ກ່ຽວກັບປະເທດລາວ

ສປປ ລາວ ເປັນປະເທດທີ່ບໍ່ມີທາງອອກສູ່ທະເລໃນອາຊີຕາເວັນອອກສຽງໃຕ້. ຢູ່ໃຈກາງແຫລມອິນດູຈີນ, ມີເນື້ອທີ່ທັງໝົດ 236,800 ກິໂລແມັດ. ລາວມີຊາຍແດນຕິດຈອດກັບມຽນມາ ແລະ ຈີນ ຢູ່ທິດຕາເວັນຕົກສຽງເໜືອ, ທິດຕາເວັນອອກຕິດກັບ ຫວຽດນາມ, ທິດຕາເວັນອອກສຽງໃຕ້ ຕິດກັບກຳປູເຈຍ ທິດຕາເວັນຕົກ ແລະ ທິດຕາເວັນຕົກສຽງໃຕ້ ຕິດກັບໄທ. ນະຄອນຫລວງ ແມ່ນ ນະຄອນຫລວງວຽງຈັນ.

ປະເທດລາວມີປະຊາກອນທັງໝົດ 7,588,447 ຄົນ (ໃນປີ 2023); ໃຊ້ພາສາລາວເປັນພາສາທາງການ, ຖືສາສະໜາ ພຸດ ແລະ ໃຊ້ສະກຸນເງິນກີບ.

ໃນລະຫວ່າງປີ 1968-1975, ນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງມາ ສປປ ລາວ ປະສົບກັບຄວາມຫຍຸ້ງຍາກ ຍ້ອນພື້ນຖານໂຄງລ່າງເຊັ່ນ: ຖະໜົນຫົນທາງ, ຂົວຂ້າມແມ່ນ້ຳຂອງ, ເສັ້ນທາງແຫ່ງຊາດ, ສະໜາມບິນ ແລະ ການບໍລິການລົດເມອື່ນໆບໍ່ເຊື່ອມຕໍ່, ບໍ່ໄດ້ມີການພັດທະນາ ແລະ ຍົກລະດັບເທົ່າທີ່ຄວນ.

ຕໍ່ມາໃນປີ 1994 ໂຄງການກໍ່ສ້າງຂົວຂ້າມແມ່ນໍ້າຂອງ ມິດຕະພາບລາວ-ໄທ ກໍໄດ້ສຳເລັດ ແລະເປີດນໍາໃຊ້ຢ່າງເປັນທາງການ, ສົ່ງຜົນໃຫ້ລະບົບການພັດທະນາພື້ນຖານໂຄງລ່າງຂອງ ສປປ ລາວ ເປັນຈຸດເລີ່ມຕົ້ນທີ່ເຊື່ອມຕໍ່ກັບບັນດາປະເທດສະມາຊິກອາຊຽນຈົນເຖິງປັດຈຸບັນ.

ໃນປີ 2023, ສປປ ລາວ ມີຂົວມິດຕະພາບຢ່າງໜ້ອຍ 6 ແຫ່ງ, ເສັ້ນທາງແຫ່ງຊາດ, ສະໜາມບິນສາກົນ ແລະ ພາຍໃນປະເທດຫລາຍສາຍ ເພື່ອໃຫ້ສາມາດເຊື່ອມຕໍ່ກັບບັນດາປະເທດເພື່ອນບ້ານໃນພາກພື້ນ ແລະ ທົ່ວໂລກ./