ບົດເພງປະຈຳອາຊຽນ

ເພງປະຈຳອາຊຽນມີຊື່ວ່າ: The ASEAN Way

ແຕ່ງທຳນອງ-ຮຽບຮຽງໂດຍ: ທ້າວ ກິດຕິຄຸນ ສຸດປະເສີດ ເປັນຄົນສັນຊາດໄທ.

ທຳນອງ ໂດຍ: ທ້າວ ສຳເພົາ ໄຕຣອຸດົມ ເປັນຄົນສັນຊາດໄທ.

ເນື້ອຮ້ອງ ໂດຍ: ນາງ ພະຍອມ ວະໄລພັດຊະຣາ ເປັນຄົນສັນຊາດໄທ.

ການມີເພງອາຊຽນ ຖືວ່າມີຄວາມສຳຄັນຕໍ່ອາຊຽນເປັນຢ່າງຍິ່ງ ເພາະເພງອາຊຽນຈະຊ່ວຍເສີມສ້າງເອກະລັກຂອງອາຊຽນ ໃນການໂຮມອາຊຽນເຂົ້າໄວ້ເປັນໜຶ່ງດຽວ, ເພງອາຊຽນເກິດຈາກການຈັດປະກວດແຂ່ງຂັນ ເຊິ່ງສະມາຊິກອາຊຽນ ໄດ້ຮ່ວມກັນສົ່ງເພງ ເຂົ້າມາປະກວດ ແລະ ເພງຈາກ ປະເທດໄທ ໄດ້ຮັບຄັດເລືອກໃຫ້ເປັນ ເພງປະຈຳອາຊຽນ, ເພງອາຊຽນ ໄດ້ນຳໃຊ້ຢ່າງເປັນທາງການຄັ້ງທຳອິດ ທີ່ເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 14 ໃນວັນທີ 28 ກຸມພາ ປີ 2009 ທີ່ແຂວງເພັດຊະບູລີ ປະເທດໄທ.