ວິສາຫະກິດອຸດສາຫະກຳຂະໜາດໃຫຍ່ຂອງ ສປ ຈີນ ມີກຳໄລເພີ່ມຂຶ້ນ 18,7%

28/07/2026 14:39
ຂປລ 6 ເດືອນ​ຕົ້ນ​ປີ​ນີ້, ຍອດ​ກຳ​ໄລ​ ຂອງວິ​ສາ​ຫະ​ກິດ​ ອຸດ​ສາ​ຫະ​ກຳ ທີ່​ມີ​ລາຍ​ໄດ້​ທຸ​ລະ​ກິດ ​ຫລາຍກວ່າ 20 ລ້ານຢວນ​ຕໍ່​ປີ​ ໃນທົ່ວ​ປະ​ເທດ​ຈີນ​ ໄດ້​ບັນ​ລຸ​ເຖິງ 3947 ຕື້ກວ່າຢວນ,ເພີ່ມ​ຂຶ້ນ 18,7% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີກາຍ.​

    ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,  6 ເດືອນ​ຕົ້ນ​ປີ​ນີ້, ຍອດ​ກຳ​ໄລ​ ຂອງວິ​ສາ​ຫະ​ກິດ​ ອຸດ​ສາ​ຫະ​ກຳ ທີ່​ມີ​ລາຍ​ໄດ້​ທຸ​ລະ​ກິດ ​ຫລາຍກວ່າ 20 ລ້ານຢວນ​ຕໍ່​ປີ​ ໃນທົ່ວ​ປະ​ເທດ​ຈີນ​ ໄດ້​ບັນ​ລຸ​ເຖິງ 3947 ຕື້ກວ່າຢວນ,ເພີ່ມ​ຂຶ້ນ 18,7% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີກາຍ.​ໃນ​ນີ້,ອຸດ​ສາ​ຫະ​ກຳ​ຂຸດ​ຄົ້ນ​ບໍ່​ແຮ່​ ໄດ້​ບັນ​ລຸ​ກຳ​ໄລທັງ​ໝົດ 574 ຕື້ກວ່າຢວນ,ເພີ່ມ​ຂຶ້ນ 33,5% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ; ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ ໄດ້​ບັນ​ລຸ​ກຳ​ໄລ ​ທັງ​ໝົດ 2971 ຕື້ກວ່າຢວນ, ເພີ່ມ​ຂຶ້ນ 20,1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ; ອຸດ​ສາ​ຫະ​ກຳ ​ການ​ຜະ​ລິດ ​ແລະ ​ສະ​ໜອງ​ໄຟ​ຟ້າ, ຄວາມ​ຮ້ອນ, ອາຍ​ແກັ​ສ​ ແລະ ​ນ້ຳ​ ໄດ້​ບັນ​ລຸ​ກຳ​ໄລ ​ທັງ​ໝົດ 402 ຕື້ກວ່າຢວນ ຫລຸດ​ລົງ 4,2%./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top