ສປ ຈີນ ຈະຕ້ອນຮັບ ນັກບິນອະວະກາດ ຕ່າງປະເທດ ຄົນທຳອິດ

24/11/2026 13:19
ຂປລ ກອງປະຊຸມຖະແຫລງຂ່າວ ກ່ຽວກັບ ພາລະກິດການບິນ ອະວະກາດ ບັນທຸກຄົນ “ເຊີນໂຈ່ວ” 24 ໄດ້ຈັດຂຶ້ນຢູ່ ສູນຍິງສົ່ງດາວທຽມ ທີ່ນະຄອນຈີວຊວນ ທາງທິດຕາເວັນຕົກ ສຽງເໜືອ ຂອງ ສປ ຈີນ.

   ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 24 ພະຈິກນີ້, ກອງປະຊຸມຖະແຫລງຂ່າວ ກ່ຽວກັບ ພາລະກິດການບິນ ອະວະກາດ ບັນທຸກຄົນ “ເຊີນໂຈ່ວ” 24 ໄດ້ຈັດຂຶ້ນຢູ່ ສູນຍິງສົ່ງດາວທຽມ ທີ່ນະຄອນຈີວຊວນ ທາງທິດຕາເວັນຕົກ ສຽງເໜືອ ຂອງ ສປ ຈີນ.ສຳລັບ ຈຸບິນອະວະກາດຄັ້ງນີ້ ຈະປະກອບດ້ວຍ ທ່ານ ທ່າງຮົງໂປ່, ທ່ານ ອູຢີ້ ແລະ ນັກບິນອະວະກາດ ຊາວປາກິດສະຖານ ຄື:ທ່ານ ມູຮາມັດ ຈີຊານ ອາລີ.ທ່ານ ມູຮາມັດ ຈີຊານ ອາລີ ຈະກາຍເປັນນັກບິນອະວະກາດຕ່າງປະເທດ ຄົນທຳອິດ ທີ່ເດີນທາງ ຮອດສະຖານີ ອະວະກາດຂອງ ສປ ຈີນ. ປາກິດສະຖານ ເປັນຄູ່ຮ່ວມມື ຍຸດທະ ສາດ ໃນທຸກສະພາບການຂອງ ສປ ຈີນ,ການເຂົ້າຮ່ວມ ຂອງນັກບິນອະວະກາດ ປາກິດສະຖານໃນພາລະກິດ ສູ່ສະຖານີ ອະວະກາດຂອງ ສປ ຈີນ ແມ່ນເປັນການບິນອະວະກາດ ຮ່ວມຄັ້ງທຳອິດໃນ ປະຫວັດສາດ ລະຫວ່າງ  ນັກບິນອະວະກາດຈີນ  ແລະ ຕ່າງປະເທດ ໃນການບິນອະວະກາດ ບັນທຸກຄົນຂອງ ສປ ຈີນ ແລະ ຍັງເປັນຄັ້ງທຳອິດ ທີ່ສະຖານີອະວະກາດຂອງ ສປ ຈີນ ຕ້ອນຮັບນັກບິນ ອະວະກາດ ຕ່າງປະເທດ .ພວກເຮົາຫວັງວ່າ ຈະໄດ້ຮ່ວມກັບປະເທດ ແລະ ເຂດແຄວ້ນ ຫລາຍກວ່າເກົ່າ,ເພື່ອພ້ອມກັນສຳຫລວດຈັກກະວານ ອັນກວ້າງໃຫຍ່ໄພສານ ແລະ ນຳໃຊ້ອະວະກາດຢ່າງສັນຕິ, ເກາະແຂນກັນ ກ້າວໄປຂ້າງໜ້າ ເພື່ອສ້າງຄວາມສຸກໃຫ້ແກ່ ມວນມະນຸ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top