ໂຄງການຮ່ວມມືຊຸກຍູ້ສົ່ງເສີມຄວາມຮູ້ທາງດ້ານວິຊາການ ຈະເປັນສ່ວນໜຶ່ງແກ້ໄຂຄວາມທຸກຍາກ
![]()
ຂປລ. ເປັນອີກໜຶ່ງຄວາມພາກພູມໃຈຂອງຊາວກະສິກອນພາຍໃນນະຄອນຫລວງວຽງຈັນ ໂດຍສະເພາະແມ່ນກະສິກອນເມືອງປາກງື່ມ ທີ່ຈະໄດ້ຮຽນຮູ້ທາງດ້ານວິຊາການເຂົ້າໃນການຜະລິດກະສິກຳ ເປັນສິນຄ້າແກ້ໄຂຄວາມທຸກຍາກ ໃຫ້ນັບມື້ຫລຸດລົງ ພາຍຫລັງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ເຊັນບົດບັນທຶກຂໍ້ຕົກລົງໃນໂຄງການຮ່ວມມືຊຸກຍູ້ສົ່ງເສີມ ຄວາມຮູ້ທາງດ້ານວິຊາການ ໃນການຜະລິດເຂົ້າ ແລະ ພືດເສດຖະກິດໃຫ້ແກ່ຊາວກະສິກອນ ເພື່ອຜະລິດເປັນສິນຄ້າ ແລະ ພິທີເປີດປ້າຍສະຫະກອນ ຮ່ວມໃຈພັດທະນາກະສິກຳແບບຍືນຍົງ ທີ່ເມືອງປາກງື່ມເມື່ອມໍ່ໆນີ້ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີ ຫົວໜ້າກົມ, ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ, ຮອງຫົວໜ້າສະຖາບັນ, ພະແນກກະສິກຳ ແລະ ສິ່ງແວດລ້ອມ, ປະທານສະຫະກອນຮ່ວມໃຈພັດທະນາກະສິກຳແບບຍືນຍົງ ແລະ ພາກສ່ວນທີ່ກ່ຽວຂອງເຂົ້າຮ່ວມ.
ທ່ານ ເພັດມະນີແສງ ຊ້າງໄຊຍະສານ ຮັກສາການຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດກ່າວວ່າ: ການສ້າງຕັ້ງ ແລະ ຂະຫຍາຍການຮ່ວມມືລະຫວ່າງພາກລັດ, ສະ ຫະກອນ ແລະ ພາກເອກະຊົນ ເພື່ອຍົກສູງຄຸນນະພາບ ແລະ ປະສິດທິພາບໃນການຜະລິດກະສິກຳ ໃຫ້ສາມາດຕອບສະໜອງຕໍ່ຄວາມຕ້ອງການຂອງຕະຫລາດ ແລະ ສ້າງລາຍຮັບທີ່ຍືນຍົງໃຫ້ແກ່ຊາວກະ ສິກອນ, ນະໂຍບາຍແຫ່ງຊາດ ວ່າດ້ວຍການສົ່ງເສີມການປູກພືດຂອງ ສປປ ລາວ. ດັ່ງນັ້ນ, ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ກົມສົ່ງເສີມກະສິກໍາ ແລະ ສະຫະກອນ ຈຶ່ງໄດ້ຕົກລົງເຫັນດີເປັນເອກະພາບໃນການຮ່ວມມືກັບສະຫະກອນ ຮ່ວມໃຈພັດທະນາກະສິກຳແບບຍືນຍົງ, ທີ່ເມືອງປາກງື່ມ ແລະ ບໍລິສັດກ້າວໜ້າທົ່ວໄທ ເພື່ອການກະເສດໃນການຈັດຕັ້ງປະຕິບັດໂຄງການຮ່ວມມືຊຸກຍູ້ສົ່ງເສີມຄວາມຮູ້ທາງດ້ານວິຊາການໃນການຜະລິດເຂົ້າ ແລະ ພືດເສດຖະກິດ ໃຫ້ແກ່ຊາວກະສິກອນໃນນະຄອນຫລວງວຽງຈັນ ເພື່ອຜະລິດເປັນສິນຄ້າ. ການຮ່ວມມື ແມ່ນເພື່ອຈັດຕັ້ງປະຕິບັດໂຄງການສົ່ງ ເສີມການຜະລິດກະສິກຳແບບຍືນຍົງ, ຮັບປະກັນທັງດ້ານປະລິມານ ແລະ ຄຸນນະພາບ ໂດຍເນັ້ນການສາ ທິດການນຳໃຊ້ຝຸ່ນທີ່ມີປະສິດທິພາບ ເພື່ອຫລຸດຜ່ອນຕົ້ນທຶນ, ເພີ່ມຜົນຜະລິດ ແລະ ສ້າງລາຍຮັບທີ່ໝັ້ນຄົງ ໃຫ້ແກ່ຊາວກະສິກອນ, ຊຸກຍູ້ການຜະລິດເປັນສິນຄ້າ ແລະ ຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາ ຫານພາຍໃນປະເທດ. ສຳລັບໄລຍະເວລາໂຄງການ 5 ປີ (2026-2031) ໂດຍມີງົບປະມານການຈັດຕັ້ງປະຕິບັດທັງໝົດ 9,4 ຕື້ກີບ.
ໃຫ້ກຽດເຊັນບົດບັນທຶກໃນຄັ້ງນີ້ ໂດຍ ທ່ານ ເພັດມະນີແສງ ຊ້າງໄຊຍະສານ ຮັກສາການຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ນິນ ໄຊຍະວົງ ປະທານສະຫະ ກອນຮ່ວມໃຈພັດທະນາກະສິກຳແບບຍືນຍົງ, ເຊັນເປັນສັກຄີພິຍານໂດຍ ທ່ານ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ, ທ່ານ ພົມມີ ອິນທິຈັກ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ທ່ານ ຊະນາທິບ ບຸນຄຸ້ມ ປະທານບໍລິສັດກ້າວໜ້າທົ່ວໄທ ເພື່ອການກະເສດ ໂດຍການເຂົ້າຮ່ວມເປັນສັກຄີພິຍານຂອງທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມເປັນສັກຄີພິຍານອີກດ້ວຍ.
ໂດຍ: ຢ່າຕົງ
