ປີໃໝ່ ຄວນເອົາໃຈໃສ່ບັນຫາອຸບັດເຫດ

16/04/2026 14:35
Email Print 83
KPL - Asean 2024 ຂປລ. ຍັງອີກບໍ່ພໍເທົ່າໃດມື້ ບຸນຕຸດສົງການ ຫລື ບຸນປີລາວໃໝ່ ໄດ້ໝູນວຽນມາຮອດອີກເທື່ອໜຶ່ງ ຊຶ່ງເປັນບຸນລະດັບຊາດທີ່ໄດ້ຈັດຕັ້ງກັນມາເທົ່າທຸກວັນນີ້ ທັງເປັນບຸນທີ່ພວກເຮົາລໍຄອຍ ທີ່ຈະໄດ້ພົບພໍ້ກັນ ແລະ ອອຍພອນເຊິ່ງກັນ ແລະ ກັນ.

     ຂປລ. ຍັງອີກບໍ່ພໍເທົ່າໃດມື້ ບຸນຕຸດສົງການ ຫລື ບຸນປີລາວໃໝ່ ໄດ້ໝູນວຽນມາຮອດອີກເທື່ອໜຶ່ງ ຊຶ່ງເປັນບຸນລະດັບຊາດທີ່ໄດ້ຈັດຕັ້ງກັນມາເທົ່າທຸກວັນນີ້ ທັງເປັນບຸນທີ່ພວກເຮົາລໍຄອຍ ທີ່ຈະໄດ້ພົບພໍ້ກັນ ແລະ ອອຍພອນເຊິ່ງກັນ ແລະ ກັນ. ເຖິງຢ່າງໃດກໍດີ, ສິ່ງທີ່ພວກເຮົາຄວນລະວັງ ແລະ ເອົາໃຈໃສ່ທີ່ສຸດຄື ບັນຫາອຸບັດເຫດຕາມທ້ອງຖະໜົນ ໂດຍສະເພາະແມ່ນກິນດື່ມສິ່ງມຶນເມົາແລ້ວ ຫ້າມຂັບຂີ່ລົດລານພາຫະນະຕິດພັນກັບການປະຕິບັດກົດລະບຽບຈະລາຈອນທຸກເວລາ.  

ບັນຫາການເກີດອຸບັດເຫດຕາມທ້ອງຖະໜົນ ໃນໄລຍະປີໃໝ່ໃນແຕ່ລະປີ ແມ່ນເກີດຂຶ້ນທຸກປີ ອັນເຮັດໃຫ້ມີຜູ້ເສຍຊີວິດ ແລະ ພາຫະນະເປ່ເພບໍ່ໜ້ອຍໃນຂອບເຂດທົ່ວປະເທດ. ແນວໃດກໍຕາມ, ໃນໄລຍະຜ່ານມາ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ໄດ້ສຸມໃສ່ປະຕິບັດໜ້າທີ່ວິຊາສະເພາະຢ່າງຕັ້ງໜ້າ ເປັນຕົ້ນແມ່ນລົງໂຄສະນາເຜີຍແຜ່ກົດລະບຽບຈະລາຈອນ, ຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ, ກວດ ກາທາດເຫລົ້າ, ຈັບຄວາມໄວ ແລະ ອື່ນໆ, ແຕ່ຍັງເຫັນວ່າ ບັນຫາອຸບັດເຫດຍັງສືບຕໍ່ເກີດຂຶ້ນ ແລະ ການລະເມີດຂອງຜູ້ຂັບຂີ່ຍັງມີຫລາຍ. ການເກີດອຸບັດເຫດສ່ວນຫລາຍແມ່ນຜູ້ຂັບຂີ່ທີ່ລະເມີດກົດລະບຽບຈະລາຈອນ ດ້ວຍການໃຊ້ຄວາມໄວເກີນ, ດື່ມສິ່ງມຶນເມົາແລ້ວຂັບຂີ່.

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີອອກແຈ້ງການທິດຊີ້ນຳເຖິງບັນດາກະຊວງ ແລະ ອົງ ການປົກຄອງທ້ອງຖິ່ນທົ່ວປະເທດເພື່ອກຽມຄວາມພ້ອມຮອບດ້ານໃນການສະເຫລີມສະຫລອງບຸນປີໃໝ່ລາວ ປີ 2026 ໃຫ້ມີຄວາມເບີກບານມ່ວນຊື່ນ ພາຍໃຕ້ຈິດໃຈປະຢັດມັດທະຍັດ ແລະຮັບປະກັນຄວາມສະຫງົບຮຽບຮ້ອຍໃນສັງຄົມ. ໃນນັ້ນ, ສຳລັບດ້ານການສັນຈອນ ແລະ ຄວາມປອດໄພທາງບົກ; ​ກະຊວງປ້ອງກັນຄວາມສະຫງົບຮ່ວມກັບຂະແໜງໂຍທາທິການ ແລະ ຂົນສົ່ງ ຈັດສັນເສັ້ນທາງໃຫ້ມີຄວາມສະດວກ ແລະ ປອດໄພໄປພ້ອມໆກັບການໂຄສະນາປູກຈິດສຳນຶກການເຄົາລົບກົດລະບຽບຈາລະຈອນ ເພື່ອ ຫລຸດຜ່ອນອຸບັດເຫດ; ທັງຫ້າມຕັ້ງກຸ່ມຫລິ້ນນ້ຳຢ່າງຊະຊາຍຕາມແຄມທາງທີ່ກໍໃຫ້ເກີດການແອອັດ ແລະ ຄຸ້ມຄອງເວລາເປີດ-ປິດ ສະຖານທີ່ບັນເທີງຢ່າງເດັດຂາດ.

KPL