ສປ ຈີນ ປະກອບສ່ວນອັນສຳຄັນຕໍ່ໂລກ ເພື່ອໃຫ້ສາມາດຮັບມື ກັບການປ່ຽນແປງຂອງດິນຟ້າອາກາດ

24/11/2026 13:33
ຂປລ “ເຖິງເວລາແລ້ວ ທີ່ຈະສະແດງ ຄວາມຂອບ ອົກຂອບໃຈຕໍ່ ສປ ຈີນ” ໂດຍລະບຸວ່າ: ສປ ຈີນ ໄດ້ຮັບຜົນງານຢ່າງເດັ່ນ ຊັດ ໃນດ້ານການພັດທະນາ ພະລັງງານສະອາດ ແລະ ການສົ່ງອອກ ເຕັກໂນໂລຊີ ສີຂຽວ ໂດຍໄດ້ປະກອບສ່ວນອັນ ສຳຄັນ ຕໍ່ໂລກ ເພື່ອໃຫ້ສາມາດ ຮັບມືກັບ ການປ່ຽນແປງ ຂອງດິນຟ້າອາກາດ.

   ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ ເມື່ອບໍ່ດົນມານີ້, ໜັງສືພິມ Financial Times ອັງກິດ ໄດ້ພິມບົດຄວາມວິຈານ ທີ່ມີຫົວຂໍ້ວ່າ “ເຖິງເວລາແລ້ວ ທີ່ຈະສະແດງ ຄວາມຂອບ ອົກຂອບໃຈຕໍ່ ສປ ຈີນ” ໂດຍລະບຸວ່າ: ສປ ຈີນ ໄດ້ຮັບຜົນງານຢ່າງເດັ່ນຊັດ ໃນດ້ານການພັດທະນາ ພະລັງງານສະອາດ ແລະ ການສົ່ງອອກ ເຕັກໂນໂລຊີ ສີຂຽວ ໂດຍໄດ້ປະກອບສ່ວນອັນສຳຄັນ ຕໍ່ໂລກ ເພື່ອໃຫ້ສາມາດ ຮັບ ມືກັບ ການປ່ຽນແປງ ຂອງດິນຟ້າອາກາດ. ບົດຄວາມຊີ້ ອອກວ່າ:ໃນດ້ານການຮັບມືກັບ ການປ່ຽນແປງ ຂອງດິນຟ້າອາກາດ, ບໍ່ມີປະເທດໃດ ໄດ້ເຮັດຫລາຍກວ່າ ປະເທດຈີນ. ບົດຄວາມ ຍັງເນັ້ນໜັກວ່າ: ສປ ຈີນ ບໍ່ພຽງແຕ່ຊຸກຍູ້ ການຫັນປ່ຽນ ການພະລັງງານ ພາຍໃນປະເທດ ເທົ່ານັ້ນ ຍັງຊ່ວຍເຫຼືອປະເທດ ອື່ນໆຫລຸດຜ່ອນ ການລະບາຍກາກບອນ ໂດຍຜ່ານການສົ່ງອອກ ເຕັກໂນໂລຊີ ພະລັງງານ ສະອາດ ຕ່າງໆ ເຊັ່ນ: ລົດພະລັງໄຟຟ້າ, ແຜງພະລັງງານແສງຕາເວັນ ແລະ ໝໍ້ໄຟ ຫລື ແບດເຕີຣີ ສະສົມພະລັງງານ ເປັນຕົ້ນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top