ແກ້ງເຊລະນອງ ບ້ານຕະຫລຸງ ເມືອງຕະໂອ້ຍ ຍິນດີຕ້ອນຮັບນັກທ່ອງທ່ຽວທຸກທ່ານໃນໄລຍະບຸນປີໃໝ່ລາວ
![]()
ຂປລ. ແກ້ງເຊລະນອງ ບ້ານຕະຫລຸງ ເມືອງຕະໂອ້ຍ ແຂວງສາລະວັນ ກຽມພ້ອມຕ້ອນຮັບນັກທ່ອງທ່ຽວດ້ວຍຄວາມອົບອຸ່ນ ແລະ ເປັນກັນເອງ ໂດຍໄດ້ພາກັນປຸກຕູບກາງນໍ້າ ຫລາຍກວ່າ 10 ຕູບ ເພື່ອໃຫ້ເປັນບ່ອນພັກຜ່ອນ, ກິນເຂົ້າ, ນັ່ງຫລິ້ນ ແລະ ແຊ່ນໍ້າເຢັນໆ ທ່າມກາງທໍາມະຊາດທີ່ສວຍງາມ ຊຶ່ງສະຖານທີ່ທ່ອງທ່ຽວແຫ່ງນີ້ ເໝາະສໍາລັບການມາທ່ຽວແບບຄອບຄົວ ຫລື ພາໝູ່ຄູ່ມາເປັນທີມ ເພື່ອຜ່ອນຄາຍຮ້ອນ ແລະ ສະເຫລີມສະຫລອງບຸນປີໃໝ່ລາວ ພສ 2569 ຢ່າງເບີກບານມ່ວນຊື່ນ.
![]()
ທ່ານ ເດີນ ເລຂາ ພັກບ້ານ ຕະຫລຸງ ກ່າວໃນພິທີເປີດແຫລ່ງທ່ອງທ່ຽວແກ້ງເຊລະນອງ ຢ່າງເປັນທາງການ ໃນວັນທີ 3 ເມສາ 2026 ຜ່ານມາວ່າ: ແກ້ງເຊລະນອງ ຖືເປັນອີກໜຶ່ງສະຖານທີ່ທ່ອງທ່ຽວທີ່ສຳຄັນຂອງບ້ານຕະຫລຸງ ໂດຍສະເພາະແມ່ນໄລຍະບຸນປີໃໝ່ທີ່ຈະມາເຖິງນີ້ ຊຶ່ງຈຸດເດັ່ນທີ່ໜ້າສົນໃຈຂອງແກ້ງເຊລະນອງຈະມີນໍ້າໃສເຢັນໆໄຫລຜ່ານຕະຫລອດ, ມີທຳມະຊາດທີ່ສວຍສົດງົດງາມ ເໝາະສໍາລັບການແຊ່ນໍ້າຜ່ອນຄາຍຮ້ອນໃນໄລຍະລະດູຮ້ອນແບບນີ້, ນອກຈາກນັ້ນ,ຍັງມີບ່ອນພັກຜ່ອນທີ່ສະດວກສະບາຍໂດຍສະເພາະແມ່ນ ຕູບກາງນໍ້າ ທີ່ປຸກດ້ວຍວັດສະດຸທໍາມະຊາດ ເຮັດໃຫ້ມີຄວາມກົມກືນກັບສະພາບແວດລ້ອມ ເພື່ອຮອງຮັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ຈະເຂົ້າມາທ່ຽວໃນໄລຍະປີໃໝ່ນີ້.
![]()
ແນວໃດກໍດີ, ແກ້ງເຊລະນອງ ຖືເປັນອີກໜຶ່ງສະຖານທີ່ທ່ອງທ່ຽວທີ່ສຳຄັນຂອງ ບ້ານຕະຫລຸງ ທີ່ມີທັດສະນີຍະພາບສວຍງາມ, ອ້ອມຮອບບໍເວນດັ່ງກ່າວມີປ່າໄມ້ທີ່ຂຽວງາມ ແລະ ພູທີ່ສະຫລັບສັບຊ້ອນ ເຮັດໃຫ້ມີອາກາດທີ່ບໍລິສຸດສົດຊື່ນ, ມີສາຍລົມເຢັນພັດຜ່ານມາເປັນບາດໆ, ມີແກ້ງຫີນທີ່ເປັນເອກະລັກ ແລະ ລະດັບນ້ຳທີ່ປອດໄພສຳລັບການລົງຫລິ້ນນ້ຳ. ເຖິງແນວໃດກໍຕາມ, ປີໃໝ່ລາວທີ່ຈະມາເຖິງນີ້ ຂໍເຊີນຊວນນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ມາທ່ຽວຢູ່ ແກ້ງເຊລະນອງ ເມືອງຕະໂອ້ຍ ແຂວງສາລະວັນ ເພື່ອສຳຜັດກັບຄວາມງາມຂອງທໍາມະຊາດ, ແຊ່ນໍ້າເຢັນໆ, ກິນອາຫານແຊບໆທີ່ເປັນເອກະລັກ ແລະ ຮ່ວມສະ ເຫລີມສະຫລອງບຸນປີໃໝ່ລາວ ຢ່າງເບີກບານມ່ວນຊື່ນ.
ໂດຍ: ກິລິຍາ
