ຄະນະແກ້ໄຂໄພພິບັດລະດັບຊາດ ຊຸກຍູ້ການຟື້ນຟູ ຊີວິດການເປັນຢູ່ຂອງປະຊາຊົນເມືອງສະໜາມໄຊ

14/09/2018 14:00
Email Print 1137
ຂປລ ໃນລະຫວ່າງ ວັນທີ 4-8 ກັນຍາ 2018 ໜ່ວຍງານປະສານງານ, ຄະນະກໍາມະການສະເພາະກິດ ແກ້ໄຂໄພພິບັດລະດັບຊາດ, ນຳໂດຍ ທ່ານ ອາດສະພັງທອງ ສີພັນດອນ ຮອງລັດຖະມົນຕີ ກະ ຊວງການເງິນ, ຄະນະຊີ້ນຳສະເພາະກິດ





ໃນລະຫວ່າງ ວັນທີ
4-8 ກັນຍາ 2018 ໜ່ວຍງານປະສານງານ, ຄະນະກໍາມະການສະເພາະກິດ ແກ້ໄຂໄພພິບັດລະດັບຊາດ, ນຳໂດຍ ທ່ານ ອາດສະພັງທອງ ສີພັນດອນ ຮອງລັດຖະມົນຕີ ກະ ຊວງການເງິນ, ຄະນະຊີ້ນຳສະເພາະກິດ,ມີ ທ່ານ ສົມສະນິດ ສຸວັນນະລາດ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ, ຫົວໜ້າໜ່ວຍງານປະສານງານ ຄະນະກຳມະ ການສະເພາະກິດ ແກ້ໄຂໄພພິບັດລະດັບຊາດ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວຊຸກຍູ້ການຟື້ນຟູຊີວິດການເປັນຢູ່ ຂອງປະຊາຊົນ ທີ່ຖືກຜົນກະທົບນໍ້າຖ້ວມ ຢູ່ເມືອງ ສະໜາມໄຊແຂວງອັດຕະປື.


ຈຸດປະສົງຂອງການເຄື່ອນໄຫວ ເຮັດວຽກໃນຄັ້ງນີ້, ແມ່ນເພື່ອຕິດຕາມ
, ຊຸກຍູ້, ເກັບກຳຂໍ້ມູນ ແລະ ກວດກາເບິ່ງພື້ນທີ່ຕົວຈິງ ກ່ຽວກັບການບໍລິຫານ, ຄຸ້ມຄອງ, ແກ້ໄຂບັນຫາໄພພິບັດ ຂອງແຕ່ລະໜ່ວຍງານ, ແຕ່ລະຈຸ ພ້ອມທັງໄປຢ້ຽມຢາມຖາມຂ່າວ ແລະ ສຳພາດເອົາຂໍ້ມູນຕົວຈິງ ຈາກປະຊາຊົນທີ່ຖືກຜົນກະທົບ ກຳລັງອາໃສຢູ່ສູນອົບພະຍົກ ແລະ ທີ່ພັກຊົ່ວຄາວ ເພື່ອນຳເອົາ ຂໍ້ມູນໄປຄົ້ນຄວ້າ, ຈັດຕັ້ງຜັນຂະຫຍາຍ ແລະ ມີມາດຕະການ ໃນການດຳເນີນງານລະອຽດ, ຈະແຈ້ງ, ຊັດເຈນ, ມີຄວາມເປັນເອກະພາບ ແລະ ຮັບປະກັນປະສິດທິຜົນ ແກ່ການ ຈັດຕັ້ງປະຕິບັດ ວຽກງານຮອບດ້ານ ໃນການຟື້ນຟູຊີວິດ ການເປັນຢູ່ຂອງປະຊາຊົນ ເມືອງສະໜາມໄຊ, ແຂວງອັດຕະປື ທີ່ຖືກຜົນກະທົບນໍ້າຖ້ວມ ໃນທ້າຍ ເດືອນກໍລະກົດ 2018 ທີ່ຜ່ານມາ. ອີກດ້ານໜຶ່ງ, ກໍ່ຍັງເປັນການສົມທຽບ ແລະ ປັບປຸງຂໍ້ມູນ ເພື່ອສະໜອງແກ່ຂັ້ນເທິງ ໃຫ້ມີຄວາມຖືກຕ້ອງ, ໜ້າເຊື່ອຖື ແລະ ກາຍເປັນພື້ນຖານ ໃຫ້ແກ່ການວາງແຜນ ພັດທະນາ ວຽກງານຕ່າງໆ ກໍຄື ການຕົກລົງບັນຫາຂອງການນຳຂັ້ນສູງ ມີຄວາມຖືກຕ້ອງ, ຄົບຖ້ວນ, ແທດເໝາະ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ, ທັງມີລັກສະນະຍືນຍົງຍິ່ງໆຂຶ້ນ, ເຮັດໃຫ້ການຟື້ນຟູຊີວິດ ການເປັນຢູ່ຂອງປະຊາຊົນ ນັບມື້ດີຂຶ້ນເປັນກ້າວໆ, ແກ້ໄຂສະພາບການ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ, ສາມາດປົກປ້ອງໄດ້ ສິດ ແລະ ຜົນປະໂຫຍດ ອັນຊອບທຳ ຂອງປະຊາຊົນ ກໍຄືປະເທດຊາດຢ່າງແທ້ຈິງ.


ການເຄື່ອນໄຫວເຮັດວຽກໃນຄັ້ງນີ້
, ແມ່ນໄດ້ເຮັດວຽກຮ່ວມກັບ ຄະນະນຳຂອງແຂວງອັດຕະປື, ເມືອງສະໜາມໄຊ ກໍຄື ຄະນະຮັບຜິດຊອບແກ້ໄຂໄພພິບັດຂັ້ນແຂວງ, ພ້ອມທັງ ໄປຕິດຕາມ ກວດກາເບິ່ງພື້ນທີ່ຖືກຜົນກະທົບ, ບັນດາສາງເກັບມ້ຽນເຄື່ອງຊ່ວຍເຫລືອ, ຈຸດປຸກສ້າງທີ່ພັກຊົ່ວຄາວ ແລະ ຖາວອນ; ໄປຢ້ຽມຢາມ, ເກັບກໍາຂໍ້ມູນ ແລະ ມອບເຄື່ອງຊ່ວຍ ເຫລືອບັນເທົາທຸກ ໃຫ້ແກ່ປະຊາຊົນຢູ່ບັນ ດາສູນອົບພະຍົບ ແລະ ທີ່ພັກຊົ່ວຄາວ ເປັນຕົ້ນ  ຈຸດບ້ານຕະມໍຢອດ, ດົງບາກ, ດອນບົກ, ໂຮງຮຽນບ້ານຫາດຍາວ, ມັດທະຍົມສົມບູນສະໜາມໄຊ, ໂຮງຮຽນ ປະຖົມມິດສຳພັນ.

KPL

ຂ່າວອື່ນໆ

    • ລົງນາມຮ່ວມມືສົ່ງເສີມການພັດທະນາ ພື້ນຖານໂຄງລ່າງດ້ານໄອຊີທີ ແລະ ເອໄອວັດທະນະທຳ-ສັງຄົມ

      ລົງນາມຮ່ວມມືສົ່ງເສີມການພັດທະນາ ພື້ນຖານໂຄງລ່າງດ້ານໄອຊີທີ ແລະ ເອໄອ

      10/13/2026 8:26:19 AM

      ພິທີເຊັນສັນຍາຮ່ວມມືສົ່ງເສີມການພັດທະນາພື້ນຖານໂຄງລ່າງ ດ້ານໄອຊີທີ ແລະ ເອໄອ (ICT & AI) ລະຫວ່າງບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ແລະ ມະຫາວິທະຍາໄລແຫ່ງຊາດ ຈັດຂຶ້ນໃນວັນທີ 8 ຕຸລາ 2026 ໂດຍການລົງນາມລະຫວ່າງທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ແລະ ທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ໂດຍມີຄະນະອຳນວຍການ, ຄະນະຜູ້ບໍລິຫານຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

    • ໃນປີ 2027 ຄຳມ່ວນວາງແຜນຜະລິດເຂົ້ານາແຊງ 16,000 ກວ່າເຮັກຕ້າວັດທະນະທຳ-ສັງຄົມ

      ໃນປີ 2027 ຄຳມ່ວນວາງແຜນຜະລິດເຂົ້ານາແຊງ 16,000 ກວ່າເຮັກຕ້າ

      10/13/2026 1:04:14 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ແຂວງຄຳມ່ວນ ວາງແຜນການຜະລິດເຂົ້ານາແຊງ ປີ 2027 ໃຫ້ໄດ້ 16.199 ເຮັກຕາ, ຄາດຄະເນຜົນຜະລິດໃຫ້ໄດ ້ 80.130 ໂຕນ ໃນນີ້, ເນື້ອທີ່ແຜນ ການປູກເຂົ້າເພື່ອເປັນສະບຽງ ອາຫານ 5.497 ເຮັກຕາ, ຄາດຄະ ເນຜົນຜະລິດ 26.184 ໂຕນ, ແຜນການປູກເຂົ້າເປັນສິນຄ້າ 10.702 ເຮັກຕາ, ຄາດຄະເນຜົນ ຜະລິດ 53.946 ໂຕນ.

    • ໄຊຍະບູລີ ດຳເນີນກອງປະຊຸມຄະນະກຳມະການປົກຄອງ ປະຈຳເດືອນກັນຍາວັດທະນະທຳ-ສັງຄົມ

      ໄຊຍະບູລີ ດຳເນີນກອງປະຊຸມຄະນະກຳມະການປົກຄອງ ປະຈຳເດືອນກັນຍາ

      10/13/2026 1:00:08 AM

      ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ກອງປະຊຸມຄະ ນະກຳມະການປົກຄອງ ແຂວງ ໄຊຍະບູລີ ປະຈຳ ເດືອນ ກັນຍາ 2026 ຈັດຂຶ້ນໃນມໍ່ໆມານີ້ ທີ່ຫ້ອງ ວ່າການແຂວງ ໂດຍການເປັນ ປະຂອງ ທ່ານ ດວງຕາ ໄຊວຸດ ປະ ທານຄະນະກຳມະການປົກຄອງ ແຂວງໄຊຍະບູລີ ພ້ອມດ້ວຍພະແນກ ການ, ອົງການ, ກົມກອງອ້ອມຂ້າງ ແຂວງ, 11 ເມືອງ ແລະ ພະນັກງານ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

    • ເຜີຍແພ່ກົດໝາຍວ່າດ້ວຍການປະກັນສັງຄົມ ໃຫ້ພະນັກງານລັດຖະກອນ ຢູ່ເມືອງໄຊພູທອງວັດທະນະທຳ-ສັງຄົມ

      ເຜີຍແພ່ກົດໝາຍວ່າດ້ວຍການປະກັນສັງຄົມ ໃຫ້ພະນັກງານລັດຖະກອນ ຢູ່ເມືອງໄຊພູທອງ

      10/9/2026 12:55:21 AM

      ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ເມືອງ ໄຊພູທອງ ແຂວງສະຫວັນນະເຂດ ເຜີຍແຜ່ກົດໝາຍວ່າດ້ວຍການ ປະກັນສັງຄົມ, ຂໍ້ຕົກລົງວ່າດ້ວຍ ຊຸດຜົນປະໂຫຍດທາງການແພດ, ວິທີການຈ່າຍເງິນປະກັນສຸຂະພາບ ແລະ ສັນຍາການບໍລິການປິ່ນປົວ ສຸຂະພາບຕາມລະບົບປະກັນສັງ ຄົມ ໃນວັນທີ 5 ຕຸລາ 2026 ໂດຍ ການເປັນປະທານຂອງ ທ່ານ ຈັນ ສະໝອນ ອາລິຍາວົງ ຫົວໜ້າ ຫ້ອງການ ປະກັນສັງຄົມແຂວງ ສະຫວັນນະເຂດ ພ້ອມດ້ວຍພາກ ສ່ວນທຸລະກິດ ແລະ ພະນັກງານ- ລັດຖະກອນເຂົ້າຮ່ວມ.

    • ສສກ ແຂວງຄຳມວນ ສະຫລອງວັນຄູແຫ່ງຊາດ ຄົບຮອບ 32 ປີວັດທະນະທຳ-ສັງຄົມ

      ສສກ ແຂວງຄຳມວນ ສະຫລອງວັນຄູແຫ່ງຊາດ ຄົບຮອບ 32 ປີ

      10/9/2026 12:50:26 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ພະແນກສຶກສາທິ ການ ແລະ ກິລາ (ສສກ) ແຂວງ ຄໍາມ່ວນ ສະເຫລີມສະຫລອງວັນ ຄູແຫ່ງຊາດ ຄົບຮອບ 32 ປີ ໃນ ວັນທີ 6 ຕຸລາ 2026 ໂດຍການ ເປັນປະທານຂອງ ທ່ານ ອຸດຕະມະ ຈັນນີຍະວົງ ຮອງຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງ, ມີບັນດາຄະນະພະແນກ, ຂະແໜງ ການ, ພະນັກງານບໍານານ ແລະ ພະນັກງານວິຊາການເຂົ້າຮ່ວມ.

ads
ads

Top