ເປີດແຫລ່ງທ່ອງທ່ຽວທໍາມະຊາດ ນໍ້າຕົກຕາດຫ້ວຍກາງ ບ້ານຜາດໍາ
![]()
ຂປລ. ນໍ້າຕົກຕາດຫ້ວຍກາງ ຕັ້ງຢູ່ບ້ານຜາດໍາ ເມືອງເມິງ ແຂວງບໍ່ແກ້ວ ເຊິ່ງໄດ້ຮັບການສໍາຫລວດໃນປີ 2023 ທັງຖືກກໍານົດເປັນແຫລ່ງທ່ອງທ່ຽວຢູ່ໃນລະດັບຂັ້ນເມືອງ, ມີເນື້ອທີ່ ທີ່ໄດ້ກໍານົດໄວ້ຫລາຍກວ່າ 110 ເຮັກຕາ, ພື້ນທີ່ດັ່ງກ່າວ ເປັນປ່າຫົວນໍ້າ ແລະ ເປັນປ່າສະຫງວນຂອງບ້ານ ທີ່ມີຄວາມອຸດົມສົມບູນ ທາງດ້ານຊີວະນາໆພັນນາໆຊະນິດຕ່າງໆ. ນໍ້າຕົກຕາດແຫ່ງນີ້ ຢູ່ຫ່າງຈາກເສັ້ນທາງໃຫຍ່ເຂົ້າໄປປະມານ 3 ກິໂລແມັດ, ມີຄວາມສູງເຖິງ 30 ແມັດ ໄປພ້ອມໆຄວາມສວຍສົດງົດງາມ ຈຶ່ງເຮັດໃຫ້ດຶງດູດຜູ້ປະກອບການມີຄວາມສົນໃຈເຂົ້າມາພັດທະນາໃຫ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີການບໍລິການຄົບວົງຈອນທີ່ສະດວກສະບາຍ ເພື່ອບໍລິ ການນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມ ເປັນຕົ້ນ ການບໍລິການທາງດ້ານອາຫານ ແລະ ທີ່ພັກເຊົາ.
ແນວໃດກໍດີ, ເມ່ືອມໍ່ໆມານີ້, ຢູ່ບ້ານຜາດຳ ເມືອງເມິງ ໄດ້ເປີດແຫລ່ງທ່ອງທ່ຽວທໍາມະຊາດ ນໍ້າຕົກຕາດຫ້ວຍກາງ ຂຶ້ນ ໂດຍມີ ທ່ານ ສີວິໄລ ສີແສນດີ ເລຂາຄະນະບໍລິຫານງານພັກເມືອງເມິງ, ທ່ານ ນາງ ບຸນຍົກ ແສງສະຫວ່າງ ຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງບໍ່ແກ້ວ ພ້ອມດ້ວຍຫ້ອງການ, ຜູ້ປະກອບການ ພາຍໃນເມືອງເຂົ້າຮ່ວມ.
![]()
ທ່ານ ໄມ່ແອ ກັນທະພອນ ນາຍບ້ານໆຜາດໍາ ໃຫ້ຮູ້ວ່າ: ໃນເມື່ອກ່ອນໄດ້ມີນາຍພານລ່າເນື້ອເຂົ້າ ມາລ່າເນື້ອຢູ່ຂອບເຂດບໍລິເວນດັ່ງກ່າວ ແລະ ໄດ້ພົບເຫັນນໍ້າຕົກຕາດແຫ່ງນີ້ ທີ່ມີຄວາມງົດງາມ, ອຸດົມສົມບູນໄປດ້ວຍສັດປ່ານາໆຊະນິດ, ປົກຫຸ້ມດ້ວຍປ່າໄມ້ໃຫຍ່ທີ່ຂຽວສົດງົດງາມ ໄດ້ມີພະຍາກວາງໂຕໜຶ່ງທີ່ປົກປັກຮັກສາສະຖານທີ່ແຫ່ງນີ້ຢູ່ ອັນເຮັດໃຫ້ນາຍພານຜູ້ນັ້ນຢ້ານກົວ ແລະ ບໍ່ກ້າມາລ່າສັດໃນບໍລິເວນນີ້ອີກ. ນໍ້າຕົກຕາດຫ້ວຍກາງ ແມ່ນສະຖານທີ່ທ່ອງທ່ຽວທໍາມະຊາດ ທີ່ມີຄວາມງົດງາມຕາມທໍາມະຊາດ ຖືກອ້ອມຮອບດ້ວຍທໍາມະຊາດ ແລະ ສາຍພູ ຊຶ່ງເໝາະສໍາລັບການທ່ອງທ່ຽວເພື່ອພັກຜ່ອນຊົມທໍາມະຊາດບວກກັບສາຍນໍ້າອັນເຢັນໃສທີ່ຫາໃສບໍ່ໄດ້ອີກແລ້ວ, ນໍ້າຕົກຕາດແຫ່ງນີ້ຫ່າງຈາກເທສະບານເມືອງ ປະມານ 29 ກິໂລແມັດ, ທິດເໜືອຕິດກັບຊາຍແດນບ້ານຈອມແຈ້ງ, ທິດໃຕ້ຕິດກັບບ້ານຜາຂາວ, ທິດຕາເວັນອອກຕິດກັບຊາຍແດນບ້ານຕໍແລ ແລະ ທິດໃຕ້ຕິດກັບແມ່ນໍ້າຂອງ ຊາຍແດນ ລາວ-ມຽນມາ, ມີເນື້ອທີ່ທັງໝົດ 108 ເຮັກຕາ ໃນນີ້, ກໍານົດໃຫ້ສໍາປະທານນໍາລັດເພື່ອພັດທະນາເປັນແຫລ່ງທ່ອງທ່ຽວທາງທໍາມະຊາດ 4 ເຮັກຕາ ຊຶ່ງໃນໄລຍະຜ່ານມາ, ນໍ້າຕົກຕາດແຫ່ງນີ້ມີຄວາມງົດງາມກໍຈິງ, ແຕ່ເສັ້ນທາງເຂົ້າມາຫາສະຖານທີ່ທ່ອງທ່ຽວແມ່ນຕ້ອງໄດ້ຍ່າງປະມານ 1-2 ຊົ່ວໂມງ ປັດຈຸບັນມີຜູ້ປະກອບການສໍາປະທານ ເພື່ອພັດທະນາເປັນແຫລ່ງທ່ອງທ່ຽວທາງທໍາມະຊາດ ຊຶ່ງຜູ້ປະ ກອບການ ໄດ້ເອົາໃຈໃສ່ພັດທະນາປັບປຸງສະຖານທີ່ແຫ່ງນີ້ ເປັນຕົ້ນ ຕັດເສັ້ນທາງເຂົ້າມາຫາຈຸດໃຈກາງຂອງນໍ້າຕົກຕາດທີ່ມີຄວາມຍາວ 3 ກິໂລແມັດ, ປັບປຸງສະຖານທີ່ບ່ອນຈອດລົດ, ຕັ້ງຕູບບໍລິການ 9 ຫລັງ, ຫ້ອງນໍ້າ 2 ຫ້ອງ ແລະ ອໍານວຍຄວາມສະດວກໃຫ້ບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ຈະມາທ່ຽວຊົມ.
![]()
ທ່ານ ສີວິໄລ ສີແສນດີ ຍັງໄດ້ຮຽກຮ້ອງມາຍັງຜູ້ປະກອບການ ຈົ່ງປົກປັກຮັກສາສະພາບແວດລ້ອມ ເປັນຕົ້ນ ຮັກສາປ່າໄມ້, ຮັກສາຄວາມສະອາດສະຖານທີ່ນໍ້າຕົກຕາດ, ຮັກສາຄວາມເປັນລະບຽບຮ້ອຍ ແລະ ຮັກ ສາຄວາມສະຫງົບປອດໄພ, ພ້ອມທັງໃຫ້ອົງການປົກຄອງບ້ານ ຕະຫລອດຮອດພໍ່ແມ່ປະຊາຊົນເປັນຜູ້ຊ່ວຍຊຸກ ຍູ້ໃຫ້ການກັບສະໜັບສະໜູນ, ອໍານວຍຄວາມສະດວກດ້ານຕ່າງໆ ໃຫ້ກັບຜູ້ປະກອບການທີ່ມີຄວາມຕ້ອງການຢາກມາລົງທຶນພັດທະນາແຫລ່ງທ່ອງທ່ຽວທີ່ຢູ່ພາຍໃນເມືອງພວກເຮົາໃຫ້ມີຄວາມໂດດເດັ່ນ ແລະ ເປັນສະຖານ ທີ່ທ່ອງທ່ຽວຂອງເມືອງໃຫ້ມີຄວາມຍືນຍົງຕະຫລອດໄປ.
ໂດຍ: ອຸ່ນຄໍາ ຂັນວາລິດ
