ກອງປະຊຸມສຸດຍອດອາຊຽນ

ກອງປະຊຸມສູດຍອດອາຊຽນ ຫລື ASEAN Summitໄດ້ຈັດຂຶ້ນ ໂດຍສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (Association of Southeast Asian Nations) ຫລື ອາຊຽນ(ASEAN) ຖືກສ້າງຕັ້ງຂຶ້ນ ເພື່ອສ້າງສັນຕິພາບໃນພາກພື້ນອາຊີຕາເວັນອອກສຽງໃຕ້ ເພື່ອສ້າງສະຖຽນລະພາບທາງດ້ານການເມືອງ ແລະ ຄວາມຈະເລີນກ້າວໜ້າ ທາງດ້ານເສດຖະກິດສັງຄົມ ແລະ ວັດທະນະທຳ ເຊິ່ງກອງປະຊຸມອາຊຽນນັ້ນ ຈະມີຜູ້ນຳແຕ່ລະປະເທດເຂົ້າຮ່ວມປະຊຸມ ເພື່ອຄົ້ນຄ້ວາພິຈາລະນາ ກ່ຽວກັບການພັດທະນາຄວາມຈະເລີນກ້າວໜ້າຂອງກຸ່ມປະເທດອາຊຽນ.

ໂດຍລຳດັບເວລາຂອງກອງປະຊຸມສຸດຍອດອາຊຽນ ໝາຍວ່າ ປະເທດສະມາຊິກອາຊຽນ ໄດ້ຜັດປ່ຽນກັນເປັນເຈົ້າພາບ ໃນການຈັດກອງປະຊຸມ ເຊິ່ງກອງປະຊຸມສຸດຍອດອາຊຽນ ໄດ້ຖືກຈັດຂິ້ນໃນຄັ້ງທຳອິດ ເມື່ອເດືອນກຸມພາ ປີ 1976 ຢູ່ບາຫລີ ປະເທດອິນໂດເນເຊຍ ແລະ ປະເທດລາວ ໄດ້ເປັນເຈົ້າພາບຄັ້ງທຳອິດ ໃນປີ 2016.

ກອງປະຊຸມສຸດຍອດອາຊຽນ ປະກອບດ້ວຍຫົວໜ້າລັດຖະບານ ມີອຳນາດໜ້າທີ່ໃນການກຳນົດນະໂຍບາຍສູງສຸດ ແລະ ແນວທາງຄວາມຮ່ວມມືຂອງອາຊຽນ ແລະ ການຕັດສິນໃຈໃນເລື່ອງສຳຄັນ ໂດຍໃຫ້ປະເທດສະມາຊິກ ເຊິ່ງເປັນປະທານອາຊຽນເປັນເຈົ້າພາບຈັດກອງປະຊຸມ 2 ຄັ້ງຕໍ່ປີ ຫລື ເອິ້ນວ່າ ປະຊຸມພິເສດ ຫລື ສະເພາະກິດເມື່ອມີຄວາມຈຳເປັນ.