ການທ່ອງທ່ຽວ ສປປລາວ

ກົດບັດອາຊຽນເປັນພື້ນຖານອັນໜັກແໜ້ນໃນການບັນລຸປະຊາຄົມອາຊຽນໂດຍການສະໜອງຖານະທາງດ້ານກົດໝາຍແລະຂອບເຂດວຽກງານໃຫ້ແກ່ອາຊຽນ. ພ້ອມກັນນັ້ນ ຍັງໄດ້ກຳນົດບັນດາມາດຕະການ, ລະບຽບການ ແລະ ຄຸນຄ່າຂອງອາຊຽນ, ວາງຄາດໝາຍອາຊຽນໄວ້ຢ່າງຈະແຈ້ງ, ສະແດງອອກເຖິງໜ້າທີ່ຄວາມຮັບຜິດຊອບ. ກົດບັດອາຊຽນໄດ້ມີຜົນບັງຄັບໃຊ້ໃນວັນທີ 15 ທັນວາ ປີ 2008 ໂດຍຜ່ານການອະນຸມັດຂອງ ລັດຖະມົນຕີ ກະຊວງການຕ່າງປະເທດອາຊຽນ ຢູ່ກອງເລຂາອາຊຽນ ທີ່ນະຄອນຫລວງຈາກາຕາ.ນັບແຕ່ ກົດບັດອາຊຽນ ມີຜົນບັງຄັບໃຊ້ເປັນຕົ້ນມາ, ອາຊຽນດຳເນີນວຽກງານພາຍໃຕ້ຂອບເຂດກົດໝາຍໃໝ່ ແລະ ສ້າງຕັ້ງອົງການໃໝ່ຈຳນວນໜຶ່ງ ເພື່ອຊຸກຍູ້ຂະບວນການສ້າງປະຊາຄົມ. ໃນຄວາມເປັນຈິງແລ້ວ, ກົດບັດອາຊຽນແມ່ນຂໍ້ຕົກລົງທີ່ມີຜົນສັກສິດຕາມກົດໝາຍໃນບັນດາ 10 ປະເທດສະມາຊິກອາຊຽນ. ນອກຈາກນີ້, ຍັງໄດ້ລົງທະບຽນກັບກອງເລຂາຂອງສະຫະປະຊາຊາດ, ອີງຕາມມາດຕາ 102, ວັກທີ 1 ຂອງກົດບັດຂອງສະຫະປະຊາຊາດ.

ຄວາມສໍາຄັນຂອງກົດບັດອາຊຽນສະແດງອອກຄື: