ການທ່ອງທ່ຽວ ສປປລາວ

ປະເທດລາວ ເປັນປະເທດທີ່ສວຍງາມ ມີປະຫວັດສາດ ທີ່ເກົ່າແກ່ ແລະ ມໍລະດົກທາງວັດທະນະທໍາ ທັງເປັນທີ່ຕັ້ງ ຂອງວັດວາອາຣາມເກົ່າແກ່ ຫລາຍແຫ່ງ, ນ້ຳຕົກຕາດທີ່ສວຍງາມ, ແລະ ພູຜາປ່າດົງ ທີ່ອຸດົມສົມບູນ. ປະເທດລາວ ປະກອບດ້ວຍ ຊົນເຜົ່າຕ່າງໆ ທີ່ມີ ວັດທະນະທຳ ແລະ ຮີດຄອງປະເພນີ ທີ່ເປັນເອກະລັກ ຂອງຕົນເອງ. ສະຖານທີ່ນັກທ່ອງທ່ຽວ ທີ່ນິຍົມຫລາຍ ໃນປະເທດລາວ ປະກອບມີ:

ຫລວງພະບາງ

ທີ່ມາ: https://hashtaglegend.com/travel/travel-luang-prabang-laos/

ເປັນເມືອງມໍລະດົກໂລກ ທີ່ໄດ້ຮັບການຮັບຮອງ ໂດຍອົງການ ອຸຍເນສໂກ (UNESCO) ໃນປີ1996ແລະ ເປັນໜຶ່ງ ໃນບັນດາ ແຫລ່ງທ່ອງທ່ຽວ ທີ່ມີຊື່ສຽງທີ່ສຸດ ໃນລາວ. ຫລວງພະບາງ ເປັນທີ່ຕັ້ງ ຂອງວັດທີ່ເກົ່າແກ່ ແລະ ມີຄວາມສໍາຄັນ ທາງພຸດທະສາສະໜາ ຫລາຍແຫ່ງ ເປັນຕົ້ນແມ່ນ: ວັດຊຽງທອງ, ວັດໂພສີທາຣາມ, ວັດວິຊຸນ ແລະ ອື່ນໆ. ນອກຈາກນີ້, ຍັງມີແຫລ່ງ ທ່ອງທ່ຽວ ອີກຫລາຍບ່ອນ ເຊັ່ນ: ຫໍພິພິທະພັນ ພະຣາຊະວັງ, ຕະຫລາດມືດ, ຕາດກວາງຊີ, ຖໍ້າປາກອູ ແລະ ແຫລ່ງທ່ອງທ່ຽວ ທໍາມະຊາດອື່ນໆ ເຊິ່ງເປັນບ່ອນ ພັກຜ່ອນຢ່ອນໃຈ ໃຫ້ແກ່ ບັນດານັກທ່ອງທ່ຽວ ທີ່ໄດ້ມາຍັງສະຖານທີ່ເຫລົ່ານີ້.

ນະຄອນຫລວງວຽງຈັນ

ທີ່ມາ:https://www.visitsoutheastasia.travel/top-sights/that-luang-stupa/

ເປັນນະຄອນຫຼວງ ຂອງ ປະເທດ, ເປັນເມືອງທີ່ປະສົມປະ ສານ ລະຫວ່າງ ການອະນຸລັກດັ້ງເດີມ ແລະ ຄວາມທັນສະໄໝ ຂອງ ຕົວເມືອງສະໄໝໃໝ່. ນະຄອນຫລວງວຽງຈັນ ມີທີ່ຕັ້ງຂອງປະຕູໄຊ ເປັນອານຸສາວະລີ ແຫ່ງໄຊຊະນະ ທີ່ສ້າງຂຶ້ນໃນຊຸມປີ 1960, ມີພຣະທາດຫລວງວຽງຈັນ ທີ່ເປັນ ພຣະທາດຄູ່ບ້ານຄູ່ເມືອງ ຂອງ ປະຊາຊົນລາວ, ຍັງມີ ຫໍພະແກ້ວ ແລະ ວັດສີສະເກດ ທີ່ອະນຸລັກ ວັດທະນະທໍາ ອັນເກົ່າແກ່ ໄວ້ເປັນມໍລະດົກ, ມີອາຄານ ສະຖາປັດຕະຍະກໍາ ສະໄໝຝຣັ່ງ ແລະ ອາຄານສະໄໝກ່ອນ ທີ່ຍັງຮັກສາ ສິລະປະຂອງລາວຫລາຍແຫ່ງ ຢູ່ໃຈກາງເມືອງ. ນອກນັ້ນ ກໍຍັງມີແຫລ່ງທ່ອງທ່ຽວອີກຫລາຍແຫ່ງ ຢັ່ງຢາຍອ້ອມຮອບ ນະຄອນຫລວງທັງເກົ່າ ແລະ ໃໝ່, ສາມາດ ດຶງດູດນັກທ່ອງທ່ຽວໄດ້ຢ່າງຫລວງຫລາຍ.

ວັດຊຽງຄວນ

ວັດຊຽງຄວນ ຕັ້ງຢູ່ເທິງຝັ່ງແມ່ນ້ຳຂອງ ໃກ້ກັບຂົວມິດຕະພາບລາວ - ໄທ 1, ທາງໃຕ້ ຂອງເມືອງວຽງຈັນ 24 ກິໂລແມັດ. ທີ່ຕັ້ງຢູ່ເຂດບ້ານທ່າເດື່ອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນເປັນແຫຼ່ງທ່ອງທ່ຽວທີ່ຮູ້ຈັກກັນແຜ່ຫຼາຍພໍສົມຄວນ ທັງໃກ້ ແລະ ໄກ, ມີນັກທ່ອງທ່ຽວເຂົ້າ ໄປທ່ຽວຊົມບໍ່ຂາດໄລຍະ.ວັດຊຽງຄວນ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ ຄສ 1958 ໂດຍ ປູ່ບຸນເຫຼື່ອມ ສຸຣິຣັດ ເພື່ອເປັນອຸທິຍານອັນຢັ່ງຢາຍ ໄຮ້ລະບຽບຂອງຮູບປັ້ນກ່ວາ 200 ແບບ ທີ່ມີທັງຄົນ, ຜີ, ເທວະດາ, ພະສັດເດລະສານ ແລະ ອື່ນໆ. ໃນອະລິຍະບົດຕ່າງໆທັງໃນພິພົບແຫ່ງສະຫັວນ, ໂລກມະນຸດ ແລະ ນະລົກອະເວຈີ. ອັນປະສົມປະສານລະຫ່ວາງ ຄະຕິພຸດ ແລະ ຮີນດູເຊິ່ງບາງຢ່າງກໍ່ແປກປະຫຼາດພິກົນ ພິການອະວິໄສ ຊວນເກີດຄວາມຮູ້ສຶກພິດສະວົງສົງໄສ, ທັງຊື່ນຊົມ, ເບື່ອໜ່າຍໜ້າສົມເພດເວທະນາ ປະປົນກັນ ຍາມເມື່ອໄດ້ຊົມ.

ທີ່ມາ:http://laotour2.blogspot.com/p/blog-page_23.html

ຈໍາປາສັກ

ທີ່ມາ: https://www.visitsoutheastasia.travel/top-sights/wat-phu-the-unesco-world-heritage-site/

ເປັນເມືອງທີ່ຕັ້ງ ຢູ່ພາກໃຕ້ຂອງລາວ ທີ່ເປັນ ທັງອູ່ເຂົ້າອູ່ປາ ໂດຍສະເພາະ ຢູ່ເທິງພູພຽງບໍລະເວນ ທີ່ມີຊື່ສຽງ ທາງດ້ານກະສິກໍາ. ພ້ອມກັນນັ້ນ, ຍັງມີຊັບ ພະຍາກອນ ທໍາມະຊາດ ທີ່ ອຸດົມສົມບູນ ເຮັດໃຫ້ກາຍເປັນແຫລ່ງທ່ອງທ່ຽວ ທໍາມະຊາດ ທີ່ສວຍສົດງົດງາມເຊັ່ນ: ນໍ້າຕົກຕາດ, ເກາະດອນຕ່າງໆ ແລະ ຍັງມີວັດພູຈໍາ ປາສັກ ທີ່ເປັນມໍລະດົກໂລກ ທາງດ້ານວັດທະນະທໍາ ທີ່ໄດ້ຮັບການ ຮັບຮອງຈາກ ອົງການອຸຍເນສໂກເຊັ່ນດຽວກັນ.

ໃນໄລຍະ 2 ປີເຄິ່ງ ຜ່ານມານີ້, ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາແຂວງຄໍາມ່ວນທັງໝົດ 565.000 ກວ່າຄົນ, ຍິງ 264.000 ກວ່າຄົນ. ໃນນັ້ນ ເປັນນັກທ່ອງທ່ຽວຕ່າງປະເທດ ຈຳນວນ138.000 ກວ່າຄົນ, ນັກທ່ອງທ່ຽວພາຍໃນ 427.000 ກວ່າຄົນ, ສາມາດສ້າງລາຍຮັບໄດ້ທັງໝົດ 320 ຕື້ກວ່າກີບ ແລະ ຄາດຄະເນວ່າ ໃນໄລຍະ3 ເດືອນທ້າຍປີນີ້ ຈະມີນັກທ່ອງທ່ຽວເຂົ້າມາແຂວງຄຳມ່ວນທັງໝົດ 93.135 ຄົນ ຍິງ 25.021ຄົນ. ໃນນີ້ມີນັກທ່ອງທ່ຽວພາຍໃນ 30.143 ຄົນ ຍິງ ຈຳນວນ 15.012 ຄົນ, ນັກທ່ອງທ່ຽວຕ່າງປະເທດ ລວມມີ 62.990 ຄົນ ແລະ ຍິງ 17.185 ຄົນ ໂດຍຈະສາມາດສ້າງລາຍຮັບໝູນວຽນໄດ້ 59 ຕື້ກວ່າກີບ ຊຶ່ງຕາມແຜນການພັດທະນາ 5 ປີ ຂອງແຂວງແມ່ນໃຫ້ໄດ້ 2.500.000 ຄົນ ໂດຍສະເລ່ຍປີໜຶ່ງ 500.000 ຄົນ.

ປັດຈຸບັນແຂວງຄຳມ່ວນ ມີແຫລ່ງທ່ອງທ່ຽວທັງໝົດ 200 ກວ່າແຫ່ງ, ໃນນັ້ນແຫຼ່ງທ່ອງທ່ຽວທາງທໍາມະຊາດ 145 ແຫ່ງ, ປະຫວັດສາດ 31 ແຫ່ງ ແລະ ວັດທະນະທຳ 33 ແຫ່ງ, ໃນນັ້ນ ໄດ້ເປີດໃຊ້ບໍລິການແລ້ວຈຳນວນ 87 ແຫ່ງ ແລະ ມີເອກະຊົນສຳປະທານເພື່ອພັດທະນາແລ້ວ 8 ແຫ່ງ, ສະຖານທີ່ທ່ອງທ່ຽວໄດ້ຮັບການພັດທະນາແລ້ວ 23 ແຫ່ງ. ສະນັ້ນ ທົ່ວແຂວງມີໂຮງແຮມທັງໝົດ 26 ແຫ່ງ, ເຮືອນພັກ 93 ແຫ່ງ, ຣີສອດ 9 ແຫ່ງ, ຮ້ານອາຫານ 103 ແຫ່ງ, ຮ້ານກິນດື່ມ-ບັນເທີງ 63 ແຫ່ງ.

ສະນັ້ນ ເພື່ອກະກຽມໃສ່ ປີທ່ອງທ່ຽວ 2024 ແລະ ເພື່ອຮອງຮັບໃຫ້ແກ່ ນັກທ່ອງທ່ຽວ, ທາງພະແນກ ຖວທ ແຂວງໄດ້ມອບໃຫ້ ຂະແໜງທ່ອງທ່ຽວ ລົງໄປປະເມີນບັນດາຫົວໜ່ວຍທຸລະກິດ ການທ່ອງທ່ຽວ ພາຍໃນແຂວງ ເຊັ່ນ: ໂຮງແຮມ, ເຮືອນພັກ, ຮ້ານອາຫານ, ສະຖານບັນເທີງ ແລະ ສະຖານທີ່ທ່ອງທ່ຽວຕ່າງໆ ເພື່ອໃຫ້ໄດ້ຕາມມາດຕະຖານ ແລະ ມີຄວາມພ້ອມທຸກດ້ານໃນຂອດບໍລິການ.

ພິເສດໃນປີ 2024 ນີ້ ແຂວງຄຳມ່ວນ ຈະໄດ້ເປີດແຫລ່ງທ່ອງທ່ຽວທາງທຳມະຊາດເພີ່ມຕື່ມອີກ 2 ແຫ່ງຄື: ແຫລ່ງທ່ອງທ່ຽວ ຂຸນກອງແລງ ເມືອງຫີນບູນ ແລະ ຕາດຊຽງລື ເມືອງບົວລະພາ ຊຶ່ງຈະເປັນອີກ ໜຶ່ງທ່າແຮງທີ່ສຳຄັນ ໃນການດຶງດູດນັກທ່ອງທ່ຽວ ເຂົ້າມາທ່ຽວ ແຂວງຄຳມ່ວນຫລາຍຂຶ້ນ. ຄາດວ່າໃນອະນາຄົດ ຈະມີການ ກໍ່ສ້າງເສັ້ນທາງດ່ວນເຊື່ອມຕໍ່ ຈາກນະຄອນຫລວງວຽງຈັນ ຜ່ານແຂວງບໍລິຄໍາໄຊ,ແຂວງສະຫວັນນະເຂດ ແລະ ແຂວງຈໍາປາສັກ ຍິ່ງຈະເຮັດໃຫ້ ພາກອຸດສາຫະກໍາທ່ອງທ່ຽວມີບັນຍາກາດຄຶກຄັກຫລາຍຂຶ້ນກວ່າເກົ່າ.