ຂປລ
ທາງດ່ວນທ່ຽນປາວ-ມາລີ້ໂພ່ ທີ່ເຊື່ອມຕໍ່ ຊາຍແດນ ຈີນ-ຫວຽດນາມ ໄດ້ເປີດບໍລິການ ຢ່າງເປັນທາງການ ເຊິ່ງໄດ້ຊ່ວຍຍົກສູງ ປະສິດທິພາບ ດ້ານການຈໍລະຈອນສິນຄ້າ ຢູ່ເຂດຊາຍແດນ ຢ່າງຫລວງຫລາຍ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 24 ພະຈິກນີ້, ທາງດ່ວນທ່ຽນປາວ-ມາລີ້ໂພ່ ທີ່ເຊື່ອມຕໍ່ ຊາຍແດນ ຈີນ-ຫວຽດນາມ ໄດ້ເປີດບໍລິການ ຢ່າງເປັນທາງການ ເຊິ່ງໄດ້ຊ່ວຍຍົກສູງ ປະສິດທິພາບ ດ້ານການຈໍລະຈອນສິນຄ້າ ຢູ່ເຂດຊາຍແດນຢ່າງຫລວງຫລາຍ. ທາງດ່ວນທ່ຽນປາວ-ມາລີ້ໂພ່ ແມ່ນໜຶ່ງໃນບັນດາທາງດ່ວນ ຢູ່ຊາຍແດນເຂດພູດອຍ ພາກຕາເວັນອອກສຽງໃຕ້ ຂອງແຂວງຢູນນານ ທີ່ມີສະພາບທາງທໍລະນີສາດ ສັບສົນທີ່ສຸດ, ໃຊ້ເວລາເກືອບ 3 ປີ ໃນການບຸກທະລຸ ຄວາມຫຍຸ້ງຍາກ ສ້າງສຳເລັດ, ມີຄວາມຍາວທັງໝົດ ປະມານ 51,4 ກິໂມແມັດ. ຫລັງຈາກ ເປີດບໍລິການແລ້ວ, ສາມາດປະຢັດເວລາ ການຂົນສົ່ງສິນຄ້າ ໃນເສັ້ນທາງດຽວ ປະມານ 1 ຊົ່ວໂມງ, ທັງອຳນວຍ ຄວາມສະດວກ ດ້ານການເດີນທາງ ໃຫ້ແກ່ ປະຊາຊົນ ເກືອບ 1 ແສນຄົນ ທີ່ຢູ່ລຽບຕາມທາງດ່ວນ ເຊິ່ງໄດ້ສະໜອງ ການຄ້ຳປະກັນ ດ້ານການຄົມມະນາຄົມ ທີ່ເຂັ້ມແຂງ ຕໍ່ການຄ້າຊາຍແດນ, ການທ່ອງທ່ຽວ ຂ້າມຊາຍແດນ ແລະ ການພັດທະນາ ອຸດສາຫະກຳ ທີ່ເປັນເອກະລັກ ຢູ່ລຽບຕາມ ທາງດ່ວນດັ່ງກ່າວ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL