ສປ ຈີນ-ສ.ອາເມລິກາ ປຶກສາຫາລື ດ້ານວຽກງານປ້ອງກັນປະເທດ

31/10/2025 16:13
Email Print 83
KPL - Asean 2024 ທ່ານ ຕົງ​ຈ​ວິ່ນ ລັດຖະມົນຕີ ກະຊວງປ້ອງກັນປະເທດຈີນ ທີ່ເຂົ້າຮ່ວມກອງ ປະຊຸມ ລັດຖະມົນຕີ ປ້ອງກັນປະເທດ ອາຊຽນ​-ບວກ ຢູ່ມາເລເຊຍ ໄດ້ພົບປະ ເຈລະຈາ ກັບ ທ່ານ ​ປີ​ເຕີ ບ​ຣານ ເຮັກ ເຊສ, ລັດຖະມົນຕີ ກະຊວງປ້ອງກັນ ປະເທດ ສ.ອາເມລິກາ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 31 ຕຸລານີ້, ທ່ານ ຕົງ​ຈ​ວິ່ນ ລັດຖະມົນຕີ ກະຊວງປ້ອງກັນປະເທດຈີນ ທີ່ເຂົ້າຮ່ວມກອງ ປະຊຸມ ລັດຖະມົນຕີ ປ້ອງກັນປະເທດ ອາຊຽນ​-ບວກ ຢູ່ມາເລເຊຍ ໄດ້ພົບປະ ເຈລະຈາ ກັບ ທ່ານ ​ປີ​ເຕີ ບ​ຣານ ເຮັກ ເຊສ, ລັດຖະມົນຕີ ກະຊວງປ້ອງກັນ ປະເທດ ສ.ອາເມລິກາ. ທ່ານ ຕົງຈວິ່ນ ກ່າວວ່າ: ພາກ​ສ່ວນ​ປ້ອງ​ກັນ​ປະ​ເທດ​ ທັງ​ສອງ​ຝ່າຍ ​ຄວນ​ຈັດ​ຕັ້ງ​ປະ​ຕິ​ບັດ ຄວາມ​ເຫັນ ​ທີ່​ເປັນ​ເອ​ກະ​ພາບ​ ສຳ​ຄັນ​ ຂອງ​ປະ​ມຸກ​ລັດ ​ທັງ​ສອງ​ປະ​ເທດ​ ສປ ຈີນ-ສ.ອາ​ເມ​ລິກາ ເພີ່ມ​ທະ​ວີ​ ການ​ແລກ​ປ່ຽນ​ ຍຸດ​ທະ​ສາດ ແລະ ການ​ສົນ​ທະ​ນາ ​ດ້ານ​ນະ​ໂຍ​ບາຍ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ, ຊຸກ​ຍູ້​​ການ​ແລກ​ປ່ຽນ​ ລະ​ຫວ່າງ ນາຍ​ ແລະ ພົນ​ທະ​ຫານ ​​ເປັນ​ຢ່າງ​ດີ, ສ້າງ​ການ​ພົວ​ພັນ​ ລະ​ຫວ່າງ​ກອງ​ທັບ ຂອງ​ສອງ​ປະ​ເທດ ​ທີ່​ສະ​ເໝີ​ພາບ​ກັນ ແລະ ​ເຄົາ​ລົບ​ນັບ​ຖື ເຊິ່ງ​ກັນ ​ແລະ​ ກັນ, ຢູ່​ຮ່ວມ​ກັນ​ ໂດຍ​ສັນ​ຕິ ແລະ ​ມີ​ຄວາມ​ໝັ້ນ​ທ່ຽງ. ພ້ອມທັງ ກ່າວ​ເນັ້ນ​ໜັກ​ວ່າ ການ​ທ້ອນ​ໂຮມ ​ສອງ​ຝັ່ງ​ຊ່ອງ​ແຄບ​ ໄຕ້​ຫວັນ ​ເຂົ້າເປັນ​ເອ​ກະ​ພາບ​​ກັນແມ່ນ​ທ່າ​ອ່ຽງ​ລວມ ​ທາງ​ປະ​ຫວັດ​ສາດ, ສ.ອາ​ເມ​ລິກາ​ ຄວນ​ລະ​ມັດ​ລະ​ວັງ​ ໃນ​ດ້ານ​ຖ້ອຍ​ຄວາມ ແລະ ການ​ກະ​ທຳ​ຂອງ​ຕົນ, ຄັດ​ຄ້ານ​ການ ແບ່ງ​ແຍກ​ໄຕ້​ຫວັນ​ ເປັນ​ເອ​ກະ​ລາດ”, ​ປະ​ຕິ​ບັດຕົວ​ ຈິງ​ຕາມ​ການ​ສະ​ແດງ ​ທ່າ​ທີ​ຂອງ​ຕົນ​ ທີ່​​ບໍ່​ສະ​ກັດ​ກັ້ນ ​ການ​ພັດ​ທະ​ນາ​ຂອງ​ ສປ ຈີນ ແລະ ບໍ່​ສະ​ແຫວງ​ຫາ​ ການ​ປະ​ທະ​ກັນ. ໂດຍທັງ ສອງຝ່າຍ ຍັງໄດ້ແລກປ່ຽນ ຄວາມຄິດເຫັນ ກ່ຽວກັບ ບັນຫາ ທີ່​ມີຄວາມສົນໃຈ​ ຮ່ວມ​ກັນ./.

 (ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL