາຍໃນ ແລະ ຕ່າງແຂວງ ໃຫ້ຄວາມຍອມຮັບ ພ້ອມທັງສັ່ງຊື້ຢ່າງເປັນຂະບວນການກວ້າງຂວາງ ພໍສົມຄວນ. ຄາດວ່າອີກບໍ່ດົນທ່ານ ບົກວ່າງ ຈະກາຍເປັນບຸກຄົນ ແລະ ຄອບຄົວຕົວແບບ ໃນການປູກພືດຜັກຜະລິດເປັນສິນຄ້າ ຢ່າງແນ່ນອນ.
KPL

ຂ່າວອື່ນໆ

ads
ads

Top