ຈີນ ເປີດເຂດທົດລອງ ການຄ້າເສລີ ມົງໂກໃນ ຢ່າງເປັນທາງການ
ຂປລ.ວິທະຍຸໂທລະພາບ ສູນກາງຈີນ (CMG):ວັນທີ 11 ເມສາ, ຈີນ ໄດ້ເປີດເຂດທົດລອງ ການຄ້າເສລີມົງໂກໃນຂອງຈີນ ຢ່າງເປັນທາງການ, ເຮັດໃຫ້ ຈຳນວນເຂດທົດລອງ ການຄ້າເສລີ ຂອງຈີນ ເພີ່ມຂຶ້ນເປັນ 23 ເຂດ. ເຂດດັ່ງກ່າວນີ້ ຖືວ່າເປັນ ນະວັດຕະກໍາ ດ້ານລະບຽບການ ເປັນແກນກາງ ແລະ ເຊື່ອມໂຍງ ເຂົ້າໃນການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ແລວເສດຖະກິດ ຈີນ-ມົງໂກລີ-ຣັດເຊຍ ຢ່າງເລິກເຊິ່ງ. ເຂດດັ່ງກ່າວ ກວມເອົາເນື້ອທີ່ທັງໝົດ 119.74 ກິໂລຕາແມັດ.
ປັດຈຸບັນ, ຈີນ ພວມເລັ່ງ ວຽກງານທົດລອງ ການປະຕິຮູບ 81 ລາຍການ ໃນ 7 ຂົງເຂດຫລັກ, ໄດ້ຖອດຖອນ ແລະ ສົ່ງເສີມ ຜົນສຳເລັດ ນະວັດຕະກໍາ ດ້ານລະບຽບການ 280 ລາຍການ ຈາກເຂດ ການທົດລອງ ຄ້າເສລີ ທີ່ກ້າວໜ້າອື່ນໆ ໃນຂອບເຂດ ທົ່ວປະເທດ. ໂດຍຄວາມພະຍາຍາມ ສ້າງເຂດທົດລອງ ການຄ້າ ເສລີມົງໂກໃນ ໃຫ້ກາຍເປັນ ເຂດກາ ນຄ້າເສລີ ລະດັບສູງ ທີ່ສາມາດ ດຳເນີນ ການຄ້າ ແລະ ການລົງທຶນ ຢ່າງສະດວກສະບາຍ, ມີສະພາບແວດລ້ອມ ດ້ານການປະດິດສ້າງທີ່ດີ, ມີກຸ່ມອຸດສາຫະກຳ ທີ່ມີທ່າແຮງ ແລະ ມີການແລກປ່ຽນ ກັບ ປະເທດຕ່າງໆ ໃນໂລກຢ່າງຟົດຟື້ນ ພາຍໃນ 3-5 ປີ./
