ເອກອ້າງທະນົງໃຈຕໍ່ວັນໄຊຊະນະອັນຍິງໃຫຍ່ ໃນປະຫວັດສາດຂອງຊາດລາວ
 
                                            ຂປລ. ໃນໂອກາດກະກຽມສະເຫລີມສະຫລອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ໃກ້ຈະມາເຖິງນ້ີ, ສະຫາຍ ພັນເອກ ສຸກນິລັນ ຄຳພິລາວົງ ເລຂາຄະນະພັກຮາກຖານ, ອຳນວຍການບໍລິສັດ ລັດພັດທະນາຊົນນະບົດກະຊວງປ້ອງກັນປະເທດ ໄດ້ສະແດງທັດສະນະວ່າ: ໃນໂອກາດ ຄົບຮອບ 50 ປີ ວັນຊາດທີ 2 ທັນວາ ໃນປີ 2025 ນີ້, ຕົນເອງມີຄວາມປິຕິຍິນດີ ແລະ ເອກອ້າງທະນົງໃຈເປັນຢ່າງຍິ່ງຕໍ່ວັນໄຊ ຊະນະອັນຍິ່ງໃຫຍ່ໃນປະຫວັດສາດ ຂອງຊາດລາວເຮົາ. ວັນດັ່ງກ່າວ, ເປັນວັນທີ່ສໍາຄັນຍິ່ງເພາະປວງຊົນລາວທັງຊາດ ໄດ້ມີອິດສະລະພາບອອກຈາກແອກປົກຄອງຂອງຈັກກະພັດ ແລະ ເປັນເຈົ້າຂອງປະເທດຊາດຢ່າງສົມບູນ, ທັງເປັນວັນທີ່ປະເທດຊາດໄດ້ມີເອກະລາດ ປະຊາທິປະໄຕ ຜືນແຜ່ນດິນອັນຄົບຖ້ວນ, ມີສະຖານະພາບເທົ່າທຽມກັບບັນດາປະເທດອື່ນໆໃນໂລກ ອັນໄດ້ເຮັດໃຫ້ປະຊາຄົມໂລກ ໄດ້ຮັບຮ້ບການກ້າວເຂົ້າສູ່ຍຸກສະໄໝໃນການສ້າງສາພັດທະນາປະເທດຊາດ ໃຫ້ມີສັນຕິພາບເອກະລາດປະຊາທິປະໄຕ ເອກະພາບ ວັດທະນາຖາວອນ.
ສະຫາຍ ພັນເອກ ສຸກນິລັນ ຄຳພິລາວົງ ຍັງໃຫ້ຮູ້ຕື່ມວ່າ: ເພ່ືອ ຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 50 ປີ ທີ່ຈະມາເຖິງນີ້, ຂໍສະແດງຄວາມຮູ້ບຸນຄຸນຢ່າງສູງ ຕໍ່ການນໍາພາຂອງພັກປະຊາຊົນ ປະຕິວັດລາວທີ່ອົງອາດກ້າແກ່ນ, ການເສຍສະລະເລືອດເນື້ອຂອງ ວິລະບຸລຸດ ແລະ ປະຊາຊົນລາວບັນດາເຜ່ົາ, ພາຍໃຕ້ການນໍາພາ- ຊີ້ນໍາຂອງການນໍາແຕ່ລະຮຸ່ນຕະ ຫລອດໄລຍະ 50 ປີຜ່ານມາການ ສ້າງສາພັດທະນາປະເທດຊາດ ໄດ້ ມີຄວາມຮຸ່ງເຮືອງສີວິໄລເປັນກ້າວໆມາ ຊຶ່ງໄດ້ຊ້ີ້ໃຫ້ເຫັນເຖິງເສດຖະກິດ, ວັດທະນະທໍາ-ສັງຄົມ ມີການ ຂະຫຍາຍຕົວລວມທັງດ້ານການ ເມືອງ ແລະ ຄວາມໝັ້ນຄົງເຮັດ ໃຫ້ປະຊາຊົນບັນດາເຜົ່າມີຄວາມ ສາມັກຄີປອງດອງ, ປະເທດຊາດມີ ຄວາມສະຫງົບ.
ສຳລັບບໍລິສັດລັດພັດທະນາຊົນນະບົດພາຍໃຕ້ການຊີ້ນຳໂດຍກົງ ແລະ ຮອບດ້ານຂອງກະຊວງ ປ້ອງກັນປະເທດໃນໄລຍະຜ່ານມາ ກໍໄດ້ເຄື່ອນໄຫວຕາມທິດຊີ້ນໍາ ຄືການດໍາເນີນທຸລະກິດໄປພ້ອມກັບການເຮັດ 2 ໜ້າທີ່ຍຸດທະສາດຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.ໂອກາດນີ້, ສະຫາຍ ພັນເອກ ສຸກນິລັນ ຄຳພິລາວົງ ຕາງໜ້າບໍລິສັດລັດພັດທະນາຊົນນະບົດອວຍພອນມາຍັງການນໍາພັກ-ລັດ ກໍຄືກຳລັງປະກອບອາວຸດທະຫານ-ຕໍາຫລວດຕະຫລອດເຖິງພໍ່ແມ່ປະຊາຊົນບັນດາເຜົ່າຈົ່ງມີສຸຂະພາບ ແຂງແຮງ ແລະ ມີຜົນສໍາເລັດໃນພາລະກິດຂອງພວກທ່ານທີ່ການຈັດຕັ້ງມອບໝາຍ ແລະ ພ້ອມກັນປະກອບສ່ວນເຂົ້າໃນການສະເຫລີມສະຫລອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ທີ່ຈະມາເຖິງນີ້ ໃຫ້ເປັນຂະບວນກວ້າງຂວາງ ແລະ ມີສໍາເລັດຜົນຢ່າງຈົບງາມ.
ຂ່າວ: ລີຕ່າ
