ຈີນ ຈັດກອງປະຊຸມສຸດຍອດ ອິນເຕີເນັດໂລກ ປະຈຳເຂດອາຊີ-ປາຊີຟິກ ປີ 2026

16/04/2026 13:21
Email Print 83
KPL - Asean 2024 ພິທີເປີດກອງປະຊຸມສຸດຍອດ ອິນເຕີເນັດໂລກ ປະຈຳເຂດອາຊີ-ປາຊີຟິກ ປີ 2026 ໄດ້ຈັດຂຶ້ນ ເປັນເວລາ 2 ວັນ ຢູ່ສູນປະຊຸມ ແລະ ວາງສະແດງເຂດຮົງກົງ.

ຂປລ. ວິທະຍຸໂທລະພາບ ສູນກາງຈີນ (CMG):ວັນທີ 13 ເມສາ 2026, ພິທີເປີດກອງປະຊຸມສຸດຍອດ ອິນເຕີເນັດໂລກ ປະ​ຈຳເຂດອາຊີ-ປາຊີຟິກ ປີ 2026ໄດ້ຈັດຂຶ້ນ  ເປັນເວລາ 2 ວັນ ຢູ່ສູນປະຊຸມ​ ແລະ ​ວາງ​ສະ​ແດງເຂດຮົງກົງ. ໂດຍຈະເນັ້ນ​ໜັກ ເຖິງເຕັກໂນໂລຊີ ນະວັດຕະກຳ ໃນເຂດອາຊີ-ປາຊີຟິກ, ​ບຸກ​ທະ​ລຸ ​ຂໍ້ຈຳກັດ ທາງດ້ານພູ​ມີ​ປະ​ເທດ, ຊຸກຍູ້ການແລກປ່ຽນ ນະວັດຕະກຳດິຈີຕອນ ແລະ ເຕັກໂນໂລຊີ ທົ່ວໂລກ ໃຫ້ກ້າວຂຶ້ນສູ່ ລະດັບໃໝ່.ນອກຈາກນັ້ນ,  ຍັງຈະມີ ການຈັດ ກອງປະຊຸມຍ່ອຍ 6 ຫົວຂໍ້ ກ່ຽວກັບ ນະວັດຕະກໍາ ແລະ ການ​ປະ​ຍຸກໃຊ້ ຕົວ​ແທນ​ ອັດ​ສະ​ລິ​ຍະ, ການທະ​ນາ​ຄານ​ ດິຈີຕອນ, ການຄຸ້ມຄອງ ຄວາມ​ໝັ້ນ​ຄົງ​ ຂອງ ປັນຍາປະດິດ, ການ​ໃຊ້​ຊີ​ວິດ​ ແບບ​ອັດ​ສະ​ລິ​ຍະ , ການ​ຫັນ​ເປັນດິຈີຕອນ ແລະ ການເຜີຍແຜ່ເອກະສານບູຮານ ແລະ ອື່ນໆ./

 

KPL