ປະເທດສະມາຊິກອາຊຽນ

ສະມາຄົມ ບັນດາ ປະຊາຊາດອາຊີ ຕາເວັນອອກສຽງໃຕ້ ຫລື ອາຊຽນ ປະກອບມີ 10 ປະເທດ ແລະ ມີປະຊາກອນປະມານ 662 ລ້ານ ກວ່າຄົນ (ໃນປີ2023) ເມື່ອກ່ອນ ປະເທດສະມາຊິກ ອາຊຽນ ປະກອບມີ 6 ປະເທດ ທຳອິດ, ທີ່ ສະມາຊິກ ລິເລີ່ມ ສ້າງຕັ້ງຂຶ້ນ ໃນປີ 1967 ຈໍານວນ 6 ປະເທດຄື: ປະເທດໄທ, ມາເລເຊຍ, ສິງກະໂປ, ອິນໂດເນເຊຍ, ຟິລິບປິນ ແລະ ປະເທດ ບຣູໄນ ເຊິ່ງໄດ້ເຂົ້າ ມາເປັນ ສະມາຊິກເມື່ອປີ 1984 .

ສະມາຊິກ ອາຊຽນໃໝ່ ລວມມີ 4 ປະເທດ ເຊັ່ນ: ຫວຽດນາມ ເຂົ້າມາເປັນ ສະມາຊິກ ໃນປີ 1995, ມຽນມາ, ສປປລາວ ໃນປີ 1997 ແລະກຳປູເຈຍ ເຂົ້າເປັນ ສະມາຊິກ ສຸດທ້າຍ ໃນປີ 1999.

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ປະເທດລາວ ຫລື ຊື່ທາງການຄື: ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຫລື ສປປ ລາວ ຕັ້ງຢູ່ ທິດຕາເວັນອອກສຽງໃຕ້ ຂອງທະວີບອາຊີ ຢູ່ໃຈກາງ ຂອງແຫລມອິນດູຈີນ, ມີເນື້ອທີ່ທັງໝົດ 236.800 ກິໂລແມັດມົນທົນ, ເປັນປະເທດດຽວ ໃນອາຊີຕາເວັນອອກສຽງໃຕ້ ທີ່ບໍ່ມີ ຊາຍແດນອອກສູ່ທະເລ; ມີອານາເຂດທິດເໜືອ ຕິດກັບ ສປຈີນ; ທິດໃຕ້ ຕິດກັບ ກຳປູເຈຍ; ທິດຕາເວັນອອກ ຕິດກັບ ຫວຽດນາມ; ທິດຕາເວັນຕົກ ຕິດກັບ ໄທ ແລະ ທິດຕາເວັນຕົກສຽງເໜືອ ຕິດກັບ ມຽນມາ.

ປະເທດລາວ ມີປະຊາກອນ ທັງໝົດ 7.588.447 ຄົນ ( ໃນປີ2023 ); ໃຊ້ພາສາລາວ ເປັນພາ ສາທາງການ; ນັບຖື ສາສະໜາພຸດ; ໃຊ້ສະກຸນເງິນກີບ. ສ່ວນວັນຊາດ ແມ່ນວັນທີ 2 ທັນວາ.

*ການປົກຄອງ: ລະບອບສັງຄົມນິຍົມ ຫລື ເອີ້ນວ່າ ລະບອບ ປະຊາທິປະໄຕ ປະຊາຊົນ ໂດຍມີ ພັກປະຊາຊົນ ປະຕິວັດລາວ ເປັນຜູ້ນຳພາ.

ປະເທດລາວ ເປັນປະເທດທີ່ສວຍງາມ ມີປະຫວັດສາດ ທີ່ເກົ່າແກ່ ແລະ ມໍລະດົກທາງວັດທະນະທໍາ ທັງເປັນທີ່ຕັ້ງ ຂອງວັດວາອາຣາມເກົ່າແກ່ ຫລາຍແຫ່ງ, ນ້ຳຕົກຕາດທີ່ສວຍງາມແລະ ພູຜາປ່າດົງ ທີ່ອຸດົມສົມບູນ. ປະເທດລາວ ປະກອບດ້ວຍ ຊົນເຜົ່າຕ່າງໆ ທີ່ມີວັດທະນະທຳ ແລະ ຮີດຄອງປະເພນີ ທີ່ເປັນເອກະລັກ ຂອງຕົນເອງ.

ສະຖານ​ທີ່​ນັກ​ທ່ອງ​ທ່ຽວ​ທີ່​ນິ​ຍົມ​ຫລາຍ​​ໃນ​ປະ​ເທດ​ລາວ​ປະ​ກອບ​ມີ​:

ຫລວງພະບາງ

ທີ່ມາ: https://hashtaglegend.com/travel/travel-luang-prabang-laos/

ເປັນເມືອງມໍລະດົກໂລກ ທີ່ໄດ້ຮັບການຮັບຮອງ ໂດຍອົງການ ອຸຍເນສໂກ (UNESCO) ແລະ ເປັນໜຶ່ງ ໃນບັນດາ ແຫລ່ງທ່ອງທ່ຽວ ທີ່ມີຊື່ສຽງທີ່ສຸດໃນສປປ ລາວ. ຫລວງພະບາງ ເປັນທີ່ຕັ້ງ ຂອງວັດທີ່ເກົ່າແກ່ ແລະ ມີຄວາມສໍາຄັນ ທາງພຸດທະສາສະໜາ ຫລາຍແຫ່ງ ເປັນຕົ້ນແມ່ນ: ວັດຊຽງທອງ, ວັດໂພສີທາຣາມ, ວັດວິຊຸນ ແລະ ອື່ນໆ. ນອກຈາກນີ້, ຍັງມີແຫລ່ງທ່ອງທ່ຽວ ອີກຫລາຍບ່ອນ ເຊັ່ນ: ຫໍພິພິທະພັນ ພະຣາຊະວັງ, ຕະຫລາດມືດ, ຕາດກວາງຊີ, ຖໍ້າປາກອູ ແລະ ແຫລ່ງທ່ອງທ່ຽວ ທໍາມະຊາດອື່ນໆ ເຊິ່ງເປັນບ່ອນ ພັກຜ່ອນຢ່ອນໃຈ ໃຫ້ແກ່ ບັນດານັກທ່ອງທ່ຽວ ທີ່ໄດ້ມາຍັງສະຖານທີ່ເຫລົ່ານີ້.

ນະຄອນຫລວງວຽງຈັນ

ທີ່ມາ:https://www.visitsoutheastasia.travel/top-sights/that-luang-stupa/

ເປັນນະຄອນຫຼວງ ຂອງປະເທດ, ເປັນເມືອງທີ່ປະສົມປະສານ ລະຫວ່າງ ການອະນຸລັກດັ້ງເດີມ ແລະ ຄວາມທັນສະໄໝ ຂອງ ຕົວເມືອງສະໄໝໃໝ່. ນະຄອນຫລວງວຽງຈັນ ມີທີ່ຕັ້ງຂອງປະຕູໄຊ ເປັນອານຸສາວະລີ ແຫ່ງໄຊຊະນະ ທີ່ສ້າງຂຶ້ນໃນຊຸມປີ 1960, ມີພຣະທາດຫລວງວຽງຈັນ ທີ່ເປັນ ພຣະທາດຄູ່ບ້ານຄູ່ເມືອງ ຂອງ ປະຊາຊົນລາວ, ຍັງມີ ຫໍພະແກ້ວ ແລະ ວັດສີສະເກດ ທີ່ອະນຸລັກ ວັດທະນະທໍາ ອັນເກົ່າແກ່ ໄວ້ເປັນມໍລະດົກ, ມີອາຄານ ສະຖາປັດຕະຍະກໍາ ສະໄໝຝຣັ່ງ ແລະ ອາຄານສະໄໝກ່ອນ ທີ່ຍັງຮັກສາ ສິລະປະຂອງລາວຫລາຍແຫ່ງ ຢູ່ໃຈກາງເມືອງ. ນອກນັ້ນ ກໍຍັງມີແຫລ່ງທ່ອງທ່ຽວອີກຫລາຍແຫ່ງ ຢັ່ງຢາຍອ້ອມຮອບ ນະຄອນຫລວງທັງເກົ່າ ແລະ ໃໝ່, ສາມາດ ດຶງດູດນັກທ່ອງທ່ຽວໄດ້ຢ່າງຫລວງຫລາຍ.

ວັດຊຽງຄວນ

ວັດຊຽງຄວນ ຕັ້ງຢູ່ເທິງຝັ່ງແມ່ນ້ຳຂອງ ໃກ້ກັບຂົວມິດຕະພາບລາວ - ໄທ 1, ທາງໃຕ້ ຂອງເມືອງວຽງຈັນ 24 ກິໂລແມັດ.​ທີ່ຕັ້ງຢູ່ເຂດບ້ານທ່າເດື່ອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນເປັນແຫຼ່ງທ່ອງທ່ຽວທີ່ຮູ້ຈັກກັນແຜ່ຫຼາຍພໍສົມຄວນ ທັງໃກ້ ແລະ ໄກ, ມີນັກທ່ອງທ່ຽວເຂົ້າ ໄປທ່ຽວຊົມບໍ່ຂາດໄລຍະ.ວັດຊຽງຄວນ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ ຄສ 1958 ໂດຍ ປູ່ບຸນເຫຼື່ອມ ສຸຣິຣັດ ເພື່ອເປັນອຸທະຍານອັນຢັ່ງຢາຍ ໄຮ້ລະບຽບຂອງຮູບປັ້ນກ່ວາ 200 ແບບ ທີ່ມີທັງຄົນ, ຜີ, ເທວະດາ, ພະສັດເດລະສານ ແລະ ອື່ນໆ. ໃນອະລິຍະບົດຕ່າງໆທັງໃນພິພົບແຫ່ງສະຫັວນ, ໂລກມະນຸດ ແລະ ນະລົກອະເວຈີ. ອັນປະສົມປະສານລະຫ່ວາງ ຄະຕິພຸດ ແລະ ຮີນດູເຊິ່ງບາງຢ່າງກໍ່ແປກປະຫຼາດພິກົນ ພິການອະວິໄສ ຊວນເກີດຄວາມຮູ້ສຶກພິດສະວົງສົງໄສ, ທັງຊື່ນຊົມ, ເບື່ອໜ່າຍໜ້າສົມເພດເວທະນາ ປະປົນກັນ ຍາມເມື່ອໄດ້ຊົມ.

ທີ່ມາ:http://laotour2.blogspot.com/p/blog-page_23.html

ຈໍາປາສັກ

ທີ່ມາ: https://www.visitsoutheastasia.travel/top-sights/wat-phu-the-unesco-world-heritage-site/

ເປັນເມືອງທີ່ຕັ້ງ ຢູ່ພາກໃຕ້ຂອງລາວ ທີ່ເປັນ ທັງອູ່ເຂົ້າອູ່ປາ ໂດຍສະເພາະ ຢູ່ເທິງພູພຽງບໍລະເວນ ທີ່ມີຊື່ສຽງ ທາງດ້ານກະສິກໍາ. ພ້ອມກັນນັ້ນ, ຍັງມີຊັບ ພະຍາກອນ ທໍາມະຊາດ ທີ່ ອຸດົມສົມບູນ ເຮັດໃຫ້ກາຍເປັນແຫລ່ງທ່ອງທ່ຽວ ທໍາມະຊາດ ທີ່ສວຍສົດງົດງາມເຊັ່ນ: ນໍ້າຕົກຕາດ, ເກາະດອນຕ່າງໆ ແລະ ຍັງມີວັດພູຈໍາ ປາສັກ ທີ່ເປັນມໍລະດົກໂລກ ທາງດ້ານວັດທະນະທໍາ ທີ່ໄດ້ຮັບການ ຮັບຮອງຈາກ ອົງການອຸຍເນສໂກເຊັ່ນດຽວກັນ.

ບ​ຣູ​ໄນດາຣູຊາລາມ

(State of Brunei Darussalam)

ບ​ຣູ​ໄນ (Brunei) ຫລື ເນ​ກາ​ຣາ ບ​ຣູ​ໄນ ດາ​ຣູ​ຊາ​ລາມ (Negara Brunei Darussalam) ເປັນ​ປະ​ເທດ ຂະ​ໜາດ​ນ້ອຍ​​ຕັ້ງ​ຢູ່ເທິງ​ເກາະ​ບໍ​ໜຽວ ໃນ​ພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ມີອາ​ນາ​ເຂດອ້​ອມຮອບ​ດ້ວຍ ປະ​ເທດມາ​ເລ​ເຊຍ ເກືອບ​ທັງ​ໝົດ ໂດຍ​ ທິດ​ຕາ​ເວັນ​ອອກ, ທິດ​ຕາ​ເວັນ​ຕົກ ແລະ ທິດ​ໃຕ້ ຕິດ​ກັບ​ລັດຊາ​ຣາ​ວັກ ຂອງ​ປະ​ເທດ​ມາ​ເລ​ເຊຍ ສ່ວນ​ທິດ​ເໜືອ​ຕິດ​ກັບ ທະ​ເລ​ຈີນ​ໃຕ້. ເກາະ​ບໍ​ໜຽວ ເປັນ​ເກາະ​ທີ່​ມີ​ຂະ​ໜາດ​ໃຫຍ່ ອັນ​ດັບ3 ຂອງ​ໂລກ ເຊິ່ງ​ເປັນດິນແດນ ຂອງ ທັງ3 ປະ​ເທດ ​ຄື: ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ ແລ​ະ ບ​ຣູ​ໄນ. ບ​ຣູ​ໄນ ມີ​ນະ​ຄອນ​ຫລວງ ຊື່​ວ່າ ບັນ​ດາ​ເຊ​ລີ​ເບ​ກາ​ວັນ (Bandar Seri Begawan), ມີ​ເນື້ອທີ່​ທັງ​ໝົດ 5.765 ກິ​ໂລ​ແມັດມົນທົນ, ມີ​ປະ​ຊາ​ກອນ 471.103 ຄົນ(ໃນປີ 2023); ໃຊ້ພາ​ສາ​ມາ​ລາຢູ ເປັນ​ພາ​ສາ​ທາງ​​ການ ຖັດ​ມາ​ແມ່ນ​ພາ​ສາ​ອັງ​ກິດ; ໃຊ້​ສະ​ກຸນ​ເງິນ ໂດ​ລາບ​ຣູ​ໄນ (Brunei dollar, BND); ປະ​ຊາ​ຊົນ​ສ່ວນ​ໃຫ​ຍ່​ຖື​ສາ​ສະ​ໜາ​ອິ​ສ​ລາມ(67%), ສາ​ສະ​ໜາ​ພຸດ (13%), ສ​າ​ສະ​ໜາ​ຄຣິສ (10%) ແລະ​ສາ​ສະ​ໜາຮິນ​ດູ.

ປະມຸກລັດ ຊຸນຕານ :​ Hassanal Bolkiah

ທີ່ມາ: https://th.tripadvisor.com/Attraction_Review-g293938-d317479-Reviews-Omar_Ali_Saifuddien_Mosque_Brunei-Bandar_Seri_Begawan_Brunei_Muara_District.html

ບ​ຣູ​ໄນ ເປັນ​ລະ​ບົບ​ເສດ​ຖະ​ກິດ ແບບ​ຕະ​ຫລາດ​ເສ​ລີ ພາຍ​ໃຕ້​ການ​ດູ​ແລ​ຂອງ​ລັດແລະເປັນ​ປະ​ເທດ​​ທີ່​ຮັ່ງມີ​ໄປ​ດ້ວຍ​ນ້ຳ​ມັນ ແລະ ແກັ​ສ​ທຳ​ມະ​ຊາດ​ເປັນ​ລາຍ​ໄດ້​ຫລັກ​ຂອງ ປະ​ເ​ທດ ຊຶ່ງກວມເອົາ 90% ຂອງການສົ່ງອອກ ທັງໝົດຂອງປະເທດ. ໂດຍມີລວມຍອດຜະລິດຕະພັນ ພາຍໃນປະເທດ(ຈີດີພີ) 16,6 ຕື້ໂດລາ ສະຫະລັດ (ໃນປີ 2022); ໂດຍສະເລ່ຍຕໍ່ຫົວຄົນ 37.667 ໂດລາສະຫະລັດ ຕໍ່ປີ; ອັດຕາການເຕີບໂຕ ດ້ານເສດຖະກິດ 1,2% ຕໍ່ປີ. ສ່ວນ ຊັບພະຍາກອນ ທີ່ສຳຄັນແມ່ນ ນໍ້າມັນດີບ ແລະ ແກັດທຳມະຊາດ; ອຸດສາຫະກຳຫລັກ: ນໍ້າມັນ, ອາຫານ ແລະເສື້ອຜ້າ. ສິນຄ້າທີ່ສົ່ງອອກສຳຄັນ ເຊັ່ນ: ນໍ້າມັນດີບ ແລະ ແກັດທຳມະຊາດ; ສ່ວນສິນຄ້າທີ່ນຳເຂົ້າແມ່ນ: ເຄື່ອງຈັກອຸດສາຫະກຳ, ຍານພາຫະນະ,​ເຄື່ອງໃຊ້ໄຟຟ້າ, ສິນຄ້າກະສິກຳ(ເຂົ້າ ແລະ ໝາກໄມ້); ສ່ວນຕະຫລາດ ຄູ່ການຄ້າທີ່ສຳຄັນ: ຍີ່ປຸ່ນ, ອາຊຽນ, ສ.ເກົາຫລີ, ອົດສະຕຣາລີ, ອິນເດຍ, ສະຫະພາບເອີຣົບ, ສ.ອາເມລິກາ ແລະ ຈີນ ຕາມລຳດັບ.

ນອກນີ້ ຍັງ​ມີ​ສະ​ຖານ​ທີ່​ທ່ອງ​ທ່ຽວທີ່​​ເປັນ​ເອກະລັກ​ກ່ຽວ​ກັບ​ສະ​ຖາ​ປັດ​ຕະ​ຍະ​ກຳ ທີ່​ມີ​ການກໍ່​ສ້າງແລະຕົບ​ແຕ່ງ​ຢ່າງ​ສວຍ​ງາມ​ເປັນຕົ້ນ: ມັ​ສະຍິດຄຳ ແລະ ພະ​ຣາ​ຊະ​ວັງ​ລ້ວນ​​ແຕ່​ປະດັບ​ໄປ​ດ້ວຍຄຳ​ແທ້ ແລະ ເພັດ​ພອຍຢ່າງ​ສວຍງາມລ້ຳ​ຄ່າ. ພ້ອມ​ທັງ​ມີ ທຳ​ມະ​ຊາດ​ທີ່ສວຍ​ງາມ​ເປັນຕົ້ນ: ຊາຍ​ຫາດ​ຕ່າງໆ​ທີ່​ຕິດ​ກັບ​ທະ​ເລ​ຈີນ​ໃຕ້, ອຸ​ທິ​ຍານ​ແຫ່ງ​ຊາດ, ສວນ​ສະ​ນຸກ, ອະ​ນຸ​ສາ​ວະ​ລີ ນ້ຳ​ມັນແລະ​ແຫ່ງອຶ່ນໆອີກດ້ວຍ.

ບ​ຣູ​ປະ​ເທດ ກຳປູ​ເຈຍ

(Cambodia)

ປ​ະ​ເທດ ກຳ​ປູ​ເຈຍ (Cambodia) ຫລື ຣາ​ຊະອາ​ນາ​ຈັກ ກຳ​ປູ​ເຈຍ (Kingdom of Cambodia) ມີນະຄອນຫລວງຊື່ວ່າ: ພະ​ນົມ​ເປັນ (Phanompenh), ຕັ້ງ​ຢູ່​ໃນເຂດອາຊີ ທາງພາກຕາ​ເວັນ​ອອກສຽງ​ໃຕ້ ມີ​ຊາຍ​ແດນ​ທາງທິດ​ໃຕ້​ຕິດ​ກັບ ອ່າວ​ໄທ, ທິດຕາ​ເວັນ​ຕົກ ຕິດ​ກັບ​ໄທ; ທິດ​ເໜືອ​ຕິດ​ກັບ ສປປ​ລາວ​ແລະ​ໄທ;ທິດຕາ​ເວັນ​ອອກ​ ຕິດ​ກັບຫວຽດນາມ, ​ໂດຍ​ລວມ​ແລ້ວ ກຳປູ​ເຈຍ ມີ​ຊາຍ​ແດນ​ຕິດ​ກັບ ປະ​ເທດ​ເພື່ອນ​ບ້ານ ມີ​ໄລຍະ​ທາງ2.572 ກິ​ໂລ​ແມັດ​ແລະ ມີເນື້ອທີ່ ປະມານ 181.035 ກິ​ໂລ​ແມັດມົນທົນ ສ່ວນ​ໃຫຍ່​ເປັນ​ພື້ນ​ທີ່​ຕໍ່າ ນໍ້າ​ຖ້ວມ​ເຖິງ; ປະຊາກອນ 17,147 ລ້ານຄົນ (ປີ2022); ປະຊາຊົນ ສ່ວນໃຫຍ່ ນັບຖືສາສະໜາພຸດ 96,9%; ໃຊ້ພາສາ ກຳປູເຈຍ ເປັນພາສາທາງການ; ຫົວໜ່ວຍ ສະກຸນເງິນ ແມ່ນຣຽວ(Riel).ສ່ວນວັນຊາດວັນທີ 9.11.1953.

ປະມຸກລັດ ນາຍົກລັດຖະມົນຕີ:​ທ່ານ Hun Sen

ທີ່ມາ:https://th.tripadvisor.com/Attraction_Review-g293938-d317479-Reviews-Omar_Ali_Saifuddien_Mosque_Brunei-Bandar_Seri_Begawan_Brunei_Muara_District.html

ກຳປູເຈຍ ເປັນປະເທດໜຶ່ງ ທີ່ມີ ເສດຖະກິດ ຈະເລີນເຕີບໂຕ ຢ່າງວ່ອງໄວທີ່ສຸດ ຂອງໂລກ ໂດຍຂັບເຄື່ອນຈາກ ຂະແໜງອຸດສາຫະກຳ, ການບໍລິການ ແລະກະສິກຳ, ປັດຈຸບັນ ກຳປູ​ເຈຍ​ເນັ້ນ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ເພື່ອ​ສົ່ງ​ເສີມ ການ​ຂະຫຍາຍຕົວ​ຂອງ​ເສດຖະກິດ​ ພາຍໃນ​ປະ​ເທດ​ແລະ ຮອງ​ຮັບ​ການ​ເຊື່ອມ​ໂຍງ​ເສັ້ນທາງ​ຄົມມະນາຄົມ ກັບ ປະ​ເທດ​ເພື່ອນ​ບ້ານ​ໃຫ້​ຫລາຍ​ຂື້ນ​ເພື່ອ​ສ້າງ​ລາຍ​ໄດ້ໃຫ້​ແກ່ປະ​ເທດ, ຊຶ່ງເຮັດໃຫ້ ລວມຍອດຜະລິດຕະພັນພາຍໃນ(GDP) ລວມມີ 28,54 ຕື້​ໂດ​ລາ​ສະຫະລັດ (​ໃນ​ປີ 2022); ລາຍ​ໄດ້​ສະ​ເລ່ຍຕໍ່​ຫົວ​ຄົນ1.785 ກວ່າ​ໂດ​ລາ​ສະຫະລັດ​ຕໍ່​ປີ; ອັດຕາ​ການ​ເຕີບ​ໂຕ ດ້ານ​ເສດຖະກິດ​ສະ​ເລ່ຍແມ່ນ 3% ຕໍ່​ປີ. ມູນ​ຄ່າ ການ​ສົ່ງ​ອອກ​ສິນຄ້າ​ແມ່ນ 11.010 ລ້ານ​ໂດ​ລາ​ສະຫະລັດ (​ໃນ​ປີ 2021); ​ໃນ​ນັ້ນ ສິນຄ້າ ການ​ສົ່ງ​ອອກ​ແມ່ນ​ເສື້ອ​ຜ້າສຳ​ເລັດ​ຮູບ, ຢາງພາລາ, ເຄື່ອງໃຊ້ໄຟຟ້າ, ​ເຂົ້າ​ແລະສິນຄ້າ ການ​ປະມົງ. ສ່ວນ​ມູນ​ຄ່າ​ການ​ນຳ​ເຂົ້າ 14.600 ລ້ານ​ໂດ​ລາ​ສະຫະລັດ, ​ໃນ​ນັ້ນ ສິນຄ້າ​ການ​ນຳ​ເຂົ້າ​ແມ່ນ​ວັດຖຸ​ກໍ່ສ້າງ, ວັດຖຸ​ດີບ ສຳລັບ ການ​ຜະລິດ​ນ້ຳມັນເຊື້ອ​ໄຟ​ແລະ ຢາ​ປິ່ນປົວ​ພະຍາດ ຫລື ຢາສູບ​ແລະ​ເຄື່ອງ​ດື່ມ​ແອ​ລກໍ​ຮໍ. ສຳລັບ​ຄູ່​ການ​ຄ້າ​ທີ່​ສຳຄັນ​ເຊັ່ນ: ຈີນ, ສະຫະພາບ​ເອີຣົບ, ​ໄທ, ສ.ອາ​ເມ​ລິ​ກາ, ຫວຽດນາມ, ສ.ເກົາຫລີ​ແລະ ຍີ່ປຸ່ນ ຕາມ​ລຳດັບ. ນອກນີ້ ຍັງ​ມີ ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ສວຍ​ງາມຫລາຍແຫ່ງ ເປັນຕົ້ນ ນະຄອນຫລວງພະນົມເປັນຄື: ພະຣາຊາວັງ; ນະຄອນວັດ ເປັນ1 ໃນ 7 ສິ່ງມະຫັດສະຈັນ ຂື້ນທະບຽນເປັນ ມໍລະດົກໂລກໃຫຍ່ສຸດມີຂະໜາດ 200.000 ກິໂລຕາແມັດ, ສູງ 60 ແມັດ; ປະສາດພະວິຫານ ແລະ ແຫລ່ງບູຮານຄະດີ ສົມບູນໄພຄຸກ ແລະ ອື່ນໆ.

ສາທາລະນະລັດ ອິນ​ໂດ​ເນ​ເຊຍ

(Republic of Indonesia)

ປະ​ເທດ ອິນ​ໂດ​ເນ​ເຊຍ (Indonesia) ຫລື​ຊື່​ທາງ​ການ​ຄື ສາ​ທາ​ລະ​ນະ​ລັດ ອິນ​ໂດ​ເນ​ເຊຍ (Republik Indonesia) ຄົບ​ຮອບ74 ປີ (ວັນ​ທີ 17.8.1945-17.8.2019), ອິນ​ໂດ​ເນ​ເຊຍ ຕັ້ງ​ຢູ່​ລະ​ຫວ່າງ ແຫລມມະຫາ​ສະ​ໝຸດ ອິນ​ໂດ​ຈີນ​ກັບ​ ທະ​ວີບ ອົດ​ສະ​ຕ​ຣາ​ລີ ແລະ ລະ​ຫວ່າງ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ອິນ​ເດຍ ກັບ ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ ມີ​ຊາຍ​ແດນ ທິດ​ເໜືອຕິດ​ກັບ ທະ​ເລ​ຈີນ​ໃຕ້ ແລະ ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ, ທິດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ຕິດ​ກັບ ມະ​ຫາ​ສະ​ໝຸດ​​ອິນ​ເດຍ, ທິດ​ຕາ​ເວັນ​ອອກ​ຕິດ​ກັບ​ຕີ​ມໍເລ​ສ​ເຕແລະປາ​ປົວ​ນີວ​ກີ​ນີ, ທິດ​ໃຕ້​ຕິດ​ກັບ ທະ​ເລ​ຕີ​ມໍ. ປະ​ເທດນີ້ ປະ​ກອບ​ດ້ວຍ​ໝູ່​ເກາະໃຫຍ່​ທີ່​ສຸດ​ໃນ​ໂລກ. ມີນະ​ຄອນ​ຫລວງຊື່​ວ່າ ຈາ​ກາ​ຕາ, ມີເນື້ອ​ທີ່​ປະ​ມານ 5.193.250 ກິ​ໂລ​​ແມັດມົນທົນ,​ກວມ​ເອົາປະ​ຊາ​ກອນ 270,20 ລ້ານຄົນ (​ໃນ​ປີ 2023), ​ໃຊ້ພາ​ສາ​​ອິນ​ໂດ​ເນ​ເຊຍ​ເປັນທາງ​ການ​,​ສະ​ກຸນ​ເງິນ ຣູ​ເປຍ, ປະ​ຊາ​ຊົນ​ສ່ວນ​ໃຫຍ່ ນັບຖື​ສາ​ສະ​ໜາ ອິ​ສ​ລາມ.

ປະມຸກລັດ ປະທານາທິບໍດີ:​Joko Widodo

ທີ່ມາ: https://www.wanderlust.co.uk/destinations/indonesia/

ອິນ​ໂດ​ເນ​ເຊຍ ອຸ​ດົມ​ສົມ​ບູນ​ໄປ​ດ້ວຍ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດຕ່າງໆ​ເຊັ່ນ: ​ນ້ຳ​ມັນ​ປິ​ໂຕ​ລຽມ,ແກັ​ສ​ທຳ​ມະ​ຊາດ, ຖ່ານ​ຫີນ, ຄໍາ, ທອງ​, ເງິນ, ແຮ່​ເຫລັກ. ນອກ​ນີ້​ຍັງ​ມີຊັບ​ພະ​ຍາ​ກອນປ່າ​ໄມ້​ເຖິງ 59%ຂອງ​ພື້ນ​ທີ່​ທັງ​ໝົດແລະຂົງ​ເຂດກະ​ສິ​ກຳມີ​ການ​ປູກ​ພືດ​ຊະນິດຕ່າງໆ. ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ (GDP )​1.318,81 ​ຕື້​ໂດ​ລາ​ສະຫະລັດ ( ​ໃນ​ປີ 2022), ສະ​ເລ່ຍ​ຕໍ່​ຫົວ​ຄົນ 4.798 ໂດ​ລາ​ສະ​ຫະ​ລັດຕໍ່​ປີ, ອັດ​ຕາ​ການ​ເຕີບ​ໂຕ ທາງ​ດ້ານ​ເສດຖະກິດ 5,2% ຕໍ່ປີ. ສິນຄ້າ​ທີ່​ສົ່ງ​ອອກ​​ມີ​: ຖ່ານ​ຫີນ, ແກັ​ສ​ທຳ​ມະ​ຊາດ, ນ້ຳ​ມັນ​ປາມ, ຢາງ​ພາ​ລາ ແລະ ແຮ່​ທາດ; ສິນ​ຄ້າ​ທີ່ນຳ​ເຂົ້າ​ຄື: ນ້ຳ​ມັ​ນ​ສຳ​ເລັດ​ຮູບ, ນ້ຳ​ມັນ​ດີບ, ອຸ​ປະ​ກອນ​ຄອມ​ພີວ​ເຕີ ແລະ ອຶ່ນໆ. ສ່ວນປະ​ເທດ​ຄູ່​ຮ່ວມ​ມື ການ​ຄ້າ​ທີ່​ສຳ​ຄັນ​ເຊັ່ນ: ຍີ່​ປຸ່ນ, ຈີນ, ສິງ​ກໂປ, ສ.ອາ​ເມ​ລິ​ກາ, ອິນ​ເດຍ, ໄທ, ມາ​ເລ​ເຊຍ ແລະ ສ.ເກົາ​ຫລີ ຕາມ​ລຳດັບ. ນອກນີ້ຍັງ​ມີສະ​ຖານ​ທີ່ ທ່ອງ​ທ່ຽວ​ທີ່​ສຳ​ຄັນ​ຫລາຍ​ແຫ່ງ​ເປັນ​ຕົ້ນ​:​ເກາະ​ບາ​ຫລີ (Bali); ວັດ​ບຸ​ໂຣ​ພຸ​ໂຖ (Borobudur); ອຸ​ທະ​ຍານ​ແຫ່ງ​ຊາດ​ໂຄ​ໂມ​ໂດ (Komodonationalpark); ພູ​ໄຟ​ໂບ​ຣ​ໂມ (Mount Bromo); ທະ​ເລ​ສາບ​ໂທ​ບາ (Lake Toba) ແລະ ແຫ່ງ​ອຶ່ນໆ​./.

ປະ​ເທດ​ສະຫະພັນລັດ ມາ​ເລ​ເຊຍ

(Federation of Maysia)

ປະ​ເທດສະ​ຫະ​ພັນ ລັດ​ມາ​ເລ​ເຊຍ (Federation of Malaysia) ຫລື​ເອີ້ນ​ວ່າ ມາ​ເລ​ເຊຍ(Malaysia)ຄົບຮອບ 46 ປີ ( 31/8/1975 - 31/82021 ) ມີນະຄອນຫລວງ​ຊື່ວ່າ: ກົວ​ລາ​ລຳ​ເປີ(Kualalampur), ມາ​ເລ​ເຊຍ ຕັ້ງ​ຢູ່ໃນ​​ເຂດເສັ້ນ​ສູນ​ສູດ ປະກອບ​ດ້ວຍ​ດິນ​ແດນ​ສອງ​ສ່ວນ​ໂດຍ​ມີ​ທະ​ເລ​ຈີນ​ໃຕ້​ຂັ້ນ ລະຫວ່າງ ມາ​ເລ​ເຊຍ​ຕາ​ເວັນ​ຕົກ​ແລະມາ​ເລ​ເຊຍ​ຕາ​ເວັນ​ອອກ, ມີເນື້ອ​ທີ່​ລວມ 329.847 ກິ​ໂລ​ແມັດມົນທົນ ມີຂະໜາດ​ໃຫຍ່ ເປັນອັນ​ດັບ 5 ​ຂອງ ປະ​ເທດສະ​ມາ​ຊິກ​ອາ​ຊຽນ,​ກວມ​ເອົາ​ປະຊາກອນ 33 ລ້ານ​ກວ່າຄົນ ​(ໃນ​ປີ 2022),​ ມີ​ຊາຍ​ແດນ​ທິດເໜືອ​ຕິດ​ກັບ​ ໄທ; ທິດ​ໃຕ້​ຕິດ​ກັບສິງກະ​ໂປ​; ທິດຕາ​ເວັນ​ອອກ​ສ່ຽງ​ເໜືອ​ຕິດ​ກັບ​ ຟີ​ລິບ​ປິນ​ແລະທິດຕາ​ເວັນ​ຕົກ​ຕິດ​ກັບ ​ຊ່ອງ​ແຄບ​ມະ​ລາ​ກາ​ແລະ​ເກາະ​ສຸ​ມາ​ຕາ​ຂອງປະ​ເທດອິນ​ໂດ​ເນ​ເຊຍ. ປະຊາຊົນ​ສ່ວນ​ໃຫຍ່​ນັບຖື​ສາສະໜາ ອິສລາມ; ພາສາ​ທາງ​ການ ມາ​ເລ​ເຊຍ; ​ໃຊ້​ສະກຸນ​ເງິນ ຣິງກິດ(Ringgit).

ປະມຸກລັດ ນາຍົກລັດຖະມົນຕີ:​ທ່ານ Ismail Sabri Yaakob

ທີ່ມາ: https://www.hotels.com/go/malaysia/kuala-lumpur

ມາ​ເລ​ເຊ​ຍ​ເປັນ​ປະ​ເທດ​ອຸດສາຫະກຳ​ໃໝ່​ທີ່​ກ້າວໜ້າ​ແຫ່ງ​ໜຶ່ງ​ໃນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ​ໂດຍ​ມີ​ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ( GDP ) 407,92 ຕື້​ໂດ​ລາ​ສະຫະລັດ (​ໃນ​ປີ 2022 ) , ອັດຕາ​ການ ຈະ​ເລີ​ນ​ເຕີບ​ໂຕ 4,5% ຕໍ່​ປີ; ລາຍ​ໄດ້​ສະ​ເລ່ຍ ຕໍ່​ຫົວ​ຄົນຕໍ່​ປີ 12.364 ​ໂດ​ລາ​ສະ ຫະລັດ; ມູນ​ຄ່າ​ການ​ສົ່ງ​ອອກ 19.453 ລ້ານ​ໂດ​ລາ​ສະຫະລັດ ຕໍ່​ປີ, ສິນຄ້າ​ປະ​ເທດ​ເຊັ່ນ:​ເອ​ເລັກ​ໂຕຣນິກ, ຜະລິດ​ຕະພັນ​ປິ​ໂຕຣລຽມ,​ຜະລິດ​ຕະພັນ​ເຄມີ, ນໍ້າມັນ​ປາມ,​ແກັສ​ທຳ​ມະ​ຊາດ​ແຫລວ, ຊິ້ນ​ສ່ວນ​ເຄື່ອງ​ຈັກ, ຜະລິດ​ຕະພັນ​ໂລຫະອື່ນໆ. ມູນ​ຄ່າ​ການ​ນໍາ​ເຂົ້າ16.842 ລ້ານ​ໂດ​ລາ​ສະຫະລັດ​ຕໍ່​ປີ, ສິນຄ້າ​ປະ​ເພດ: ອຸປະກອນ​ໄຟຟ້າ​ແລະ ​ເອ​ເລັກ​ໂຕຣນິກ,​ເຄື່ອງ​ຈັກ​ອຸດສາຫະກຳ. ສ່ວນ​ປະ​ເທດ ຄູ່​ການ​ຄ້າ​ທີ່​ສຳຄັນ​ໄດ້​ແກ່:ຈີນ, ສິງກະ​ໂປ, ຍີ່ປຸ່ນ, ສ.ອາ​ເມ​ລິ​ກາ,​ໄທ, ອິນ​ເດຍ​ແລະ ອິນ​ໂດ​ເນ​ເຊຍ.ນອກນີ້ ຍັງມີແຫລ່ງທ່ອງທ່ຽວ ທີ່ ສຳຄັນຫລາຍ​ແຫ່ງຄື: ອາຄານ​ແຝດ ເປໂຕຣນັສ (Petronas T​win Tower) ປະ​ກອບ​ດ້ວຍ 88 ຊັ້ນ ​ແລະ ມີ​ຄວາມສູງທີ່ສຸດ​ໃນ​ໂລກ​ເຖິງ 452 ​ແມັດ; ສະໜາມ​ເມີ​​ເດ​ກາ (MerdekaSquare), ເປັນ​ທີ່​ຕັ້ງ​ຂອງ​ເສົາທຸງ​ປະ​ຈຳ​ຊາດສູງ​ທີ່​ສຸດ​ໃນ​ໂລກ ​ແລະ ວັດ​ມຸດ​ສະ​ລິ​ມ ທ່ີ​ມີ​ການ​ປະດັບ​ຕົບ​ແຕ່ງ ຢ່າງ​ສວຍ​ງາ​​ມ​ແລະ ອື່ນໆ./.

ສາທາລະນະລັດ ແຫ່ງສະຫະພາບມຽນ​ມາ

(Republic of The Union of Myanmar)

ປະ​ເທດ​​ມຽນ​ມາ (Myanmar) ຫລື ຊື່​ທາງ​ການ​ວ່າ: ສາ​ທາ​ລະ​ນະ​ລັດ​ແຫ່ງ​ສະ​ຫະ​ພາບ ມຽນ​ມາ(Republ Ic of the Union of Myanmar) ມີ ນະ​ຄອນ​ຫລວງ ຊື່​ວ່າ:​ເນ​ປີ​ດໍ(NyaPyiDaw) ມີເນື້ອ​ທີ່ທັງໝົດ 676.578 ກິ​ໂລ​ແມັດມົນທົນ, ໃຫຍ່​ເປັນ ອັນ​ດັບ 2 ຂອງອາ​ຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ ກວມ​ເອົາປະ​ຊາ​ກອນ 53,886 ລ້ານ​ກວ່າຄົ​ນ (​ໃນ​ປີ 2022 ), ​ໃຊ້ພາສາ ມຽນມາ ເປັນພາ​ສາ​ທາງ​ການ, ປະ​ຊາ​ຊົນ​ສ່ວນ​ໃຫຍ່​ຖືສາ​ສະ​ໜາ​ພຸດ ກວມ​ເອົາ 92,3%, ນຳ​ໃຊ້​ສະ​ກຸນ​ເງິນ​ຈ໊າດ (Kyat). ມຽນ​ມາເປັນ​ລັດ​ເອ​ກະ​ລາດ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ມີ​ຊາຍ​ແດນອິນ​ເດຍ; ບັງ​ກ​ລາ​ເທດ; ຈີນ; ສປປລາວ​ແລະ ​ໄທ. ມຽນມາ​ເປັນ​ປະ​ເທດ​ທີ່​ໃຫຍ່ອັນ​ດັບ 2​ໃນ​ອາຊີຕາ​ເວັນ​ອອກສຽງ​ໃຕ້. ສ່ວນວັນ​ຊາດ​ແມ່ນ​ວັນ​ທີ 4 ມັງ​ກອນ.

ປະມຸກລັດ:​ທ່ານ Min Aung Hlaing, State Counselor

ທີ່ມາ: https://www.britannica.com/place/Myanmar

ມຽນ​ມາ ຍັງມີຄວາມ ອຸ​ດົມ​ສົມ​ບູນ​ໄປ​ດ້ວຍ​ຊັບ​ພະ​ຍາ​ກອນ ທຳ​ມະ​ຊາດ​ເປັນຕົ້ນ: ຢົກ, ນ້ຳ​ມັນ-ອາຍ​ແກັ​ສ​ແລະ ​ແຮ່ທາດ​; ຊຶ່ງ​ຍັງ​ມີ​ອຸດສາຫະກຳ​​ໄດ້​ແກ່ ສິນຄ້າກະສິກຳ ຕໍ່າ​ແຜ່ນ, ຜະລິດ​ຕະພັນ​ຈາກ​ໄມ້, ວັດຖຸ​ກໍ່ສ້າງອື່ນໆ.​ໂດຍ​ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ (GDP) 56,76 ຕື້​ໂດ​ລາ​ສະຫະລັດ(​ໃນ​ປີ 2022); ອັດຕາສະເລ່ຍ ຕໍ່ຫົວຄົນແມ່ນ 1.053 ໂດລາສະຫະລັດຕໍ່ປີ ແລະ ອັດຕາການຈະເລີນ ເຕີບໂຕທາງເສດຖະກິດແມ່ນ -10%ຕໍ່ປີ (ໃນປີ 2020 ). ນອກນີ້ ຍັງ​ມີ​ແຫລ່ງ​ທ່ອງ​ທ່ຽວ​ທີ່​ມີ ​ຊື່​ສຽງ​​ທີ່​ສຸດ​ເປັນ​ຄວາມ​ໄຝ່​ຝັນ​ຂອງຊາວ​ພຸດ​ທີ່​ຈະ​ໄດ້​ໄປ​ກາບ​ໄຫວ້ ເຊັ່ນ:ມະ​ຫາ​ເຈ​ດີ ສະເວ​ດາ​ກອງ ( ນະ​ຄອນ​ຢາງ​ກຸ້ງ ), ເຈ​ດີສະ​ເວ​ຊີ​ກອງ (ເມືອງ​ພຸ​ກາມ ), ເຈດີສະເວ​ມໍ​ດໍຣ ( ເມືອງ​ຫົງ​ສາ​ວະ​ດີ )​ ​ແລະ ສະຖານ​ທີ່​ທ່ອງ​ທ່ຽວ​ທາງ​ທຳ​ມະ​ຊາດ​ອື່ນໆ ອີກດ້ວຍ ທີ່ສ້າງລາຍໄດ້ ໃຫ້ແກ່ ປະເທດມຽນມາ.

ສາທາລະນະ​ລັດ ຟີ​ລິບ​ປິນ

(Republic of the Philippines)

ປະ​ເທດ ສາທາລະນະ​ລັດ ຟີ​ລິບ​ປິນ (Republic of the Philippines), ມີ​ນະຄອນຫລວງ ຊື່ວ່າ ມາ​ນີລາ (Manila) ​ເປັນ​ປະ​ເທດ​ປະກອບ​ດ້ວຍ​ເກາະ​ຈຳນວນ 7.641 ​​ແຫ່ງ, ຕັ້ງ​ຢູ່​ມະຫາ​ສະໝຸດປາຊີ​ຟິກ ຫ່າງ​ຈາກ ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ປະມານ 1.000 ກິ​ໂລ​ແມັດມົນທົນ​, ເປັນ​ປະ​ເທດ​ດຽວ​ທີ່​ມີ​ຊາຍ​ແດນ​ທາງ​ທະ​ເລ ຕິດ​ຕໍ່​ກັນ ຍາວ​ທີ່​ສຸດ​ໃນ​ໂລກ.ມີ​ເນື້ອ​ທີ່​ທັງ​ໝົດ 300.000 ກິ​ໂລ​ແມັດມົນທົນ ກວມ​ເອົາ​ປະຊາກອນ 109.581ລ້ານຄົນ (ປີ2023); ​ໃຊ້​ພາສາ​ທາງ​ການ ຟີ​ລິບ​ປິນ​ແລະ ອັງກິດ; ປະຊາຊົນ​ສ່ວນ​ໃຫຍ່​ນັບຖື​ສາສະໜາ ຄຣິສນິກາຍ​ໂຣມັນ​ຄາ​ທໍ​ລິກ 84% ​ແລະ ອື່ນໆ; ​ໃຊ້​ສະກຸນ​ເງິນ​ເປ​ໂຊ, ສ່ວນ​ວັນທີ​ໄດ້​ຮັບ​ເອກະລາດ 12 ມິຖຸນາ ປີ 1898.

ປະມຸກລັດປະທານາທິບໍດີ :​ ທ່ານ Ferdinand Marcos Jr.

ທີ່ມາ: https://a-z-animals.com/blog/discover-the-most-populated-cities-in-the-philippines/

ຟີ​ລິບ​ປິນ​ມີລະບົບ ເສດຖະກິດ ແບບເສລີ ໂດຍໃຊ້ກົນໄກ ຕະຫລາດ, ເປັນ​ປະ​ເທດ​ກະສິກຳ​ປະຊາຊົນ​ສ່ວນ​ໃຫຍ່ 60% ປະກອບ​ອາຊີບກະສິກຳ. ໂດຍລວມຍອດ ຜະລິດ​ຕະພັນ​ພາຍ​ໃນ(GDP) ບັນລຸ 404,261 ຕື້ໂດ​ລາ​ສະຫະລັດ (​ໃນປີ2022), ອັດຕາ​ສະ​ເລ່ຍຕໍ່​ຫົວ​ຄົນ 3.623​ໂດ​ລາ​ສະຫະລັດຕໍ່ປີ, ອັດຕາ​ການຈະ​ເລີ​ນ​ເຕີບ​ໂຕ ດ້ານເສດຖະກິດ 6,1% ຕໍ່ປີ. ສິນຄ້າ​ທີ່​ສົ່ງ​ອອກ​ເຊັ່ນ: ແຝງ​ວົງ​ຈອນ​ໄຟຟ້າ, ຄອມ​ພີ​ວ​ເຕີ, ​ໄມ້, ແຮ່ທາດ, ອຸປະກອນການແພດ, ຊິ້ນສ່ວນ ຍານພາຫະນະ, ​ແລະ ໝາກໄມ້; ສ່ວນສິນຄ້າ​ທີ່​ນຳ​ເຂົ້າ​ລວມມີ: ນ້ຳມັນ​ດີບ, ນ້ຳມັນ​ສຳ​ເລັດ​ຮູບ, ​ແຝງ​ວົງ​ຈອນ​ໄຟຟ້າ, ລົດໃຫຍ່, ເຫລັກ, ອາຫານສັດ ແລະອື່ນໆ. ສ່ວນ​ປະ​ເທດ​ຄູ່ຮ່ວມມື ການ​ຄ້າ​ທີ່​ສຳຄັນ ຄື​: ​ຈີນ, ຍີ່ປຸ່ນ, ສ.ອາ​ເມ​ລິ​ກາ, ສິງກະ​ໂປ, ​ໄທ, ອິນໂດເນເຊຍ, ສ.ເກົາຫລີຕາມ​ລຳດັບ. ນອກ​ນີ້ ຍັງ​ມີ​ສະຖານ​ທີ່​ທ່ອງ​ທ່ຽວ ຢ່າງ​ຫລວງຫລາຍ​ເຊັ່ນ​ຊາຍ​ຫາດ, ທະ​ເລ ​ແລະ​ເກາະ​ແກ້ງ​ນ້ອຍ​ໃຫຍ່ ເປັນ​ຕົ້ນ​ຢູ່​ນະຄອນຫລວງ​ມານີ​ລາ​ເປັນ​ຈຸດ​ທ່ອງ​ທ່ຽວ ທາງດ້ານ​ປະຫວັດສາດ​ແລະແຫ່ງ​ອື່ນໆ, ຊຶ່ງສາມາດດຶງດູດນັກທ່ອງທ່ຽວຈາກພາຍໃນແລະຕ່າງປະເທດຢ່າງຫລວງຫລາຍ ໃນແຕ່ລະປີ. /.

ສາທາລະນະລັດ ສິງກະ​ໂປ

(Republic of Singapore)

ປະ​ເທດ ​ສາທາລະນະ​ລັດສິງກະ​ໂປ (Republic of Singapore) ຫລື ​ເອີ້ນ​ວ່າ: ສິງກະ​ໂປ (Singapore) ມີຄອນຫລວງ ຊື່ວ່າ: ສິງກະ​ໂປ, ຕັ້ງ​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອສຽງ​ໃຕ້ ບໍລິ​ເວນ​ປາຍ​ສຸດ​ຂອງ​ແຫລມ ມາລາ​ຢູ ຢູ່​ຫ່າງ​ຈາກ​ເສັ້ນສູນ​ສູດ​ໄປ​ທາງ​ທິດ​ເໜືອ 137 ກິ​ໂລ​ແມັດ, ມີ​ເນື້ອ​ທີ່ 725,7​ກີໂລແມັດມົນທົນ, ຊຶ່ງ​ລັດຖະບານ ມີ​ແຜນ​ຈະ​ຂະຫຍາຍ​ພື້ນ​ທີ​ເປັນ 766 ກິ​ໂລ​ຕາ​ແມັດ ພາຍ​ໃນ​ປີ 2030. ມີ​ອານາ​ເຂດ ທິດ​ເໜືອ​ຕິດ​ກັບ ຊອງ​ແຄບ​ຍະ​ໂຮຣ; ທິດຕາ​ເວັນ​ອອກ​ຕິດ​ກັບ ທະ​ເລ​ຈີນ​ໃຕ້; ທິດ​ໃຕ້​ຕິດ​ກັບ ຊອງ​ແຄບ​ມາລາ​ກາ; ທິດຕາ​ເວັນ​ຕົກ ຊອງ​ແຄບ​ຍະ​ໂຮຣ; ພູມ​ປະ​​ເທດ​ປະກອບ​ດ້ວຍ​ເກາະ​ໃຫຍ່ 1​ເກາະ ​ແລະ​ເກາະ​ນ້ອຍ​ອີກ 62 ​ເກາະ. ມີ​ປະຊາກອນ 5,743 ລ້ານ​ຄົນ (​ໃນ​ປີ 2022); ນັບຖື​ສາສະໜາ: ພຸດ​ນິກາຍ​ມະຫາ​ຍານ 42,5% ​ແລະ ສາສະໜາ​ອື່ນ​ໆ;​ໃຊ້​ພາສາ​ທາງ​ການ​ຄື: ມາ​ເລ, ອັງກິດ, ຈີນ​ກາງ​ແລະ ທິມ, ພາສາ​ມາ​ເລ​ເປັນ​ພາສາ​ປະຈຳ​ຊາດ; ​ໃຊ້​ສະກຸນ​ເງິນ​ໂດ​ລາ​ສິງກະ​ໂປ. ສ່ວນວັນ ສ່ວນ​ວັນ​ທີ​ໄດ້​ຮັບ​ເອກະລາດ​ວັນ​ທີ 9 ສິງຫາ 1965.

ປະມຸກລັດນາຍົກລັດຖະມົນຕີ:​Lee Hsien Loong

ທີ່ມາ: https://www.travelingajadulu.com/asia/panduan-wisata-singapore/

ເສດຖະກິດ ສິງກະ​ໂປ ຢູ່​ລະຫວ່າງ​ການ​ດຳ​ເນີນ​ຍຸດ​ທະ​ສາດ​ເສດຖະກິດ​(ປີ 2017-2027)​ແນ່​ໃສ່​ການ​ພັດທະນາ​ເສດຖະກິດ ດີ​ຈິ​ຕອນ​ແລະ ການ​ໃຊ້​ນະ​ວັດຕະ​ກຳ. ໂດຍມີ​ການ​ກໍ່ສ້າງ ທຸລະ​ກິດ ການບິນ ການທ່ອງທ່ຽວ, ການ​ບໍລິການຢຸດ​ຈຶ້ງ ຈາກ​ການ​ແພ່ລະບາດ​ຂອງ ພະຍາດ​ໂຄ​ວິດ-19. ​ໂດຍ​ລວມຍອດ​ຜະລິດ​ຕະພັນ ພາຍ​ໃນ​ປະ​ເທດ (GDP) 466,79 ຕື້​ໂດ​ລາ​ສະຫະລັດ(​ໃນ​ປີ 2022); ລາຍ​ໄດ້​ສະ​ເລ່ຍຕໍ່​ຫົວ​ຄົນ 82.808 ​ໂດ​ລາ​ສະຫະລັດ​ຕໍ່​ປີ (ປີ 2022); ມູນ​ຄ່າ​ການ​ສົ່ງ​ອອກ 31.577 ລ້ານ​ໂດ​ລາ​ສະຫະລັດ​ຕໍ່​ປີ; ສິນຄ້າ​ສົ່ງ​ອອກ: ອຸປະກອນ​ເອ​ເລັກ​ໂຕຣນິກ; ​ເຄື່ອງ​ຄອມ​ພີ​ວ​ເຕີ, ​ໂທລະສັບ, ຜະລິດ​ຕະພັນ​ເຄມີ​ແລະຜະລິດ​ຕະພັນປິ​ໂຕຣລຽມ; ມູນ​ຄ່າ​ການ​ນໍາ​ເຂົ້າ: 28.782 ລ້ານ​ໂດ​ລາ​ສະຫະລັດ​ຕໍ່​ປີ, ສິນຄ້າ​ນໍາ​ເຂົ້າ ລວມມີເຄື່ອງຈັກ ແລະ ອຸປະກອນ, ນໍ້າມັນ​ເຊື້ອ​ໄຟ​ແລະ​​ແຮ່​ທາດ​ທີ່​ເປັນ​ເຊື້ອ​ໄຟ, ຜະລິດ​ຕະພັນ​ເຄມີ​ແລະ ສິນຄ້າ ອຸປະ​ໂພ​ກ ບໍລິ​ໂພ​ກ; ສ່ວນ​ປະ​ເທດຄູ່​ການ​ຄ້າ ທີ່​ສຳຄັນ 5 ອັນ​ດັບ​ໃນ​ກຸ່ມ​ອາ​ຊຽນ ລວມມີ: ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ, ​ໄທ, ຫວຽດນາມ​ແລະ ຟີ​ລິບ​ປິນ.

ນອກ​ນີ້​ຍັງ​ມີ​ແຫ​ລ່ງທ່ອງ​ທ່ຽວ​ທີ່​ສວຍ​ງາມ ອີ​ກຫລາຍ​ແຫ່ງ​ເຊັ່ນ: ຕຶກ​ເຮືອ ມາຣິນ່າ​ເບຍ (Marina Bay Sands)​ເປັນ​ໜຶ່ງ​ສັນຍາ​ລັກ​ຂອງ ຄວາມ​ຈະ​ເລີ​ນກ້າວໜ້າ ທາງ​ດ້ານ​ສະຖາ​ປັດຕະຍະ​ກຳ ຂອງ​ປະ​ເທດ​ສິງກະ​ໂປ, ​ເປັນ​ແຫ​ລ່ງລວມ ຂອງ ສິ່ງ​ອຳນວຍ​ຄວາມ​ສະດວກ ຫລວງຫລາຍ​;ຮູບ​ປັ້ນ​ສິງ​ໂຕ​ພົ່ນ​ນໍ້າ:​ເປັນ​ສັນຍາ​ລັກ​ຂອງ​ປະ​ເທດ​ສິງກະ​ໂປ ປັດຈຸບັນ​ນີ້ ຕັ້ງ​ຢູ່ທະ​ເລ​ອ່າວມາ​ລິ​ນ່າ ​ເປັນ​ໜຶ່ງ​ໃນ​ຈຸດ​ທ່ອງ​ທ່ຽວ ທີ່​ມີ​ຜູ້​ຄົນ​ເດີນທາງ​ໄປ​ຢ້ຽມຢາມຫລາຍ​ທີ່​ສຸດ​ຂອງ ​ປະ​ເທດ ສິງກະ​ໂປ​ແລະ ຍັງ​ເປັນ​ຈຸດ​ຊົມ​ການສະ​ແດງ​ແສງ​ສີ​ເລ​ເຊີອີກ​ດ້ວຍ; ຂົວ​ເດີນ​ຊົມວີ​ວລອຍ​ຟ້າ​ເຮ​ນ​ເດີຣສັນ​ເວ​ຟ (Henderson Waves Bridge);ມັສຢຶດສຸລຕ່າ​ນ (Masjid Sultan) ​ແລະ ອື່ນໆ ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ທັງ​ພາຍ​ໃນ​ແລະ ຕ່າງປະ​ເທດ.

ຣາຊະ​ອານາຈັກ​ໄທ

(Kingdom of Thailand)

ປະ​ເທດ​ລາຊະ​ອານາຈັກ​ໄທ (The Kingdom of Thailand) ມີ​ນະຄອນຫລວງ ຊື່ວ່າ: ບາງກອກ (Bangkok)​, ປະເທດໄທ ຕັ້ງ​ຢູ່​ແຫລມ ມະຫາ​ສະໝຸດ ອິນ​ດູ​ຈີນ​ແລະ​ມາ​ລາ​ຢູ ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສຽງໃຕ້, ມີ​ຊາຍ​ແດນ ​ທິດຕາ​ເວັນ​ອອກ​ຕິດ​ກັບ ປະ​ເທດ​ລາວ​ແລະ ກຳປູ​ເຈຍ, ທິດ​ໃຕ້​ຕິດ​ກັບ​ມາ​ເລ​ເຊຍ​ແລະ ອ່າວ​ໄທ,ທິດຕາ​ເວັນ​ຕົກ​ຕິດ​ກັບທະ​ເລ ອັນ​ດາ​ມັນ​ແລະ ມຽນມາ, ທິດ​ເໜືອ​ຕິດ​ກັບມຽນມາ​ແລະລາວ. ມີ​​ເນື້ອ​ທີ່​ທັງ​ໝົດ 513.120 ກິ​ໂລ​​ແມັດມົນທົນ, ກວມ​ເອົາ​ປະຊາກອນ ປະມານ 69.799 ລ້ານ​ຄົນ (​ໃນ​ປີ 2023), ​ໃຊ້​ພາສາ​ທາງ​ການ​ຄື: ​ພາສາ​ໄທ, ປະຊາຊົນ​ສ່ວນ​ໃຫຍ່​ 90% ຖື​ສາສະໜາພຸດ; ​ໃຊ້ສະ​ກຸນ​ເງິນ​​ບາດ (THB). ​ສ່ວນວັນຊາດ​ແມ່ນ 5​ເດືອນ​ທັນວາ.

ປະມຸກລັດນາຍົກລັດຖະມົນຕີ :​ ທ່ານ Prayut Chan-o-cha

ທີ່ມາ: https://www.hotels.com/go/thailand

ໄທ ມີເສດຖະກິດ​ແບບປະສົມ, ​ເປັນ​ປະ​ເທດ​ອຸດສາຫະກຳ​ໃໝ່​ໂດຍມີ ລາຍໄດ້ຫລັກ ຈາກອຸດສາຫະກຳການສົ່ງອອກສິນຄ້າ, ການທ່ອງທ່ຽວ, ການບໍລິການ ແລະ ອື່ນໆລວມຍອດຜະລິດຕະພັນ ພາຍໃນປະ​ເທດ (GDP) ບັນລຸ536,16ຕື້​ໂດ​ລາ​ສະຫະລັດ(​ໃນ​ປີ2022);ລາຍໄດ້ ສະເລ່ຍຕໍ່ຫົວຄົນ 7.651 ກວ່າໂດລາສະຫະລັດຕໍ່​ປີ; ອັດຕາ ການຂະຫຍາຍຕົວ ດ້ານເສດຖະກິດ 1,6% ຕໍ່​ປີ.ສິນຄ້າທ່ີ​ສົ່ງອອກສຳຄັນ​ເຊັ່ນ:​ເຄື່ອງ​ຄອມ​ພີ​ວ​ເຕີ, ອຸປະກອນ, ອາຫານ,​ສິນຄ້າອຸດສາຫະກຳ​ແລະ ອື່ນໆ; ສິນຄ້າ​ທີ່​ນຳ​ເຂົ້າຄື: ນ້ຳມັນ​ ແລະເຊື້ອໄຟ, ​ເຄື່ອງກົນ​ຈັກ,ຜະລິດຕະພັນ ເຄມີ. ສ່ວນປະເທດ ຄູ່ຮ່ວມ​ມື ການຄ້າທີ່​ສຳຄັນ​ເປັນ​ຕົ້ນ: ສ.ອາ​ເມ​ລິ​ກາ, ຍີ່ປຸ່ນ, ​ເອີຣົບ, ຈີນ, ສິງກະ​ໂປ ຕາມ​ລຳດັບ. ນອກນີ້ ຍັງມີຄວາມ​ສວຍ​ງາມດ້ານ​ທຳ​ມະ​ຊາດ ແລະ​ແຫລ່ງທ່ອງທ່ຽວຕ່າງໆ ເຊັ່ນ:​ພັດທະຍາ, ພູ​ເກັດ, ກຸງ​ເທບ​ມະ​ຫາ​ນະຄອນ (ບາງກອກ), ຊຽງ​ໃໝ່,​ ເພັດ​ ສະບູ​ນ ແລະ ແຫ່ງອື່ນໆ​ສາມາດ​ດຶງ​ດູດ​ເອົາ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ​ແລະ ຕ່າງປະ​ເທດ​ໄດ້​ຈຳນວນ​ຫລວງຫລາຍ​ໃນ​ແຕ່ລະ​ປີ.

ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

(Socialist Republic of Vietnam)

ສາທາລະນະ​ລັດ ສັງຄົມ​ນິຍົມ​ຫວຽດນາມ, ​ ຫວຽດນາມ ເປັນປະ​ເທດ​ໃນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຕັ້ງ​ຢູ່​ທາງ​ຕາ​ເວັນ​ອອກ​ສຸດ ຂອງ ແຫລມ​ອິນ​ດູ​ຈີນ, ມີຊາຍ​ແດນ​ທິດ​ເໜືອ ຕິດ​ກັບປະ​ເທດ​ຈີນ, ທິດຕາ​ເວັນ​ຕົກ​ຕິດ​ກັບ ສປປລາວ,ທິດຕາ​ເວັນ​ຕົກ​ສຽງ​ໃຕ້​ຕິດ​ກັບ ກຳປູ​ເຈຍ, ທິດຕາ​ເວັນ​ອອກ​ຕິດ​ກັບ ທະ​ເລ​ຈີນ​ໃຕ້​ແລະ ອ່າວທອນກິນ(Tonkin)​ແລະ ທິດ​ໃຕ້ຕິດ​ກັບອ່າວ​ໄທ. ​ມີນະຄອນຫລວງ ຊື່ວ່າ ຮ່າ​ໂນ້ຍ;​​ມີເນື້ອ​ທີ່​ທັງ​ໝົດ 331.690 ກິ​ໂລ​ແມັດມົນທົນ ກວມ​ເອົາ​ປະ​ຊາກ​ອນ 99.233 ລ້ານຄົນ (​ໃນປີ2023);​ໃຊ້​ພາສາ ຫວຽດນາມ​ ​ເປັນ​ພາສາທາງ​ການ​​,​ໃຊ້​ສະກຸນ​ເງິນດົ່ງ(VND), ປະຊາຊົນ ສ່ວນ​ໃຫຍ່ ນັບຖື​ສາສະໜາພຸດ ກວມ​ເອົາ 9,3%.

ປະມຸກລັດນາຍົກລັດຖະມົນຕີ :​ ທ່ານ Phạm Minh Chính

ທີ່ມາ: https://www.business.hsbc.com/business-guides/vietnam

ຫວຽດນາມ ກາຍ​ເປັນ​ປະ​ເທດ​ໜຶ່ງທີ່​ມີ​ຄວາມ​ຈະ​ເລີ​ນ​ເຕີບ​ໃຫຍ່ ທາງ​ດ້ານ​ເສດຖະກິດ ຢ່າງ​ວອງ​ໄວ​ແລະ ທັງ​ເປັນ​ປະ​ເທດ​ທີ່​ມີ​ຄວາມ​ຫລາກ​ຫລາຍທາງ​ຊີວະ​ພາບ​ສູງ​ເຕັມໄປດ້ວຍ ຊັບພະຍາກອນ​ທຳ​ມະ​ຊາດ​ທີ່​ສຳຄັນ​ຢ່າງ​ຫລວງຫລາຍ ທີ່​ສ້າງ​ລາຍ​ຮັບ​ໃຫ້​ກັບປະ​ເທດ.​ໂດຍ​ ເສດຖະກິດປະ​ເທດ ໃນ​ປີ 2020 ຍັງ​ຄົງ​ເຕີບ​ໂຕ ເຮັດໃຫ້ລວມຍອດ​ຜະ​ລິດ​ຕະພັນ​ພາຍ​ໃນປະ​ເທດ (GDP) ​ເຕີບ​ໂຕ​ເຖິງ 2,91% ຈາກ​ປັດ​ໄຈ​ຫລັກ​ຄື: ຂະແໜງ​ການ​ສົ່ງ​ອອກ​ແລະ ຂົງເຂດການ​ຜະລິດ​ທີ່​ເປັນ​ຫລັກຂອງຫວຽດນາມ, ສ່ວນ​ຕົວ​ເລກ​ການ​ສົ່ງ​ອອກ​ໃນປີ​ນີ້ຂອງ​ປີ​ນີ້​ເຕີບ​ໂຕ 6,5%; ຕົວ​ເລກ​ການ​ນຳ​ເຂົ້າ​ສິນຄ້າ​ເຕີບ​ໂຕ 3,6% ​ແລະ​ຫວຽດນາມ​ໄດ້​ດຸນ​ການ​ຄ້າ​ໃນປີ​ນີ້​ທັງ​ໝົດ19.100 ລ້ານ​ໂດ​ລາ​ສະຫະລັດ. ພ້ອມ​ທັງ​ຄາດ​ການ​ວ່າ GDPປີ 2021ຈະ​ເຕີບ​ໂຕ​ເຖິງ 6,5%. ສ່ວນ​ສິນຄ້າ​ທີ່​ສົ່ງ​ອອກ: ​ໂທລະສັບ​ແລະ ອຸປະກອນ, ​ເກີບ, ​ເສື້ອ​ຜ້າ, ​ເຄື່ອງ​ກົນ​ຈັກ, ອຸປະກອນ​ການ​ແພດ; ສິນຄ້າ​ທີ່​ນຳ​ເຂົ້າ ລວມມີ:​ເອ​ເລັກ​ໂຕຣນິກ,​ເຄື່ອງ​ກົນ​ຈັກ (ຄອມ​ພີ​ວ​ເຕີ),​ເຊື້ອ​ໄຟ​ທຳ​ມະ​ຊາດ​ແລະ ອຶ່ນໆ. ສ່ວນ​ປະ​ເທດ​ຄູ່​ການ​ຄ້າ​ທີ່​ສຳຄັນ​ມີ: ຈີນ, ສ.​ເກົາຫລີ, ອາ​ຊຽນ, ສ.ອາ​ເມ​ລິກ, ສະຫະພາບ​ເອີຣົບ, ຍີ່ປຸ່ນ.ໃນປີ2022ລວມຍອດຜະລິດຕະພັນ ພາຍໃນປະເທດ (GDP) ສູງເຖິງ 406,452 ຕື້ໂດລາສະຫະລັດ, ສະເລ່ຍຕໍ່ຫົວຄົນ 4.087 ໂດລາສະຫະລັດ.

ຫວຽດນາມ ຍັງ​ໄດ້ຮັບ​ຄວາມ​ນິຍົມ​ຈາກນັກທ່ອງທ່ຽວ​ທັງ​ພາຍ​ໃນ​ແລະ ຕ່າງປະ​ເທດ ຍ້ອນ​ຄວາມ​ສວຍ​ງາມ ທາງ​ທຳ​ມະ​ຊາດ​ແລະ ສະຖານ​ທີ່​ທາງ​ປະຫວັດສາດ​ຫລາຍ​ແຫ່ງ​ແຕ່​ເໜືອ​ຕະຫລອດ​ໃຕ້​ເປັນ​ຕົ້ນ​ຢູ່ນະຄອນຫລວງຮ່າ​ໂນ້ຍ​ໂດຍສະເພາະ ສຸສານປະທານໂຮ່ຈີ​ມິ​ງ,ພິພິທະພັນໂຮ່ຈີ​ມິ​ງ​ແລະ ຍັງ​ມີອ່າວຮ່າ​ລອງ,ສະ​ປາອື່ນໆ,ນອກ​ນີ້ ຍັງ​ມີ​ເມືອງເຮ້ວ;ເມືອງດາ ນັງ;ເມືອງໂຮຍ​ອານ; ​ເມືອງຍາ​ຈາງ;ເມືອງດາລາ​ດ​ແລະນະຄອນ​ໂຮ່ຈີ​ມິ​ງອື່ນໆ​ອີກ./