ຂປລ
ສະຫະພັນ ບານເຕະໂລກ ຫລື FIFA ໄດ້ຢືນຢັນ ຢ່າງເປັນທາງການ ກ່ຽວກັບ ປະເທດເຈົ້າພາບ ຈັດການແຂ່ງຂັນ ບານເຕະຍິງ ຊີງແຊັມໂລກປີ 2031 ແລະ ປີ 2035.
ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 23 ພະຈິກນີ້, ສະຫະພັນ ບານເຕະໂລກ ຫລື FIFA ໄດ້ຢືນຢັນ ຢ່າງເປັນທາງການ ກ່ຽວກັບ ປະເທດເຈົ້າພາບ ຈັດການແຂ່ງຂັນ ບານເຕະຍິງ ຊີງແຊັມໂລກປີ 2031 ແລະ ປີ 2035.ການແຂ່ງຂັນ ບານເຕະຍິງ ຊີງແຊັມໂລກປີ 2031 ຈະເປັນເຈົ້າພາບ ຮ່ວມກັນ ໂດຍອາເມຣິກ, ເມັກຊິກ, ໂກສະຕາຣິກາ ແລະ ຈາໄມກາ. ສ່ວນການແຂ່ງຂັນ ບານເຕະຍິງ ຊີງແຊັມໂລກ ປີ 2035 ຈະຈັດຂຶ້ນໂດຍ ອັງກິດ, ການແຂ່ງຂັນຈະດຳເນີນຢູ່ ອັງກິດ, ສະກັອດແລນ, ເວວ ແລະ ອຽກລັງເໜືອ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL