ສປ ຈີນ-ກຽກກິດສະຖານ ເປີດສະພາບການໃໝ່ ແຫ່ງການພັດທະນາການພົວພັນ ຢ່າງມີຄຸນນະພາບສູງ

02/09/2026 15:28
Email Print 190
ຂປລ ທ່ານ​ ສີ ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ແລະ ທ່ານ​ ຊາ​ເດີ ນູ​ໂກ​ໂຈ​ເຢ​ວິກ ຈາ​ປາ​ໂຣ​ຟ ປະ​ທາ​ນາ​ທິ​ບໍ​ດີ ​ກຽກ​ກິດ​ສະ​ຖານ ຮ່ວມ​ກັນ​ລົງ​ນາມ​ໃນ “ຖະ​ແຫລງ​ການ​ຮ່ວມ​ຂອງ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ ແລະ ສາ​ທາ​ລະ​ນະ​ລັດ​ ກຽກ​ກິດ​ສະ​ຖານ​ ກ່ຽວ​ກັບ​ ການ​ພັດ​ທະ​ນາ ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ໃນ​ຍຸກ​ໃໝ່ ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ” “ສົນ​ທິ​ສັນ​ຍາ​ການ​ຮ່ວມ​ມື​ ມິດ​ຕະ​ພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ແບບ​ຖາ​ວອນລະ​ຫວ່າງ ສາ​ທາ​ລະ​ນະ​ລັດ ​ປະ​ຊາ​ຊົນ​ຈີນ ແລະ ສາ​ທາ​ລະ​ນະ​ລັດ​ ກຽກ​ກິດ​ສະ​ຖານ​”.

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ໃນ​ໄລ​ຍະ​ຢ້ຽມ​ຢາມ​ ກຽກ​ກິດ​ສະ​ຖານ, ທ່ານ​ ສີ ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ແລະ ທ່ານ​ ຊາ​ເດີ ນູ​ໂກ​ໂຈ​ເຢ​ວິກ ຈາ​ປາ​ໂຣ​ຟ ປະ​ທາ​ນາ​ທິ​ບໍ​ດີ ​ກຽກ​ກິດ​ສະ​ຖານ ຮ່ວມ​ກັນ​ລົງ​ນາມ​ໃນ “ຖະ​ແຫລງ​ການ​ຮ່ວມ​ຂອງ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ ແລະ ສາ​ທາ​ລະ​ນະ​ລັດ​ ກຽກ​ກິດ​ສະ​ຖານ​ ກ່ຽວ​ກັບ​ ການ​ພັດ​ທະ​ນາ ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ໃນ​ຍຸກ​ໃໝ່ ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ” “ສົນ​ທິ​ສັນ​ຍາ​ການ​ຮ່ວມ​ມື​ ມິດ​ຕະ​ພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ແບບ​ຖາ​ວອນລະ​ຫວ່າງ ສາ​ທາ​ລະ​ນະ​ລັດ ​ປະ​ຊາ​ຊົນ​ຈີນ ແລະ ສາ​ທາ​ລະ​ນະ​ລັດ​ ກຽກ​ກິດ​ສະ​ຖານ​”. ເອ​ກະ​ສານ​ສອງ​ສະ​ບັບ​ນີ້ ​ແມ່ນ​ໝາກ​ຜົນ​ສຳ​ຄັນ​ທີ່​ສອງ​ຝ່າຍ ​ຕົກ​ລົງ​ກັນ​ໃນ​ໄລ​ຍະ​ທີ່​ ທ່ານ ​ປະ​ທານ ສີ ​ຈິ້ນ​ຜິງ ຢ້ຽມ​ຢາມ​ກຽກ​ກິດ​ສະ​ຖານ​ໃນ​ຄັ້ງ​ນີ້. ປີ​ນີ້​ແມ່ນ​ປີ​ທຳ​ອິດ​ທີ່​ ສປ ຈີນ ​ດຳ​ເນີນ​ແຜນ​ພັດ​ທະ​ນາ ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 15, ກຽກ​ກິດ​ສະ​ຖານ ​ກໍ​ພວມ​ສຸມ​ຄວາມ​ພະ​ຍາ​ຍາມ​ສຸດ​ຂີດ ​ໃນ​ການ​ດຳ​ເນີນ “​ແຜນການ​ພັດ​ທະ​ນາ ​ແຫ່ງ​ຊາດ​ກ່ອນ​ປີ 2030”. ສປ ຈີນ ແລະ ກຽກ​ກິດ​ສະ​ຖານ ​ມີ​ທ່າ​ແຮງ​ດ້ານ​ເສດ​ຖະ​ກິດ ​ທີ່​ຊ່ວຍ​ຊູ​ຍູ້​ໜູນ​ກັນ, ມີ​ກຳ​ລັງ​ບົ່ມ​ຊ້ອນ​ອັນ​ໃຫຍ່ຫລວງ​ ໃນ​ການ​ຮ່ວມ​ມື, ແມ່ນ​ຜູ້​ຮ່ວມ​ທາງ​ທີ່​ເດັດ​ດ່ຽວ ​ຢູ່​ບົນ​ເສັ້ນ​ທາງ ​ຫັນ​ເປັນ​ທັນ​ສະ​ໄໝ. ນັບ​ແຕ່​ ສປ ຈີນ ແລະ ກຽກ​ກິດ​ສະ​ຖານ ລົງ​ນາມ​ໃນຖະ​ແຫລງ​ການ​ຮ່ວມ​ ກ່ຽວ​ກັບ​ການ​ລົງ​ເລິກ​ສາຍ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ ໃນ​ຍຸກ​ໃໝ່​ໃນ​ປີ 2025, ຮອດ​ການ​ລົງ​ນາມ​ ໃນ​ຖະ​ແຫລງ​ການ​ຮ່ວມ​ ໃນ​ປັດ​ຈຸ​ບັນ ໂດຍ​ເນັ້ນ​ໜັກ​ເຖິງ “ການ​ພັດ​ທະ​ນາ​ ຢ່າງ​ມີ​ຄຸນ​ນະ​ພາບ​ສູງ”,ສປ ຈີນ ແລະ ກຽກ​ກິດ​ສະ​ຖານ​ ພວມ​ຜ່ານ​ການ​ຮ່ວມ​ມື​ຕິວ​ຈິງ ​ທີ່​ຍົກ​ລະ​ດັບ​ສູງ​ຂຶ້ນ​ເລື້ອຍໆ ເພື່ອ​ຊຸກ​ຍູ້​ໃຫ້​ການ​ພັ​ດ​ທະ​ນາ​ຮ່ວມ​ກັນ​ຂອງ​ສອງ​ປະ​ເທດ ວ່​າງ​ບາດ​ກ້າວ​ໃໝ່ ​ຢ່າງ​ໜັກ​ແໜ້ນ. ການ​ປະ​ຕິ​ບັດ​ຕາມ​ແນວ​ຄິດ​ ປ​ະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ, ຂໍ້​ລິ​ເລີ່ມ​ທົ່ວ​ໂລກ 4 ຂໍ້ ແລະ ດ້ານ​ອື່ນໆ​ ລ້ວນ​ແຕ່​ໄດ້​ບັນ​ທຶກ​ເຂົ້າ​ ໃນ​ຖະ​ແຫລງ​ການ​ຮ່ວມ ແລະ ສົນ​ທິ​ສັນ​ຍາ. ໃນ​ໂອ​ກາດ​ພົບ​ປະ​ກັບ​ ທ່ານ ​ປະ​ທານ ສີ ​ຈິ້ນ​ຜິງ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຊາ​ເດີ ນູ​ໂກ​ໂຈ​ເຢ​ວິກ ຈາ​ປາ​ໂຣ​ຟກ່າວ​ວ່າ, ກຽກ​ກິດ​ສະ​ຖານ ​ຍິ​ນ​ດີ​ປະ​ສານ​ງານ​ຢ່າງ​ໃກ້​ຊິດ​ກັບ ສປ ​ຈີນ ​ໃນ​ເວ​ທີຫລາຍ​ຝ່າຍ​ຕ່າງໆ ເຊັ່ນ: ອົງ​ການ​ ສະ​ຫະ​ປະ​ຊາ​ຊາດ, ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້, ກົນ​ໄກ​ຈີນ-ອາ​ຊີ​ກາງ, ອົງ​ການ​ຮ່ວມ​ມື​ປັນ​ຍາ​ປະ​ດິດ​ໂລກ ແລະ​ອື່ນໆ, ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຂອງ​ໂລກ. ການ​ຢ້ຽມ​ຢາມ​​ຂອງ​ ທ່ານ​ ສີ ​ຈິ້ນ​ຜິງ ໃນຄັ້ງ​ນີ້ ໄດ້​ຮັບ​ໝາ​ກ​ຜົນ​ສຳ​ຄັນ​ຕ່າງໆ ເຊິ່ງ​ເປັນ​ການ​ສືບ​ທອດ ​ມິດ​ຕະ​ພາບ​ທາງ​ປະ​ຫວັດ​ສາດ, ທັງ​ເປັນ​ ການ​ວາດ​ແຜນ​ການ​ຮ່ວມ​ມື ​ໃນ​ອະ​ນາ​ຄົດ, ຍ່ອມ​ຈະ​ຊຸກ​ຍູ້​ໃຫ້​ສາຍ​ພົວ​ພັນ​ ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ໃນ​ຍຸກ​ໃໝ່​ ລະ​ຫວ່າງ​ ສອງ​ປະ​ເທດ​ ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງກວ່າ​ເກົ່າ, ເປີດ​ສະ​ພາບ​ການ​ໃໝ່ ​ແຫ່ງ​ການ​ພັດ​ທະ​ນາ​ ສາຍ​ພົວ​ພັນ ​ສອງ​ປະ​ເທດ ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top