ນ້ຳຫວານ ປິຍະດາ ພ້ອມຄວ້າໂອກາດໃນເວທີປະກວດ ນາງສັງຂານຫລວງພະບາງ 2026

16/04/2026 14:27
Email Print 83
KPL - Asean 2024 ຂປລ. ຄໍ​ລໍາ​ “ບັນ​ເທີ​ງ” ໜັງສື​ພິມ​ປະ​ເທດ​ລາວ​ມື້ນີ້ ຈະ​ພາ​ບັນດາ​ທ່ານ​ມາ​ສ່ອງ​ເບິ່ງສາວ​ງາມ ຈາກ​ເວ​ທີປະ​ກວດ ນາງສັງຂານຫລວງພະບາງ 2026 ຜູ້ເຂົ້າປະກວດໝາຍເລກ 7 ນາງ ນ້ຳຫວານ ປິຍະດາ ທີ່ພົກພາທັງຄວາມສາມາດຮອບດ້ານ ແລະ ຫົວໃຈທີ່ຮັກໃນຄວາມເປັນຫລວງພະບາງມາເຕັມປ່ຽມ ທີ່​ຈະ​ມາ​ຫາ​ຄວາມ​ຮູ້, ປະສົບ​ການ​ທີ່ ​ແລະ ພ້ອມ​ຄວ້າ​ທຸກ​ໂອກ​າດ ຈາກ​​ກອງ​ປະ​ກວດ​ໃນ​ຄັ້ງ​ນີ້.

ຂປລ. ຄໍ​ລໍາ​ ບັນ​ເທີ​ງ ໜັງສື​ພິມ​ປະ​ເທດ​ລາວ​ມື້ນີ້ ຈະ​ພາ​ບັນດາ​ທ່ານ​ມາ​ສ່ອງ​ເບິ່ງສາວ​ງາມ ຈາກ​ເວ​ທີປະ​ກວດ ນາງສັງຂານຫລວງພະບາງ 2026  ຜູ້ເຂົ້າປະກວດໝາຍເລກ 7 ນາງ ນ້ຳຫວານ ປິຍະດາ ທີ່ພົກພາທັງຄວາມສາມາດຮອບດ້ານ ແລະ ຫົວໃຈທີ່ຮັກໃນຄວາມເປັນຫລວງພະບາງມາເຕັມປ່ຽມ ທີ່​ຈະ​ມາ​ຫາ​ຄວາມ​ຮູ້, ປະສົບ​ການ​ທີ່ ​ແລະ ພ້ອມ​ຄວ້າ​ທຸກ​ໂອກ​າດ ຈາກ​​ກອງ​ປະ​ກວດ​ໃນ​ຄັ້ງ​ນີ້.  

ນາງ ນ້ຳຫວານ ປິຍະດາ  ​​ເຜີຍ​ຄວາມ​ຮູ້ສຶກ​ໃຫ້​ຮູ້ວ່າ:  ຈຸດ​ເລີ່​ມຕົ້ນ​ທີ່​ໄດ້​ມາ​ປະ​ກວດ​ໃນ​ຄັ້ງນີ້​ ຍ້ອນ​ອາຈານ​ເຫັນ​ເຖິງ​ຄວາມ​ສາມາດ ຈຶ່ງ​ສະ​ເໜີ​ໃຫ້​ນ້ອງ​ເຂົ້າ​ປະ​ກວດ ຈົນ​ສາມາດ​ຜ່ານ​ເຂົ້າ​ຮອບ 30 ຄົນສຸດ​ທ້າຍ  ​ເຮັດ​ໃຫ້​ນ້ອງ​ຮູ້ສຶກ​ດີ​ໃຈ​ຫລາຍ ທີ່​ໄດ້​ເປັນ​ສ່ວນໜຶ່ງ​ໃນ​ການສ້າງ​ຊື່ສຽງ​ໃຫ້​ແຂວງ​ຫລວງ​ພະ​ບາງ ​ເພື່ອດຶງດູດໃຫ້ທັງຄົນລາວ ແລະ ຊາວຕ່າງຊາດ ເຂົ້າມາສຳຜັດກັບວັດທະນະທຳ ແລະ ແຫລ່ງທ່ອງທ່ຽວທີ່ສວຍງາມຂອງປະເທດລາວ ໃຫ້ຫລາຍຂຶ້ນກວ່າເກົ່າ.  ​ເຖິງ​ແມ່ນ​ວ່າການ​ປະ​ກວດ​ຄັ້ງ​ນີ້​ຈະ​ໄດ້​ຮັບ​ຕໍາ​ແໜ່ງ ຫລື ບໍ່​ ແຕ່​ເຮົາ​ຈະ​ເຮັດ​ສຸດ​ຄວາມ​ສາມາດ ​ແລະ ຫາກໄດ້ຮັບຕຳແໜ່ງເປັນ ນາງ ສັງຂານຫລວງພະບາງ 2026 ນ້ອງ​ກໍ​ຈະ​ເປັນກະບອກສຽງ ທາງດ້ານວັດທະນະທຳ ກໍ​ຄື ​ການ​ເຜີຍ​ແຜ່ ວັດທະນະທຳ, ຮີດຄອງປະເພນີອັນທີ່​ສວຍ​ງາມ ແລະ ມີ​ເອກະລັກຂອງແມ່ຍິງລາວ ເຊັ່ນ: ການເກົ້າຜົມ, ບ່ຽງແພ ແລະ  ການ​ນຸ່ງ​ຫົ່ມ ລ້ວນແລ້ວແຕ່ເປັນສະເໜ່ຂອງແມ່ຍິງລາວເຮົາ. ໃນຍຸກດີຈິຕອນທີ່ໂລກປ່ຽນແປງໄປຢ່າງໄວວາ, ການຮັກສາຄວາມເປັນຕົວແບບດັ້ງເດີມ ໄວ້ໃຫ້ໄດ້ນັ້ນແມ່ນສິ່ງທ້າທາຍ,  ​ແຕ່​ຖ້າ​ເຮົາ​ນໍາ​ໃຊ້​ໃຫ້​​ເປັນ​ປະ​ໂຫຍ​ດ ກໍ​ຈະ​ເກີດ​ປະ​ໂຫຍ​ດຢ່າງ​ຫລວງ ຫລາຍ ໃນການເຜີຍແຜ່ວັດທະນະທຳໃຫ້ກວ້າງໄກຂຶ້ນ, ການຮັກສາມູນເຊື້ອປະເພນີ ທີ່ສືບທອດກັນມາມາແຕ່ປູ່ຍ່າຕາຍາຍສ້າງໄວ້ບໍ່ໃຫ້ຈາງຫາຍ, ເປັນແບບຢ່າງທີ່ດີ ໃນການນຳສະເໜີຄວາມເປັນລາວຜ່ານໂຊຊຽວມີເດຍ.

 ນາງ ນ້ຳຫວານ  ​ເວົ້າ​ເສີມ​ວ່າ: ​ເມື່ອ​ເວົ້າ​ເຖິງ​ນາງ​ສັງຂານ​ຫລວງ​ພະ​ບາງ​ແລ້ວ  ມັນ​ບໍ່​ແມ່ນ​ພຽງໜ້າຕາ​ທີ່​ສວຍ​ງາມ ແຕ່ມັນຄື ທ່າທາງ ແລະ ກິລິຍາມາລະຍາດ,  ຮອຍຍິ້ມທີ່ສົດໃສທີ່ອອກມາຈາກຄວາມຈິງໃຈ , ຄວາມ​ອ່ອນ​ນ້ອມ​ຖ່ອມ​ຕົນ, ພາສາ​ປາກ​ເວົ້າ​ທີ່​ສະ​ແດງ​ເຖິງ​ເອກະລັກ​ຂອງ​ແຂວງ​ຫລວງ​ພະ​ບາງ.

ຝາກທຸກຄົນຮ່ວມເຊຍ ແລະ ເປັນກຳລັງໃຈໃຫ້ນ້ອງ ໝາຍເລກ 7 ໃນການປະກວດ ນາງສັງຂານຫລວງພະບາງ 2026 ນີ້ແນ່ເດີ້! ຊ່ອງທາງການຕິດຕາມ: Facebook : Namwarn Pmnv

ໂດຍ:​ມາລີດາ

KPL