ກ່ຽວກັບອາຊຽນ

1 ສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ ຫຼື ອາຊຽນ ໄດ້ສ້າງຕັ້ງຂຶ້ນໃນວັນທີ 8 ສິງຫາ 1967 ທີ່ບາງກອກ, ປະເທດໄທ, ໂດຍການລົງນາມໃນຖະແຫລງການອາຊຽນ (ຖະແຫລງການບາງກອກ) ໂດຍ ຜູ້ກໍ່ຕັ້ງຂອງອາຊຽນຄື: ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ ແລະ ໄທ. ບຣູໄນ ດາຣູຊາລາມ ໄດ້ເຂົ້າເປັນສະມາຊິກອາຊຽນໃນວັນທີ 7 ມັງກອນ 1984, ຖັດມາແມ່ນ ສສ ຫວຽດນາມ ໃນວັນທີ 28 ກໍລະກົດ 1995, ສປປ ລາວ ແລະ ມຽນມາ ໃນວັນທີ 23 ກໍລະກົດ 1997, ແລະ ກຳປູເຈຍ ໃນວັນທີ 30 ເມສາ 1999, ປະຈຸບັນແມ່ນ 10 ປະເທດສະມາຊິກຂອງອາຊຽນ.

ອາຊຽນຄື: ສະມາຄົມປະຊາຊາດແຫ່ງອາຊີ ຕາເວັນອອກສຽງໃຕ້ (Association of Southeast Asian Nations ຫລື ASEAN) ເປັນອົງການຮ່ວມມື ລະຫວ່າງ ປະເທດ ໃນພາກພື້ນອາຊີຕາເວັນອອກສຽງໃຕ້ ທີ່ມີຈຳນວນສະມາຊິກທັງໝົດ 10 ປະເທດຄື: ສປປລາວ, ບຣູໄນ, ກໍາປູເຈຍ, ອິນໂດເນເຊຍ, ມາເລເຊຍ, ມຽນມາ, ຟິລິບປິນ, ສິງກະໂປ,ໄທ ແລະ ຫວຽດນາມ. ຈຸດເລີ່ມຕົ້ນຄື: ອາສາ ຫລື ASA ຄື: ບັນດາປະເທດທັງສາມ ທີ່ເອີ້ນວ່າ: ປະເທດໄທ, ມາເລເຊຍ ແລະ ຟິລິບປິນ ໄດ້ເຂົ້າຮ່ວມຈັດຕັ້ງສະມາຄົມອາສາຂຶ້ນ (Association of Southeast Asian) ໃນເດືອນກໍລະກົດ 1961 ເພື່ອການຮ່ວມມືກັນທາງເສດຖະກິດ-ສັງຄົມ ແລະ ວັດທະນະທຳ ແຕ່ດຳເນີນການໄດ້ພຽງແຕ່ 2 ປີ ກໍຕ້ອງຢຸດຕິລົງ ເນື່ອງຈາກຄວາມວຸ້ນວາຍ ທາງດ້ານການເມືອງລະຫວ່າງ ອິນໂດເນເຊຍ ແລະ ມາເລເຊຍ.ພາຍຫລັງ ໄດ້ສ້າງຕັ້ງອາຊຽນຂຶ້ນ ໃນວັນທີ 8 ເດືອນສິງຫາ 1967ແລ້ວ, ອາຊຽນໄດ້ເປີດຮັບສະມາຊິກໃໝ່ ຈາກປະເທດໃນພາກພື້ນອາຊີຕາເວັນອອກສຽງໃຕ້ ເພີ່ມຕື່ມເປັນໄລຍະການລຳດັບດັ່ງນີ້.

ປັດຈຸບັນ, ອາຊຽນມີສະມາຊິກທັງໝົດ 10 ປະເທດ ແລະ ສະພາບການໃນອາຊີຕາເວັນອອກສຽງໃຕ້ ໄດ້ປ່ຽນຈາກສະພາບເຄັ່ງຕຶງ ແລະ ການຜະເຊີນໜ້າໃນຍຸກສົງຄາມເປັນມາສູ່ການຮ່ວມມື ເພື່ອປົກປັກຮັກສາແລະສົ່ງເສີມສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ວັດທະນາຖາວອນໃນປັດຈຸບັນ ເຊິ່ງເຮັດໃຫ້ ອາຊຽນກາຍເປັນ ພາກພື້ທີ່ມີການຂະຫຍາຍຕົວທາງດ້ານເສດຖະກິດຢ່າງວ່ອງໄວ ແລະ ເປັນຕົວຢ່າງຂອງການລວມຕົວຂອງກຸ່ມປະເທດ ທີ່ມີບົດບາດໃນເວທີການເມືອງ ແລະ ເສດຖະກິດລະຫວ່າງປະເທດ, ຄວາມກ້າວໜ້າຂອງອາຊຽນ ໂດຍມີປັດໄຈສຳຄັນມາຈາກຄວາມໄວ້ວາງໃຈກັນ ລະຫວ່າງ ສະມາຊິກທີ່ກໍ່ໃຫ້ເກີດບັນຍາກາດທີ່ສ້າງສັນ ແລະ ເອື້ອເຟື້ອ ເພື່ອແຜ່ຕໍ່ການຮ່ວມມືລະຫວ່າງກັນ.

ເມື່ອບໍ່ທັນເທົ່າໃດ ຜູ້ນຳປະເທດສະມາຊິກອາຊຽນ ໄດ້ຮ່ວມກັນກຳນົດເປົ້າໝາຍ ພາຍໃນປີ 2015 (ເຊິ່ງເປັນຄັ້ງທຳອິດ ທີ່ ບັນດາຜູ້ນຳ ໄດ້ມີຂໍ້ຕົກລົງໄວ້ວ່າ ຈະໃຫ້ບັນລຸຜົນການລວມຕົວໃນປີ 2020). ອາຊຽນ ສາມາລວມຕົວກັນ ເປັນປະຊາຄົມອາຊຽນ ທີ່ປະກອບດ້ວຍ ປະຊາຄົມດ້ານການເມືອງ-ຄວາມໝັ້ນຄົງອາຊຽນ, ປະຊາຄົມເສດຖະກິດອາຊຽນ ແລະ ປະຊາສັງຄົມ-ວັດທະນະທຳອາຊຽນ. ການເຂົ້າຮ່ວມເປັນສະມາຊິກອາຊຽນ ຂອງ ບັນດາປະເທດສະມາຊິກ ສະໝັກໃໝ່ເຫລົ່ານີ້ ເຮັດໃຫ້ອາຊຽນມີສະມາຊິກຄົບ 10 ປະເທດ ໃນພາກພື້ນອາຊີຕາເວັນອອກສຽງໃຕ້ ຕາມຄວາມສອດຄ່ອງກັບ ຖະແຫລງການອາຊຽນເຊິ່ງໄດ້ລະບຸວ່າ: ອາຊຽນ ພ້ອມຮັບທຸກປະເທດທີ່ຢູ່ໃນພາກພື້ນອາຊີຕາເວັນອອກສຽງໃຕ້ ເພື່ອຈະຮັບເປົ້າໝາຍ, ຫລັກການ ແລະ ຈຸດປະສົງຂອງອົງກອນເປັນສະມາຊິກ.

ພາກພື້ນອາຊຽນໃນປັດຈຸບັນ (ສະຖິຕິໃນປີ 2023) ປະກອບດ້ວຍປະຊາກອນປະມານ 662 ລ້ານກວ່າຄົນ ໃນປີ 2023, ມີພື້ນທີ່ໂດຍລວມ 4,5 ລ້ານກິໂລແມັດ, ຜະລິດຕະພັນໂດຍລວມ ຂອງປະຊາຊາດປະມານ 10,205 ກວ່າຕື້ໂດລາ ສະຫະລັດ ແລະ ສ່ວນການຄ້າປະມານ 3.619 ຕື້ໂດລາສະຫະລັດ ແລະ ກອງເລຂາອາຊຽນ (ASEAN Secretariat) ເປັນຈຸດປະສານງານ ແລະ ອຳນວຍຄວາມສະດວກ ໃນການດຳເນີນການ ຕາມນະໂຍບາຍຂອງຜູ້ນຳອາຊຽນໃນດ້ານຕ່າງໆ, ອຳນວຍຄວາມສະດວກ ໃນການຈັດກອງປະຊຸມອາຊຽນ ທຸກລະດັບເປັນຝ່າຍເລຂານຸການ ໃນກອງປະຊຸມອາຊຽນ ແລະ ສະເໜີແນະນຳ ໂຄງການແລະ ກິດຈະກຳຕ່າງໆຂອງອາຊຽນ ໂດຍມີ ສຳນັກງານຕັ້ງຢູ່ຈາກາຕາ ປະເທດອິນໂດເນເຊຍ.