ຄໍາຂວັນ

ພາກພື້ນອາຊຽນກໍຄືພາກພື້ນອື່ນຂອງໂລກຍັງສືບຕໍ່ປະເຊີນກັບສິ່ງທ້າທາຍຕ່າງໆ ລວມທັງຄວມຫຍຸ້ງຍາກດ້ານເສດຖະ

ກີດ-ການເງີນ ຊຶ່ງເຖິງວ່າຈະເລີ່ມມີການຟື້ນຕົວ ແຕ່ກໍ່ຍັງອ່ອນໄຫວ ແລະ ບໍ່ຮັບປະກັນວ່າ ຈະມີຄວາມຍືນຍົງ.

ນອກຈາກນັ້ນ ກໍ່ຍັງມີການປ່ຽນແປງຂອງດິນຟ້າອາກາດ, ໄພພິບັດທາງທໍາມະຊາດ, ທາງດ້ານຄວາມໝັ້ນຄົງກໍ່ຍັງມີສິ່ງ

ທ້າທາຍຈາກຄວາມໝັ້ນຄົງ ທັງແບບເກົ່າ ແລະ ແບບໃໝ່. ຕໍ່ສະພາບການດັ່ງກ່າວ, ການເພີ່ມທະວີການເຊື່ອມຈອດ

ແລະ ຄວາມເຂັ້ມແຂງ

ມີຄວາມສໍາຄັນຢ່າງຍິ່ງໃນການຮັບປະກັນໃຫ້ແກ່ຄວາມພະຍາຍາມລວມຂອງອາຊຽນໃນການ ຮັດແໜ້ນປະຊາຄົມໃນຕໍ່ໜ້າ ເພື່ອສາມາດນໍາໃຊ້ບັນດາກາລະໂອກາດ ແລະ ຮັບມືກັບສິ່ງທ້າທາຍຕ່າງໆໄດ້ຢ່າງມີປະ ສິດທິຜົນ.

ດັ່ງນັ້ນ, ຈຶ່ງເຫັນໄດ້ຄວາມຈໍາເປັນສໍາລັບອາຊຽນໃນການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມ

ແຂງ ໂດຍຜ່ານການສົ່ງເສີມການຮ່ວມມືອາຊຽນ ພາຍໃຕ້ 3 ເສົາຄໍ້າປະຊາຄົມອາຊຽນ, ການເຊື່ອມ

ຈອດດ້ານພື້ນຖານໂຄງລ່າງ,

ການຮັດແຄບຄວາມແຕກໂຕນທາງດ້ານການພັດທະນາ, ການເຊື່ອມໂຍງ ທາງດ້ານເສດຖະກິດຫຼາຍຂຶ້ນ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນ ແລະ ການເສີມຂະຫຍາຍ

ການພົວພັນຮ່ວມມືອາຊຽນກັບຄູ່ຮ່ວມມືພາຍນອກ ໂດຍການຮັກສາບົດບາດ ແລະ ຄວາມເປັນ

ແກນກາງຂອງອາຊຽນໃນໂຄງສ້າງການຮ່ວມມືຂອງພາກພື້ນທີ່ພວມຜັນປ່ຽນ.

ສະນັ້ນ: ສປປ ລາວ ຈຶ່ງໄດ້ກໍານົດເອົາຄໍາຂວັນສໍາລັບປະທານອາຊຽນຂອງ ສປປ ລາວ ໃນປີ2024:

“ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ຫຼື ພາສາອັງກິດແມ່ນ

“ASEAN: Enhancing Connectivity and Resilience”.